ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເປັນທອມ ດີ້ ກະເທີຍ ເລສ ເກ...ມັນຜິດບ່ອນໃດ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໘ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ໃນເມື່ອຄົນເຮົາທຸກຄົນເກີດມາມັນເລືອກເອງໄດ້ວ່າຊິເປັນຫຍັງ.....ຖ້າຈະເວົ້າວ່າຜິດ ຖືກ ຄວນຈະວັດກັນທີ່ ດີ ຫລື ບໍ່ດີ ແມ່ນບໍ່

ທອມລາວຮັກດີ້ໄທ

໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ບໍ່ຮູ້ຄືກັນບໍ່ເຄີຍເປັນ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ກະຄິດວ່າມັນຜິດຢູ່ບ່ອນທີ່ມັນບໍ່ເປັນທຳມະຊາດຄືຄົນປົກກະຕິທົ່ວໄປ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຽງນົກສຽງກາ ເປັນຄົນດີບໍ່ບຽດບຽນຄົນອື່ນກະຈົ່ງພູມໃຈສະ
ຖ້າເຂົາຍັງນິນທາກະສະແດງວ່າເຂົາອິດສາເຮົາ ນັ້ນກະໝາຍຄວາມວ່າເຮົາມີຄ່າຂອງຄວາມເປັນມະນຸດສູງກ່ວາເຂົາ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ໃຜ, ຢູ່ໃສ, ເມື່ອໃດ ທີ່ວ່າຜິດ ຜິດອີ່ຫຍັງຍົກຕົວຢ່າງຜູ້ທີ່ວ່າຜິດມາເບິ່ງ

ບໍ່ມີໃຜວ່າຫຍັງນ່າ...ກະເທີຍກໍ່ຄົນ!!


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ຍຸກWorld Wide ຍຸກAEC ແຕ່ລະສັງຄົມ ແຕ່ລະອົງກອນ ເຂົາວັດຄຸນນະພາບຄົນກັນທີ່ ຄວາມຮູ້ຄວາມສາມາດເປັນຫຼັກ
ໃນຍຸກຂອງການແຂ່ງຂັນ ສັງຄົມໄດ໋ມີຄວາມຄິດຕົກຍຸກ ກະສິຖຶກທິ້ມຫ່າງຈາກສັງຄົມອ້ອມດ້ານ

ຍ້າໄດ້ສົນ ຍ້າຍູ້ເທິງຄວາມຄາດຫວັງຂອງຄົນອື່ນ ເປັນໂຕຂອງໂຕເອັງດີທີ່ສຸດ


໘ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ອັນນີ້ມັນແມ່ນຄວາມຮູ້ສຶກຂອງຂ້ອຍທີ່ຢາກຂຽນດົນແລ້ວ....ເພາະມີແຕ່ຄົນເວົ້າໃຫ້...ເວົ້າວ່າທອມເປັນພວກຜິດປົກກະຕິ ແລ້ວກະອີກຫລາຍຢ່າງຊຶ່ງຂ້ອຍບໍ່ຢາກຂຽນອອກມາເພາະມັນເປັນຄຳທີ່ບໍ່ຄ່ອຍຫນ້າຟັງປານໃດ...ແຕ່ຂ້ອຍກໍ່ບໍ່ໄດ້ສົນໃຈຫຍັງຫລາຍດອກແຕ່ພໍມີຄົນມາດ່າເຮົາກະຮູ້ສຶກເສີຍໃຈຫນ້ອຍຫນຶ່ງ....ແລ້ວຂ້ອຍຢາກເວົ້າວ່າຂ້ອຍບໍ່ໄດ້ເປັນພວກທີ່ຜິດປົກກະຕິ..ພຽງແຕ່ຂ້ອຍກຳລັງເຮັດໃນສິ່ງທີ່ຕົນເອງມັກກໍ່ເທົ່ານັ້ນ....ຂອບໃຈທຸກຄົນທີ່ໃຫ້ກຳລັງໃຈເດີ້.....ສະບາຍດີປີໃຫມ່

ທອມລາວຮັກດີ້ໄທ

໘ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
.ແລ້ວຂ້ອຍຢາກເວົ້າວ່າຂ້ອຍບໍ່ໄດ້ເປັນພວກທີ່ຜິດປົກກະຕິ..ພຽງແຕ່ຂ້ອຍກຳລັງເຮັດໃນສິ່ງທີ່ຕົນເອງມັກກໍ່ເທົ່ານັ້ນ....ຂອບໃຈທຸກຄົນທີ່ໃຫ້ກຳລັງໃຈເດີ້.....ສະບາຍດີປີໃຫມ່

ທອມລາວຮັກດີ້ໄທ

໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ok


໗ ກະທູ້
໙໗ ໂພສ
ນັກການກະທູ້
ເຈົ້າຖາມກົງໆ ຂ້ອຍກໍ່ຈະຂໍຕອບກົງໆເລີຍເດີ ຜິດບ່ອນທີ່ເກີດມາຜິດເພດນີ່ແຫລະ ແລະທີ່ເຈົ້າບອກວ່າ "ຄົນເຮົາທຸກຄົນເກີດມາມັນເລືອກເອງໄດ້ວ່າຊິເປັນຫຍັງ" ແລ້ວເປັນຫຍັງບໍ່ເລືອກເປັນຄົນປົກກະຕິຄືຄົນທົ່ວໆໄປ? ແລະທີ່ເຈົ້າບອກວ່າມີຄົນເວົ້າວ່າເປັນທອມເປັນພວກຜິດປົກກະຕິ ເຂົາເຈົ້າເວົ້າຖືກແລ້ວ ເພາະວ່າພວກເຈົ້າຜິດປົກກະຕິອີຫລີ ທັງເກ ກະເທີຍ ທອມ ດີ້ ເລສບ້ຽນ ແມ່ນພວກທີ່ຜິດປົກກະຕິທັ້ງນັ້ນ ແມ່ນຢູ່ວ່າຈະເປັນອິຫຍັງກໍ່ຂໍໃຫ້ເປັນຄົນດີກໍ່ພໍ ແລ້ວ ພວກເຈົ້!ຄິດບໍ່ວ່າພໍ່ແມ່ເອື້ອຍອ້າຍນ້ອງຄອບຄົວແລະສັງຄົມຈະຮັບພວກເຈົ້າໄດ້ສ່ຳໃດ ບາງທີພໍ່ແມ່ອາດຈະບອກວ່າຮັບໄດ້ ແຕ່ທີ່ຈິງແລ້ວບໍ່ມີໃຜຮັບໄດ້ດອກ ພໍ່ແມ່ທຸກຄົນຍ່ອມຢາກໃຫ້ລູກຂອງໂຕເອງເປັນປົກກະຕິຄືບ້ານເມືອງເພິ່ນ


໗ ກະທູ້
໙໗ ໂພສ
ນັກການກະທູ້
ແລະທີ່ສຳຄັນທີ່ສຸດເວລາພວກເຈົ້າແກ່ເຖົ້າມາໃຜຈະເບິ່ງແຍງລ້ຽງດູພວກເຈົ້າ ເຖິງວ່າພວກເຈົ້າຈະຢູ່ນຳກັນໄດ້ກໍ່ຕາມ ຕອນທີ່ຍັງໜຸ່ມພວກເຈົ້າສາມາດດູແລຕົວເອງໄດ້ ແຕ່ພໍເຖົ້າມາລຳບາກແນ່ນອນ ເຖິງວ່າຈະສາມາດເອົາລູກຄົນອື່ນມາລ້ຽງໄດ້ ແຕ່ຈັ່ງໃດກໍ່ບໍ່ຄືລູກທີ່ເກີດຈາກເຮົາເອງດອກ ດຽວພວກເຈົ້າເຖົ້າແກ່ໄປແລ້ວຈະເສຍໃຈນຳຫລັງທີ່ເກີດມາຜິດເພດແບບນີ້ ດີທີ່ສຸດຄືການເປັນປົກກະຕິແບບທຳມະຊາດສ້າງມາຈະດີທີ່ສຸດແລ້ວ

ເຈົ້າເຈົ້າຖາມກົງໆ ຂ້ອຍກໍ່ຕອບກົງໆ ຢ່າວ່າກັນເດີ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ຄວາມຜິດ ຄວາມຖືກ ໃນສາຍຕາຂອງລາງຄົນ ກໍຕ່າງກັນໄປ.

ຄົນທີ່ມັກເພດກົງກັນຂ້າມ ແລະ ຄົນທີ່ມັກເພດດຽວກັນ ກໍ່ລ້ວນແລ້ວແຕ່ແມ່ນທຳມະຊາດ. ດັ່ງຊິເຫັນໄດ້ວ່າ ສັດມະນຸດ ແລະ ສັດເດຍລະສານ ກໍ່ມີ ທັງມັກເພດດຽວກັນ ແລະ ມັກເພດກົງກັນຂ້າມ. ແຕ່ວ່າຄົນທີ່ມັກເພດດຽວກັນ ມີນ້ອຍກ່ວາ ໃນສາຍຕາຂອງລາງຄົນ ເລີຍເປັນຝ່າຍທີ່ ຖືກເບິ່ງວ່າ "ຜິດ".

ຖ້າເຮົາສຶກສາຄົ້ນຄວ້າເບິ່ງ ປະວັດມະນຸດ ຊິເຫັນໄດ້ວ່າ ຄົນທີ່ຈັດເຂົ້າໃນຄົນກຸ່ມນ້ອຍ ຫລືກຸ່ມທີ່ບໍ່ມີອຳນາດ ໃນຫລາຍໆ ກໍລະນີ ຊິຖືກເບິ່ງຢ່າງດູຖູກ ຫລື ຂີນຕາ.

ຄວາມສຸກຂອງຄົນເຮົາມັນຕ່າງກັນ. ມື້ລາງ ທ່ານ ໂຮຈີມິນ Hồ Chí Minh ຢູ່ຢ່າງເປັນໂສດຈົນຕາຍ. ຂ້ອຍກໍ່ບໍ່ຮູ້ວ່າ ເພິ່ນຊິທຸກ ຊິຮ້ອນຫຍັງ ກ່ຽວກັບ ການບໍ່ມີເມຍ ບໍ່ມີລູກ.

ຄົນໃນລາງປະເທດ ກົດໝາຍໃຫ້ມີລູກໄດ້ຢ່າງຈຳກັດ.
ໃນຫລາຍປະເທດ ທີ່ຈະເລີນທາງເສດຖະກິດ ໃນຫລາຍຄອບຄົວ ລູກເຕົ້າ ມີເວລາ ເຫັນໜ້າ ພໍ່ແມ່ ທີ່ເຖົ້າແກ່ ພຽງເລັກນ້ອຍທໍ່ນັ້ນ.


ຄວາມຈິງມັນກໍ່ແມ່ນວ່າ ທັງຄົນທີ່ມັກເພດກົງກັນຂ້າມ ແລະ ຄົນທີ່ມັກເພດດຽວກັນ ທັງຄົນທີ່ສາມາດມີລູກໄດ້ ແລະ ທີ່ມີບໍ່ໄດ້ ຊິຍັງຢູ່ ສ້າງສັນໂລກນີ້ ຕໍ່ໄປ ຄືດັ່ງທີ່ໄດ້ເປັນມາແລ້ວ.



໓ ກະທູ້
໒໑໓ ໂພສ
ນັກການກະທູ້
ຄົນເຮົາກໍແນວນີ້ແລ້ວ ມັກແຕ່ອິດສາບັງບຽດຄົນອື່ນ ຄິດແຕ່ວ່າຄວາມຄິດຕົວເອງດີ ຖືກຫມົດ, ເຫັນປົມດ້ອຍຂອງຄົນອື່ນເປັນສິ່ງບໍ່ດີ ທັັງໆທີ່ຕົວເອງກໍບໍ່ໄດ້ດີໄປກວ່າຄົນອື່ນ. ເຮົາບໍ່ຈໍາເປັນຕ້ອງໄປໃສ່ໃຈຄົນພວກນີ້ ຂໍແຕ່ເຮົາຍອມຮັບຕົວເອງໄດ້ກໍພໍ, ຖ້າບໍ່ມີໃຜຮັກເຮົາ ເຮົາກໍຕ້ອງຮັກຕົນເອງ.

So much I need to say been lonely since the day
the day you went away......





໘ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ kaisoft ຂຽນວ່າ...
ເຈົ້າຖາມກົງໆ ຂ້ອຍກໍ່ຈະຂໍຕອບກົງໆເລີຍເດີ ຜິດບ່ອນທີ່ເກີດມາຜິດເພດນີ່ແຫລະ ແລະທີ່ເຈົ້າບອກວ່າ "ຄົນເຮົາທຸກຄົນເກີດມາມັນເລືອກເອງໄດ້ວ່າຊິເປັນຫຍັງ" ແລ້ວເປັນຫຍັງບໍ່ເລືອກເປັນຄົນປົກກະຕິຄືຄົນທົ່ວໆໄປ? ແລະທີ່ເຈົ້າບອກວ່າມີຄົນເວົ້າວ່າເປັນທອມເປັນພວກຜິດປົກກະຕິ ເຂົາເຈົ້າເວົ້າຖືກແລ້ວ ເພາະວ່າພວກເຈົ້າຜິດປົກກະຕິອີຫລີ ທັງເກ ກະເທີຍ ທອມ ດີ້ ເລສບ້ຽນ ແມ່ນພວກທີ່ຜິດປົກກະຕິທັ້ງນັ້ນ ແມ່ນຢູ່ວ່າຈະເປັນອິຫຍັງກໍ່ຂໍໃຫ້ເປັນຄົນດີກໍ່ພໍ ແລ້ວ ພວກເຈົ້!ຄິດບໍ່ວ່າພໍ່ແມ່ເອື້ອຍອ້າຍນ້ອງຄອບຄົວແລະສັງຄົມຈະຮັບພວກເຈົ້າໄດ້ສ່ຳໃດ ບາງທີພໍ່ແມ່ອາດຈະບອກວ່າຮັບໄດ້ ແຕ່ທີ່ຈິງແລ້ວບໍ່ມີໃຜຮັບໄດ້ດອກ ພໍ່ແມ່ທຸກຄົນຍ່ອມຢາກໃຫ້ລູກຂອງໂຕເອງເປັນປົກກະຕິຄືບ້ານເມືອງເພິ່ນ






ໂທດເດີພໍ່ແມ່ຂ້ອຍຮັບໄດ້...ແລ້ວຂ້ອຍກະຫາເງິນໄດ້ດ້ວຍຕົນເອງໄດ້...ເພາະຂ້ອຍມີວຽກທີ່ດີເຮັດ...ລ່ະກະບໍ່ເຄີຍໄປຂໍເງິນໃຜໃຊ້ເດີ...ຖ້າວ່າສັງຄົມແບບນີ້ເຈົ້າຍັງຮັບບໍ່ໄດ້ເທື່ອມັນກະເປັນເລື່ອງຂອງເຈົ້າ...ກະຈົ່ງຕິດຢູ່ກັບຄວາມຄິດແຄບໆຂອງເຈົ້າຕໍ່ໄປ

ທອມລາວຮັກດີ້ໄທ

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ບັນຫາໂລກແຕກ ..... ເອົາຈັ່ງຊີ້ສາ ໃຜຢາກເປັນຫຍັງກະເປັນ ແຕ່ຂ້ອຍບໍ່ລົມທອມເດີ ອັນນີ້ກະສິ່ງເປັນສິ່ງທີ່ຂ້ອຍເລືອກຄືກັນ


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອຸຍ....ໂຕເອງ


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ເຊັງ ຈຸງເບີຍ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຜິດຢູ່ບ່ອນທີ່ວ່າບໍ່ພໍໃຈໃນສິ່ງທີ່ຕົນເອງມີ
ຮິດຕາມກະແສບໍ່ເປັນຕົວຂອງູຕົວເອງ
ມັນກາຄ້າຍກັບວ່າປູກຜັກໃສ່ດິນແຫ້ງແລ້ງທີ່ບໍ່ມີນຳ


໗ ກະທູ້
໙໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ tom1993 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kaisoft ຂຽນວ່າ...
ເຈົ້າຖາມກົງໆ ຂ້ອຍກໍ່ຈະຂໍຕອບກົງໆເລີຍເດີ ຜິດບ່ອນທີ່ເກີດມາຜິດເພດນີ່ແຫລະ ແລະທີ່ເຈົ້າບອກວ່າ "ຄົນເຮົາທຸກຄົນເກີດມາມັນເລືອກເອງໄດ້ວ່າຊິເປັນຫຍັງ" ແລ້ວເປັນຫຍັງບໍ່ເລືອກເປັນຄົນປົກກະຕິຄືຄົນທົ່ວໆໄປ? ແລະທີ່ເຈົ້າບອກວ່າມີຄົນເວົ້າວ່າເປັນທອມເປັນພວກຜິດປົກກະຕິ ເຂົາເຈົ້າເວົ້າຖືກແລ້ວ ເພາະວ່າພວກເຈົ້າຜິດປົກກະຕິອີຫລີ ທັງເກ ກະເທີຍ ທອມ ດີ້ ເລສບ້ຽນ ແມ່ນພວກທີ່ຜິດປົກກະຕິທັ້ງນັ້ນ ແມ່ນຢູ່ວ່າຈະເປັນອິຫຍັງກໍ່ຂໍໃຫ້ເປັນຄົນດີກໍ່ພໍ ແລ້ວ ພວກເຈົ້!ຄິດບໍ່ວ່າພໍ່ແມ່ເອື້ອຍອ້າຍນ້ອງຄອບຄົວແລະສັງຄົມຈະຮັບພວກເຈົ້າໄດ້ສ່ຳໃດ ບາງທີພໍ່ແມ່ອາດຈະບອກວ່າຮັບໄດ້ ແຕ່ທີ່ຈິງແລ້ວບໍ່ມີໃຜຮັບໄດ້ດອກ ພໍ່ແມ່ທຸກຄົນຍ່ອມຢາກໃຫ້ລູກຂອງໂຕເອງເປັນປົກກະຕິຄືບ້ານເມືອງເພິ່ນ



ໂທດເດີພໍ່ແມ່ຂ້ອຍຮັບໄດ້...ແລ້ວຂ້ອຍກະຫາເງິນໄດ້ດ້ວຍຕົນເອງໄດ້...ເພາະຂ້ອຍມີວຽກທີ່ດີເຮັດ...ລ່ະກະບໍ່ເຄີຍໄປຂໍເງິນໃຜໃຊ້ເດີ...ຖ້າວ່າສັງຄົມແບບນີ້ເຈົ້າຍັງຮັບບໍ່ໄດ້ເທື່ອມັນກະເປັນເລື່ອງຂອງເຈົ້າ...ກະຈົ່ງຕິດຢູ່ກັບຄວາມຄິດແຄບໆຂອງເຈົ້າຕໍ່ໄປ


ນັ້ນເດ ຂະໜາດເຈົ້າຍັງຮັບຕົວເຈົ້າເອງບໍ່ໄດ້ເລີຍ ໃນເມື່ອເຈົ້າຖາມກົງໆ ຂ້ອຍກໍ່ຕອບກົງໆ ແຕ່ເຈົ້າກັບເວົ້າວ່າຂ້ອຍຄິດແຄບໆອີກ
ແລະເທົ່າທີ່ຂ້ອຍເວົ້າໄປມີຂໍ້ໃດທີ່ຂ້ອຍບອກວ່າພວກເຈົ້າບໍ່ມີວຽກເຮັດ ແລະມີຂໍ້ໃດທີ່ຂ້ອຍເວົ້າວ່າພວກເຈົ້າຂໍເງິນຄົນອື່ນໃຊ້ ແລະທີ່ຂ້ອຍບອກວ່າພໍ່ແມ່ຄອບຄົວຮັບໄດ້ສ່ຳໃດ ເຈົ້າບອກວ່າພໍ່ແມ່ເຈົ້າຮັບໄດ້ ແລ້ວໃນໃຈເລິກໆຂອງເພິ່ນມີຄວາມສຸກກັບສິ່ງທີ່ພວກເຈົ້າເປັນຫລືບໍ່ ຂ້ອຍວ່າບໍ່ມີພໍ່ແມ່ຄົນໃດທີ່ມີຄວາມສຸກກັບທີ່ລູກຜິດປົກກະຕິດອກ ພໍ່ແມ່ທຸກຄົນຍ່ອມຢາກໃຫ້ລູກຂອງໂຕເອງເປັນປົກກະຕິຄືກັບບຸກຄົນທົ່ວໆໄປ

ຖ້າເຈົ້າຍັງຮັບຕົວເອງບໍ່ໄດ້ກໍ່ຢ່າຖາມຄົນອື່ນເລີຍ ຂ້ອຍແນະນຳໃຫ້ເຈົ້າໄປຫາຄຳຕອບໃຫ້ຕົວເຈົ້າເອງໃຫ້ໄດ້ກ່ອນ ດີກວ່າທີ່ຈະມາເວົ້າວ່າຄົນອື່ນຄິດແຄບໆ ແລະທີ່ສຳຄັນເວລາພວກເຈົ້າເຖົ້າແກ່ມາບໍ່ສາມາດຊ່ວຍຕົວເອງໄດ້ແລ້ວພວກເຈົ້າຈະຮູ້ວ່າພວກເຈົ້າຄິດຜິດ


໘ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ຈາກໃຈເດີ...ພໍ່ແມ່ຂ້ອຍພູມໃຈດ້ວຍຊໍ້າທີ່ຂ້ອຍເປນແບບນີ້

ທອມລາວຮັກດີ້ໄທ

໘ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ຄວນຈະຢອມຮັບແດ່ເດີ ໃນໂລກນີ້ຂະເຈົ້າບໍ່ໄດ້ແຍກເພດ..ຄົນທັ້ງໂລກມີສອງປະເພດເທ່ານັ້ນຄື..ດີກັບຊົ່ວ

ທອມລາວຮັກດີ້ໄທ

໗ ກະທູ້
໙໗ ໂພສ
ນັກການກະທູ້
ເວົ້າຈາກໃຈຄືກັນ ຂ້ອຍວ່າເຈົ້າຍອມຮັບຕົວເອງໃຫ້ໄດ້ກ່ອນ, ຫາຄຳຕອບໃຫ້ຕົວເອງໄດ້ຈະແຈ້ງກ່ອນແລ້ວຈຶ່ງຄ່ອຍມາຖາມຄົນອື່ນດີກວ່າ
ເຈົ້າເປັນຄົນຖາມ ແຕ່ພໍມີຄົນຕອບ ເຈົ້າກັບບໍ່ພໍໃຈ ເວົ້າວ່າເຂົາເຈົ້າເປັນຄົນແບບນັ້ນແບບນີ້ ທັ້ງໆທີ່ເຂົາຍັງບໍ່ໄດ້ເວົ້າອິຫຍັງໃຫ້ແບບທີ່ເຈົ້າຄິດເລີຍ ແບບນີ້ກໍ່ເປັນຢ່າງທີ່ເຈົ້າເປັນຕໍ່ໄປ ຊີວິດໃຜຊີວິດມັນ ຂ້ອຍບໍ່ໜ້າເຂົ້າມາຕອບແຕ່ທຳອິດເລີຍ


໒ ກະທູ້
໒໒໑ ໂພສ
ນັກການກະທູ້
ເປັນຫຍັງກະເປັນ!ແຕ່ຂໍໃຫ້ເປັນຄົນດີຂອງສັງຄົມກໍພໍ...


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ຕອບ ທອມ, ດີ້, ກະເທຍ, ເກ ຄັນໃຜເປັນມັນກະບໍ່ຜິດດອກ ແຕ່ຜູ້ທີ່ຜິດກໍ່ຄືຜູ້ທີ່ບໍ່ຍອມຮັບເຂົາເຈົ້າຫັນແລະ ຂ້ອຍຄິດວ່າຄັນເຂົາເຈົ້າເລືອກໄດ້ກໍ່ຄົງບໍ່ຢາກເປັນດອກ ແມ່ນໃຜກໍ່ຢາກເປັນໃນສິ່ງທີ່ສັງຄົມ ຍອມຮັບ, ຍົກຍ້ອງທັ້ງນັ້ນ ແຕ່ໃນເມື່ອມັນເປັນໄປແລ້ວກໍ່ຍາກທີ່ຈະປ່ຽນແປງ ປ່ຽນໃຈຄົນມັນຍາກ ປ່ຽນໃຈຕົນເອງຍັງຍາກແສນຍາກ ປ່ຽນໃຈຄົນອື່ນແຮ່ງຍາກຍິ່ງກ່ວາ ບໍ່ສ້າງຄວາມເດືອດຮ້ອນໃຫ້ສັງສົມກໍ່ໂອເຄແລ້ວ ເປັນແນວໃດກໍ່ເປັນ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນເລືອກໄດ້ກະຢາກເກີດເປັນລູກເປັນຫລານຄົນລວຍໆມີພຽບພ້ອມທຸກຢ່າງຫັ້ນແລະເນາະໂລກນີ້ມີໃຜແດ່ບໍ່ຢາກສະບາຍ?


໒ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ຄົນເຮົາທຸກຄົນເລືອກເກີດບໍ່ໄດ້;ແຕ່ເກີດມາຜິດເພດແລ້ວກໍເຮັດຈັ່ງໃດໄດ້ ພວກເຮົາກໍຍອມຮັບ ເພາະມັນເປັນທຳມະຊາດ ຂໍແຕ່ໃຊ້ຊີວິດໃນສັງຄົມແບບ
ເຄົາລົບສິດຊຶ່ງກັນແລະກັນຕາມທຳມະຊາດຂອງໃຜລາວ.ອັນທີ່ເປັນຕາຊັງມັນກໍມີບັນຫາຢູ່ບ່ອນວ່າ:ຄັນເຮົາມີແຟນງາມໆພວກທັອມເພິ່ນມັກມາຂວາງ;ຄັນເຜີໆ
ພວກກະເທີຍມັກມາລ່ວງຂອງລັບເຮົາ ອັນນີ້ແມ່ນຮັບບໍ່ໄດ້ແທ້ໆ.


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້


໖ ກະທູ້
໑໕໕ ໂພສ
ນັກການກະທູ້
Ka br dai phid y


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>