ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » สมเด็จพระเทพของไทย เสด็จร่วมงานปีใหม่ลาว ประจำปี2556นี้

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ napa ຂຽນວ່າ...



ເປັນຫຍັງຕ້ອງໃຫ້ລາວຢູ່ທາງເທິງແລ້ວຄົນລາວຕ້ອງຢູ່ທາງລຸ່ມ ໃນເມື່ອລາວມາຢູ່ແຜ່ນດິນລາວທຸກຢ່າງຕ້ອງເປັນແຂກບ້ານເມືອງທົ່ວໆໄປ ເປັນຫຍັງຕ້ອງເຮັດຄືວ່າລາວເປັນນາຍຄົນລາວ ຢູ່ລາວເປັນລະບອບປະຊາທິປະໄຕ ບໍ່ແມ່ນລາຊາທິປະໄຕ ໃນການເຮັດພິທີບາສີສູ່ຂັວນ ໝໍພອນແລະເຖົ້າແກ່ອາວຸໂສ ຕ້ອງນັ່ງທາງເທິງ ຜູ້ທີ່ຮັບພິທີຕ້ອງຢູ່ທາງລຸ່ມ ສຳຫລັບຂ້ອຍຖ້າໃຜມາບ້ານຂ້ອຍບໍ່ວ່າຈະມີຍົດຖາບັນນາສັກມາແຕ່ໃສກໍ່ ຢ່າ ພໍກ້າວເຂົ້າມາຫຍຽບບໍລິເວນບ້ານຂ້ອຍກໍ່ຄືແຂກທຳມະດາທົ່ວໆໄປ ບໍ່ໄດ້ວິເສດວິໂສອິຫຍັງດອກ ແຕ່ເຮັດແບບນີ້ ມັນດູຖູກກຽດສັກສີຂອງຄົນລາວໝົດ ທັ້ງໆທີ່ລາວເປັນຜູ້ຍິງແທ້ໆ ຍັງໃຫ້ຜູ້ຊາຍແລະເຖົ້າແກ່ອາວຸໂສຢູ່ທາງລຸ່ມ

ປລ.ຂ້ອຍບໍ່ໄດ້ອະຄະຕິຍຶດຕິດຢູ່ກັບປະຫວັດສາດດອກ ແຕ່ຂ້ອຍບໍ່ມັກທີ່ຄົນໄທໃນປັດຈຸບັນຫລາຍໆຄົນມັນມັກດູຖູກຄົນລາວຄືກັບເຮົາເປັນຂໍທານນີ້ແຫລະ ບໍເຊື່ອຫາເບິ່ງໃນເວັບໄຊທ໌ຕ່າງໆໄດ້ເລີຍ ເອ໊ະອ໊ະອິຫຍັງກໍ່ວ່າ ລາວໆໆໆໆ ເປັນລາວແລ້ວໜັກຫົວພໍ່ພວກມຶງບໍ.


ກະຍ້ອນວ່າຕອນນີ້ສະຖານທູດລາວມີຖານະຢູ່ພື້ນແຜ່ນດິນໄທ ແຕ່ຖ້າລາວມາຢຽບປະເທດລາວມື້ໃດລາວກະມີສິດເທົ່າທຽມກັບປະຊາຊົນທຳມະດາຫັ້ນແລະ


ແມ່ນຄວາມເຈົ້າແລ້ວອ້າຍທີເອີຍ! ມັນຕ້ອງເບິ່ງກາລະເທສະ ແລະເຫດຜົນ ຖ້າພິທີທາງການເພິ່ນຈະໃຫ້ແຂກຢູ່ເບື້ອງຂວາເປັນການຍົກສູງແຂກ

ຄົນເຮົາການອ່ອນໜ້ອມຖອມຕົວໃຫ້ກຽດຄົນອື່ນ ຮູ້ຈັກສຳມາຄາລະວະ ຍັງໃຊ້ໄດ້ທຸກຍຸກທຸກສະໄໝ ບໍ່ວ່າຈະສັງຄົມໃດ ລະອບໃດ ເຂົາກໍ່ທຳກັນໝົດ ແລະບໍ່ມີຄຳວ່າຕົກຍຸກ

ການໃຫ້ກຽດຄົນອື່ນດ້ວຍຄວາມຈິງໃຈບໍ່ໝາຍຄວາມວ່າເຮົາເປັນລູກນ້ອງເຂົາ ຖ້າເຮົາໃຫ້ກຽດຄົນອື່ນ ຄົນອື່ນກໍ່ຈະໃຫ້ກຽດເຮົາ ແລະຕ້ອງຄິດເບິ່ງວ່າເຮົາໄປເຮືອນຄົນອື່ນ ໄດ້ຖືກການຕ້ອນຮັບແບບບໍ່ໃທຫ້ກຽດເຮົາ ເຮົາຈະຮູ້ສຶກແນວໃດ

"ກິລິຍາບອກຊາດ ມາລະບາດບໍຕະກຸນ"
ຄຳນີ້ຖືກໄດອ້າຍທີເນາະ!




໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ napa ຂຽນວ່າ...



ເປັນຫຍັງຕ້ອງໃຫ້ລາວຢູ່ທາງເທິງແລ້ວຄົນລາວຕ້ອງຢູ່ທາງລຸ່ມ ໃນເມື່ອລາວມາຢູ່ແຜ່ນດິນລາວທຸກຢ່າງຕ້ອງເປັນແຂກບ້ານເມືອງທົ່ວໆໄປ ເປັນຫຍັງຕ້ອງເຮັດຄືວ່າລາວເປັນນາຍຄົນລາວ ຢູ່ລາວເປັນລະບອບປະຊາທິປະໄຕ ບໍ່ແມ່ນລາຊາທິປະໄຕ ໃນການເຮັດພິທີບາສີສູ່ຂັວນ ໝໍພອນແລະເຖົ້າແກ່ອາວຸໂສ ຕ້ອງນັ່ງທາງເທິງ ຜູ້ທີ່ຮັບພິທີຕ້ອງຢູ່ທາງລຸ່ມ ສຳຫລັບຂ້ອຍຖ້າໃຜມາບ້ານຂ້ອຍບໍ່ວ່າຈະມີຍົດຖາບັນນາສັກມາແຕ່ໃສກໍ່ ຢ່າ ພໍກ້າວເຂົ້າມາຫຍຽບບໍລິເວນບ້ານຂ້ອຍກໍ່ຄືແຂກທຳມະດາທົ່ວໆໄປ ບໍ່ໄດ້ວິເສດວິໂສອິຫຍັງດອກ ແຕ່ເຮັດແບບນີ້ ມັນດູຖູກກຽດສັກສີຂອງຄົນລາວໝົດ ທັ້ງໆທີ່ລາວເປັນຜູ້ຍິງແທ້ໆ ຍັງໃຫ້ຜູ້ຊາຍແລະເຖົ້າແກ່ອາວຸໂສຢູ່ທາງລຸ່ມ

ປລ.ຂ້ອຍບໍ່ໄດ້ອະຄະຕິຍຶດຕິດຢູ່ກັບປະຫວັດສາດດອກ ແຕ່ຂ້ອຍບໍ່ມັກທີ່ຄົນໄທໃນປັດຈຸບັນຫລາຍໆຄົນມັນມັກດູຖູກຄົນລາວຄືກັບເຮົາເປັນຂໍທານນີ້ແຫລະ ບໍເຊື່ອຫາເບິ່ງໃນເວັບໄຊທ໌ຕ່າງໆໄດ້ເລີຍ ເອ໊ະອ໊ະອິຫຍັງກໍ່ວ່າ ລາວໆໆໆໆ ເປັນລາວແລ້ວໜັກຫົວພໍ່ພວກມຶງບໍ.




ໃຈເຢັນໆ ຈານ ການໃຫ້ກຽດແຂກ ແຂກເມືອງ ເປັນສິ່ງທີດີ ດຽວໄປໃຫ້ເພີ່ນນັ່ງຸລຸ່ມກະຊິມີຄົນມາເວົ້າອີກ ຂ້ອຍວ່າໃຫ້ເພີ່ນນັ່ງສໍ່ານີ້ຄົນລາວເຮົາ
ກໍ່ບໍ່ວ່າຫຍັງດອກ ຊໍ້າບໍ່ຫນໍາຍັງຖືກໃຈຄົນໄທ ເຮັດໃຫ້ຄວາມສຳພັນແຫນ້ນແຟ້ນຂື້ນຕື່ມ ອັນນັ້ນເປັນສິ່ງທີ່ດີສຳລັບປະເທດເຮົາ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ຫ່າໆໆໆ ຍັງບໍ່ຈົບ ໃນສະຖານທູດລາວທີ່ໄທ ໃນບໍລິເວນສະຖານທູດນັ້ນປຽບສະເໝືອນແຜ່ນດິນລາວ ເພາະມີພຽງບ່ອນດຽວເທົ່ານັ້ນທີ່ລາວສາມາດເອົາທຸງຊາດລາວຂຶ້ນເທິງເສົາທຸງໄດ້ໃນພື້ນທີ່ທີ່ບໍ່ແມ່ນເຂດແດນຂອງລາວໂດຍຖືກຕ້ອງຕາມກົດໝາຍ ທີ່ທົ່ວໂລກຍອມຮັບແບບດຽວກັນໝົດ ຄືກັບຈ່າງປະເທດທີ່ມີສະຖານທູດຫລືກົງສູນຢູ່ລາວ ຈາມກົດໝາຍຂະຖືວ່າທີ່ດິນໃນບໍລິເວນນັ້ນເປັນແຜ່ນດິນຂອງປະເທດນັ້ນໆ ຖ້າໃຜຍັງຂ້ອງຄາໃຈໃຫ້ໄປຫາອ່ານກົດໝາຍຫລືຖາມອາຈານທີ່ເກັ່ງກົດໝາຍຄືນເບິ່ງວ່າ ໃນບໍລິເວນສະຖານທູດນັ້ນຄືແຜ່ນດິນຂອງປະເທດນັ້ນໆຫລືບໍ່ ເຖິງວ່າບໍ່ໄດ້ນອນຢູ່ໃນເຂດແດນຂອງປະເທດທີ່ມີສະຖານທູດຢູ່ກໍ່ຕາມ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ຂ້ອຍສົງໃສວ່າຄົນທີ່ຊື່ ຂຸນລູ ( khonlu ) ກັບ ອານູ ( anu99 ) ເພາະເບິ່ງຈາກລັກຊະນະການການຂຽນແລ້ວມັນລົງທ້າຍ ຍະຫວ່າງ ແລະ ໃຊ້ຄຳເວົ້າຄ້າຍໆຄືກັນ ແຕ່ຄົນທີ່ໃຊ້ຊື່ຂຸນລູລົບຕົວເອງອອກໄປແລ້ວ ເພາະຕອນນັ້ນໄປຜິດກັບຫລາຍຄົນໂພດ ໂດຍທີ່ອ້າງແບບດຽວກັນນີ້ແຫລະ ຕໍ່ຕ້ານລັດຖະບານ ມັກເວົ້າໃຫ້ຄົນອື່ນວ່າ ໂງ່ແລ້ວອວດສະຫລາດ ຄືກັນເລີຍ ມີຍ້ຳຄຳລັງທ້າຍດ້ວຍເຄື່ອງໝາຍ ! ຕະຫລອດເວລາທີ່ຖຽງກັບຄົນອື່ນ ຖ້າບໍ່ແມ່ນຄົນໆດຽວກັນ ການຂຽນຈະບໍ່ບັງເອີນຄືກັນທຸກຄອມເມັ້ນແບບນີ້ດອກ ເພາະວ່າຖ້າເປັນຄົນໆດຽວກັນມັນຈະລຶ້ງເຄີຍທີ່ເຮັດທຸກມື້ເວລາປ່ຽນ ຍູເຊີໃຊ້ກໍ່ເລີຍຂຽນອອກມາໃນຮູບແບບດຽວກັນເພາະມັນເຄີຍຕົວ

ອັນນີ້ຂ້ອຍເດົາຈາກຮູບແບບການຂຽນ ຖ້າບໍ່ແມ່ນຄົນດຽວກັນກໍ່ແລ້ວໄປ


໓ ກະທູ້
໑໖໘ ໂພສ
ນັກການກະທູ້
ຂ້ອຍຮັກພະເທບ,


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າໃຈວ່າສະຖານທູດລາວຢູ່ໄທກະຄືແຜ່ນດິນລາວ ເພາະສະຖານທູດປະຈຳແຕ່ລະປະເທດແມ່ນມີການແລກປ່ຽນພື້ນທີ່ດິນເພື່ອປຸກສ້າງສະຖານທູດ ແຕ່ກະບໍ່ແມ່ນວ່າເຮົາຈະເຮັດຫຍັງກໍ່ໄດ້ຕາມລຳພັງໃຈທີ່ນອກເໜືອຈາກກົດໝາຍບ້ານເຂົາ ເຖິງແນວໃດຖານະເຮົາຕອນນີ້ກະຄືຜູ້ອາໄສ ແລະສະຖານທູດຕ່າງໆທີ່ມາປະຈຳຢູ່ບ້ານເຮົາຂະເຈົ້າກະຄືຜູ້ອາໄສ ບໍ່ແມ່ນເຂົາຈະເຮັດຕາມລຳພັງໃຈ ເພາະແຕ່ລະປະເທດມັນມີກົດໝາຍບໍ່ຄືກັນ ຄືໄທເຂົາຈະຍົກສູງ
ຊາດ, ສາດສະໜາ ແລະພະມະຫາກະສັດ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້


ຍາພໍ່ວ່າ: ຄຳສອນບູຮານເພິ່ນວ່າ ຢ່າເຫັນຂີ້ ດີກວ່າໄສ້ ໂຍມເອີຍ
ບັກກໍ່າ:
ບັກກໍ່າທັງຈຸງຄວາຍທັງຄິດ ໄປນຳ ອອອອອອໍ ແມ່ນໃດເນາະ ຈັກໜ້ອຍໄສຂາດ ຕາຍໃດ


໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ຄວາມຈິງແລ້ວຫລາຍໆໂຄງການຊ່ວຍເຫລືອທີ່ເປັນຊັບສິນສ່ວນພະອົງເອງໃຫ້ປະຊາຊົນລາວ
ແຕ່ມັນເປັນຍ້ອນການປົກຄອງ ເພາະການປົກຄອງອົບຮົມບົ່ມສອນໃຫ້ລູກຫລານຊັງກັນ ແຕ່ກັບຫວຽດຂີ້ເໝັນກະຍ້ອງວ່າຫອມ
ຄົນລາວເວົ້າພາສາຫວຽດນຳນາຍຫວຽດພາກັນຍ້ອງວ່າເກັ່ງຮັກຊາດ, ພໍໄປເວົ້າພາສາໄທພັດວ່າຕໍ່ແຫລ ດັດຈະລິດ ລືມຊາດ ນີ້ແລະຄືສັງຄົມເຮົາເປັນຢູ່ທຸກມື້ນີ້


ການປົກຄອງບໍ່ແມ່ນບັນຫາ ສຳຄັນຄືປະຫວັດສາດທີ່ຜ່ານມາ **ຈະໄປຫນ້າໃຫ້ແນມຫລັງ**


ແຕ່ເລື່ອງເກົ່າເອົາມາເລົ່າມັນກະຜິດກັນໄປຊື່ໆ ລະຊິເອົາມາເລົ່າໃໝ່ເພື່ອຫຍັງ?


ພາສາລາວ ກັບ ພາສາໄທ ເວົ້າເຂົ້າໃຈຢູ່ແລ້ວບໍ່ຈຳເປັນ ຕ້ອງຮຽນ ແລະບໍ່ຈຳເປັນຕ້ອງມີນາຍແປພາສາຄືດັ່ງເຮົາຮູ້ມາ. ແຕ່ພາສາຫວຽດນາມ ຫລືພາສາປະເທດອື່ນໆ ຕ້ອງ ໄດ້ຮຽນເພາະ ບໍ່ໄດ້ຮຽນກໍ່ເວົ້າບໍ່ເຂົ້າໃຈ.


໒໕ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ແມ່ນແລ້ວ... ປະຫວັດສາດເປັນອະດີດ... ສີ່ງສໍາຄັນຄືປະຈຸບັນ ແລະ ອະນາຄົດ. ຄັນເຮົາມາຄິດແຕ່ອະດີດ ມັນກະມາປີດຄວາມຮູ້ສຶກຂອງເຮົາໄວ້ ເຮັດໃຫ້ເຮົາຈໍາແນກບໍ່ອອກວ່າອັນໃດຖືກ ອັນໃດຜີດ.


ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ຄວາມຈິງແລ້ວຫລາຍໆໂຄງການຊ່ວຍເຫລືອທີ່ເປັນຊັບສິນສ່ວນພະອົງເອງໃຫ້ປະຊາຊົນລາວ
ແຕ່ມັນເປັນຍ້ອນການປົກຄອງ ເພາະການປົກຄອງອົບຮົມບົ່ມສອນໃຫ້ລູກຫລານຊັງກັນ ແຕ່ກັບຫວຽດຂີ້ເໝັນກະຍ້ອງວ່າຫອມ
ຄົນລາວເວົ້າພາສາຫວຽດນຳນາຍຫວຽດພາກັນຍ້ອງວ່າເກັ່ງຮັກຊາດ, ພໍໄປເວົ້າພາສາໄທພັດວ່າຕໍ່ແຫລ ດັດຈະລິດ ລືມຊາດ ນີ້ແລະຄືສັງຄົມເຮົາເປັນຢູ່ທຸກມື້ນີ້


ການປົກຄອງບໍ່ແມ່ນບັນຫາ ສຳຄັນຄືປະຫວັດສາດທີ່ຜ່ານມາ **ຈະໄປຫນ້າໃຫ້ແນມຫລັງ**


ແຕ່ເລື່ອງເກົ່າເອົາມາເລົ່າມັນກະຜິດກັນໄປຊື່ໆ ລະຊິເອົາມາເລົ່າໃໝ່ເພື່ອຫຍັງ?



໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ມີແຕ່ຄົນທີ່ມີຈິດໃຈອະຄະຄັບແຄບໄຮ້ເຊິ່ງຄວາມຮູ້ ແລະຂາດຄວາມອົບອຸ່ນເທົ້ານັ້ນທີ່ຍຶດຕິເລື່ອງລາວໃນອາດິດ ແລະຫັວງແກ້ແຄ້ນຢູ່ຢ່າງບໍ່ມີວັນຈົບສີ້ນ ແລະບໍ່ມີສາສະໜາໃດທີ່ສອນໃຫ້ຄົນເປັນແບບນີ້ ຕົວຢ່າງ "ສຳຫລັບຂ້ອຍຖ້າໃຜມາບ້ານຂ້ອຍບໍ່ວ່າຈະມີຍົດຖາບັນນາສັກມາແຕ່ໃສກໍ່ ຢ່າ ພໍກ້າວເຂົ້າມາຫຍຽບບໍລິເວນບ້ານຂ້ອຍກໍ່ຄືແຂກທຳມະດາທົ່ວໆໄປ ບໍ່ໄດ້ວິເສດວິໂສອິຫຍັງດອກ ແຕ່ເຮັດແບບນີ້ ມັນດູຖູກກຽດສັກສີຂອງຄົນລາວໝົດ ທັ້ງໆທີ່ລາວເປັນຜູ້ຍິງແທ້ໆ"

ຄວາມເຂົ້າໃຈເລື່ອງລາວໃນອາດີດລະຫວ່າງລາວໄທຕ່າງກໍ່ມີເຫດຜົນຂອງໃຜມັນ ການທີ່ຈະຫາຂໍ້ສະຫຼຸບວ່າໃຜຖືກໃຜຜິດຍິ່ງກໍ່ໃຫ້ເກີດຂໍ້ຂັດແຍ່ງເຊິ່ງບໍ່ໜ້າຈະເກີດຜົນດີໃນທາງສ້າງສັນແຕ່ປະການໃດ

ຢ່າງໃດກໍ່ຕາມປະວັດສາດ ແລະເລື່ອງລາວໃນອາດີດຈະມີຄຸນປະໂຫຽດຢ່າງຍິ່ງຫາກນຳມາໃຊ້ໃນທາງສ້າງສັນເຊັ່ນ: ຮຽນຮູ້ຈາກຄວາມຜິດພາດໃນອາດີດຫຼີກລຽງການເວົ້າເຖິງເລື່ອງເກົ່າເລື່ອງຫຼັງ(ນຸ່ງເຄື່ອງລາຍໝາເຫົ່າ ເວົ້າຄວາມເກົ່າຜິດກັນ)ທີ່ຈະນຳໄປສູ່ຄວາມຂັດແຍ່ງ ສົ່ງເສີມໃນສິ່ງທີ່ດີທີ່ເຄີຍມີໃຫ້ແກ່ກັນ ແລະກັນ ພ້ອມກັນກ້າວເດີນໄປຂ້າງໜ້າສູ້ຄວາມຈະເລີນຮຸ່ງເຮືອງຕາມຄວາມມຸ່ງຫວັງຂອງພີ່ນ້ອງທັງສອງຊາດ ດີກ່ວາຈ້ອງເອົາແຕ່ຄວາມຜິດກັນກັນດັ່ງທີ່ບາງຄົນກຳລັງເປັນຢູ່!


໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ລາວ-ໄທ ບໍ່ແມ່ນອ້າຍນ້ອງກັນ ແຕ່ແມ່ນໝູ່ເພື່ອນມິດສະຫາຍທີ່ ຕ້ອງເພິ່ງພາອາໄສເຊິ່ງກັນ ແລະ ກັນ ຮ່ວມກັນເດີນຮ່ວມກັນກ້າວໜ້າ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ຖ້າໃຜຢາກເບິ່ງ ວິດີໂອ ງານດັ່ງກ່າວ:
Youtube


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລີ້​ງດີ ອິອິອິ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາລາວຄັນບໍ່ໄດ້ຟ້ອນລຳວົງຊໍ່າກັບບໍ່ໄດ້ມາແລະເນາະ


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>