ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຄຳຄົມ, ແງ່ຄິດ ຈາກແຫຼ່ງຕ່າງໆ

໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ມື້ນີ້ ຈຂກທ ຈະຂໍເອົາຄຳຄົມທີ່ໜ້າສົນໃຈທີ່ມີຄວາມໝາຍມາດໂພສທ໌ໃຫ້ອ່ານກັນຫຼິ້ນນໍ

ຈາກ The dark knight
ຜູ້ເວົ້າ: Alfred
ວ່າ:
"Some men arent't looking for anything logical, like money.
They can't be bought, bullied, reasoned or negotiated wiht.
Some men just wana watch the world burn."
ແປລາວ:
"ຄົນບາງຄົນບໍ່ຕ້ອງການສິ່ງທີ່ມີເຫດຜົນເຊັ່ນ ເງິນ, ຄຳ
ຄົນທີ່ບໍ່ອາດຊື້, ບີບຄັ້ນ, ເວົ້າ ຫຼື ຕໍ່ລອງນຳໄດ້
ຄົນບາງຄົນພຽງຕ້ອງການເຫັນໂລກລຸກເປັນໄຟ"

ຈາກ The dark knight
ຜູ້ເວົ້າ: Joker
ເວົ້້າວ່າ:
"The only sensible way to live is without rules."
ແປລາວ: "ວິທີການມີຊີວິດໃນໂລກນີ້ແມ່ນການບໍ່ມີກົດ"

ຜູ້ເວົ້າ: Sir isaac newton (ໃຜບໍ່ຈັກລາວກຽມຕົກຟິສິກ)
ເວົ້າວ່າ:
''If i have seen further it is by standing on the shoulders of giants.''
ແປລາວ: "ຖ້າຂ້ອຍສາມາດແນມໄດ້ໄກ ນັ້ນກໍເພາະວ່າ ຂ້ອຍຢືນຢູ່ໄຫຼຍັກ"
ລອງແປກັນເບິ່ງເດີຮູ້ສຶກວ່າຈະໃຫ້ແງ່ຄິດໄດ້ດີ

ໃຜມີຄຳໃດ໋ຄັກໆເທ້ໆກະລອງມາໂພສທ໌ໃຫ້ເບິ່ງນຳກັນແນ່ເດີ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ


不管白猫黑猫,会抓老鼠就是好猫
"ບໍ່ວ່າແມວຂາວຫຼືແມວດຳ, ຂໍພຽງຈັບໜູໄດ້ກໍ່ຄືແມວທີ່ດີ"


解放思想,实事求是
"ປົດປ່ອຍຄວາມຄິດ, ຍຶດຕິຄວາມຈິງ"

尊重知识,尊重人才
"ເຄົາລົບຄວາມຮູ້, ເຄົາລົບຄວາມສາມາດຂອງບຸກຄົນ"


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...


不管白猫黑猫,会抓老鼠就是好猫
"ບໍ່ວ່າແມວຂາວຫຼືແມວດຳ, ຂໍພຽງຈັບໜູໄດ້ກໍ່ຄືແມວທີ່ດີ"


解放思想,实事求是
"ປົດປ່ອຍຄວາມຄິດ, ຍຶດຕິຄວາມຈິງ"

尊重知识,尊重人才
"ເຄົາລົບຄວາມຮູ້, ເຄົາລົບຄວາມສາມາດຂອງບຸກຄົນ"


ໂອວ໌! ໄດ້ສາລະດີ ແຕ່ວ່າລາວຜູ້ນີ້ແມ່ນໃຜນໍ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳຄົມຂອງຂ້ອຍເອງ:
1.ບ່ອນໃດມີກິເລດຕັນຫາ ບ່ອນນັ້ນມີຄວາມທຸກ ກິເລດຫລາຍແຮ່ງທຸກຫລາຍ
2.ຄວາມໝາຍຂອງການເປັນຄົນກໍ່ຄືການມີຊີວິດແລະສຸຂະພາບທີ່ດີ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ darksider ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...


不管白猫黑猫,会抓老鼠就是好猫
"ບໍ່ວ່າແມວຂາວຫຼືແມວດຳ, ຂໍພຽງຈັບໜູໄດ້ກໍ່ຄືແມວທີ່ດີ"


解放思想,实事求是
"ປົດປ່ອຍຄວາມຄິດ, ຍຶດຕິຄວາມຈິງ"

尊重知识,尊重人才
"ເຄົາລົບຄວາມຮູ້, ເຄົາລົບຄວາມສາມາດຂອງບຸກຄົນ"


ໂອວ໌! ໄດ້ສາລະດີ ແຕ່ວ່າລາວຜູ້ນີ້ແມ່ນໃຜນໍ


ຄົນຈີນທຸກໄວ ຕ່າງກໍ່ເວົ້າເປັນສຽງດຽວກັນວ່າ "ທ່ານ ເຕີ້ງສຽວຜິງ" ເປັນຜູນຳທີ່ໜ້ານັບຖື ແລະຍົກຍ້ອງ.
ຄວາມຈິງກໍ່ເປັນເຊັ່ນນັ້ນແທ້ ຈີນຈະເລີນກ້າວໜ້າມາເຖິງທຸກວັນນີ້ກໍ່ຍ້ອນທິດສະດີຂອງທ່ານເຕີ້ງສຽວຜິງນີ້ແຫຼະ!

ນີ້ຄືທ່ານເຕີ້ງສຽວຜິງ ອາດິດຜູນຳສູງສຸດຂອງຈີນ ຕໍ່ຈາກປະທານເໝົາເຈີຕົງ!


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...


ໂອະ ເພຈນີ້ຕິດຕາມໃນເຟສບຸກຢູ່ ມັກໆ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຜູ້ນຳປະເທດເປັນພຽງຜູ້ຊີ້ທິດເຍືອງທາງໃຫ້.ໃນດ້ານການພັດທະປະເທດຊາດ.ປະເທດຊາດຈະໆເລີນຮູ້ງເຮືອງໄດກໍ່ຍ້ອນ.ການຮ່ວມມືຂອງ
ທຸກໆຟ່າຍ.ເວົ້າງ່າຍໆກະຄືຄວາມສາມັກຄີເປັນອັນນື່ງອັນດຽວກັນຂອງປະຊາຊົນທັງຊາດ.ແລະ ມາເວົ້າເຖີງປະເທດຈີນເປັນຫຍັງ ຈີນຄືພັດທະນາໄວ້ແທ້.
ບັນຫາທີ່ໜື່ງ ຈີນເປັນຊາດທີ່ມີປະຫວັດສາດມາຍາວນານຕັ້ງຫຼາຍພັນປີ ແລະ ຈີນກະປົດປ່ອຍມາໄດ້ເກືອບຮອດຮ້ອຍປີແລ້ວ ແລະ ກະບໍ່ໄດ້ຖືກສົງຄາມທໍາລາຍລ້າງ.ຖືກທຳລາຍ ກະສ່ວນໃດສວ່ນນື່ງ .
ສ່ວນປະເທດຊາດລາວເຮົາ. ແມ່ນຕົກເປັນ ຂ້ອຍຂ້າມ້າໃຊ້ຂອງຊາດ ອື່ນມາເປັນຮ້ອຍສອງຮ້ອຍປີ.ບໍ່ມີໂອກາດສ້າງສາພັດທະນາ ປະເທດ. ສະນັ້ນມັນຈື່ງມີຜົນມາຮອດປະຈະບັນ.ແລະ ກັບໄປເວົ້າເຖີງປະເທດຈີນອີກ. ຄົນຈີນເປັນຄົນຮັກປະເທດຊາດຢ່າງແທ້ຈີງ. ບໍ່ວ່າຈະໄປ ຮຽນຢູ່ໃສ.ປະເທດໃດ ກັບມາເຂົາກໍ່ຍັງຮັກຜູ້ນຳເຂົາ ແລະ ລະບອບເຂົາຄືເກົ່າ ແລະ ກະຕັ້ງໜ້ານຳຄວາມຮູ້ມາພັດທະນາປະເທດຊາດ ຕາມແນວທາງຂອງພັກລັດ.
ດັ່ງເຊັ່ນເມືອຕອນກ່ອນປົດປ່ອຍມີທ່ານຄົນໜື່ງໄດ້ມີໂອກາດໄປສືກສາຢູ່ປະເທດອາເມລີກາ ທາງດ້ານການຂຸດເຈາະບໍ່ນຳມັນ. ທ່ານເປັນຄົນຮຽນເກັ່ງ. ພາຍຫຼັງທ່ານໄດ້ຮຽນຈົບ. ອາເມລີກາໄດ້ ໃຊ້ທຸກວີທາງເພື່ອຊື້ຈ້າງຈອບອອຍເພີ່ນບໍ່ໃຫ້ເພີ່ນກັບມາ ປະເທດຈີນ. ແຕ່ເພີ່ນກະບໍ່ໄປເອົານຳ. ເພີ່ນຈະກັບມາສ້າງສາປະເທດຈີນ. ເພີ່ນໄດ້ຊອກຫາທຸກວີທີທາງເພື່ອຈະກັບປະເທດຈີນ.ແຕ່ອາເມ ລີກາ,ກະເຮັດທຸກວີທາງເພືອບໍ່ໃຫ້ເພີ່ນໄດ້ກັບ. ຈົນເຖີງລັກລອບສັງຫານເພີ່ນ. ແຕ່ກະບໍ່ສຳເລັດ. ແຕ່ສຸດທ້າຍເພີນ ກະລຸດພົ້ນ ແລະ ອອກຈາກອາເມລີກາມາຮອດຈີນຈົນໄດ້.
ພາຍຫັງເພີ່ນກັບມາ.ເພີນກໍເລີນນຳບົດຮຽນມານຳໃຊ້ດ້ວຍການຊອກຫາບໍ່ນຳມັນ ແລະ ຄຸດຄົ້ນຢູ່ສອງປີສາມປີ ແລະ ເພີນກໍ່ໄດ້ປະ ສົບຜົນສຳເລັດໃນການຂຸດເຈາະບໍ່ນຳມັນເປັນຄັ້ງ ແລກ ຂອງ ຈີນ ພາຍໃຕັການຊີນຳຂອງພັກຄອມມຸຍນີດອິນດູຈີນ.
ແຕ່ຫັນມາ ເບີ່ງປະເທດລາວເຮົາມີຫຼາຍໆຄົນໄດ້ມີໂອກາດໄປສືກສາຢູ່ຕ່າງປະເທດມາ.ພັດບໍ່ໄດ້ນຳໃຊ້ຄວາມຮູ້ດັ່ງກ່າ
ເພືອພັດທະນາເສດຖະກິດຂອງປະເທດຊາດໃຫ້ຈະເລີນເລີຍ.ແຕ່ກົງກັນຂ້າມມີແຕ່ນຳເອົາຄວາມຮູ້ດັ່ງກ່າວມາປຸກບະດົມຊວນເຊືອ
ໃຫ້ປະຊົນກຽດຊັງລັດທີສັງຄົນມນີຍົມ,ກຽດຊັງພັກລັດທະບານ.ຍາກໃຫ້ພັກລັດທະບານປ່ຽນແປງເປັນຫຼາຍພັກຫຼາຍພວກ.ເໝືອນກັບ
ປະເທດເພື່ອນບ້ານເຮົາ.


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຂອງຄົມ ເວົ້າລວມ ເວົ້າສະເພາະ "ຄຳຄົມ"ຮູ້ຈັກໃຊ້ ເປັນຜົນດີ ຖ້າບໍ່ຮູ້ຈັກໃຊ້ ຫຼືໃຊ້ບໍ່ລະມັດລະວັງ ມັນບາດໂຕເອງ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ມີຂອງຄົມ ເວົ້າລວມ ເວົ້າສະເພາະ "ຄຳຄົມ"ຮູ້ຈັກໃຊ້ ເປັນຜົນດີ ຖ້າບໍ່ຮູ້ຈັກໃຊ້ ຫຼືໃຊ້ບໍ່ລະມັດລະວັງ ມັນບາດໂຕເອງ


ຍາກຫົວເປັນພາສາຝລັ່ງເດ...!

ຂະນາດໃຊ້ຄຳຄົມຍັງໄດ້ລະວັງ ແລະເຖິງຂັ້ນບາດຄໍ ເປັນແນວນີ້ຈະສົ່ງເສີມຄວາມຮູ້ຄວາມສາມາດຂອງມະຫາຊົນໄດ້ແນວໃດ ! ຍາກຫຼາຍບໍ່ຕ້ອງຄິດຫຍັງ ບໍ່ຕ້ອງເຮັດຫຍັງອີກ ຢູ່ໄປວັນໆດີກ່ວາ ໃຜຈະເຮັດຫຍັງກໍ່ຊ່າງ!


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ມີຂອງຄົມ ເວົ້າລວມ ເວົ້າສະເພາະ "ຄຳຄົມ"ຮູ້ຈັກໃຊ້ ເປັນຜົນດີ ຖ້າບໍ່ຮູ້ຈັກໃຊ້ ຫຼືໃຊ້ບໍ່ລະມັດລະວັງ ມັນບາດໂຕເອງ


ຍາກຫົວເປັນພາສາຝລັ່ງເດ...!

ຂະນາດໃຊ້ຄຳຄົມຍັງໄດ້ລະວັງ ແລະເຖິງຂັ້ນບາດຄໍ ເປັນແນວນີ້ຈະສົ່ງເສີມຄວາມຮູ້ຄວາມສາມາດຂອງມະຫາຊົນໄດ້ແນວໃດ ! ຍາກຫຼາຍບໍ່ຕ້ອງຄິດຫຍັງ ບໍ່ຕ້ອງເຮັດຫຍັງອີກ ຢູ່ໄປວັນໆດີກ່ວາ ໃຜຈະເຮັດຫຍັງກໍ່ຊ່າງ!



ຕາມອັດທະຍາໃສ ທ່ານ ຫົວເປັນພາສາຫຍັງ ບໍ່ຜິດກົດໝາຍ
ຊິຄິດ ບໍ່ຄິດ ກໍ່ບໍ່ຜິດກົດໝາຍ ຄົງຈະບໍ່ມີໃຜເວົ້າໃຫ້ທ່ານ ຕິເບາະ

ຮັກແພງເດີ ຄຳໃດຜິດຂໍໂທດ




໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ທຸກສີງທຸກຢ່າງຂື້ນຢູ່ກັບເຮົາເອງ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ທຳດີໄດ້ດີທຳຊົ່ວໄດ້ຊົ່ວ.ຕອນຢູໃຫ້ເຮັດແດ່ຄວາມດີ,ຕອນເຮົາໜີເພີ່ນຈື່ງຖາມຫາ.