ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຮົາລອງມາຕັ້ງຊື່ຮູບພວກນີ້ວ່າ....

໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
1. ເສຍຢ່າງໄດ້ຢ່າງ

2. ຕະປູ

3. ແບກເອົາແບກ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຮູບ1 ຖ້າເປັນແນວນັ້ນກໍ່ຄຸ່ມຄ່າເພາະໄດ້ຢ່າງເສຍຢ່າງ ແຕ່ໄລຍະຜ່ານມາລາວເຮົາມີແຕ່ເສຍບໍ່ມີໄດ້. ຈຶ່ງຂໍຕັ້ງຊື່ ຮູບນີ້ວ່າ "ແປສັບສິນເປັນທຶນ"
ແທງຄີວ!


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ຮູບ2 ຄືຊິເໝາະກັບປະໂຫຍກນີ້: ບໍ່ມີຫຍັງຄືເຫັນດີໝົດ, ບໍ່ມີຄຳເຫັນ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເດົາບໍ່ຜິດ ອາດຈະເປັນການສົມທຽບ ແກນນຳປາໃສຊວນເຊື່ອ ເຖິງຊິມີຖານນະເໜືອຜູ້ມາຟັງທຸກຢ່າງ ກໍ່ຕ້ອງແປງໃຫ້ໂຕເອງໃຫ້ຄືກັບຜູ້ ມາຟັງ ພະຍາຍາມ ປິດບັງສິ່ງທີ່ດ້ອຍຂອງໂຕເອງ ຜູ້ມາຟັງ ອາດເຊື່ອ ວ່າ ຜູ້ປາໃສຈະຄືກັບໂຕເອງໝົດທຸກຢ່າງ ແຕ່ ທີ່ຈິງແລ້ວ ຜູ້ປາໃສກັບຜູ້ມາຟັງຕ່າງກັນ ສັງເກດເບິ່ງແຕ່ຮູບ ກໍ່ບໍ່ເຫັນສ່ວນລຸ່ມ, ໂຕຈິງ ກໍ່ບໍ່ເຫັນສ່ວນລຸ່ມ(ຈຸດແຕກຕ່າງ) ສະນັ້ນ ຂໍຕັ້ງຊື່ນີ້ວ່າ:

"ຄວາມບໍ່ຈິງໃຈ " ໃຜມີຄຳເຫັນຕັ້ງແນວໃດປະກອບສ່ວນຕື່ມ