![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ເປັນຈັ່ງໄດໄດ້ອ່ານຫົວຂໍ້ ກະທູ້ແລ້ວ ມີຄວາມສົນໃຈແມ່ນບໍ? ( ຂໍໂທດທີ່ໃສ່ຄຳວ່າ ”ບັນຊີດຳ” ) ກະທູ້ສະບັບນີ້ກໍບໍມີຫຍັງຫລາຍດອກມີແຕ່ຢາກລະບາຍຄວາມໃນໃຈ ກ່ຽວກັບ ພຶດຕິກຳອັນບໍສົມມາ ສົມຄວນ ຂອງພະນັກງານສານປະຊາຊົນຢູ່ພະແນກສອບຖາມ ( ພະແນກຮັບເອກະສານ ) ທ່ານໜຶ່ງ ທີມີພຶດຕິກຳອັນບໍຈົບງາມປານໄດ ຕໍການປະຕິບັດໜ້າທີ່ວຽກງານຂອງຕົນ.( ເປັນຜູ້ຍິງ ໜ້າຕາບໍສົມບູນປານໃດ ) ເວົ້າງ່າຍໆ ຂີ້ຮ້າຍ. ເລື່ອງລາວມີຢູ່ວ່າ: ໃນຕອນບ່າຍຂອງມື້ນີ້ ວັນທີ 27.06.13 ເວລາ 14:48 ນາທີ ( ສາມໂມງຍັງສິບສອງນາທີ ) ເຊຶ່ງຂ້າພະເຈົ້າເອງໄດ້ໄປເຮັດໃບແຈ້ງໂທດ ຢູ່ທີສານ ພໍໄປຮອດກໍໄດ້ເອົາໃບຄຳຮ້ອງມາຂຽນ, ນັ່ງຂຽນໄດ້ປະມານ 3 ນາທີ ກໍໄດ້ຍິນສຽງຮ້ອງມາໃສ່ວ່າ: ອ້າຍໆເຈົ້າຊິສົ່ງມື້ນີ້ເລີຍຫວາ...ຂພຈ ກໍຕອບວ່າ ເຈົ້າ, ຫລັງຈານນັ້ນກໍນັ່ງຂຽນຕໍໄປ ເພາະຕົ້ນເອງຂຽນຂໍ້ມູນຍັງບໍທັນແລ້ວ ຂຽນຕໍໄປໄດ້ປະມານ5ນາທີ ພໍດີແລ້ວ...ກຳລັງຊິຍ່າງໄປສົ່ງ, ທາງນັ້ນປິດແວ່ນແກ້ວປ່ອງຍ້ຽມ ຮຽບຮ້ອຍ ຂພຈ ກໍຍ່າງໄປທີປ່ອງຍ້ຽມເອົາມືເຄາະ ແກ້ວ 2-3 ບາດ ເປັນເວລາ ສາມຄັ້ງ ແຕ່ກໍບໍມີຫຍັງຕອບຮັບ ຂພຈ ຍ່າງໄປທີປະຕູ ແຕ່ມີປ້າຍຂຽນບອກວ່າ ”ຫ້າມເຂົ້າ” ຂພຈ ເລີຍຍ່າງວຽນໄປ ມາຢູ່ແຖວນັ້ນ ແນມເບິ່ງໂມງຫາກໍ ສາມໂມງຍັງ ເປັນຫຍັງຄືຊິປິດໄວແທ້... ຂພຈ ຍ່າງວຽນໄປ ມາໄດ້ ປະມານ 5 ນາທີກໍເຫັນຊາຍໜຸ່ມຄົນໜຶ່ງຍ່າງລົງມາແຕ່ຊັ້ນເທິງ ຂພຈ ກໍເລີຍຖາມວ່າ ອ້າຍໆນ້ອງຂໍໂທດ ນ້ອງຂໍຖາມແດ່ ນ້ອງຢາກສົ່ງໃບຄຳຮ້ອງນີ້ ຊິເຮັດນວໄດ? ລາວກໍຕອບ ຂພຈ ວ່າ: ເດ..ສົ່ງຢູ່ພະແນກເອກະສານຫັນເດ! ຊາຍຄົນນັ້ນລຽວເບິ່ງບ່ອນສົ່ງເອກະສານ ແລ້ວຕອບກັບມາວ່າ ລາວກັບແລ້ວຕີ໊...ຂພຈ ເລີຍຕອບໄປວ່າ ລາວຢູ່ໃນຫັນແຫລະ ຫາກໍປິດວ່າງກີນີ້ແຫລະ .ຊາຍ ຄົນນັ້ນເລີຍຍ່າງໄປໄຂປະຕູເບິ່ງເຫັນ ນາງຄົນພຶດຕິກຳ ນັ່ງຫລິ້ນໂທລະສັບຢູ່ໃນຫັນເສີຍ...ຂພຈ ຍ່າງເຂົ້າໄປແລ້ວເວົ້າວ່າສົ່ງເອກະສານແດ່ ແລ້ວ ລາວກໍເບິ່ງເອກະສານ ແລ້ວເວົ້າວ່າ ມັນບໍໄດ້ເອກະສານບໍຄົບໄປຂຽນມາໃໝ່ ໃບສຳມະໂນຄົວມັນບໍຖືກ..ຂພຈ ກໍຍ່າງອອກໄປນອກພ້ອມເອກະສານ ແລ້ວໄປຈັບເອົາ ປື້ມສຳມະໂນຄົວທີ່ຕົນເອງ ກອບປີມານຳ ເອົາມາໃຫ້ລາວເບິ່ງ..ນີ້ເດມັນບໍຖືກຢູ່ບ່ອນໄດ ຂ້ອຍກໍຂຽນຕາມນີ້ ລາວເບິ່ງໜ້າຂ້ອຍພ້ອມທັງຈັບເອົາເອກະສານ ແລ້ວເວົ້າວ່າ ພ້ອມເງິນ 50.000 (ຫ້າສິບພັນກີບ) ຂພຈ ກໍຈົກໃຫ້ ແລ້ວລາວກໍບອກວ່າ ວັນ(....)ມາເອົາເດີ້ ມາແລ້ວຖາມເອົາວ່າຊື່ຫຍັງ? ຂພຈ ກໍຕອບວ່າໂດຍ ແລ້ວຍ່າງອອກມາ..ພາຍໃນໃຈຢາກຖາມເອົາບິນຈ່າຍເງິນ ແລະ ຢາກເວົ້າຕໍນາງ ອັນນັ້ນວ່າ: ເປັນຫຍັງ ພຶດຕິກຳຂອງເຈົ້າຄືຕໍ່າແທ້ເຈົ້າບໍຄວນມານັ່ງຢູ່ບ່ອນນີ້ເລີຍ..ມັນບໍສົມຄວນກັບຊາດກຳເນີດຂອງເຈົ້າຈັກໜ່ອຍເລີຍ.. .ແຕ່ກໍບໍກ້າເວົ້າຕໍໜ້າລາວເພາະຢ້ານເອກະສານຕົນເອງບໍສຳເລັດ....ໄດ້ແຕ່ກັດແຂ້ວຂີ່ລົດກັບບ້ານ...ຍ່າງເຈັບໃຈ.................. ຂໍຂອບໃຈນຳທ່ານຜູ້ທີ່ອ່ານ ແຕ່ ເສຍໃຈນຳທ່ານ ຜູ້ທີບໍໄດ້ອ່ານ ເພາະບໍຮູ້ເລື່ອງລາວ ອີຫຍັງ..!!! ![]() |
|
![]() ເຈົ້າຕ້ອງຖາມເອົາໃບບິນ ຄ່າຈ່າຍເງິນຫຼືເຈົ້າຕ້ອງເຮັດອັນໃດອັນໜຶ່ງ ຊີ້ແຈ້ງໃຫ້ລາວຮູ້ສຶກຕົວຂອງລາວເອງເຮັດບໍ່ຖືກແນວໃດແນວໜຶ່ງ ເລື່ອງເອກະສານແລ້ວຫຼືບໍ່ແລ້ວ ຫັ້ນຂ້ອອຄິດວ່າແລ້ວ ແຕ່ຊິຊ້າໜ້ອຍໜຶ່ງ, ຖ້າປະປ່ອຍໄປ ບັນຫານີ້ກໍ່ຈະໄປເກີດກັບຫຼາຍໆຄົນໃນອານາຄົດ ອາດຈະເປັນເຈົ້າຮອບ ສອງກໍ່ເປັນໄດ້. ພະນັກງານ ເຈົ້າໜ້າທີ່ ຖ້າເວົ້າຍີ້ມແຍ້ມແຈ່ມໃສ ບໍ່ຂໍຂ້ອຍກໃຫ້ ຊໍ່າ ທີ່ໃຫ້ໄດ້ ຕາມສົມຄວນ, ຖ້າ ພຶດຕິກຳບໍ່ດີ ບໍ່ຕ້ອງໃຫຈັກກີບ, ໃຫ້ຖາມເອົາບິດໂລດ ບໍ່ຕ້ອງເກງໃຈຫຼາຍ ໝົດຫັ້ນບໍ່ແມ່ນມີລາວຄົນດຽວ ![]() |
|
![]() ຫນ້າລາວບູດບໍ່ແມ່ນມື້ເຊົ້າລາວຖືກພໍ່ດ່າມາບໍ ຄືວ່າຄ່າທຳນຽມບໍ່ແມ່ນ15,000 ນີ້ບໍ |
|
![]() ບາງເທືອໄປຖືກມື້ເຂົ້າເຈົ້າມີວຽກນອກແດ່ຕີເບາະ.ຄັນວ່າທຸກໆມື້ເລີກໄວ້ແນວນັ້ນແທ້ ກະສົມຄວນປ່ຽນແປງພືດຕີກຳແນວນັ້ນ. |
|
![]() ຖ້າເປັນຈິງດັ່ງວ່າ ກໍສະແດງວ່າ ພ/ງຜູ້ນັ້ນເປັນລູກທີ່ພໍ່ແມ່ບໍ່ສັ່ງບໍ່ສອນ ແລະການຈັດຕັ້ງຢູ່ບ່ອນນັ້ນກໍ່ປ່ອຍປະລະເລີຍ ບໍ່ສຶກສາອົບຮົມ ເຮັດໄປຕາມເປັນຕາມເກີດ ເຮັດການນຳລັດແບບເກາະຫ້ອຍລອຍຕາມ ລໍແຕ່ມີໂອກາດກໍ່ໂກຍຫາຜົນປະໂຫຍດໃສ່ຕົວ ເປັນຢ່າງນີ້ມັນຮົ່ວມາແຕ່ແປ! |
|
![]() ແມ່ນຢູ່ບໍ່ ວ່າເພີ່ນເຮັດແນວນັ້ນ ຂ້ອຍໄປຍຶ່ນຕອນ 4 ໂມງປາຍເພີ່ນກະຍັງຮັບໂດຍບໍ່ມີໃບສຳມະໂນຄົວແຕ່ຢ່າງໃດເລີຍ ພຽງແຕ່ເຊັນນາຍບ້ານເທົ່ານັ້ນ ອັນທີ່ຈິງແລ້ວ ເອກະສານຕ້ອງໄດ້ເຊັນຫ້ອງການບ້ານເສຍກ່ອນ ຫຼື ມີໃບຢັ້ງຢືນທີ່ຢູ່ຕິດຂັດນຳກໍໍ່ໄດ້ແລ້ວ ຄ່າເອກະສານ 5000ກິບ ຄ່າເຮັດໃບແຈ້ງໂທດ 10,000ກິບຕໍ່ໃບ ບໍ່ຮູ້ວ່າເຈົ້າຄືມາຈ່າຍຮອດ 50,000ພຸ້ນນາ ເລື່ອງນີ້ບໍ່ວ່າແຕ່ເພີ່ນດອກ ຄົນໄປເອົາກໍ່ບໍ່ມີລະບຽບ ເວລາເຂົ້າໄປເອົາຢ່າງໜ້ອຍກໍ່ຕ້ອງຮູ້ວ່າເພີ່ນມາກ່ອນມາລຸນ ອັນນີ້ບໍ່ຈັກອີ່ຫຍັງ ແຫ້ຍຕັດໜ້າຄົນອຶື່ນທີ່ມາກ່ອນ ອັນນີ້ທຸກຄົນຄວນມີການປ່ຽນແປງ ບໍ່ວ່າຢູ່ໃສກໍ່ຕາມ |
|
![]() ເລື່ອງແບບນີ້ຫາຢູ່ໃສ່ກະມີໃນສັງຄົມຂອງເຮົາ, ເຂົາວ່າ: ເຮັດຫຍັງກິນນຳອັນນັ້ນ ຮູເປັນຕານ່າຍ |
|
![]() ນີ້ແຫລະການບໍລິການຂອງຄົນລາວ ຢາກໄດ້ແຕ່ເງິນ ເຮັດວຽກບໍ່ສົມຈິງ ບໍ່ເອົາໃຈໃສ່ ບໍ່ຮັກໃນວຽກງານຕົນ ເຮັດວຽກເອົາແຕ່ເງິນ ເງິນເດືອນອອກກໍ່ໄປຊຸມແຊວກິນເບຍ ຮາໆ ປານນັ້ນວ່າຄົນລາວໂອບອ້ອມອາລີ ມີຢູ່ໃສໃນຊີວິດຈິງ ນອກຈາກພີ່ນ້ອງເທົ່ານັ້ນ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
![]() ເລື່ອງນີ້ຢາກຊ່ວຍໃຫ້ທາງຜູ່ຫລັກຜູ່ໃຫ້ທີ່ກ່ຽວຂ້ອງ ຊ່ວຍສຳຫລວດໃຫ້ແດ່... ![]() |
|
![]() ສົງໃສແຟນບອກເລີກຕິເບາະ |
|
![]() ແພງໂພດຕີບໍ ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ zuzuki ຂຽນວ່າ... ນີ້ແຫລະການບໍລິການຂອງຄົນລາວຢາກໄດ້ແຕ່ເງິນ ເຮັດວຽກບໍ່ສົມຈິງ ບໍ່ເອົາໃຈໃສ່ ບໍ່ຮັກໃນວຽກງານຕົນ ເຮັດວຽກເອົາແຕ່ເງິນ ເງິນເດືອນອອກກໍ່ໄປຊຸມແຊວກິນເບຍ ຮາໆ ປານນັ້ນວ່າຄົນລາວໂອບອ້ອມອາລີ ມີຢູ່ໃສໃນຊີວິດຈິງ ນອກຈາກພີ່ນ້ອງເທົ່ານັ້ນ ບໍ່ແຮງໂພດຫວາ? ບໍ່ຄວນຕີຫລວດ ກວດພຽງຂະໜາດນັ້ນກະໄດ້ ປະເທດໄດກະມີຄົນແບບນີ້ຄືກັນ, ຄົນລາວ ກະມີແຕ່ຄົນຈຳນວນໜຶ່ງເທົ່ານັ້ນທີ່ປະພຶດບໍ່ດີ, ຄົນເຮັດດີປະພຶດດີເຂົາສິເສຍໃຈເດີ. |
|
![]() ອ້າງເຖິງຂໍ້ຄວາມຈາກ zuzuki ຂຽນວ່າ... ນີ້ແຫລະການບໍລິການຂອງຄົນລາວຢາກໄດ້ແຕ່ເງິນ ເຮັດວຽກບໍ່ສົມຈິງ ບໍ່ເອົາໃຈໃສ່ ບໍ່ຮັກໃນວຽກງານຕົນ ເຮັດວຽກເອົາແຕ່ເງິນ ເງິນເດືອນອອກກໍ່ໄປຊຸມແຊວກິນເບຍ ຮາໆ ປານນັ້ນວ່າຄົນລາວໂອບອ້ອມອາລີ ມີຢູ່ໃສໃນຊີວິດຈິງ ນອກຈາກພີ່ນ້ອງເທົ່ານັ້ນ ບໍ່ແຮງໂພດຫວາ? ບໍ່ຄວນຕີຫລວດ ກວດພຽງຂະໜາດນັ້ນກະໄດ້ ປະເທດໄດກະມີຄົນແບບນີ້ຄືກັນ, ຄົນລາວ ກະມີແຕ່ຄົນຈຳນວນໜຶ່ງເທົ່ານັ້ນທີ່ປະພຶດບໍ່ດີ, ຄົນເຮັດດີປະພຶດດີເຂົາສິເສຍໃຈເດີ. |
|
![]() ອ້າງເຖິງຂໍ້ຄວາມຈາກ Houaphan ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ zuzuki ຂຽນວ່າ... ນີ້ແຫລະການບໍລິການຂອງຄົນລາວຢາກໄດ້ແຕ່ເງິນ ເຮັດວຽກບໍ່ສົມຈິງ ບໍ່ເອົາໃຈໃສ່ ບໍ່ຮັກໃນວຽກງານຕົນ ເຮັດວຽກເອົາແຕ່ເງິນ ເງິນເດືອນອອກກໍ່ໄປຊຸມແຊວກິນເບຍ ຮາໆ ປານນັ້ນວ່າຄົນລາວໂອບອ້ອມອາລີ ມີຢູ່ໃສໃນຊີວິດຈິງ ນອກຈາກພີ່ນ້ອງເທົ່ານັ້ນ ບໍ່ແຮງໂພດຫວາ? ບໍ່ຄວນຕີຫລວດ ກວດພຽງຂະໜາດນັ້ນກະໄດ້ ປະເທດໄດກະມີຄົນແບບນີ້ຄືກັນ, ຄົນລາວ ກະມີແຕ່ຄົນຈຳນວນໜຶ່ງເທົ່ານັ້ນທີ່ປະພຶດບໍ່ດີ, ຄົນເຮັດດີປະພຶດດີເຂົາສິເສຍໃຈເດີ. ແມ່ນ ![]() |
|
![]() ກະເປັນກັບບາງຄົນຕີເບາະ ![]() |
|
![]() ເກັ່ງຫຼາຍ
ພັນທະຫົວໃຈ:
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ zuzuki ຂຽນວ່າ... ນີ້ແຫລະການບໍລິການຂອງຄົນລາວຢາກໄດ້ແຕ່ເງິນ ເຮັດວຽກບໍ່ສົມຈິງ ບໍ່ເອົາໃຈໃສ່ ບໍ່ຮັກໃນວຽກງານຕົນ ເຮັດວຽກເອົາແຕ່ເງິນ ເງິນເດືອນອອກກໍ່ໄປຊຸມແຊວກິນເບຍ ຮາໆ ປານນັ້ນວ່າຄົນລາວໂອບອ້ອມອາລີ ມີຢູ່ໃສໃນຊີວິດຈິງ ນອກຈາກພີ່ນ້ອງເທົ່ານັ້ນ ປຸ່ມກົດໄລຄ໌ຢູ່ໃສ!!! ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ zuzuki ຂຽນວ່າ... ນີ້ແຫລະການບໍລິການຂອງຄົນລາວຢາກໄດ້ແຕ່ເງິນ ເຮັດວຽກບໍ່ສົມຈິງ ບໍ່ເອົາໃຈໃສ່ ບໍ່ຮັກໃນວຽກງານຕົນ ເຮັດວຽກເອົາແຕ່ເງິນ ເງິນເດືອນອອກກໍ່ໄປຊຸມແຊວກິນເບຍ ຮາໆ ປານນັ້ນວ່າຄົນລາວໂອບອ້ອມອາລີ ມີຢູ່ໃສໃນຊີວິດຈິງ ນອກຈາກພີ່ນ້ອງເທົ່ານັ້ນ ເວົ້າໄດ້ດີ ແຕ່ຈະດີກວ່ານີ້ຖ້າທ່ານກ້າໄປຕຳນິພຶດຕິກຳພະນັກງານຄົນນັ້ນໃນຕົວຈິງ (ຖ້ານທ່ານຕົກໃນສະຖານະການນັ້ນ ຈະເວົ້າຄືແບບນີ້ບໍ່) ຫຼື ລອງໄປສັງເກດການຕົວຈິງ ເຮັດໄດ້ແມ່ນນັບຖືເລີຍຍຍ ![]() |
|
![]() ມີເວລາຊິໄປຈອບເບິ່ງໜ້າ ນາງ ອັນນັ້ນວ່າລາວຍັງເຮັດວຽກຢູ່ຫັນຫຼືບໍ ຂ້ອຍຍັງຈື່ໄດ້ .....ດຽວນີ້ ເອກະສານຂ້ອຍຜ່ານ ຂ້ອຍໄດ້ເຮັດວຽກແລ້ວ....ແຕ່ຍັງເຈັບໃຈຢູ່. ![]() |
|
![]() ຖ້າຫາກສຳນັກງານອົງການໃດໃຈກ້ວາງພໍ ຢາກໃຫ້ເຮັດແບບລົດບັນທຸກສິນຄ້າບາງບໍລິສັດທີ່ມີປ້າຍຂຽນວ່າ"ຖ້າຂັບລົດບໍ່ສຸພາບ ໃຫ້ໂທຫາເບີ......" ຢູ່ໜ້າສຳນັກງານ ກໍໃຫ້ມີບອັກແລະເຈັ້ຍແບບຟອມສຳລັບຮັບຄຳຕິຊົມຂອງແຂກທີ່ມາພົວພັນວຽກງານ,ຈະປ່ຽນຫຼືບໍ່ປ່ຽນຢ່າງໜ້ອຍຜູ້ມາບໍລິການ ກໍດີໃຈໄປໜ້ອຍນຶ່ງແລ້ວເພາະໄດ້ລະບາຍຄວາມອຶດອັ້ນຕັນໃຈຂອງຕົນ ແມ່ນບໍ? |
|
![]() ອ້າງເຖິງຂໍ້ຄວາມຈາກ zuzuki ຂຽນວ່າ... ນີ້ແຫລະການບໍລິການຂອງຄົນລາວຢາກໄດ້ແຕ່ເງິນ ເຮັດວຽກບໍ່ສົມຈິງ ບໍ່ເອົາໃຈໃສ່ ບໍ່ຮັກໃນວຽກງານຕົນ ເຮັດວຽກເອົາແຕ່ເງິນ ເງິນເດືອນອອກກໍ່ໄປຊຸມແຊວກິນເບຍ ຮາໆ ປານນັ້ນວ່າຄົນລາວໂອບອ້ອມອາລີ ມີຢູ່ໃສໃນຊີວິດຈິງ ນອກຈາກພີ່ນ້ອງເທົ່ານັ້ນ ເວົ້າຖືກບາງຄັ້ງຂ້ອຍກໍ່ເປັນ ຕາມສັງຄົມ |
|
![]() ສົງໃສສາວພະນັກງານຄົນນັ້ນ ລາວເອົາລະດັບການສິກສາ, ມາລາຍາດທີ່ດີ, ຂອງລາວມາໃຊ້ກັບສັງຄົມບໍ່ທັນໝົດ ຫຼືບາງເທື່ອລາວກໍ່ມີແຕ່ຊໍ່ານັ້ນ ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ amphayvanh ຂຽນວ່າ... ຖ້າຫາກສຳນັກງານອົງການໃດໃຈກ້ວາງພໍ ຢາກໃຫ້ເຮັດແບບລົດບັນທຸກສິນຄ້າບາງບໍລິສັດທີ່ມີປ້າຍຂຽນວ່າ"ຖ້າຂັບລົດບໍ່ສຸພາບ ໃຫ້ໂທຫາເບີ......"ຢູ່ໜ້າສຳນັກງານ ກໍໃຫ້ມີບອັກແລະເຈັ້ຍແບບຟອມສຳລັບຮັບຄຳຕິຊົມຂອງແຂກທີ່ມາພົວພັນວຽກງານ,ຈະປ່ຽນຫຼືບໍ່ປ່ຽນຢ່າງໜ້ອຍຜູ້ມາບໍລິການ ກໍດີໃຈໄປໜ້ອຍນຶ່ງແລ້ວເພາະໄດ້ລະບາຍຄວາມອຶດອັ້ນຕັນໃຈຂອງຕົນ ແມ່ນບໍ? ເຫັນດີນຳ..ແມ່ນຄວາມເຈົ້າ.... ![]() |
|
![]() ມາການສວຍນາຍຮ້າຍເລີຍລົງທີ່ເຈົ້າເລີຍ ອອຶອຶ |
|
![]() ສົງໃສ ບໍ່ໄດ້ດອກມາຫຼາຍປີ 555+ ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ amphayvanh ຂຽນວ່າ... ຖ້າຫາກສຳນັກງານອົງການໃດໃຈກ້ວາງພໍ ຢາກໃຫ້ເຮັດແບບລົດບັນທຸກສິນຄ້າບາງບໍລິສັດທີ່ມີປ້າຍຂຽນວ່າ"ຖ້າຂັບລົດບໍ່ສຸພາບ ໃຫ້ໂທຫາເບີ......"ຢູ່ໜ້າສຳນັກງານ ກໍໃຫ້ມີບອັກແລະເຈັ້ຍແບບຟອມສຳລັບຮັບຄຳຕິຊົມຂອງແຂກທີ່ມາພົວພັນວຽກງານ,ຈະປ່ຽນຫຼືບໍ່ປ່ຽນຢ່າງໜ້ອຍຜູ້ມາບໍລິການ ກໍດີໃຈໄປໜ້ອຍນຶ່ງແລ້ວເພາະໄດ້ລະບາຍຄວາມອຶດອັ້ນຕັນໃຈຂອງຕົນ ແມ່ນບໍ? ເຫັນດີນຳ..ແມ່ນຄວາມເຈົ້າ.... ແມ່ນໆ
ຮ່າກວ່າທຸກເທື່ອ
![]() |
|
![]() ທັງເອົາປຽບແລະພຶດຕິກຳກໍ່ບໍ່ເໝາະສົມກັບເປັນພະນັກງານຮັບຕ້ອນ ![]() ![]()
ຮ່າກວ່າທຸກເທື່ອ
![]() |