ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເຈົ້າຄິດວ່າຄົນທຸກຕ້ອງເປັນແນວໃດສໍາລັບເຈົ້າ? ເຈົ້າຄິດວ່າຄົນຮັ່ງຕ້ອງເປັນແນວໃດສໍາລັບເຈົ້າ? ຂ້ອຍຕອບລະເດີ້: ສໍາລັບຂ້ອຍຄົນທີ່ທຸກກໍ່ຄືຄົນທີ່ຄິດວ່າໂຕເອງທຸກ ສໍາລັບຄົນທີ່ຮັ່ງແມ່ນຄົນທີ່ຮູ້ຈັກພໍ ເປັນຫຍັງຄືວ່າຊີ້: ສົມມຸດຕອນນີ້ຂ້ອຍກິນເຂົ້າມື້ລະ 2 ຄາບ(ແຕ່ອີ່ມ)ຍ້ອນຫາເງິນໄດ້ພໍຊື້ມື້ລະ 2 ຄາບແມ່ນບໍ່ເຈົ້າວ່າຂ້ອຍທຸກແມ່ນບໍ່? ສົມມຸດຂ້ອຍໄປຢູ່ແຖວທະວີບອາຝຣິກາເຂດຂາດແຄນ ປູກພືດບໍ່ໄດ້ ສັດລ້ຽງກະບໍ່ມີ ປະຊາຊົນອຶດຢາກຊໍ້າບໍ່ ຫນໍາຍັງມີແຜ່ນດິນໄຫວອີກ ແຕ່ຂ້ອຍຍັງຫາເຂົ້າກິນໄດ້ມື້ລະ 2 ຄາບຄືເກ່າ ແຕ່ວ່າຄົນອື່ນໆຫາໄດ້ມື້ລະຄາບດຽວ ແບບນີ້ເຂົາຊິວ່າຂ້ອຍຮັ່ງບໍ່ ? ມະນຸດເກືອບໝົດໂລກຕອນນີ້ກໍາລັງຫລົງໄປກັບໂລກສົມມຸດ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ທຸກກາຍ ທຸກໃຈ ນີ້ລະທຸກນະ!! ທຸກມີທັງ ທຸກງ່າຍ ແລະ ທຸກຍາກ ສອງອັນນີ້ແຕກຕ່າງກັນ ແຕ່ໃຫູ້ຄວາມໝາຍບໍ່ເປັນ ແຮ່ໆ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຄົນທຸກ: ແມ່ນຄົນ ທີ່ບໍ່ມີຄວາມສະບາຍ ໃຈ ແລະກາຍ ສະໃໝນີ້ ເງິນຄຳເປັນປັດໃຈສຳຄັນ(ແຕ່ບໍ່ແມ່ນທັງໝົດ) ສະນັ້ນ ຂພຈ ຄິດວ່າ ຄົນທຸກ ກໍ່ຄົນມີເງິນຄຳ ວັດຖຸປັດໃຈໜ້ອຍ ຄົນຮັ່ງກໍ່ ກໍ່ຄົນມີເງິນຄຳ ວັດຖຸປັດໃຈຫຼາຍ ຄວາມເປັນຈິງໃນສັງຄົມປະຈຸບັນ ສະໃໝນີ້ ມີເງິນໜ້ອຍຄົນນັບຖືໜ້ອຍ ມີເງິນຫຼາຍ ຄົນນັບຖືຫຼາຍ ບໍ່ມີເງິນ ເກືອບບໍ່ມີຄົນຢາກເວົ້ານຳ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຄົນທຸກຄຶຄົນຂາດປັດໃຈທັງ5 ເຊັ່ນ: ທີ່ຢູ່ອາໃສ, ອາຫານການກິນ, ເຄື່ອງນຸ່ງຫົ່ມ, ຢາປົວພະຍາດ ແລະຂາດສິດທິເສຣີພາບໃນການເຂົ້າເຖິງແຫຼ່ງພັດທະນາຕົນເອງ! ຄົນລວຍຢ່າງລູກສາວຜູ້ໃຫຍ່ທ່ານນີ້ຢ່າວ່າແຕ່ປັດໃຈທັງ5ເລີຍເຂົາຄິດຢາກໄດ້ຫຍັງແມ່ນສາມາດຊື້ໄດ້ທຸກຢ່າງທີ່ເຂົາຕ້ອງການ. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ກະທູ້ນີ້ມີຄົນອ່ານເປັນ 100 ແຕ່ຕອບບໍ່ພໍ 3-4 ຄົນ ເປັນຫຍັງຕອບບໍ່ໄດ້ບໍ ? |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ສາວອັນນີ້ ຊື່ລາວວ່າແນວໃດ, Facebook ແມ່ນຫຍັງ, ເບີລາວເບີຫຍັງ, ບ້ານລາວຢູ່ໃສ ລາວຄືລວຍ ແລະງາມແທ້ ລາວໄປເຮັດຫຍັງມາ ຄືແຕ່ງ ຍົ້ວຍວນແທ້ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ພວກມີເຮືອນຫລັງໃຫຍ່ຯ ມີບ້ານພັກສີ່ຫ້າຊັ້ນ ທຸກວ່າຄົນທຳມະດາອີກ ແຕ່ລະຄືນນອນມືກ່າຍຫນ້າຜາກ ເຮັດແນວໃດ້ຊິມີເງີນໃຊ້ຫນີ້ທະນາຄານ ສາມສີ່ພັນລ້ານ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຄົນລວຍແມ່ນຄົນມີຖານະທາງການເງິນທີ່ໝັ້ນຄົງ...ສ່ວນຄົນຈົນແມ່ນກົງກັນຂ້າມກັບຄົນລວຍ! ແມ່ນບໍ ຫຼືວ່າແນວໃດ? |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ກະຜູ້ທີ່ບໍ່ມີເງີນໃຊ້ເຂົ້າຂາດແລງແກງຂາດໝໍ້ຕີນມີແຄ່ງຂາພິການຫັ້ນລະເປັນຄົນທຸກນະທຸກທັງກາຍທຸກທັ້ງໃຈ ເວົ້າມາລະສຽວສັນຫຼັງສຸດໂຄ່ຍຯຯ
ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ... ສາວອັນນີ້ ຊື່ລາວວ່າແນວໃດ, Facebook ແມ່ນຫຍັງ, ເບີລາວເບີຫຍັງ, ບ້ານລາວຢູ່ໃສ ລາວຄືລວຍ ແລະງາມແທ້ ລາວໄປເຮັດຫຍັງມາ ຄືແຕ່ງ ຍົ້ວຍວນແທ້ ລາວປະຢັດຄ່າແພເສື້ອ ເພື່ອເອົາເງິນໄວ້ຊື້ລົດ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ... ສາວອັນນີ້ ຊື່ລາວວ່າແນວໃດ, Facebook ແມ່ນຫຍັງ, ເບີລາວເບີຫຍັງ, ບ້ານລາວຢູ່ໃສ ລາວຄືລວຍ ແລະງາມແທ້ ລາວໄປເຮັດຫຍັງມາ ຄືແຕ່ງ ຍົ້ວຍວນແທ້ ລາວປະຢັດຄ່າແພເສື້ອ ເພື່ອເອົາເງິນໄວ້ຊື້ລົດ ຮ່າຮ່າ ເປັນຫ່ວງລາວ ຢ້ານ ພວກ ສິວເຫືອ ຫັ້ນນ່າ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ... ສາວອັນນີ້ ຊື່ລາວວ່າແນວໃດ, Facebook ແມ່ນຫຍັງ, ເບີລາວເບີຫຍັງ, ບ້ານລາວຢູ່ໃສ ລາວຄືລວຍ ແລະງາມແທ້ ລາວໄປເຮັດຫຍັງມາ ຄືແຕ່ງ ຍົ້ວຍວນແທ້ ລາວປະຢັດຄ່າແພເສື້ອ ເພື່ອເອົາເງິນໄວ້ຊື້ລົດ ຮ່າຮ່າ ເປັນຫ່ວງລາວ ຢ້ານ ພວກ ສິວເຫືອ ຫັ້ນນ່າ ລວມທັງຄົນ post ນໍາແມ່ນບໍ່ ສຸດທ້າຍກະທູ້ນີ້ກະກາຍເປັນເວົ້າເລື່ອງໃໝ່ເລີຍ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຂາດປັດໃຈ 4 ຖືວ່າທຸກ ມີປັດໄຈ 4 ພຽງພໍ ຫລື ເກີນພໍ ຖືວ່າ ປານກາງຫາ ຮັ່ງມີ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ khunlu ຂຽນວ່າ... ຄົນທຸກຄຶຄົນຂາດປັດໃຈທັງ5 ເຊັ່ນ: ທີ່ຢູ່ອາໃສ, ອາຫານການກິນ, ເຄື່ອງນຸ່ງຫົ່ມ, ຢາປົວພະຍາດ ແລະຂາດສິດທິເສຣີພາບໃນການເຂົ້າເຖິງແຫຼ່ງພັດທະນາຕົນເອງ!ຄົນລວຍຢ່າງລູກສາວຜູ້ໃຫຍ່ທ່ານນີ້ຢ່າວ່າແຕ່ປັດໃຈທັງ5ເລີຍເຂົາຄິດຢາກໄດ້ຫຍັງແມ່ນສາມາດຊື້ໄດ້ທຸກຢ່າງທີ່ເຂົາຕ້ອງການ. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ... ເຈົ້າຄິດວ່າຄົນທຸກຕ້ອງເປັນແນວໃດສໍາລັບເຈົ້າ?ເຈົ້າຄິດວ່າຄົນຮັ່ງຕ້ອງເປັນແນວໃດສໍາລັບເຈົ້າ? ຂ້ອຍຕອບລະເດີ້: ສໍາລັບຂ້ອຍຄົນທີ່ທຸກກໍ່ຄືຄົນທີ່ຄິດວ່າໂຕເອງທຸກ ສໍາລັບຄົນທີ່ຮັ່ງແມ່ນຄົນທີ່ຮູ້ຈັກພໍ ເປັນຫຍັງຄືວ່າຊີ້: ສົມມຸດຕອນນີ້ຂ້ອຍກິນເຂົ້າມື້ລະ 2 ຄາບ(ແຕ່ອີ່ມ)ຍ້ອນຫາເງິນໄດ້ພໍຊື້ມື້ລະ 2 ຄາບແມ່ນບໍ່ເຈົ້າວ່າຂ້ອຍທຸກແມ່ນບໍ່? ສົມມຸດຂ້ອຍໄປຢູ່ແຖວທະວີບອາຝຣິກາເຂດຂາດແຄນ ປູກພືດບໍ່ໄດ້ ສັດລ້ຽງກະບໍ່ມີ ປະຊາຊົນອຶດຢາກຊໍ້າບໍ່ ຫນໍາຍັງມີແຜ່ນດິນໄຫວອີກ ແຕ່ຂ້ອຍຍັງຫາເຂົ້າກິນໄດ້ມື້ລະ 2 ຄາບຄືເກ່າ ແຕ່ວ່າຄົນອື່ນໆຫາໄດ້ມື້ລະຄາບດຽວ ແບບນີ້ເຂົາຊິວ່າຂ້ອຍຮັ່ງບໍ່ ? ມະນຸດເກືອບໝົດໂລກຕອນນີ້ກໍາລັງຫລົງໄປກັບໂລກສົມມຸດ ຄຳເວົ້າແບບນີ້ໄດ້ຍິນຈົນຊິນຫູ ຄົນທີ່ອ້າງທິດສະດີນີ້ມັກມີກິເລດໜາກ່ວາໝູ່ ເວົ້າໄດ້ແຕ່ບໍ່ມີໃຜເຮັດນຳໄດ້. ທິດສະດີນີ້ໃຊ້ສຳຫຼັບຄົນທີ່ອ່ອນແອ ທໍ້ແທ້ໝົດຫວັງໃນຊີວິດ ແລະຫາທາງອອກບໍ່ມີ ຄົນຈຳນວນນີ້ມີບໍ່ເຖິງ0,0000000000001%ຂອງປະຊາກອນໂລກ ດ້ວຍເຫດນັ້ນຈຶ່ງມີຄົນເວົ້າເຖິງບັນຫານີໜ້ອຍທີ່ສຸດ ! ຄວາມຈິງຄື ຄົນຈົນຄືຄົນຂາດປັດໃຈ5, ຄົນລວຍຄືຄົນທີ່ມີເກີນກ່ວາປັດໃຈ5! ເງິນບໍ່ແມ່ນພະເຈົ້າ ແຕ່ພະເຈົ້າກໍ່ຕ້ອງການເງິນ! ຈົບ!!!! |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຄົນທຸກຄືຄົນທີ່ບໍ່ມີອັນຈະກິນ ຄົນລວຍຄືຄົນທີ່ມີກິນມີໃຊ້ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຄົນທຸກກະຄືຄົນທີ່ບໍ່ມີລາຍໄດ້, ບໍ່ມີວິຊາອາຊີບທີ່ແນ່ນອນຫາກິນຕາມເປັນຕາມເກີດຫາທາງອອກບໍ່ໄດ້ນັ້ນລະທຸກ, ຊິເພິງທຳມະຊາດກະບໍ່ໄດ້, ຊິຫາເງິນໃນຕົວ ເມືອງກະສະໝອງໜ້ອຍເລີຍບໍ່ມີໃຜຈ້າງ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ chom ຂຽນວ່າ... ຄົນທຸກກະຄືຄົນທີ່ບໍ່ມີລາຍໄດ້, ບໍ່ມີວິຊາອາຊີບທີ່ແນ່ນອນຫາກິນຕາມເປັນຕາມເກີດຫາທາງອອກບໍ່ໄດ້ນັ້ນລະທຸກ, ຊິເພິງທຳມະຊາດກະບໍ່ໄດ້, ຊິຫາເງິນໃນຕົວ ເມືອງກະສະໝອງໜ້ອຍເລີຍບໍ່ມີໃຜຈ້າງອ໋ອຍ...!ຈັ່ງແມ່ນເວົ້າຍາວ ອັນນັ້ນບໍ່ແມ່ນຄົນທຸກແລ້ວ... ເຂົາເອີ້ນວ່າຄົນຈົ່ມທຸກ!!!!! ຄົນຈົນຄືຄົນຂາດປັດໃຈ5!!! ຈົບ! |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ khunlu ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ... ເຈົ້າຄິດວ່າຄົນທຸກຕ້ອງເປັນແນວໃດສໍາລັບເຈົ້າ?ເຈົ້າຄິດວ່າຄົນຮັ່ງຕ້ອງເປັນແນວໃດສໍາລັບເຈົ້າ? ຂ້ອຍຕອບລະເດີ້: ສໍາລັບຂ້ອຍຄົນທີ່ທຸກກໍ່ຄືຄົນທີ່ຄິດວ່າໂຕເອງທຸກ ສໍາລັບຄົນທີ່ຮັ່ງແມ່ນຄົນທີ່ຮູ້ຈັກພໍ ເປັນຫຍັງຄືວ່າຊີ້: ສົມມຸດຕອນນີ້ຂ້ອຍກິນເຂົ້າມື້ລະ 2 ຄາບ(ແຕ່ອີ່ມ)ຍ້ອນຫາເງິນໄດ້ພໍຊື້ມື້ລະ 2 ຄາບແມ່ນບໍ່ເຈົ້າວ່າຂ້ອຍທຸກແມ່ນບໍ່? ສົມມຸດຂ້ອຍໄປຢູ່ແຖວທະວີບອາຝຣິກາເຂດຂາດແຄນ ປູກພືດບໍ່ໄດ້ ສັດລ້ຽງກະບໍ່ມີ ປະຊາຊົນອຶດຢາກຊໍ້າບໍ່ ຫນໍາຍັງມີແຜ່ນດິນໄຫວອີກ ແຕ່ຂ້ອຍຍັງຫາເຂົ້າກິນໄດ້ມື້ລະ 2 ຄາບຄືເກ່າ ແຕ່ວ່າຄົນອື່ນໆຫາໄດ້ມື້ລະຄາບດຽວ ແບບນີ້ເຂົາຊິວ່າຂ້ອຍຮັ່ງບໍ່ ? ມະນຸດເກືອບໝົດໂລກຕອນນີ້ກໍາລັງຫລົງໄປກັບໂລກສົມມຸດ ຄຳເວົ້າແບບນີ້ໄດ້ຍິນຈົນຊິນຫູ ຄົນທີ່ອ້າງທິດສະດີນີ້ມັກມີກິເລດໜາກ່ວາໝູ່ ເວົ້າໄດ້ແຕ່ບໍ່ມີໃຜເຮັດນຳໄດ້. ທິດສະດີນີ້ໃຊ້ສຳຫຼັບຄົນທີ່ອ່ອນແອ ທໍ້ແທ້ໝົດຫວັງໃນຊີວິດ ແລະຫາທາງອອກບໍ່ມີ ຄົນຈຳນວນນີ້ມີບໍ່ເຖິງ0,0000000000001%ຂອງປະຊາກອນໂລກ ດ້ວຍເຫດນັ້ນຈຶ່ງມີຄົນເວົ້າເຖິງບັນຫານີໜ້ອຍທີ່ສຸດ ! ຄວາມຈິງຄື ຄົນຈົນຄືຄົນຂາດປັດໃຈ5, ຄົນລວຍຄືຄົນທີ່ມີເກີນກ່ວາປັດໃຈ5! ເງິນບໍ່ແມ່ນພະເຈົ້າ ແຕ່ພະເຈົ້າກໍ່ຕ້ອງການເງິນ! ຈົບ!!!! ເງິນເປັນສິ່ງທີ່ຈໍາເປັນແຕ່ບໍ່ແມ່ນສິ່ງທີ່ສໍາຄັນທີ່ສຸດ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ khunlu ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ... ເຈົ້າຄິດວ່າຄົນທຸກຕ້ອງເປັນແນວໃດສໍາລັບເຈົ້າ?ເຈົ້າຄິດວ່າຄົນຮັ່ງຕ້ອງເປັນແນວໃດສໍາລັບເຈົ້າ? ຂ້ອຍຕອບລະເດີ້: ສໍາລັບຂ້ອຍຄົນທີ່ທຸກກໍ່ຄືຄົນທີ່ຄິດວ່າໂຕເອງທຸກ ສໍາລັບຄົນທີ່ຮັ່ງແມ່ນຄົນທີ່ຮູ້ຈັກພໍ ເປັນຫຍັງຄືວ່າຊີ້: ສົມມຸດຕອນນີ້ຂ້ອຍກິນເຂົ້າມື້ລະ 2 ຄາບ(ແຕ່ອີ່ມ)ຍ້ອນຫາເງິນໄດ້ພໍຊື້ມື້ລະ 2 ຄາບແມ່ນບໍ່ເຈົ້າວ່າຂ້ອຍທຸກແມ່ນບໍ່? ສົມມຸດຂ້ອຍໄປຢູ່ແຖວທະວີບອາຝຣິກາເຂດຂາດແຄນ ປູກພືດບໍ່ໄດ້ ສັດລ້ຽງກະບໍ່ມີ ປະຊາຊົນອຶດຢາກຊໍ້າບໍ່ ຫນໍາຍັງມີແຜ່ນດິນໄຫວອີກ ແຕ່ຂ້ອຍຍັງຫາເຂົ້າກິນໄດ້ມື້ລະ 2 ຄາບຄືເກ່າ ແຕ່ວ່າຄົນອື່ນໆຫາໄດ້ມື້ລະຄາບດຽວ ແບບນີ້ເຂົາຊິວ່າຂ້ອຍຮັ່ງບໍ່ ? ມະນຸດເກືອບໝົດໂລກຕອນນີ້ກໍາລັງຫລົງໄປກັບໂລກສົມມຸດ ຄຳເວົ້າແບບນີ້ໄດ້ຍິນຈົນຊິນຫູ ຄົນທີ່ອ້າງທິດສະດີນີ້ມັກມີກິເລດໜາກ່ວາໝູ່ ເວົ້າໄດ້ແຕ່ບໍ່ມີໃຜເຮັດນຳໄດ້. ທິດສະດີນີ້ໃຊ້ສຳຫຼັບຄົນທີ່ອ່ອນແອ ທໍ້ແທ້ໝົດຫວັງໃນຊີວິດ ແລະຫາທາງອອກບໍ່ມີ ຄົນຈຳນວນນີ້ມີບໍ່ເຖິງ0,0000000000001%ຂອງປະຊາກອນໂລກ ດ້ວຍເຫດນັ້ນຈຶ່ງມີຄົນເວົ້າເຖິງບັນຫານີໜ້ອຍທີ່ສຸດ ! ຄວາມຈິງຄື ຄົນຈົນຄືຄົນຂາດປັດໃຈ5, ຄົນລວຍຄືຄົນທີ່ມີເກີນກ່ວາປັດໃຈ5! ເງິນບໍ່ແມ່ນພະເຈົ້າ ແຕ່ພະເຈົ້າກໍ່ຕ້ອງການເງິນ! ຈົບ!!!! ເງິນເປັນສິ່ງທີ່ຈໍາເປັນແຕ່ບໍ່ແມ່ນສິ່ງທີ່ສໍາຄັນທີ່ສຸດ ສິ່ງສຳຄັນທີ່ສຸດຄືຊີວິດຕົນເອງ ແລະຄົນທີ່ເຮົາຮັກ ແຕ່ເພື່ອໃຫ້ຊີວິດຕົນເອງ ແລະຄົນທີ່ເຮົາຮັກຢູ່ໄດ້ຍາວໆກໍ່ຕ້ອງໃຊ້ເງິນ ເພື່ອຊື້ຢາປິ່ນປົວ ແລະບຳລຸງ ນັ້ນຄືນຶ່ງໃນປັດໃຈ5. ໄປນັ່ງຂີ້ແລ້ວຄິດໃໝ່...! |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ມີແຕ່ 4 ປັດໃຈ : ອາຫານ,ທີ່ພັກ,ຢາປົວພະຍາດ,ເຄື່ອງນຸ່ງຫົ່ມ ປັດໃຈ 5 ບໍ່ມີ, ສ່ວນເງິນແມ່ນເປັນພຽງແຕ່ສິ່ງທີ່ສະຫນັບສະຫນູນ 4 ປັດໃຈໃນບາງເຂດເທົ່ານັ້ນ ສົມມຸດເຮົາຫລົງຢູ່ໃນປ່າ amazon ຫລື ກາງທະເລຊາຍ sahara ເຖິງບໍ່ມີເງິນຈັກ $ ແຕ່ມີ 4 ປັດໃຈຂ້າງເທິງກໍ່ຢູ່ໄດ້ ຫລືຖ້າເຮົາຢູ່ດາວອັງຄານ ມີຄໍາເປັນໂຕນກໍ່ບໍ່ມີຄວາມໝາຍ ຂ້ອຍຈຶ່ງເອີ້ນເງິນວ່າ ສິ່ງສົມມຸດ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຄົນເຮົາເກີດມາທຸກໝົດ ທຸກຄົນ ບໍ່ມີໃຜມີຄວາມສຸກເຕັມ 100%; ຂໍທານ ຮອດມາຫາເສດຖີ ຫລື ອະພະມະຫາເສດຖີ ກໍ່ຕ້ອງທຸກ ຕ່າງແຕ່ທຸກຄົນລະແບບ. ສຳລັບຂ້ອຍແລ້ວ ຄົນທີມີຄວາມທຸກທາງໃຈຂ້ອຍເອີ້ນຄົນທຸກ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຜ່ານທຸກຈິ່ງມີສຸກ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຊື່ວ່າຄວາມທຸກແລ້ວ ມີ3 ປະການຄື: 1) ທຸກທາງດ້ານຮ່າງກາຍ ກໍ່ຄືບຸກຄົນທີ່ຂາດປັດໃຈ 4 ຢ່າງ ຄື: ຂາດທີ່ຢູ່ອາໃສ, ຢາປົວພະຍາດ,ເຄື່ອວນຸ່ງຮົ່ມ,ອາຫານການກີນພ້ອມດ້ວຍເງິນຄໍາ, 2) ທຸກທາງດ້ານວາຈາ ກໍ່ຄືການເວົ້າ ທຸກໃນສິ່ງທີ່ຕົນເອງຢາກເວົ້າແຕ່ບໍ່ໄດ້ເວົ້າ ອັນນີ້ກໍ່ເປັນທຸກ ແລະອື່ນໆ. 3)ທຸກທາງດ້ານຈິດໃຈ: ບໍ່ວ່າຄົນລວຍຫຼືຄົນຈົນກໍ່ເປັນທຸກໄດ້ເຊັ່ນກັນ.ທຸກແບບໃດ ພິຈາລະນາເອົາເອງ.ແລ້ວໃຫ້ຄວາມເຫັນມາ |