ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ແມ່ນບໍ່ທີ່ວ່າ ຢູ່ທະນາຄານບໍ່ຮັບແຕກເງິນກີບແລະເປັນໂດລາຫລືບາດ ເຮັດແບບນີ້ມັນຊິໄດ້ບໍ ກໍລະນີຕ້ອງຊື້ຂາຍກັບຕ່າງປະເທດເຂົາກະຈ່າຍເປັນ ໂດລາໝົດ ຕ້ອງຄຶດຂໍ້ດີຂໍ້ເສຍໃດ ບໍ່ແມ່ນຫຍັງເງິນກີບ ຂຶ້ນໆລົງໆ ຈັກຫນ່ອຍເຂົາກະຊິໄປແຕກເງິນບາດມາຈ່າຍຊື້ຜັກລະບາດນິ ເພາະວ່າສາມາດຈ່າຍຢູ່ໄດ້ທັງລາວແລະໄທ(ດຽວນີ້ລາວກັບໄທແຮ່ງຄ້າຂາຍກັນຫລາຍ) ອັນນີ້ມັນແມ່ນເລື່ອງໃຫຍ່ໃດ ເລື່ອງ RATE ເງິນ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຍິນແຕ່ວ່າ ຫ້າມບໍ່ໃຫ້ໃຊ້ເງິນຕ່າງປະເທດ ຊື້-ຂາຍ ເຄື່ອງ ຖ້າຕຳຫຼວດເຫັນຈະຖືກໄໝ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ບໍ່ມີທະນາຄານໄດຂາຍ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ທະນາຄານບໍ່ຂາຍເງິນຕາ ແຕ່ຮັບຊື້ຕິເບາະ? |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອາດຈະເປັນວິທີການທີ່ດີແກ້ໄຂເງິນເຟີ້ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ບໍ່ມີພໍຫລຽນຈະໃຫ້ຂາຍແນວໃດ? ຄືບໍ່ມີໃຜຖາມຊື້ເງິນດົງຫວຽດນາມແດ່! |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຢູ່ເມີໍອງລາວໃຊ້ແຕ່ເງີນກີບແຕ່ຖ້າອ້າຍຈີບນ້ອງໃຊ້ເງີນໂດລານ້ອງແຮ່ງມັກ ອຶອຶອຶ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຖ້າວ່າບໍ່ມີການຂາຍເງີນຕາຕ່າງປະເທດ ຖ້າສົມມຸດວ່າຂ້ອຍຈະໄປຕ່າງປະເທດລະຂ້ອຍຈະແຕກເງີນຢູ່ໃສ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ youythidalath ຂຽນວ່າ... ຖ້າວ່າບໍ່ມີການຂາຍເງີນຕາຕ່າງປະເທດ ຖ້າສົມມຸດວ່າຂ້ອຍຈະໄປຕ່າງປະເທດລະຂ້ອຍຈະແຕກເງີນຢູ່ໃສນັ້ນລະ ທີ່ເຈົ້າມີກໍ່ຄືແຕກນໍາພີ່ນ້ອງ ຫລືແຕກຢູ່ຮ້ານ ແຕ່ເຂົາຈະກົດເງິນເຈົ້!ລົງ 99% |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ youythidalath ຂຽນວ່າ... ຖ້າວ່າບໍ່ມີການຂາຍເງີນຕາຕ່າງປະເທດ ຖ້າສົມມຸດວ່າຂ້ອຍຈະໄປຕ່າງປະເທດລະຂ້ອຍຈະແຕກເງີນຢູ່ໃສ ກໍ່ໃຫ້ໃຊ້ບັດ ແທນເງີນສົດຂອງທະນາຄານ ຫັ້ນລະບໍ່, ຈະເປ້ເງິນສົດໃຫ້ໜັກເຮັດຫຍັງ ແຖມຍັງບໍ່ປອດໄພອີກ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PTNG ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ youythidalath ຂຽນວ່າ... ຖ້າວ່າບໍ່ມີການຂາຍເງີນຕາຕ່າງປະເທດ ຖ້າສົມມຸດວ່າຂ້ອຍຈະໄປຕ່າງປະເທດລະຂ້ອຍຈະແຕກເງີນຢູ່ໃສ ກໍ່ໃຫ້ໃຊ້ບັດ ແທນເງີນສົດຂອງທະນາຄານ ຫັ້ນລະບໍ່, ຈະເປ້ເງິນສົດໃຫ້ໜັກເຮັດຫຍັງ ແຖມຍັງບໍ່ປອດໄພອີກ ແມ່ນໃດ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ພວກສະຫາຍຕ້ອງເຂົ້າໃຈ ບໍ່ແມ່ນວ່າລັດທະບານຫ້າມທະນາຄານຊື້ຂາຍເງີນຕາຕ່າງປະເທດ ອັນເພີ່ນຫ້າມບໍ່ໃຫ້ຊື້ຂາຍແມ່ນຕາມທ້ອງຕະຫຼາດ.ຫ້າງຮ້ານພຸ້ນ.ເຊັ່ນວ່າຂາຍໝາກເພັດໝາກເຂືອກະຮ້ອງເປັນເງີນບາດ ຫຼື ເງີນ ໂດລາ. ຫຼືວ່າ ຄົນຕ່າງປະເທດມາຊື້ເຄື່ອງເຂົາຈ່າຍເປັນເງີນໂດລາກະຊີເອົາ.ຕ້ອງແນະນຳເຂົາໄປປ່ຽນເປັນເງີນກີບລາວເຮົາ.ເພື່ອວ່າເງີນກີບລາວເຮົາຈະບໍ່ເຟີ້. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຊິເອົາໄປແຕກຢູ່ໃສລະບາດນີ້ນາ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ທົ່ວໂລກໄດ້ຮັບຜົນກະທົບຈາກການຖອນ ຄີວອີ ຂອງສະຫະລັດ ຫາກບໍ່ຈຳກັດແບບນີ້ນັກຂ້າເງິນຕ່າງຊາດຈະແຮ່ກັນມາຊື້ໄປໝົດ ຕອນນີ້ຕະຫຼາດຫຸ້ນທົ່ວໂລກຕິດລົບຍ້ອນນັກລົງທຶນເທຂາຍເພື່ອເກັບໂດລ່າໄວ້ ປ້ອງກັນການລຸບທຶນຈາກອັຕາແລກປ່ຽນ ເພາະຫາກສະຫະລັດຢຸດ ຄິວອີ ມື້ໃດເງິນໂດລ່າຈະແຂງຄ່າທີ່ສຸດ
ພັນທະຫົວໃຈ::
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ທົ່ວໂລກໄດ້ຮັບຜົນກະທົບຈາກການຖອນ ຄີວອີ ຂອງສະຫະລັດ ຫາກບໍ່ຈຳກັດແບບນີ້ນັກຂ້າເງິນຕ່າງຊາດຈະແຮ່ກັນມາຊື້ໄປໝົດ ຕອນນີ້ຕະຫຼາດຫຸ້ນທົ່ວໂລກຕິດລົບຍ້ອນນັກລົງທຶນເທຂາຍເພື່ອເກັບໂດລ່າໄວ້ ປ້ອງກັນການລຸບທຶນຈາກອັຕາແລກປ່ຽນ ເພາະຫາກສະຫະລັດຢຸດ ຄິວອີ ມື້ໃດເງິນໂດລ່າຈະແຂງຄ່າທີ່ສຸດ
ພັນທະຫົວໃຈ::
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຄິວອີແມ່ນຫຍັງ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ກະດີຄືກັນຖ້າລັດຖະບານສາມາດຄວບຄຸມໄດ້
ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຊິປ່ຽນແປງຫຍັງ ກໍປ່ຽນໂລດ ເບິ່ງຄືວ່າ ຄິດອອກຍາມໃດ ກໍເຮັດຍາມນັ້ນ ປວດຍາມໃດ ກໍ... ຄືບໍ່ມີ ແຜນລ້າ ແຜນການ ນັກເສດຖະສາດເບິ່ງຄືຊິບໍ່ມີຄວາມໝັ້ນຄົງໃນການລົງທຶນສໍາໃດ ຂ້ອຍຄິດຊັ້ນດອກ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ທະນະຄານ ລັກຊື້-ຂາຍ ເງິນຕະຫລາດມືດ ແຫ່ງຊະຊາຍ ລັດຮູ້ແລ້ວ ບໍ່ເຮັດຫຍັງ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຂໍໂທດເດີ ກະລຸນາປັບປຸງຫົວຂໍ້ ລັດຖະບານ ບໍ່ແມ່ນລັດທະບານ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ດີແລ້ວ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຊື້ແບບຖູກຕ້ອງບໍ່ໄດ້ ເຂົາເຈົ້າກໍ່ແອບຊື້ຈາກຕະຫລາດມືດຄືເກົ່າ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຖ້າຈະຫ້າມຊື້ຂາຍເງີນຕາຕ່າງປະເທດນັ້ນ ຂໍແນະນຳລັດຖະບານ ໃຫ້ປົກຄອງກັນແບບກ່ອນປີ 1975 ຢູ່ເມືອງວຽງໄຊພຸ້ນເດີ້. ເຫັນບໍດຽວນີ້ຜູ້ປະກອບອາຊີບແລກປ່ຽນເງີນຕາທີ່ຖືກຕ້ອງ ຍີ່ງໄດ້ກຳໄລຫລາຍ. ຢາກຮູ້ຕົວຈີ່ງເຊີນທ່ານໄປເບີ່ງເອົາໂລດ ຢູ່ຮ້ານແລກປ່ຽນເງີນຕານັ້ນໜ່າ ວ່າເຂົາເຮັດກັນຈັ່ງໃດ . ມັນບໍ່ຄືຕອນເພີ່ນເວົ້າກັນຢູ່ປ່າແລ້ວໃດ ແມ່ນບໍທ່ານຜູ້ ທີ່ຍັງບໍ່ຕາຍທັງຫຼາຍ ? |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ແມ່ນແລ້ວ ທະນາຄານຫ້າມຊື້ເງິນຕຣາຕ່າງປະເທດ (ຮັບຊື້ເຂົ້າແຕ່ບໍ່ຂາຍອອກ) ຈຸດປະສົງຫຼັກແມ່ນຢາກໃຫ້ຄົນລາວໃຊ້ເງິນກີບ. ຕໍ່ໄປຈະມີມາດຕະການຫ້າມຂາຍສິນຄ້າເປັນເງິນຕ່າງປະເທດ. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຂ້ອຍຈະໄປໜອງຄາຍມື້ອື່ນນີ້. ຕ້ອງການເງີນບາດປະມານ 5000. ຂໍຖາມແດ່ວ່າ ຖ້າບໍ່ມີເງີນບາດໄປປະເທດໄທໄດ້ບໍ? ຖ້າຈະຫ້ມຊື້ຂາຍເງີນບາດ ກໍ່ຫ້າມໄປໄທດີກ່ວາຕິ ! |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອອຍເຂັບຫົວນຳເງີນກີບນີ້ລະ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ບາງທີເພີ່ນເຮັດຍາມເພີ່ນປວດກໍເປັນໄດ້ ພີ່ນ້ອງ ເຮົາກໍເຮັດທໍາທ່າ Stupid ໄວ້ ຖ້າບໍ່ຊັ້ນ ສວນກະແສ |