ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຢາກຂໍຄວາມກະລຸນາ ສະຫຼະເວລາອັນມີຂ່າຂອງບັນດາທ່ານທັງຫຼາຍ ຊ່ອຍມາໃຫ້ຄຳແນະນຳແດ່

໖ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ມີເລື່ອງຢາກຂໍຖາມບັນດາທ່ານຜູ້ຍິງທັງຫຼາຍ(ຜູ້ຊາຍນຳກະໄດ້)ກ່ຽວກັບຄຳວ່າ"ເຈົ້າດິເກີນໄປ"ໃນເມືອຄົນເຮົາທີ່ຢູ່ໃນສັງຄົມນີ້ຕ່າງກໍ່ຕ້ອງການສິ່ງທີ່ດີບໍ່ແມ່ນບໍ. ເພາະສະນັ້ນຂ້ອຍຄິດວ່າເວລາທີ່ເຮົາຮັກໃຜຈັກຄົນເຮົາກໍ່ຢາກມອບສິ່ງທີ່ດີໆໃຫ້ເຂົາ ພະຍາຍາມເອົາອົກເອົາໃຈທຸກຢ່າງ ແຕ່ຜົນທີ່ໃດ້ຮັບມັນພັດບໍ່ເປັນຄືເຮົາຄິດຊ້ຳ ເຂົາເສືອກໄປມີຄົນໃໝ່ແລ້ວມາບອກເຮົາວ່າເຈົ້າດີເກີນໄປຂ້ອຍບໍ່ເຂົ້າໃຈອີ່ຫຼີວ່າຜູ້ຍິງຂົາບໍ່ມັກຄົນດີບໍ ຫຼືວ່າມັນເປັນພຽງຄຳແກ້ໂຕເພືອເຮັດໃຫ້ເຂົາດູດີ

=>ແລ້ວຖ້າຂ້ອຍຄິດຢາກມີແຟນໃໝ່ຕ້ອງເປັນຄົນຊົ່ວໆໆໆກ່ອນບໍຈັ່ງຊິບໍ່ອົກຫັກຄືເກົ່າ

ຂອບໃຈສຳລັບຄຳແນະນຳ
(ໂອຍ! ເວົ້າສ່ຳຊິມີຄົນມາແນະນຳເພີ່ນ)

ີຢາກກັບມາເປັນຄືເກົ່າຕອນທີ່ເຮົາຍັງບໍ່ຮູ້ຈັກກັນ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາຄົນນັ້ນກໍຊົ່ວ ຈິ່ງຢາກຄົບກັບຄົນຊົ່ວ....ແຕ່ເຊື່ອໄດ້ເລີຍວ່າ ຄົນສ່ວນຫຼາຍແມ່ນຕ້ອງການຄົນທີ່ດີ..ດີຍັງບໍພໍ, ທີ່ສຳຄັນຕ້ອງມີ ເງິນ ປະກອບໜ້າຕາດີ...ເວົ້າມາລະອຸກໃຈເພາະຕົນເອງເກີດມາອາພັບ....

໐ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ຂ້ອຍໄດ້ອ່ານໂປຣຟາຍຂອງເຈົ້າແລ້ວ ຮູ້ສຶກວ່າຫຼາຍສິ່ງທີ່ຄ້າຍຄືກັນເຊັ້ນເປັນຄົນພາກໄຕ້ ກຸບເລືອດ B,
ເຈົ້າບໍ່ຕ້ອງຄິດຫຼາຍດອກກ່ຽວກັບຜູ້ຍິງ ຜູ້ທີ່ມັກດີກໍ່ມີຫຼາຍ ຄາດບໍ່ໄດ້ເປັນຄູ່ຈັ່ງໃດມັນກໍ່ພາກກັນຢູ່ດີ ຄົນເຂົາບໍ່ມັກເຮົາ ເຖິງເຮົາເຮັດດີສຳໃດມັນກໍ່ຫາເຫດຜົນ 108ປະການມາອ້າງ ເຈົ້າຄົງເຄິຍໄດ້ຍິນຄຳວ່າ ປ່ຽນວິກິດໃຫ້ເປັນໂອກາດ, ນີ້ກໍ່ຖືວ່າເປັນໂອກາດດີທີ່ໃຫ້ໄດ້ພົບຄົນທີ່ດີກວ່າ ສິ່ງສຳຄັນຕ້ອງຕັ້ງໃຈໃສ່ໃນການຮຽນ ເພື່ອການກຽມພ້ອມຕົນເອງໃຫ້ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບໃນອະນາຄົດ ຂໍໃຫ້ໂຊກດີ.

໖ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ເຂົາຄົນນັ້ນກໍຊົ່ວ ຈິ່ງຢາກຄົບກັບຄົນຊົ່ວ....ແຕ່ເຊື່ອໄດ້ເລີຍວ່າ ຄົນສ່ວນຫຼາຍແມ່ນຕ້ອງການຄົນທີ່ດີ..ດີຍັງບໍພໍ, ທີ່ສຳຄັນຕ້ອງມີ ເງິນ ປະກອບໜ້າຕາດີ...ເວົ້າມາລະອຸກໃຈເພາະຕົນເອງເກີດມາອາພັບ....

ໂດຍ ສົ່ງໃສເປັນຍ້ອນເຮົາອາພັບນໍ

ີຢາກກັບມາເປັນຄືເກົ່າຕອນທີ່ເຮົາຍັງບໍ່ຮູ້ຈັກກັນ

໖ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ KHM ຂຽນວ່າ...
ຂ້ອຍໄດ້ອ່ານໂປຣຟາຍຂອງເຈົ້າແລ້ວ ຮູ້ສຶກວ່າຫຼາຍສິ່ງທີ່ຄ້າຍຄືກັນເຊັ້ນເປັນຄົນພາກໄຕ້ ກຸບເລືອດ B,
ເຈົ້າບໍ່ຕ້ອງຄິດຫຼາຍດອກກ່ຽວກັບຜູ້ຍິງ ຜູ້ທີ່ມັກດີກໍ່ມີຫຼາຍ ຄາດບໍ່ໄດ້ເປັນຄູ່ຈັ່ງໃດມັນກໍ່ພາກກັນຢູ່ດີ ຄົນເຂົາບໍ່ມັກເຮົາ ເຖິງເຮົາເຮັດດີສຳໃດມັນກໍ່ຫາເຫດຜົນ 108ປະການມາອ້າງ ເຈົ້າຄົງເຄິຍໄດ້ຍິນຄຳວ່າ ປ່ຽນວິກິດໃຫ້ເປັນໂອກາດ, ນີ້ກໍ່ຖືວ່າເປັນໂອກາດດີທີ່ໃຫ້ໄດ້ພົບຄົນທີ່ດີກວ່າ ສິ່ງສຳຄັນຕ້ອງຕັ້ງໃຈໃສ່ໃນການຮຽນ ເພື່ອການກຽມພ້ອມຕົນເອງໃຫ້ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບໃນອະນາຄົດ ຂໍໃຫ້ໂຊກດີ.

ໂດຍຂອບໃຈຫຼາຍໆເດີອ້າຍ khm

ີຢາກກັບມາເປັນຄືເກົ່າຕອນທີ່ເຮົາຍັງບໍ່ຮູ້ຈັກກັນ

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ຜູ້ຍິງທຸກຄົນສະໄໝນີ້
ມັກຄົນດີ
ຫຼີ້ນຄົນຫຼໍ່
ສຸດທ້າຍແຕ່ງງານກັບຄົນລວຍເກືອບທຸກລາຍລະວ່າ
(ຖ້າເຂົາວ່າເຈົ້າດີເກີນໄປກໍ່ສະແດງວ່າເຂົາເປັນຄົນຊົ່ວຫຼືບໍ່ກະເຂົາໝົດຮັກເຈົ້າລະ
ລະຫວ່າງເຈົ້າກັບເຂົາເປັນພຽງຮັກໂປຣໂມດຊື່ໆເຂົາພຽງຢາກຊ່ຳເຈົ້າເພື່ອປະສົບການຊື່ໆ555)

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ອີ່ໃດມັນມັກຄົນຊົ່ວບອກ ຂ້ອຍ

໐ ກະທູ້
໑໑໒ ໂພສ
ນັກການກະທູ້
ເຄີຍໄດ້ຍິນເຂົາວ່າເດີ້ ບໍ່ແມ່ນປະສົບການ 55 :
ຄຳວ່າດີເກີນໄປ ແປວ່າ : ສິ່ງທີ່ເຈົ້າເຮັດນັ້ນມັນດີແລ້ວ ແຕ່ມັນບໍ່ແມ່ນສິ່ງທີ່ຂ້ອຍຕ້ອງການ. ມັນແມ່ນຄຳປະຕິເສດຂອງຜູ້ຍິງທີ່ມີເປົ້າຫມາຍໃນໃຈ ແລະ ຮູ້ວ່າຕົນກຳລັງເຮັດຫຍັງຢູ່.
ຜູ້ຍິງແຕ່ລະຄົນ ມີໂຈດຢູ່ໃນໃຈ ແຕ່ລະຄົນຈະແຕກຕ່າງກັນໄປ. ສະນັ້ນ ການທີ່ຈະເອົາຊະນະໃຈ ຕ້ອງຫາໃຫ້ໄດ້ວ່າ ໂຈດຂອງນາງ ແມ່ນຫຍັງ? ແລະ ຄ່ອຍຕອບໂຈດແຕ່ລະຂໍ້ຂອງນາງ ໂດຍອາໃສເວລາ ແລະ ຄວາມເຫມາະສົມ ຢ່າຟ້າວຮ້ອນໃຈຢ້ອນລັດຕັດຕອນປະກາດວ່າ ຂ້ອຍນີ້ລະຄືຄຳຕອບ ຕ້ອງຄ່ອຍເປັນຄ່ອຍໄປ ຄ່ອຍສັງເກດຜົນໄດ້ຮັບວ່າຖືກຫລືບໍ່ ແລະ ຢ່າປະຫມາດ ຫລື ເວົ້າທັບຖົມຄູ່ແຂ່ງເດັດຂາດ.

໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ທີ່ຈີງແລ້ວ ຄົນເຮົາມີຄວາມສຸກເມື່ອໄດ້ຮັກແລະເສ່ຍສະລະເພື່ອຜູ້ອື່ນ ເຊັ່ນດຽວກັບພໍ່ແມ່ຮັກລູກ. ແຕ່ເມື່ອເຂົາແກ້ໂຕຈັ່ງຊັ້ນກໍ່ຖືວ່າ ວາດສະໜາເຂົາບໍ່ເຖີງເຮົາ ແລະກໍ່ຂໍໃຫ້ເຂົາພົບ ມາຕະຖານທີ່ຕໍ່າກ່ວາທີ່ເຮົາມອບໃຫ້ເຂົາ ແລ້ວກໍ່ຈົບ. ນອກຈາກດີແລ້ວຕ້ອງພ້ອມທຸກຢ່າງ ແລະ ສຳຄັນທີ່ສຸດແມ່ນຄັກອີກ ແລະ ເຈົ້າຢືນຢັນໄດ້ແລ້ວບໍ ວ່າເຈົ້າເປັນຜູ້ຄັກທີ່ສຸດຂອງເຂົາ.

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອົກຫັກແມ່ນເລື່ອງຖາມແນ່ຄົນໃນບອດນີ້ ມີໃຜແນ່ທີ່ບໍ່ເຄີຍອົກຫັກ
ອີກຢ່າງຂ້ອຍວ່າ ເຈົ້າອາດຈະບໍ່ໄດ້ກຽມໃຈໄວ້ມາແຕ່ກ່ອນແລ້ວວ່າ ມັກຮັກກະຕ້ອງມີເລີກ
ມີເກີດກະຕ້ອງມີດັບ ເທື່ອຫນ້າຈະຄົບໃຜກະຕ້ອງ ເຜື່ອໃຈໄວ້ສູງເທ່າໃດແຮ່ງດີ

໖ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ soulivong ຂຽນວ່າ...
ອີ່ໃດມັນມັກຄົນຊົ່ວບອກ ຂ້ອຍ

ຮາຮາຮາ ຊິມເຮັດຫຍັງເຂົາເດນໍ

ີຢາກກັບມາເປັນຄືເກົ່າຕອນທີ່ເຮົາຍັງບໍ່ຮູ້ຈັກກັນ

໖ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ອົກຫັກແມ່ນເລື່ອງຖາມແນ່ຄົນໃນບອດນີ້ ມີໃຜແນ່ທີ່ບໍ່ເຄີຍອົກຫັກ
ອີກຢ່າງຂ້ອຍວ່າ ເຈົ້າອາດຈະບໍ່ໄດ້ກຽມໃຈໄວ້ມາແຕ່ກ່ອນແລ້ວວ່າ ມັກຮັກກະຕ້ອງມີເລີກ
ມີເກີດກະຕ້ອງມີດັບ ເທື່ອຫນ້າຈະຄົບໃຜກະຕ້ອງ ເຜື່ອໃຈໄວ້ສູງເທ່າໃດແຮ່ງດີ

ຮັກຄັ້ງແລກນໍ ກະເລີຍຈັດເຕັມໃຫ້ໄປເບິດເລີຍ

ີຢາກກັບມາເປັນຄືເກົ່າຕອນທີ່ເຮົາຍັງບໍ່ຮູ້ຈັກກັນ

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ບໍ່ທາງການປານນັ້ນກະໄດ້ !!

໖ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Miro ຂຽນວ່າ...
ທີ່ຈີງແລ້ວ ຄົນເຮົາມີຄວາມສຸກເມື່ອໄດ້ຮັກແລະເສ່ຍສະລະເພື່ອຜູ້ອື່ນ ເຊັ່ນດຽວກັບພໍ່ແມ່ຮັກລູກ. ແຕ່ເມື່ອເຂົາແກ້ໂຕຈັ່ງຊັ້ນກໍ່ຖືວ່າ ວາດສະໜາເຂົາບໍ່ເຖີງເຮົາ ແລະກໍ່ຂໍໃຫ້ເຂົາພົບ ມາຕະຖານທີ່ຕໍ່າກ່ວາທີ່ເຮົາມອບໃຫ້ເຂົາ ແລ້ວກໍ່ຈົບ. ນອກຈາກດີແລ້ວຕ້ອງພ້ອມທຸກຢ່າງ ແລະ ສຳຄັນທີ່ສຸດແມ່ນຄັກອີກ ແລະ ເຈົ້າຢືນຢັນໄດ້ແລ້ວບໍ ວ່າເຈົ້າເປັນຜູ້ຄັກທີ່ສຸດຂອງເຂົາ.

ຫຼືວ່າຍ້ອນບໍ່ໄດ້ໃຫ້ດອກລາວ

ີຢາກກັບມາເປັນຄືເກົ່າຕອນທີ່ເຮົາຍັງບໍ່ຮູ້ຈັກກັນ

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ຄວາມດີບໍ່ແມ່ນຄຳຕອບທັ້ງໝົດຂອງການທີ່ຄົນສອງຄົນສິໃຊ້ຊີວິດຮ່ວມກັນ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ soudkeo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Miro ຂຽນວ່າ...
ທີ່ຈີງແລ້ວ ຄົນເຮົາມີຄວາມສຸກເມື່ອໄດ້ຮັກແລະເສ່ຍສະລະເພື່ອຜູ້ອື່ນ ເຊັ່ນດຽວກັບພໍ່ແມ່ຮັກລູກ. ແຕ່ເມື່ອເຂົາແກ້ໂຕຈັ່ງຊັ້ນກໍ່ຖືວ່າ ວາດສະໜາເຂົາບໍ່ເຖີງເຮົາ ແລະກໍ່ຂໍໃຫ້ເຂົາພົບ ມາຕະຖານທີ່ຕໍ່າກ່ວາທີ່ເຮົາມອບໃຫ້ເຂົາ ແລ້ວກໍ່ຈົບ. ນອກຈາກດີແລ້ວຕ້ອງພ້ອມທຸກຢ່າງ ແລະ ສຳຄັນທີ່ສຸດແມ່ນຄັກອີກ ແລະ ເຈົ້າຢືນຢັນໄດ້ແລ້ວບໍ ວ່າເຈົ້າເປັນຜູ້ຄັກທີ່ສຸດຂອງເຂົາ.

ຫຼືວ່າຍ້ອນບໍ່ໄດ້ໃຫ້ດອກລາວ

ເຈົ້າອົດໄວ້ເຮັດຫຍັງຊັ້ນ ນ່າ

໖ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ soudkeo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Miro ຂຽນວ່າ...
ທີ່ຈີງແລ້ວ ຄົນເຮົາມີຄວາມສຸກເມື່ອໄດ້ຮັກແລະເສ່ຍສະລະເພື່ອຜູ້ອື່ນ ເຊັ່ນດຽວກັບພໍ່ແມ່ຮັກລູກ. ແຕ່ເມື່ອເຂົາແກ້ໂຕຈັ່ງຊັ້ນກໍ່ຖືວ່າ ວາດສະໜາເຂົາບໍ່ເຖີງເຮົາ ແລະກໍ່ຂໍໃຫ້ເຂົາພົບ ມາຕະຖານທີ່ຕໍ່າກ່ວາທີ່ເຮົາມອບໃຫ້ເຂົາ ແລ້ວກໍ່ຈົບ. ນອກຈາກດີແລ້ວຕ້ອງພ້ອມທຸກຢ່າງ ແລະ ສຳຄັນທີ່ສຸດແມ່ນຄັກອີກ ແລະ ເຈົ້າຢືນຢັນໄດ້ແລ້ວບໍ ວ່າເຈົ້າເປັນຜູ້ຄັກທີ່ສຸດຂອງເຂົາ.

ຫຼືວ່າຍ້ອນບໍ່ໄດ້ໃຫ້ດອກລາວ

ເຈົ້າອົດໄວ້ເຮັດຫຍັງຊັ້ນ ນ່າ

ກະຍ້ອນວ່າຮັກຫັນລະ ຂ້ອຍເຊຶ່ອວ່າຫຼາຍໆຄົນກະເປັນຄືກັນຖ້າໄດ້ຮັກໃຜແທ້ບໍ່ຄ່ອຍຄິດເລຶ່ອງພວກນີ່ດອກຖ້າເຂົາບໍ່ສະເໜີມາຈັ່ງຊິສະໜອງໃຫ້້(ຫຼືວ່າຍ້ອນຂ້ອຍໂງເອງກະບໍ່ຮູ້)

ີຢາກກັບມາເປັນຄືເກົ່າຕອນທີ່ເຮົາຍັງບໍ່ຮູ້ຈັກກັນ

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ soulivong ຂຽນວ່າ...
ອີ່ໃດມັນມັກຄົນຊົ່ວບອກ ຂ້ອຍ

ແລ້ວເຈົ້າຊິພານາງໄປນະຣົກວ່າຊັ້ນສາ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ soudkeo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ soudkeo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Miro ຂຽນວ່າ...
ທີ່ຈີງແລ້ວ ຄົນເຮົາມີຄວາມສຸກເມື່ອໄດ້ຮັກແລະເສ່ຍສະລະເພື່ອຜູ້ອື່ນ ເຊັ່ນດຽວກັບພໍ່ແມ່ຮັກລູກ. ແຕ່ເມື່ອເຂົາແກ້ໂຕຈັ່ງຊັ້ນກໍ່ຖືວ່າ ວາດສະໜາເຂົາບໍ່ເຖີງເຮົາ ແລະກໍ່ຂໍໃຫ້ເຂົາພົບ ມາຕະຖານທີ່ຕໍ່າກ່ວາທີ່ເຮົາມອບໃຫ້ເຂົາ ແລ້ວກໍ່ຈົບ. ນອກຈາກດີແລ້ວຕ້ອງພ້ອມທຸກຢ່າງ ແລະ ສຳຄັນທີ່ສຸດແມ່ນຄັກອີກ ແລະ ເຈົ້າຢືນຢັນໄດ້ແລ້ວບໍ ວ່າເຈົ້າເປັນຜູ້ຄັກທີ່ສຸດຂອງເຂົາ.

ຫຼືວ່າຍ້ອນບໍ່ໄດ້ໃຫ້ດອກລາວ

ເຈົ້າອົດໄວ້ເຮັດຫຍັງຊັ້ນ ນ່າ

ກະຍ້ອນວ່າຮັກຫັນລະ ຂ້ອຍເຊຶ່ອວ່າຫຼາຍໆຄົນກະເປັນຄືກັນຖ້າໄດ້ຮັກໃຜແທ້ບໍ່ຄ່ອຍຄິດເລຶ່ອງພວກນີ່ດອກຖ້າເຂົາບໍ່ສະເໜີມາຈັ່ງຊິສະໜອງໃຫ້້(ຫຼືວ່າຍ້ອນຂ້ອຍໂງເອງກະບໍ່ຮູ້)

ເຄີຍໄດ້ຍິນບໍ່ ຮັກສາມປີ ບໍ່ທໍ່..ສ..ສາມເທື່ອ