ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຢາກຊື້ໃຈຄົນ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບັນດາທ່ານ ຜູ້ມີຄວາມຮູ້ ດ້ານຈິດຕະວິທະຍາ ທ່ານຈົ່ງ ອອກຄຳເຫັນຊ່ວຍແດ່

5 ສິ່ງທຳອິດຕ້ອງເຮັດ ເພື່ອຊະນະໃຈຄົນຄົນໜຶ່ງ ຕ້ອງ ເຮັດຫຍັງແດ່ ຕາມທັດສະນະຂອງທ່ານ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1. ປະພຶດໂຕໃຫ້ເປັນທີ່ນັບຖື....(ແຕ່ບໍຖືໂຕ)
2. ທົນຕໍ່ຄຳນິນທາ ຄຳເວົ້າຍຸແຍກວນອາລົມ
3. ເກັບອາກາດຄຽດ ອາການງຸດງິດ ບໍຄວນລະບາຍອອກມາໃຫ້ຄົນອື່ນເຫັນ...(ນ້ຳຂຸ້ນໄວໃນ ນ້ຳໃສໄວ້ອອກ)
4. ບໍ່ເປັນຄົນຫູເບົາ ແລະບໍໃຫ້ຄົນອື່ນມາຈູງດັງ, ບໍອວດສະຫຼາດ
5. ບໍຄວນຕັດສິນໃຈດ້ວຍຄຳເວົ້າພຽງຄົນໆດຽວ....

ຄວາມຄິດສ່ວນຕົວ ອາດຈະບໍຕົງປະເດັນ...ປານໃດ.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1. ເສີຍໆ
2. ຍິ້ມໃຫ້ບາງຄັ້ງຄາວ
3.ເຫັນດີນຳ
4. ຮັບຟັງນຳ
5. ຊ່າງຕຳໜິ
ຊ່ວຍເຫຼືອກັນ ຍາມມີບັນຫາ ບໍ່ຕອກຢ້ຳຊ້ຳເຕີມທີໃຜທີລາວສະນັ້ນຮອດທີເຮົາກໍ່ຕ້ອງການຄວາມເຫັນໃຈ.
ບໍ່ຮູ້ວ່າ ເລີຍເວົ້າໄປຊັ້ນລະ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
1. ເສີຍໆ
2. ຍິ້ມໃຫ້ບາງຄັ້ງຄາວ
3.ເຫັນດີນຳ
4. ຮັບຟັງນຳ
5. ຊ່າງຕຳໜິ
ຊ່ວຍເຫຼືອກັນ ຍາມມີບັນຫາ ບໍ່ຕອກຢ້ຳຊ້ຳເຕີມທີໃຜທີລາວສະນັ້ນຮອດທີເຮົາກໍ່ຕ້ອງການຄວາມເຫັນໃຈ.
ບໍ່ຮູ້ວ່າ ເລີຍເວົ້າໄປຊັ້ນລະ


ສາວສຸກຊ່ວຍອະທິບາຍຂໍ້5ເພີ່ມໃຫ້ແດ່ ຊິຕຳນິແບບໃດ ຕົວຢ່າງ....



໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
1. ປະພຶດໂຕໃຫ້ເປັນທີ່ນັບຖື....(ແຕ່ບໍຖືໂຕ)
2. ທົນຕໍ່ຄຳນິນທາ ຄຳເວົ້າຍຸແຍກວນອາລົມ
3. ເກັບອາກາດຄຽດ ອາການງຸດງິດ ບໍຄວນລະບາຍອອກມາໃຫ້ຄົນອື່ນເຫັນ...(ນ້ຳຂຸ້ນໄວໃນ ນ້ຳໃສໄວ້ອອກ)
4. ບໍ່ເປັນຄົນຫູເບົາ ແລະບໍໃຫ້ຄົນອື່ນມາຈູງດັງ, ບໍອວດສະຫຼາດ
5. ບໍຄວນຕັດສິນໃຈດ້ວຍຄຳເວົ້າພຽງຄົນໆດຽວ....

ຄວາມຄິດສ່ວນຕົວ ອາດຈະບໍຕົງປະເດັນ...ປານໃດ.



ມີເຫດຜົນທຸກຂໍ້ ຂອບໃຈທີ່ແນະນຳ ແຕ່ ຂໍ້ 2 ເດຍາກ ສຳລັບ ຂພຈ ຊິພະຍາຍາມລອງເບິ່ງ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...

ສາວສຸກຊ່ວຍອະທິບາຍຂໍ້5ເພີ່ມໃຫ້ແດ່ ຊິຕຳນິແບບໃດ ຕົວຢ່າງ....


ຊ່າງຕຳໜິແບບວ່າ ບໍ່ໃຫ້ທັງສອງຝ່າຍເສຍໃຈໃຫ້ກັນ ແຕ່ກໍ່ສ້າງກັນໃຫ້ດີຂຶ້ນເລື້ອຍໆຫັ້ນນ໋າ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...

ສາວສຸກຊ່ວຍອະທິບາຍຂໍ້5ເພີ່ມໃຫ້ແດ່ ຊິຕຳນິແບບໃດ ຕົວຢ່າງ....


ຊ່າງຕຳໜິແບບວ່າ ບໍ່ໃຫ້ທັງສອງຝ່າຍເສຍໃຈໃຫ້ກັນ ແຕ່ກໍ່ສ້າງກັນໃຫ້ດີຂຶ້ນເລື້ອຍໆຫັ້ນນ໋າ


ແບບວ່າ ຫາກໍ່ຮູ້ຈັກກັນ ບໍ່ຮູ້ນິດໃສແທ້ ລາວ ບາດວ່າລາວເປັນຄົນມັກຍ້ອງ ໄປຕຳນິລາວ ຊິບໍ່ໄປທາງໃໝ່ຫວາ

ແຕ່ຖ້າ ຄົນຄົນນັ້ນມີເຫດຜົນ ການຕຳນິ ເຊິ່ງກັນ ແລະ ກັນ ກໍ່ຈະຄະດວ່າ ເປັນ ການຄົບກັນ ແບບ ຈິງໃຈ ຈະເຮັດໃຫ້ລາວ ສົນໃຈໃນໂຕເຮົາໄດ້ ໃດເນາະ ຂອບໃຈທີ່ອະທິບາຍເພີ້ມ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັ່ງລະ ບໍ່ຮູ້ເດ ຂ້ອຍກໍ່ວ່າໄປຊັ້ນລະ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊະນະໃຈໃຜລະ :
1.ພໍ່ແມ່
2.ເພື່ອນ
3.ຄວາມຮັກ
4.ເພືອ່ນຮ່ວມງານ
5.ຫົວຫນ້າ


໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1.ເອົາໃຈເຂົາມາໃສ່ໃຈເຮົາ
2.ໃຫ້ກຽດແລະນັບຖືຄົນອື່ນ ຄືກັບຢາກໃຫ້ຄົນອື່ນມານັບຖືເຮົາ
3.ຍອມຮັບຟັງຂໍ້ເສຍ ຄຳຕຳນິຂອງຄົນອື່ນແລ້ວນຳມາປັບປຸງ
4.ໃຊ້ສະຕິແລະເຫດຜົນໃນການເວົ້າແລະແກ້ໄຂບັນຫາ
5.ມິຄວາມຍຸດຕິທຳບໍ່ເຂົ້າຂ້າງໃຜ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ poay ຂຽນວ່າ...
1.ເອົາໃຈເຂົາມາໃສ່ໃຈເຮົາ
2.ໃຫ້ກຽດແລະນັບຖືຄົນອື່ນ ຄືກັບຢາກໃຫ້ຄົນອື່ນມານັບຖືເຮົາ
3.ຍອມຮັບຟັງຂໍ້ເສຍ ຄຳຕຳນິຂອງຄົນອື່ນແລ້ວນຳມາປັບປຸງ
4.ໃຊ້ສະຕິແລະເຫດຜົນໃນການເວົ້າແລະແກ້ໄຂບັນຫາ
5.ມິຄວາມຍຸດຕິທຳບໍ່ເຂົ້າຂ້າງໃຜ



ໜ້າຈະໃຊ້ໄດ້ ເຫດຜົນດີ ຂອບໃຈ ຊ່ວຍແນະນຳ