ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ມື້ນີ້ເປັນມື້ແຫ່ງກຳ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດເບິ່ງຄົນເຮົາສ້າງປະທິທິນຂຶ້ນມາແລ້ວສະຫລອງຢ່າງມ່ວນຊື່ນ ແຕ່ກໍ່ແລກກັບການຂ້າສັດ

ພວກເຂົາເສຍສະຫລະຊີວິດໂຕເອງເພື່ອຄວາມສຸກສຳລານຂອງມະນຸດ ...... ໃຜມີໂອກາດເຂົ້າວັດໃສ່ບາດໃຫ້ເພິ່ນແນ່ເນີ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການຂ້າສັດຕັດຊີວິດ ມັນເປັນກົດເກນຂອງທຳມະຊາດຢູ່ແລ້ວ....ຕໍ່ສູ້ເພື່ອຄວາມຢູ່ຫຼອດຕັ້ງແຕ່ໃດໆມາ ສ່ວນສັດມັນກໍ່ຂ້າສັດນ້ອຍສັດທີ່ມັນກິນໄດ້ ເພື່ອນຳມາເປັນອາຫານລ້ຽງຊີບຂອງຕົນ...ແຕ່ຢ່າງໃດກໍດີການທີ່ເຮົາບໍບຽດບຽນ ເຊິງກັນແລະກັນເປັນສິ່ງທີ່ປະເສີດທີ່ສຸດ ເພາະຈະເຮັດໃຫ້ໂລກເຮົາສວຍງາມຂຶ້ນ.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດວ່າມື້ແຫ່ງກຳ ຍົມມະບານລົງມາເອົາໃຜທີ່ຂັບລົດໄວຕຳກັນ...........


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ການຂ້າສັດຕັດຊີວິດ ມັນເປັນກົດເກນຂອງທຳມະຊາດຢູ່ແລ້ວ....ຕໍ່ສູ້ເພື່ອຄວາມຢູ່ຫຼອດຕັ້ງແຕ່ໃດໆມາ ສ່ວນສັດມັນກໍ່ຂ້າສັດນ້ອຍສັດທີ່ມັນກິນໄດ້ ເພື່ອນຳມາເປັນອາຫານລ້ຽງຊີບຂອງຕົນ...ແຕ່ຢ່າງໃດກໍດີການທີ່ເຮົາບໍບຽດບຽນ ເຊິງກັນແລະກັນເປັນສິ່ງທີ່ປະເສີດທີ່ສຸດ ເພາະຈະເຮັດໃຫ້ໂລກເຮົາສວຍງາມຂຶ້ນ.



ເຈົ້າວ່າແມ່ນເລື່ອງປົກກະຕິ ກະແມ່ນ ແຕ່ວ່າຖ້າອີງຕາມກົດແຫ່ງກຳເຊັ່ນ
ຊາດນີ້ໃຜມີອາຊີບຂ້າຫມູຈຳຫນ່າຍ..ຂ້າຫມູມື້ລະ 5-10 ໂຕ
ຕາຍໄປຊາດຫນ້າກະໄປເປັນໝູໃຫ້ເຂົາຂ້າ ອີກຫລາຍຊາດ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ວັນທີ 31/12/2013 ກົງກັບມື້ແຮມ 14ຄ່ຳ (ສິນດັບ)ເດືອນຈຽງ ຕອນເຊົ້າກະໄປໃສ່ບາດ, ຕອນສວຍໄປປ່ອຍປາ, ໄປໄຫວ້ພະທາດຫລວງເອົາໂຊກເອົາໄຊ
ທີ່ແລກກະຄິດວ່າຊິໄປສວດມົນຂ້າມປີນຳເພີ່ນຊັ້ນດອກຢູ່ຫໍທຳ ໝູ່ມັນພັດບໍ່ມີຜູ້ເຝົ້າຮ້ານກະເລີຍບໍ່ໄດ້ໄປ

- ເລື່ອງຂ້າສັດ ຕັດຊີວິດນີ້ປອດເລີຍເພາະປົກກະຕິກະບໍ່ກິນງົວ-ຄວາຍຢູ່ແລ້ວ ອີກຢ່າງຖ້າຊິໃຫ້ຂ້ານີ້ບໍ່ມີອັນອື່ນຊິກິນກະບໍ່ກິນ ຄິດຢ່າງດຽວວ່າສັດໂລກຍ່ອມ
ເປັນໄປຕາມກຳ ຖ້າເຮົາບໍ່ບຽດບຽນເຂົາ ເຂົາກະບໍ່ບຽດບຽນເຮົາ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ມື້ວັນທີ 31/12/2013 ກົງກັບມື້ແຮມ 14ຄ່ຳ (ສິນດັບ)ເດືອນຈຽງ ຕອນເຊົ້າກະໄປໃສ່ບາດ, ຕອນສວຍໄປປ່ອຍປາ, ໄປໄຫວ້ພະທາດຫລວງເອົາໂຊກເອົາໄຊ
ທີ່ແລກກະຄິດວ່າຊິໄປສວດມົນຂ້າມປີນຳເພີ່ນຊັ້ນດອກຢູ່ຫໍທຳ ໝູ່ມັນພັດບໍ່ມີຜູ້ເຝົ້າຮ້ານກະເລີຍບໍ່ໄດ້ໄປ

- ເລື່ອງຂ້າສັດ ຕັດຊີວິດນີ້ປອດເລີຍເພາະປົກກະຕິກະບໍ່ກິນງົວ-ຄວາຍຢູ່ແລ້ວ ອີກຢ່າງຖ້າຊິໃຫ້ຂ້ານີ້ບໍ່ມີອັນອື່ນຊິກິນກະບໍ່ກິນ ຄິດຢ່າງດຽວວ່າສັດໂລກຍ່ອມ
ເປັນໄປຕາມກຳ ຖ້າເຮົາບໍ່ບຽດບຽນເຂົາ ເຂົາກະບໍ່ບຽດບຽນເຮົາ



ເວົ້າຄັກເວີຍ ຂ້ອຍຢາກໃຫ້ເຈົ້າສະໝັກ pasalao.activeboard.com ໃສ່ຊື່ນີ້ແລ້ວໄປສົນທະນາກັນຢູ່ຫັ້ນ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໒ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ມື້ນີ້ກີນປີ້ງໝາບໍ່ແມ່່ນມື້ແຫ່ງກຳຕິ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອີກ ຕ ມື້ ຮອດມື້ແຫ່ງກຳອີກ ຮອບໜຶ່ງ(ບຸນປີໃໝ່ລາວ )