ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ແສນພູມໃຈ(ມີແຂວງໄຊສົມບູນ)

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈພັກລັດ ເພິ່ນໄປຕັ້ງແຂວງໄຊສົມບຸນ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຂົ້າໃຈ ເພິ່ນຍົກແຂວງໄຊສົມບູນໄປວາງໄວ້ຫວາ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
"ຕັ້ງ" ຂພຈ ຢາກໝາຍຄວາມວ່າ "ສ້າງຕັ້ງ"

ທີ່ນັ້ນ ມີບໍ່ຄຳ,ອາກາດດີ(ໜາວ), ມີພູທີ່ສູງທີ່ສຸດໃນປະເທດລາວ 2850 ແມັດ ລະດັບສຸງຈາກໜ້ານ້ຳທະເລ(ພູເບ້ຍ) ມີຜາຫີນອ້ອມຕົວເມືອງ ແສນສວຍງາມ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງົງ ຕັ້ງຈາກເຂດພິເສດເປັນແຂວງໄຊສົມບຸນບໍ?


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ງົງ ຕັ້ງຈາກເຂດພິເສດເປັນແຂວງໄຊສົມບຸນບໍ?



ແມ່ນແລ້ວ ເປັນແຂວງທີ17 ຂອງສປປລາວ ຄັນຈື່ບໍ່ຜິດ ກລນ ເບິ່ງຕາມລີ້ງນີ້:
http://www.youtube.com/watch?v=KoFbFo8qIf0


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະຕິບັດຕາມມະຕິຕົກ ລົງຂອງສະພາແຫ່ງຊາດ ສະ ບັບເລກທີ 012/ສພຊ, ລົງ ວັນທີ 13 ທັນວາ 2013 ວ່າ ດ້ວຍການຮັບຮອງເອົາການ ສ້າງຕັ້ງແຂວງໃໝ່ແຂວງໄຊ ສົມບູນ. ໃນວັນທີ 31 ທັນວາ 2013 ທ່ານ ທອງສິງ ທໍາມະ ວົງ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດ ຖະມົນຕີ ພ້ອມດ້ວຍຄະນະ ໄດ້ເປັນກຽດເດີນທາງໄປເຂົ້າ ຮ່ວມພິທີປະກາດການສ້າງ ຕັ້ງແຂວງໄຊສົມບູນເຊິ່ງມີບັນ ດາການນຳຈາກສູນກາງພັກ, ລັດຖະບານ, ສະພາແຫ່ງ ຊາດ, ແຂວງອ້ອມຂ້າງພ້ອມ ດ້ວຍຄະນະນໍາຂອງແຂວງໄຊ ສົມບູນ, ເມືອງ ແລະ ພໍ່ແມ່ ປະຊາຊົນພາຍໃນແຂວງ ເຂົ້າຮ່ວມ.
ໃນພິທີ, ກໍ່ໄດ້ມີການປະ ກາດການຈັດຕັ້ງຂອງອົງຄະ ນະພັກແຂວງ 21 ທ່ານ, ພ້ອມທັງດຳລັດຂອງປະທານ ປະເທດ ແຕ່ງຕັ້ງທ່ານ ສົມ ບັດ ເຢຍລີເຮີ ເປັນເຈົ້າ ແຂວງໆ ໄຊສົມບູນ ແລະ ຮອງເຈົ້າແຂວງ 2 ທ່ານ; ນອກຈາກນີ້, ທ່ານ ສົມບັດ ເຢຍລີເຮີ ກໍ່ໄດ້ລາຍງານໃຫ້ ຊາບກ່ຽວກັບຜົນສໍາເລັດການ ກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກ ຢູ່ເມືອງຫົ່ມ ແລະ ເມືອງໄຊ ສົມບູນ ຊຶ່ງມາຮອດປັດຈຸບັນ 2 ເມືອງມີ 7.802 ຄອບຄົວ. ໃນນັ້ນ, ມີ 1.431 ຄອບຄົວ ທຸກຍາກເທົ່າກັບ 18,34% ທຽບໃສ່ປີຜ່ານມາຫຼຸດລົງ 5,34%, ມີຄອບຄົວພັດທະ ນາ 4.246 ຄອບຄົວ ເທົ່າກັບ 54,42%, ບ້ານທຸກຍາກຍັງ ເຫຼືອ 13 ບ້ານ ຈາກ 58 ບ້ານ ກວມ 22,41%; ພ້ອມດຽວ ກັນນັ້ນ, ຍັງໄດ້ສຸມໃສ່ໃນ ການສ້າງບ້ານພັດທະນາ, ການສ້າງບ້ານໃຫຍ່ໃຫ້ການ ເປັນຕົວເມືອງນ້ອຍໃນຊົນນະ ບົດ, ການເຮັດທົດລອງສາມ ສ້າງ ແລະ ການສົ່ງພະນັກ ງານລົງສູ່ຮາກຖານກໍ່ໄດ້ຮັບ ການປັບປຸງ ແລະ ພັດທະນາ ເປັນກ້າວໆເຊິ່ງແຂວງໄຊສົມ ບູນ ປະກອບມີ 5 ເມືອງ ຄື: ເມືອງອານຸວົງ (ທີ່ປ່ຽນຊື່ຈາກ ເມືອງໄຊສົມບູນ), ເມືອງຮົ່ມ (ທີ່ເຄີຍຂຶ້ນກັບແຂວງວຽງຈັນ) ເມືອງທ່າໂທມ (ທີ່ເຄີຍຂຶ້ນກັບ ແຂວງຊຽງຂວາງ), ເມືອງລ່ອງ ຊານ ແລະ ເມືອງລ່ອງແຈ້ງ; ມີທີ່ຕັ້ງຢູ່ຈຸດໃຈກາງຂອງປະ ເທດ, ມີເນື້ອທີ່ກວ້າງຂວາງ ເໝາະສົມໃຫ້ແກ່ການປູກຝັງ ລ້ຽງສັດ, ເນື້ອທີ່ສ່ວນໃຫຍ່ ເປັນພູສູງ, ເຫວເລິກ, ແຕ່ອຸ ດົມສົມບູນໄປດ້ວຍຊັບພະຍາ ກອນທໍາມະຊາດ, ມີແມ່ນໍ້າ ຫຼາຍສາຍ ແລະ ມີໂຄງການກໍ່ ສ້າງໄຟຟ້ານໍ້າຕົກຫຼາຍແຫ່ງ ຊຶ່ງສ້າງລາຍຮັບໃຫ້ປະເທດ ຊາດຫຼາຍສົມຄວນ. ນອກ ນັ້ນ, ຍັງມີຄວາມອຸດົມສົມບູນ ທາງດ້ານຊັບພະຍາກອນບໍ່ ແຮ່, ມີທິວທັດທໍາມະຊາດທີ່ ສວຍງາມ, ມີພູເບ້ຍທີ່ສູງທີ່ ສຸດ 2.823 ແມັດ ແລະ ລືຊື່ ຂອງປະເທດເຮົາ, ມີສະຖານ ທີ່ປະຫວັດສາດ, ຮີດຄອງປະ ເພນີ, ວັດທະນະທໍາຂອງປະ ຊາຊົນລາວບັນດາເຜົ່າຊຶ່ງສາ ມາດຂຸດຄົ້ນ ແລະ ສ້າງເປັນ ແຫຼ່ງທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາບັນດາ ເຜົ່າ.
ໃນໂອກາດດັ່ງກ່າວທ່ານ ນາຍົກລັດຖະມົນຕີໄດ້ສະ ແດງຄວາມຊົມເຊີຍຕໍ່ບັນດາ ຜົນສຳເລັດຂອງແຂວງທີ່ ຍາດມາໄດ້ໃນໄລຍະທີ່ຫາກໍ່ ສ້າງຕັ້ງເປັນແຂວງໃໝ່. ແຕ່ ເຖິງຢ່າງໃດກໍ່ຕາມ, ເພື່ອເປັນ ທິດທາງໃຫ້ແກ່ການຊີ້ນໍາ-ນໍາພາ ແລະ ການຄຸ້ມຄອງ ບໍລິຫານກໍ່ຄືຄະນະບໍລິຫານ ງານພັກແຂວງໄຊສົມບູນທີ່ ໄດ້ຮັບການແຕ່ງຕັ້ງໃໝ່ນີ້ ທ່ານນາຍົກລັດຖະມົນຕີກໍ່ໄດ້ ມີທິດຊີ້ນໍາໃຫ້ແຂວງເອົາໃຈ ໃສ່ຫຼາຍບັນຫາເປັນຕົ້ນຕ້ອງ ຊາບຊຶມຢ່າງເລິກເຊິ່ງໃນໜ້າ ທີ່ການເມືອງຂອງຕົນເຮັດທຸກ ສິ່ງທຸກຢ່າງເພື່ອເຮັດໃຫ້ ແຂວງນີ້ມີຄວາມເຂັ້ມແຂງ ຮອບດ້ານ, ປະຊາຊົນຫຼຸດພົ້ນ ອອກຈາກຄວາມທຸກຍາກ, ນໍາເອົາແຂວງໄຊສົມບູນຫຼຸດ ພົ້ນຈາກຄວາມດ້ອຍພັດທະ ນາ, ສ້າງສັງຄົມໃຫ້ເປັນສັງ ຄົມປອງດອງ, ສາມັກຄີ, ສີ ວິໄລ ແລະ ຍຸດຕິທໍາ; ເພາະ ສະນັ້ນຕ້ອງຮີບດ່ວນຄົ້ນຄວ້າ ແລະ ວາງລະບຽບແບບແຜນ ວິທີເຮັດວຽກຂອງຄະນະບໍລິ ຫານງານພັກແຂວງ, ເມືອງ, ເຮັດວຽກມີແຜນການ, ມີໂຄງ ການ, ມີແຜນດໍາເນີນງານປະ ຈໍາ, ມີການມອບຄວາມຮັບ ຜິດຊອບໃຫ້ຈະແຈ້ງ, ມີລະ ບອບປະຊຸມສະຫຼຸບຖອດ ຖອນບົດຮຽນເປັນປົກກະຕິ ແຕ່ລະວຽກ; ສືບຕໍ່ສ້າງຕັ້ງກົງ ຈັກການຈັດຕັ້ງອ້ອມຂ້າງ ແຂວງຕາມທິດ 3 ສ້າງ; ດໍາ ເນີນການຊັບຊ້ອນຈັດວາງ ບ່ອນເຮັດວຽກໃຫ້ຫ້ອງວ່າ ການແຂວງ, ອົງການອ້ອມ ຂ້າງແຂວງ, ຫ້ອງການປົກ ຄອງເມືອງ, ໃຫ້ຊັບຊ້ອນ ແລະ ນໍາໃຊ້ອາຄານຕ່າງໆ ທີ່ມີໃນປັດຈຸບັນ ແລ້ວຈຶ່ງຂຶ້ນ ແຜນປຸກສ້າງສິ່ງທີ່ຈໍາເປັນ, ສ້າງເງື່ອນໄຂບ່ອນເຮັດວຽກ ໃຫ້ພະນັກງານໃຫ້ເຂົ້າສູ່ ຄວາມສະຫງົບໂດຍໄວ; ຮີບ ດ່ວນປັບປຸງບູລະນະແຜນພັດ ທະນາເສດຖະກິດ-ສັງຄົມ ຂອງແຂວງ ໃນສະເພາະໜ້າ ແລະ ຍາວນານ; ເພີ່ມທະວີ ການນໍາພາຂອງຄະນະພັກ ທຸກຂັ້ນຕໍ່ວຽກງານ ປກຊ-ປກສ, ຮັບປະກັນສະຖຽນລະ ພາບທາງດ້ານການເມືອງ ແລະ ຄວາມສະຫງົບຢ່າງໜັກ ແໜ້ນ; ເອົາໃຈໃສ່ຕໍ່ການ ສ້າງພັກ, ພະນັກງານ, ສືບຕໍ່ ປັບປຸງບັນດາການຈັດຕັ້ງໃນ ລະບົບການເມືອງຢູ່ຮາກ ຖານ, ຍົກລະດັບຄວາມສາ ມາດນໍາພາຂອງໜ່ວຍພັກ ແລະ ການຄຸ້ມຄອງບໍລິຫານ ຂອງອົງການປົກຄອງບ້ານ, ປັບປຸງອົງການແນວລາວສ້າງ ຊາດ ແລະ ບັນດາອົງການຈັດ ຕັ້ງມະຫານຊົນແນ່ໃສ່ໃຫ້ ເຄື່ອນໄຫວຕາມພາລະບົດ ບາດ, ສິດ ແລະ ໜ້າທີ່, ເອົາ ໃຈໃສ່ສ້າງພະນັກງານຂັ້ນ ບ້ານນັບທັງດ້ານຈໍານວນ ແລະ ຄຸນນະພາບ; ປະຕິບັດ ການພົວພັນຮ່ວມມືດ້ານເສດ ຖະກິດກັບຕ່າງປະເທດເພື່ອ ລະດົມທຸກແຫຼ່ງທຶນມາພັດທະ ນາແຂວງ.

ຫລື
http://www.kongthap.gov.la/index.php?option=com_content&view=article&id=10556:2014-01-03-02-35-21&catid=12:lastnews

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວລີກູດ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜຢາກລອງໄປສຳພັດອາກາດໜາວ ເຊີນ ເດີ ໄຊສົມບູນ
ດິນແດນບໍ່ຄຳ, ຖ້ຳເຈົ້າອານຸ, ມີປາຕີນ,ດິນແດນໜາວ, ສາວມັ້ງ,ອົ້ງລົ້ງຕິນຜາຫີນ,ໄປຊີມດອກກະຈຽວຝຼີ(ຍາມໜາວ), ມີໜອງກາງເມືອງ,ຮູ່ງເຮືອງຫຼາຍຊົນເຜົ່າ,ເຂດເກົ່າພູສູ່ງ 2580 ມ (ຈາກໜ້ານ້ຳທະເລ) ເພິ່ນວ່າ
ຢາກໄປທ່ຽວແຂວງໃໝ່ ຈອງທົວໄດ້ທີ່ຫລັງໄມ


໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ໃຜຢາກລອງໄປສຳພັດອາກາດໜາວ ເຊີນ ເດີ ໄຊສົມບູນ
ດິນແດນບໍ່ຄຳ, ຖ້ຳເຈົ້າອານຸ, ມີປາຕີນ,ດິນແດນໜາວ, ສາວມັ້ງ,ອົ້ງລົ້ງຕິນຜາຫີນ,ໄປຊີມດອກກະຈຽວຝຼີ(ຍາມໜາວ), ມີໜອງກາງເມືອງ,ຮູ່ງເຮືອງຫຼາຍຊົນເຜົ່າ,ເຂດເກົ່າພູສູ່ງ 2580 ມ (ຈາກໜ້ານ້ຳທະເລ) ເພິ່ນວ່າ
ຢາກໄປທ່ຽວແຂວງໃໝ່ ຈອງທົວໄດ້ທີ່ຫລັງໄມ

ຢາກໄປຢູ່ ແຕ່ທາງຄົດໂພດເມົາລົດ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ soulinthone ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ໃຜຢາກລອງໄປສຳພັດອາກາດໜາວ ເຊີນ ເດີ ໄຊສົມບູນ
ດິນແດນບໍ່ຄຳ, ຖ້ຳເຈົ້າອານຸ, ມີປາຕີນ,ດິນແດນໜາວ, ສາວມັ້ງ,ອົ້ງລົ້ງຕິນຜາຫີນ,ໄປຊີມດອກກະຈຽວຝຼີ(ຍາມໜາວ), ມີໜອງກາງເມືອງ,ຮູ່ງເຮືອງຫຼາຍຊົນເຜົ່າ,ເຂດເກົ່າພູສູ່ງ 2580 ມ (ຈາກໜ້ານ້ຳທະເລ) ເພິ່ນວ່າ
ຢາກໄປທ່ຽວແຂວງໃໝ່ ຈອງທົວໄດ້ທີ່ຫລັງໄມ

ຢາກໄປຢູ່ ແຕ່ທາງຄົດໂພດເມົາລົດ


ກິນເບຍກ່ອນໄປຈຶ່ງບໍ່ເມົາລົດ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ບໍ່ເຂົ້າໃຈ ເພິ່ນຍົກແຂວງໄຊສົມບູນໄປວາງໄວ້ຫວາ


ເວົ້າແບບ ,,, ເນາະ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Num1 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ບໍ່ເຂົ້າໃຈ ເພິ່ນຍົກແຂວງໄຊສົມບູນໄປວາງໄວ້ຫວາ


ເວົ້າແບບ ,,, ເນາະ



໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄປທ່ຽວ

★★★★★★★★