ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ອັນງ່າຍໆແຕ່ຂ້ອຍຊໍ້າພັດບໍ່ເນາະ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີເລື່ອງຂໍຖາມໃຜຮູ້ລະຊ່ວຍແບ່ງປັນໃຫ້ແດ່ເດີ
1/ ເຈົ້າແຂວງແຕ່ລະແຂວງຊື່ຫຍັງ?
2/ ແຕ່ລະແຂວງຂອງປະເທດລາວມີຈັກເມືອງ?ເມືອງໃດແດ່?
ຂອບໃຈລ່ວງຫນ້າຫລາຍໆເດີ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຫຍັງລະ?


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຳລັງພີມຄຳຖາມຢູ່ໄຟຟ້າດັບແຕ່ກະທູ້ພັດຕັ້ງໄດເສີຍເນາະອິອິອິ
ມີເລື່ອງຂໍຖາມໃຜຮູ້ລະຊ່ວຍແບ່ງປັນໃຫ້ແດ່ເດີ
1/ ເຈົ້າແຂວງແຕ່ລະແຂວງຊື່ຫຍັງ?
2/ ແຕ່ລະແຂວງຂອງປະເທດລາວມີຈັກເມືອງ?ເມືອງໃດແດ່?
ຂອບໃຈລ່ວງຫນ້າຫລາຍໆເດີ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຳລັບນະຄອນຫລວງວຽງຈັນແມ່ນຮູ້ແລ້ວວ່າມີ9ຕົວເມືອງຄື:
01/ ເມືອງ ຈັນທະບູລີ
02/ ເມືອງ ສີໂຄດຕະບອງ
03/ ເມືອງ ສີສັດຕະນາກ
04/ ເມືອງ ໄຊເສດຖາ
05/ ເມືອງ ຫາດຊາຍຟອງ
06/ ເມືອງ ໄຊທານີ
07/ ເມືອງ ປາກງື່ມ
08/ ເມືອງ ນາຊາຍທອງ
09/ ເມືອງ ສັງທອງ
ແລະແຂວງ ຫົວພັນ ແມ່ນແຂວງຂອງຂ້າພະເຈົ້າກໍຮູ້ແລ້ວວ່າມີ10ເມືອງຄື :
01/ ເມືອງ ຊຳເໜືອ
02/ ເມືອງ ວຽງໄຊ
03/ ເມືອງ ຊຳໃຕ້
04/ ເມືອງ ກວັນ
05/ ເມືອງ ສົບເບົາ
06/ ເມືອງ ຊຽງຄໍ້
07/ ເມືອງ ແອດ
08/ ເມືອງ ຫົວເມືອງ
09/ ເມືອງ ຮຽມ
10/ ເມືອງ ຊອ່ນ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ ມາຍກ໋ອດ ຕ້ອງຊອກຂໍ້ມູນດົນເລີຍເດີເພິ່ນ ອິອິ ຖາມຄົນແຕ່ລະແຂວງ ຫຼື ພະແນກທີ່ກ່ຽວຂ້ອງ ແຮແຮ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ສະຫວັນນະເຂດ ບ້ານເກີດຂ້ອຍ​:
1. ໄກສອນ ພົມວິຫານ ( ຄັນທະບູລີ )
2. ໄຊພູທອງ ( ພູມມະເຈດີ )
3. ໄຊບູລີ
4. ສອງຄອນ
5. ອຸທຸມພອນ ( ເຊໂນ )
6. ຈຳພອນ
7. ສອງຄອນ
8. ທ່າປາງທອງ
9. ຊົນບູລີ
10. ອາດສະພອນ
11. ອາດສະພັງທອງ
12. ພີນ
13. ວິລະບູລີ
14. ເຊໂປນ
15. ນອງ
16. ພະລານໄຊ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ເຂົາໄປທີ່ນີ້ເດີ ( ແຕ່ບໍ່ຄົບປານໃດ ) ສປປລາວ ແລ້ວເລື່ອນລົງໄປເບິ່ງແຕ່ລະແຂວງ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈເດີອ້າຍໃຫຍ່ ວ່າໄປຫວຽດມາຊິໂທຫາອ້າຍ ແຕ່ມື້ມາຮອດຄໍ່າໂພດ ຫມູ່ຊໍ້າພັດມາຫລີ້ນຢູ່ເຮືອນຖ້າແລ້ວແລະໂທຫາສາວອຸ້ຍກະວ່າບໍ່ຮູ້ທາງມາເລີຍບໍ່ໄດ້ໂທຫາອ້າຍມື້ໃດຫວ່າງໆລະນັ່ງຈີບເຫລົ້ານຳກັນເນາະອ້າຍສີສົມພູລາວກະໂທຫານ້ອງຢູ່ ຮັກແພງ
ອ້າງເຖິງຂໍ້ຄວາມຈາກ sengsvang ຂຽນວ່າ...
ເຂົາໄປທີ່ນີ້ເດີ ( ແຕ່ບໍ່ຄົບປານໃດ ) ສປປລາວ ແລ້ວເລື່ອນລົງໄປເບິ່ງແຕ່ລະແຂວງ


ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ກົດເບິ່ງຕາມນີ້
(ບາງແຂວງມີການປ່ຽນແປງບາງຕໍາແນ່ງເດີ້)


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ່ະ ບໍ່ກ່ຽວປານໃດ ແຕ່ຖ້າຢາກໄດ້ລະຫັດໄປສະນີແຕ່ລະເມືອງ ພ້ອມຊື່ເມືອງ ໃຫ້ເບິ່ງໄດ້ໃນ http://realme.au8ust.org/2013/10/ລະຫັດໄປສະນີລາວ ເດີ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ແຕ່ງກອນໄດ້ຄົບທຸກເມືອງທຸກແຂວງແລ້ວບໍນ້ອງ?

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.