ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຢາກໃຫ້ສະມາຊິກຊ່ວຍ ປະກອບຄຳຄິດເຫັນກ່ຽວAEKIT ວ່າມີຄວາມເປັນໄປໄດ້ ບໍ???

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີ
ເລື່ອງມັນກໍມີຢູ່ວ່າ ເສົາອາທິດທີ່ ຜ່ານມາ 10-11 ພຶດສະພາ 2014 ເຮົາໄດ້ໄປພົບກັບຕົວແທນບໍລິສັດ AEKIT computer ໂດຍບັງເອີນ
ເປັນບໍລິສັດ ແຟຣນໄຊ ສັນຊາດລາວ ເປັນທຸລະກິດເຄືອ່ຄ່າຍບໍລິການ ຊຳລະ ຄ່າໂທລະສັບ ຄ້າຍ Top up ນີ້ ແລະ
ແຕ່ເຮົາບໍຮູ້ວ່າບໍລິສັດນີ້ ດຳເນີນທຸລະ ກິດຖຶກຕ້ອງແທ້ບໍ່ ເລີຍບໍກ້າ ສະໜັກນຳ ແຕ່ວ່າ ໄດ້ ເອົາ ນາມບັດ ແລະເອກະສານ ນຳເຂົາ ມາເບີ່ງ
www.aekit.com.la and www.aek.net ແມ່ນທີ່ ຢູ່ຂອງເຂົາ
ໃຜຮູ້ ລາຍລະອຽດຫລື ມີ ຊ່ອງທາງກວດ ສອບ ກໍ່ຊ່ວຍ ຕິດຕາມໃຫ້ ແນ່
ຂອບໃຈລວງ;ໜ້າ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືເກົ່າ ພວກນີ້ສິນຄ້າລາຄາຂາຍປົກກະຕິ 50,000 ກີບ
ມັນເອົາມາໃຫ້ເຮົາຂາຍໃຫ້ຄົນຮູ້ຈັກ 100,000 ກີບ ແລ້ວອ້າງຊັບພະຄຸນເກີນຈິງ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຄືເກົ່າ ພວກນີ້ສິນຄ້າລາຄາຂາຍປົກກະຕິ 50,000 ກີບ
ມັນເອົາມາໃຫ້ເຮົາຂາຍໃຫ້ຄົນຮູ້ຈັກ 100,000 ກີບ ແລ້ວອ້າງຊັບພະຄຸນເກີນຈິງ


ແມ່ນໆ ຮູ້ແລ້ວບອກຕໍ່

ຄິດດີ ເວົ້າດີ ເຮັດດີ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ພວກ MLM​ ຫຼືທຸລະກິດປະເພດແຊລູກໂສ້ ຢ່າໄປໃກ້ =_=


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຮູ້ວ່າບໍລິສັດນີ້ ສ້າງຕັ້ງແລະດຳເນີນ ທຸລະກິດຖຶກຕອ້ງ ແທ້ບໍ ປະການໃດ ເພາະ ເທົ່າທີ່ ເຮົາໄດ້ ສອບຖາມໄປທີ່ ລາວໂທລະຄົມ ແລ້ວ ເພິ່ນບອກວ່າ ບໍ່ຮູ້ຈັກກັບ AEK It ແຕ່ຢ່າງໃດ
ຂໍສັງເກດ ຢ່າງໜຶ່ງທີ່ ພົບກໍຄື ສະມາຊິກຂອງບໍລິສັດ ເລືອກຂະຫຍາຍ ລູກຄ້າໄປທີ່ ບັນ ດານັກສຶກສາ ຕາມສະຖາບັນຕ່າງໆ ຕອນທີ່ ເຮົາ ພົບເຂົາ ແມ່ນ ທີ່ ຫໍພັກ ນັກສຶກສາ ມຂ (ມະຫາວິທະຍາໄລ ສະຫັວນນະເຂດ) ທິດຕໍ່ມາແມ່ນ ໂຮງຮຽນແພດ ເປັນຫວ່ງ ນຳ ນ້ອງໆ ນັກສຶກສາ ຢ້ານ ເຂົາ ເປັນ ເຫືຍອ ດ້ວຍຄວາມຮູ້ ເທົ່າ ບໍ່ເຖິງການ ຫາກເປັນທຸລະກິດທີ່ ມີ ຕົວຕົນ ກໍ່ ດີ ເພາະ ຈະ ສາມາດ ສ້າງລາຍຮັບ ໃຫ້ ໄດ້

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ