ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຮູ້ສຶກມັກ ກັບ ຮູ້ສຶກຮັກ ຕ່າງກັນຢູ່ຫວາ!

໔ ກະທູ້
໖໖ ໂພສ
ຂາປະຈຳເວັບບອດ
ກະບໍ່ມີຍັງຫຼາຍ ແຫແຫ ພຽງຕ້ອງການຂໍຄວາມຄິດເຫັນຈາກໝູ່ເພື່ອນຊື່ໆ ຂໍແບບຈັດເຕັມເດີ ...ພໍດີເຈົ້າຂອງກະທູ້ບໍ່ຄ່ອຍເກັ່ງເລື້ອງຮັກໆໃຄໆ :)

ຂໍພຽງອົດທົນ ແລະ ເຊື່ອໝັນ ຝັນນັ້ນຢູ່ບໍ່ໄກ

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ມັກ ຄືການຖຶກໃຈ
ຮັກ ຄຶການຫລົງໄຫລ
ອະທິບາຍໄດ້ຊຳນີ່ຫລະ ຂ້ອຍກະບໍ່ເກັ່ງຄືກັນອັນເລື້ອງແນວນີ້




໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາຄວາມຄິດຂອງ ຂພຈ ເອງເນາະ ບໍ່ຮູ້ດອກວ່າມັນຖືກຫລືຜິດ

ສຳຫລັບຂພຈ ຄຳວ່າ ມັກ ແມ່ນ ຈະມີຄວາມຮູ້ສຶກບໍ່ຫລາຍເທົ່າຮັກ ເຮົາອາດຈະມັກໃນສີ່ງໃດສີ່ງຫນື່ງໃນໂຕເຂົາ ປື້ມ ບາງຢ່າງທີ່ເຂົາເຮັດ ຍັງບໍທັນໄດ້ຜູກແລະຜັນກັນ ສາມາດມັກຫລາຍຄົນ ໃນເວລາດຽວກັນ

ແຕ່ຄຳວ່າ ຮັກ ກະຄືເຮົາພ້ອມທີ່ຈະເຮັດທຸກຢ່າງເພື່ອເຂົາ ຮັກກະຮັກໄດ້ເທື່ອລະຄົນ ລະກະບໍ່ຢາກໃຫ້ເຂົາເສຍໃຈ ພ້ອມຈະເປັນຜູ້ໃຫ້ຫລາຍກວ່າຮັບ ສຸກທຸກຂອງເຮົາໆກະຢາກແຊໃຫ້ເຂົາຮູ້ ຫລືບໍ່ກະຫ່ວງ ກະຫວງ ຢາກເບີ່ງແຍງຢາກດູແລ ເຫັນເຂົາມີຄວາມສຸກ ເຮົາກະສຸກນຳ ເປັນຄ່າວໆແນວນີ້ ແລະຕາມ ຂພຈ ພົບພໍ້ກັບໂຕເອງມາ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມມັກຈະເປັນຄວາມສົນໃຈ ຖືກໃຈອັນໃດອັນໜຶ່ງ: ມັກກິນຊ໊ອກໂກແລັດ ມັກໝາມັກແມວ ຂ້ອຍມັກລົມກັບເຈົ້າ ຂ້ອຍມັກສຽງຂອງເຈົ້າແບບນີ້ເປັນຕົ້ນ.
ຄວາມຮັກກໍແມ່ນຄວາມສົນອັນທີ່ມີລັກສະນະສັບສົນສັບຊ້ອນຂຶ້ນອີກ ອາດຈະມີຄວາມຖືກໃຈຫຼືບໍ່ມີກໍໄດ້ ເປັນອາລົມໜຶ່ງຂອງມະນຸດ ເຊິ່ງມີຫຼາຍນິຍາມ ຮັກພໍ່ແມ່ອ້າຍເອື້ອຍນ້ອງ ຮັກພີ່ນ້ອງຮ່ວມຊາດ ຮັກປະເທດຊາດ ຮັກແບບບ່າວສາວ ຮັກແບບໝານ້ອຍຮັກເຈົ້າຂອງ ຮັກອອກແບບໄດ້ ຮັກອອກແບບບໍ່ໄດ້ ຮັກແຮກພົບ ຮັກຄືການຄອບຄອງ ຮັກຄືການໃຫ້ ຮັກທຳມະຊາດ ຮັກມະນຸດໂລກ ຮັກສັດ ແລະອື່ນໆອີກຫຼາຍແບບ. ຄົນເຮົາເກີດມານັບແຕ່ມື້ທີ່ຈື່ຄວາມໄດ້ເຮົາຈະເລີ່ມມີຄວາມມັກກ່ອນ ຫຼັງຈາກນັ້ນຈິ່ງຮຽນຮູ້ທີ່ຈະຮັກ ຮູ້ຈັກຖະໜ່ອມ ຫວງ ຫຶງ ມີຄວາມຜູ້ພັນ ມີສາຍໃຍກຽ່ວພັນ.
ສຳລັບຄວາມມັກອາດຈະເວົ້າໄດ້ວ່າເປັນສິ່ງໜຶ່ງທີ່ທຳມະຊາດມອບໃຫ້ກັບສິ່ງທີ່ມີຊີວິດໃນໂລກນີ້ (ຫຼືໃນດາວດວງອື່ນ ບໍ່ແນ່ໃຈຄືກັນ). ຄົນເຮົາທົ່ວໄປແລ້ວຈະໃຫ້ຄວາມສຳຄັນເລື່ອງຮັກຮັກນິ ຕອນອາຍຸປະມານ 10ປີຂຶ້ນໄປ ແລະ ຖືວ່າເລື່ອງຮັກເປັນເລື່ອງໃຫຍ່(ສຳລັບໃຜບາງຄົນ).
ຕາມທີ່ເຮົາມີປະສົບການແລະສັງເກດມາຈາກຫຼາຍໆຄົນຫຼາຍໆເຫດການ ຮູ້ວ່າ ”ຮັກ” ເປັນສິ່ງທີ່ຂາດບໍ່ໄດ້ສຳລັບມະນຸດໂລກ. ຮັກ ມີຫຼາຍລະດັບ ທີ່ມີຫຼາຍປັດໄຈມາປະສົມປົນກັນຕື່ມຄວາມເຂັ້ມໃຫ້ຄວາມ”ຮັກ”ມີຫຼາຍລົດຊາດ ຕົວຢ່າງຮູບເງົາລາວເລື່ອງ ”ຮັກອໍ່າລໍ່າ” ເລື່ອງນີ້ເພິ່ນວ່າ ຮັກມີຫຼາຍລົດຊາດ ທັງສົມຫວັງ ທັງບໍ່ສົມຫວັງ ທັງໄດ້ຢູ່ນຳກັນ ທັງຜິດກັນ ທັງບໍ່ເຂົ້າໃຈກັນ ທັງໃຫ້ກະໄພກັນເປັນຕົ້ນ. ແລະຕົວຢ່າງອີກເລື່ອງໜຶ່ງ ລະຄອນເກົາຫຼີ Autumn in My Heart ເປັນລະຄອນເກົາຫຼີທີ່ສາມາດເຮັດໃຫ້ຜູ້ຊາຍຄົນໜຶ່ງນໍ້າຕາຍ້ອຍໄດ້ຍ້ອນຄວາມຮັກໃນເລື່ອງໄດ້. ປະສົບການເຮົາມີ ຮັກສັດ ຮັກໃນການຟັງເພງ ຮັກຝ່າຍດຽວ(ຮັກຂ້າງດຽວ ຄິດເອງເອີເອງ) ຮັກຄົນໃນຄອບຄົວ ຮັກສາມເສົ້າ(ຂ້ອຍຮັກher herຮັກhim) ຮັກຄົນມີເຈົ້າຂອງ ຮັກຫຼິ້ນໆ(ອາດຈະເວົ້າວ່າບໍ່ແມ່ນຄວາມຮັກກະໄດ້ ຄົບກິກປະມານນັ້ນ) ຮັກທີ່ບໍ່ສົມຫວັງ ແລະ ຮັກຈິງຫວັງແຕ່ງ.
ຍາວເລີຍ ຈຂກທ ປະຍາຍາມອ່ານເອົາເດີ້

ຄິດດີ ເວົ້າດີ ເຮັດດີ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັກ: ແມ່ນຄວາມຮູ້ສຶກຮັກ ແຕ່ເນັ້ນຮັກພາຍນອກຫລືຮັກໄລຍະສັ້ນຫລາຍກວ່າເຊັ່ນ ມັກໝາພັນໂກເດັ້ນ, ມັກຫລິ້ນເກມ , ມັກສີແດງ
ຮັກ: ແມ່ນຄວາມຮູ້ສຶກຮັກ ແຕ່ເນັ້ນຮັກໄລຍະບາວແລະຊັບຊ້ອນຫລາຍກວ່າເຊັ່ນ ຮັກພໍ່ແມ່,ຮັກຄອບຄົວ, ຮັກໝາທີ່ລ້ຽງໄວ້ຫລາຍປີ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເປັນ​ເລື່ອງ​ທີ່​ຊັບ​ຊ້ອນ ແລະ​ສັບ​ສົນ

ບາ​ງ​ຄັ້ງ​ເຮົາ​ກໍ​ມີ​ຄວາມ​ຮັກ​ໂດຍບໍ່​ຮູ້​ວ່າ​ນັ້ນ​ແມ່ນ​ຄວາມ​ຮັກ
ບາງ​ຄັ້ງ​ເຮົາ​ກໍ​ມີ​ຄວາມ​ມັກ​ໂດຍ​ສຳ​ຄັນ​ວ່າ​ນັ້ນ​ຄື​ຄວາມ​ຮັກ
​ແລະ​ບາງ​ຄັ້ງ​ເຮົາ​ກໍ​ມີ​ຄວາມຫຼົງ​ແຕ່​ສຳ​ຄັນ​ວ່າ​ມັນ​ຄື​ຄວາມ​ຮັກ

ຮິ້ວວວວວ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ເປັນ​ເລື່ອງ​ທີ່​ຊັບ​ຊ້ອນ ແລະ​ສັບ​ສົນ

ບາ​ງ​ຄັ້ງ​ເຮົາ​ກໍ​ມີ​ຄວາມ​ຮັກ​ໂດຍບໍ່​ຮູ້​ວ່າ​ນັ້ນ​ແມ່ນ​ຄວາມ​ຮັກ
ບາງ​ຄັ້ງ​ເຮົາ​ກໍ​ມີ​ຄວາມ​ມັກ​ໂດຍ​ສຳ​ຄັນ​ວ່າ​ນັ້ນ​ຄື​ຄວາມ​ຮັກ
​ແລະ​ບາງ​ຄັ້ງ​ເຮົາ​ກໍ​ມີ​ຄວາມຫຼົງ​ແຕ່​ສຳ​ຄັນ​ວ່າ​ມັນ​ຄື​ຄວາມ​ຮັກ

ຮິ້ວວວວວ



ຄິດດີ ເວົ້າດີ ເຮັດດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍອະໄພ ວ່າຊິແປເປັນລາວ ລືມຕະຫລອດ ເລີຍກັອບເອົາຂອງເຂົາໃນເຟສບຸກມາໂພດເລີຍ :)


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ່ະ ຖືກໃຈ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກແລະມັກຫລາຍຄົນເພີ່ນກະວ່າຄືກັນແຕ່ທີ່ຈິງບໍ່ຄືກັນແນ່ນອນ
- ມັກ ແມ່ນໃຊ້ເວລາໄລຍະສັ້ນຫລືບາງທີ່ອາດບໍ່ໄດ້ໃຊ້ເຊັ່ນ ດຽວເຫັນດອກໄມ້ງາມຮູ້ສຶກມັກ ຫລື ຫລຽວເຫັນຜູ້ບ່າວຜູ້ສາວງາມຫລໍ່ຮູ້ສຶກມັກ...
- ຮັກ ແມ່ນຕ້ອງໄດ້ໃຊ້ເວລາຢູ່ຫລືພິສູດກັບສິ່ງນັ້ນແລ້ວຫລົງໄຫລແລ້ວຕ້ອງການຢູ່ກັບມັນບໍ່ຢາກຫ່າງໄປໃສຖ້າບໍ່ໄດ້ຫລືຫ່າງຈາກມັນຮູ້ສຶກ
ໂສກເສົ້າຫງ່ວມເຫງົາຄິດຮອດເປັນຫ່ວງ...ປະມານນີ້ລະອິອິອິ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?