ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ປູກຫຍັງດີ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີ ບັນດາສະມາຊິກທັງຫລາຍ ຄືວ່າຂ້ອຍຢາກເຮັດສວນປູກຫມາກໄມ້ ຫລື ວ່າພືດທີ່ມີທ່າແຮງທາງ ດ້ານເສດຖະກິດ
ສະມາຊິກທັງຫຼາຍຄິດວ່າ ຈະປູກຫຍັງດີ ປູກໄມ້ ກິນຫມາກ ຫຼື ວ່າປູກ ຢາງພາລາ ປາມນ້ຳມັນ ໝາກເງາະ ຫຼື ຫມາກລະມຸດ
ໃຜມີທິດທາງ ວິເຄາະເລື້ອງຕະຫຼາດ ໃນອະນາຄົດຊ່ວຍມາແບ່ງປັນນຳກັນແດ່ເດີ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມິດຊຳ ສົງໄສບໍ່ມີໃຜເຮັດສວນເນາະ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ອັນໄດ໋ທີ່ພໍຂາຍໄດ້ກະປູກໂລ້ດ ຍ່າສິລໍຖ້າ
ປູກປາມຕ້ອງໃຊ້ນ້ຳຫຼາຍ ປາມມັກນ້ຳ ແລ້ວປາມ ຍາງໃນລາວເຮົາມີຕະຫຼາດຮັບຊື້ອຫຼືບໍ່
ປູກແນວກິນຂາຍໄດ້ຕະຫຼອດ ຈັງໄດ໋ຄົນກໍ່ຕ້ອງກິນ ແຕ່ໝາກໄມ້ພວກນີ້ໂລກລະບາດມັນຫຼາຍ ຕ້ອງສຶກສາໃຫ້ດີກ່ອນ
ແມ້ແຕ່ກະເສັດຕະກອນຝັ່ງເພື່ອນບ້ານທີ່ມີອົງຄວາມຮູ້ດ້ານນີ້ ກໍ່ຍັງມີເຈົ້າໜ້າທີ່ກະເສັດໄວ້ຄອຍໃຫ້ຄຳປຶກສາ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ້ ຖາມແນວຍາກແທ້
ຂ້ອຍວ່າຖ້າຈະລົງທຶນກະເສດໄລຍະຍາວນະ ຖ້າຈະຫວັງເປັນອາຊີບແທ້ໆ ຢູ່ລາວບໍ່ເຮັດດີກວ່າ
ມັນສ່ຽງສູງ ເຊັ່ນ:
1.ທີ່ດິນ ຈັກມື້ໃດຊິຖືກໂຄງການ
2.ຕະຫລາດລາຄາ ຂຶ້ນໆລົງໆ ບາງທີ່ແຂ່ງກັບຕ່າງປະເທດອີກ

ຖ້າຈະເຮັດ ຈະແນະນຳໃຫ້ເດີ:

ລ້ຽງສັດ(ຖ້າບໍ່ຢ້ານບາບ): ລ້ຽງສັດລາຄາບໍ່ຄ່ອຍລົງອີກຢ່າງລ້ຽງໄປໄດ້ໄລຍະ 1 ກະຂາຍໄດ້ບໍ່ຂາດທຶນ ບໍ່ຕ້ອງຫ່ວງເລື່ອງ ສິນຄ້າເນົ່າຄື ພວກພືດ
ຖ້າຈະລ້ຽງແນະນຳທີ່ໄດ້ລາຄາດີ : ແບ້, ງົວ,ຄວາຍ,ອ່ຽນ.

ພືດ:
ພືດກິນໝາກ: ອາໂວຄາໂດ, ລິ້ນຈີ່ .




໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ກ່ອນອື່ນຕ້ອງປູກນິດໃສຕົນເອງໃຫ້ດີກ່ອນ!

ຈາກນັ້ນກໍ່ປູກຖົ່ວຫງອກ ເພາະຖົ່ວຫງອກໄດ້ກິນໄວ(ປູກມື້ນີ້ມື້ອື່ນໄດ້ຂາຍ)!

ຫືຈະປູກຕົ້ນຕານຕາມຄວາມຄິດຂອງເຈົ້າກະບໍ່ວ່າຫຍັງ!
ອິອິອິ!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍບໍ່ມີສວນເລີຍຄິດບໍ່ອອກ ປູກສາລີດີບໍ ເພາະຂ້ອຍມັກກິນສາລີ
ຖ້າປູກແນວແພງໆຕ້ອງມີຄົນເຝົ້າຮັກສາຢ່າງດີ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປູກສຸມໄມ້ໄລ່ ກິນໜໍ່ ຂາຍໄດ້ຕະຫລອດ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປູກເຂົ້າເພາະວ່າກິນທຸກມີໍ້


໑ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ປູກມັນຕົ້ນເບາະ ສົ່ງຫົວມັນຕົ້ນໃຫ້ໂຮງງານລາວ-ອິນໂດໄຊນາກຣຸບ ມະຫາຊົນ ສ່ວນວ່າໃບກາເອົາໄປຂາຍໃຫ້ແມ່ຄ້າຢູ່ຕະຫຼາດ (ຄິດວ່າໜ້າຈະຂາຍໃບມັນໄດ້) ແຕ່ເວລາໃນການປູກກາໃຊ້ເວລາດົນຢູ່ ສ່ວນເວລາທີ່ລໍຖ້າມັນໃຫຍ່ກາປູກຜັກສວນຄົວໄປນໍາ ແລ້ວສົ່ງຂາຍໃຫ້ທາງໂຮງແຮມ ຫຼື ບັນດາຮ້ານອາຫານ ແບບວ່າຂາຍເອງບໍ່ຕ້ອງມີພໍ່ຄ້າຄົນກາງນະ (ແນະນໍາໄດ້ເທົ່ານີ້ອີ່ຫຼີ)


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກປູກຕົ້ນຮັກຮ່ວມກັບສາວວຽງໄຊ(ຊຳເໜີອ)


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ປູກຕົ້ນໝາກອາໂວກາໂດເດີ ເປັນລາຄາດີແຊບອີກ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປູກໝາກເຜັດ



໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ປປປປປປູກ ພພພພພືດ ປປປປະ ສົມ ປະສານ
ຫາ ໜໜໜໜໜັງ ສສສສື ມາອ່ານ ບບບບເບິ່ງ

ມີພຽງຮັກແທ້ໃຜແນ່ຊິມາເອົາ

໑໓ ກະທູ້
໒໘໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ສະບາຍດີ ບັນດາສະມາຊິກທັງຫລາຍ ຄືວ່າຂ້ອຍຢາກເຮັດສວນປູກຫມາກໄມ້ ຫລື ວ່າພືດທີ່ມີທ່າແຮງທາງ ດ້ານເສດຖະກິດ
ສະມາຊິກທັງຫຼາຍຄິດວ່າ ຈະປູກຫຍັງດີ ປູກໄມ້ ກິນຫມາກ ຫຼື ວ່າປູກ ຢາງພາລາ ປາມນ້ຳມັນ ໝາກເງາະ ຫຼື ຫມາກລະມຸດ
ໃຜມີທິດທາງ ວິເຄາະເລື້ອງຕະຫຼາດ ໃນອະນາຄົດຊ່ວຍມາແບ່ງປັນນຳກັນແດ່ເດີ


ອ່ະ​ຂໍ​ອະນຸຍາ​ດຖາມ​ກ່ອນ​ເດີ້ເຈົ້​ເປັນ​ຄົນ​ທາງ​ໃດ ​ເຮົາ​ຈະ​ປຸກ​ຫຍັງ​ມັນ​ກໍ່​ຕ້ອງ​ຂື້ນ​ກັບ​ສະ​ຖານ​ທີ່​ແລະ​ທີ່​ເຮົາ​ຈະ​ປຸກ​ນັ້ນ​ດິນ​ເປັນ​ແບບ​ໃດ​ລັກສະນະ​ແລະ​ໃຫ້​​ເຈົ້າ​ສັງ​ເກດ​ເບິ່ງ​ວ່າ​ພືດ​ໃນ​ອ້ອມ​ຂ້າງ​ດິນ​ທີ່​ເຮົາ​ຈະ​ປຸກ​ນັ້ນ​ດີ​ບໍ

ຮ່າກວ່າທຸກເທື່ອ