ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຣູ້ສຶກຈັ່ງໃຈ ເມື່ອແຟນຖາມຢືມເງີນ

໓໓ ກະທູ້
໑໘໗ ໂພສ
ນັກການກະທູ້
ຕາມນັ້ນເດີ:...

"Knowledge is freedom"

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຫ້ໄດ້ທໍ່ໃດກໍໃຫ້ເລີຍ ຖ້າມີຄົນຢືມເງິນ ຊິເອົາຄືນຍາກ ຮາຮາ


໕ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ແມ່ນແລ້ວການໃຫ້ແຝນຢືມເງິນມັນບໍ່ແມ່ນເລືອງຈະໄດ້ຄືນດອກເອົາແລ້ວກໍ່ເອົາເລີຍນັ້ນດາ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເບິ່ງ​ຕາມ​ຄວາມ​ເປັນ​ຈິງ ຖ້າ​ວ່າ​ຈຳ​ເປັນ ແລະ​ເຮົາ​ຊ່ວຍ​ໄດ້ ກໍ​ຊ່ວຍ ແຕ່ບໍ່​ແມ່ນ​ໃຫ້​ຢືມ ໃຫ້​ເລີຍ :)


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ສຶກ ເຊັງ ໆ ບໍ່ວ່າໃຜຢືມກໍ່ຄືກັນ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1.ຢືມຫລາຍບໍ່
2.ໃຊ້ຫລືບໍ່ໃຊ້
3.ໃຊ້ຈັກເດືອນ


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປົກຕິ ມັນຈະຂໍ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໐ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ
ก่อนอื่นต้องฮู้เหดผนก่อนเอาไปเฮ็ดหยัง

ທ່ານໃດມີໂປຣແກຣມປົດລອກໄຟລທີ່ດາວໂຫລດມາແດ່...

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ...
ປົກຕິ ມັນຈະຂໍ


ຂໍບາດໃດ ເກືອບໝົດເງິນເດືອນໆໜຶ່ງພຸ້ນລະ 5555

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sengsvang ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ...
ປົກຕິ ມັນຈະຂໍ


ຂໍບາດໃດ ເກືອບໝົດເງິນເດືອນໆໜຶ່ງພຸ້ນລະ 5555



໕ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ອ້າງເຖີງຄຳເວົ້າ ນີ້ (ເບິ່ງ​ຕາມ​ຄວາມ​ເປັນ​ຈິງ ຖ້າ​ວ່າ​ຈຳ​ເປັນ ແລະ​ເຮົາ​ຊ່ວຍ​ໄດ້ ກໍ​ຊ່ວຍ ແຕ່ບໍ່​ແມ່ນ​ໃຫ້​ຢືມ ໃຫ້​ເລີຍ :)
ເວົ້າເລື່ອງຄວາມຈຳເປັນແລ້ວທຸກໆຄົນຕ່າງກໍ່ມີເຫດຝົນຂອງໃຜລາວຢູ່ແລ້ວ ສຳລັບຂ້ອຍແລ້ວແມ່ນເບື່ຶງວ່າຜ່ານມາເຂົາດີກັບເຮົາສຳໃດແລະເຮົາເຄີຍໄດ້ຍ້ອນເຂົາບໍ່ເໝາະສົມຈະໃຫ້ຢືມສຳໃດຄິດກ່ອນ


໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
-ຕ້ອງຖາມລາວກ່ອນວ່າຢືມໄປເຮັດຫຍັງ ?
-ມີແນວຈຳເປັນບໍ?


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ໃຫ້ແນ່ນອນ ແຕ່ໃຫ້ສໍ່າໃດນັ້ນ ກໍ່ຕ້ອງໄດ້ເບິ່ງເງິນທີ່ເຮົາຕ້ອງໄດ້ໃຊ້ຈ່າຍຫັ້ນລະ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຫ້ໄປເລີຍ ຕາມໃຈນ້ອງ ແຕ່ຢ່າຂັດໃຈອ້າຍ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບິ່ງຕາມສົມຄວນ ຖ້າຢືມໄປລົງບານໂລກລະບໍ່ຕ້ອງໃຫ້ຢືມ.

ຄິດດີ ເວົ້າດີ ເຮັດດີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີເງິນໃຫ້ຢືມ


໗ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ຖ້າແມ່ນຄວາມຈຳເປັນແທ້ ແລະ ເຮົາມີໃຫ້ເຂົາສ່ຳເຮົາມີ ກໍ່ໃຫ້ເລີຍນະໆໆ


໐ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ເບິ່ງ​ຕາມ​ຄວາມ​ເປັນ​ຈິງ ຖ້າ​ວ່າ​ຈຳ​ເປັນ ແລະ​ເຮົາ​ຊ່ວຍ​ໄດ້ ກໍ​ຊ່ວຍ ແຕ່ບໍ່​ແມ່ນ​ໃຫ້​ຢືມ ໃຫ້​ເລີຍ :)


ຖ້າບໍ່ແມ່ນແນວຈຳເປັນເດເຈົ້າຊິຮູ້ສຶກແບບໃດລະ ສຳລັບຂ້ອຍຖ້າຈຳເປັນເຫັນດີຄືເຈົ້າ ຖ້າບໍ່ຈຳເປັນຂ້ອຍຄືຊິຮູ້ສຶກວ່າຕົນເອງໂງ່ຫຼາຍທີ່ເບິ່ງບໍ່ອອກວ່າຄົນທີ່ກຳລັງຄົບຫາເບິ່ງໃຈກັນຢູ່ເປັນແບບນັ້ນ, ແລະຄົງບໍ່ຮູ້ວ່າຊິຄົບກັນຕໍ່ໄປເພື່ອຫຍັງ...(ໃນນາມຂ້ອຍເປັນຜູ້ຍິງ)


໗ ກະທູ້
໑໕໘ ໂພສ
ນັກການກະທູ້
ຖ້າຫາກະເປັນແຟນກັນແລ້ວມາຢືນເງິນນິມັນກະຈັ່ງໃດຈັ່ງໜຶ່ງໃດເນາະ ແຕ່ຖ້າເປັນແຟນກັນເຖິງຂັ້ນໄວ້ໃຈກັນ ຊິສ້າງອະນາຄົດນຳກັນ ຖ້າຈຳເປັນອີຫຼີກໍ່ຊ່ວຍ ຖ້າເຫຼືອບາກກວ່າແຮງເຮົາຊ່ວຍໄດ້ ກໍ່ບໍ່ຄວນ ແລ້ວແຕ່ກໍລະນີໃຜລາວ

EVERYONE IS EMPOWER TO STOP UNSAFE BEHAVIORS

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນເຮົາມີແຟນ ບໍ່ຈຳເປັນຕ້ອງຢືມ ເອົາໃຫ້ເລີຍ ແລ້ວຈົດໄວ້ ລຸດຄ່າດອງ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ໃຫ້ລາວຢືມຕາມສົມຄວນ

ບາດນັ້ນເຮົາຄ່ອຍຢືມລາວຄືນ x2 ເທົ່າ






໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ມີແຕ່ຂໍນຳແຟນ
ຄັນແຟນຊິຢືມຫວາ... ເອົາໄປຫຍັງ? ເອົາທໍ່ໃດ? ມື້ໃດຊິໃຊ້?... ສະຫຼຸບແລ້ວຈ້າງກະບໍ່ໃຫ້ຢືມ

ມີພຽງຮັກແທ້ໃຜແນ່ຊິມາເອົາ

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ NeWLiFe ຂຽນວ່າ...
ມີແຕ່ຂໍນຳແຟນ
ຄັນແຟນຊິຢືມຫວາ... ເອົາໄປຫຍັງ? ເອົາທໍ່ໃດ? ມື້ໃດຊິໃຊ້?... ສະຫຼຸບແລ້ວຈ້າງກະບໍ່ໃຫ້ຢືມ

ຖີ່ຫຼາຍເນາະ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໓໓ ກະທູ້
໑໘໗ ໂພສ
ນັກການກະທູ້
ລືມແລ້ວບໍກ້າຖາມຄືນດອກ

"Knowledge is freedom"

໔ ກະທູ້
໑໐ ໂພສ
ຂາປະຈຳເວັບບອດ
ບໍ່ຕ້ອງມາວ່າຢືມດອກຈະຂໍກໍ່ບອກມາດີໆເລີຍ!