ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ເວລາປະມານ 17:15 ວັນທີ 17 ຕຸລາ 2014,ເກີດອຸບັດຕິເຫດ ຂົວຫັກ ທີ່ເມືອງຈຳປາສັກແຂວງຈຳປາສັກ. ບັນທຸຫນັກຈົນເກີນ 15 ໂຕນ ທີ່ຂົວນີ້ຮັບໄດ້ ປີ 2013 ຂົວນີ້ກໍເຄີຍຫັກມາແລ້ວເທື່ອຫນຶ່ງ ດີທີ່ບໍ່ມີໃຜເປັນຫຍັງ. ລາຍລະອຽດທີ່ ໂທລະໂຂ່ງ |
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ເຂົາຮັບຜິດຊອບສ້າງຂົວໃຫ້ຕິ ບໍລິສັດລົດດັ່ງກ່າວນະ? |
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ບໍ່ເປັນຫຍັງ ຂາຍໄມ້ໃນລົດນັ້ນຍັງມີກຳໄລເລັດນ້ອຍ ຫັກຈາກການສ້າງຂົວໃໝ່ແລ້ວ ໄມ້ຂະຍຸງມັນແພງຫຼາຍ
ພັນທະຫົວໃຈ::
|
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
บ่ รู้ชิเว้า |
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ເປັນລົດແກ່ໄມ້ທີ່ບັນທຸກຫນັກເກີນຂະຫນາດ ຈຶ່ງເຮັດໃຫ້ຂົວຂ້າມຫ້ວຍ ຜາບັງບ້ານໂພນ, ເມືອງຈຳປາສັກ, ແຂວງຈຳປາສັກ ຫັກລົງ. ຫລ້າສຸດຕອນເຊົ້າວັນທີ 20 ຕຸລາ 2014 (ມື້ວານນີ້) ຜູ້ຕາງໜ້າ ບໍລິສັດ ຄຳແສງ ການຄ້າ ຈຳກັດ ໄດ້ອອກມາຮັບຜິດຊອບ ກັບອຸປະຕິເຫດດັ່ງກ່າວ ແລະ ໄດ້ເຮັດສັນຍາ ກັບພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຈຳປາສັກ ເພື່ອສ້າງຂົວຂຶ້ນມາໃຫມ່ ຄາດວ່າຈະໃຊ້ງົບປະມານກວ່າ 1 ຕື້ກີບ ແລະ ຈະໃຊ້ເວລາ ສ້ອມແປງປະມານ 3 ເດືອນ ເຊິ່ງໃນຂະນະນີ້ປະຊາຊົນພົບຄວາມຫຍຸ້ງຍາກຫລາຍໃນການໄປມາ ໂດຍສະເພາະການເດີນທາງໄປແຫລ່ງທ່ອງທ່ຽວ ປະຫວັດສາດມໍລະດົກໂລກ ວັດພູຈຳປາສັກ. |