ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ປັບ​ລາຄາ​ນ້ຳ​ປະປາ​ຈາກ 1.350 ກີບ​ຕໍ່​ແມັດ​ກ້ອນເປັນ 1.900 ​ຕໍ່​ແມັດ​ກ້ອນ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ

ລັດ​ວິ​ສາ​ຫະ​ກິດນ້ຳ​ປະປາ ນະຄອນຫຼວງ​ວຽງ​ຈັນ ດັດ​ປັບ​ລາຄາ​ນ້ຳ​ປະປາ​ໃໝ່ ຈາກ 1.350 ກີບ​ຕໍ່​ແມັດ​ກ້ອນ ມາ​ເປັນ 1.900 ກີບ​ຕໍ່​ແມັດ​ກ້ອນ
ເພີ່ມ​ຂຶ້ນ 550 ກີບ​ຕໍ່​ແມັດ​ກ້ອນ.

ທ່ານ ຄຳ​ເຜີຍ ວົງສາ​ຄຳ​ຜຸຍ ອຳນວຍ​ການລັດ​ວິ​ສາ​ຫະ​ກິດນ້ຳ​ປະປາ ນະຄອນຫຼວງ​ວຽງ​ຈັນ ໄດ້​ກ່າວ​ໃນ​ວັນ​ທີ 22 ຕຸລາ 2014 ໃຫ້ຮູ້ວ່າ:
ການ​ດັດ​ປັບ​ລາຄາ​ນ້ຳ​ປະປາ​ຄັ້ງ​ນີ້ ​ຍ້ອນ​ອົງ​ປະກອບ​ລາຍຈ່າຍ​ການ​ຜະລິດ​ນ້ຳ​ປະປາ​ຕໍ່​ຫົວໜ່ວຍ​ມີ​ການ​ປ່ຽນແປງ ເຊັ່ນ: ລາຄາ​ວັດຖຸ​ດິບ
ລາຄາ​ເຄື່ອງ​ອາ​ໄຫຼ່ ໂປ້ມ​ນ້ຳ ລາຄາ​ທໍ່​ນ້ຳ ແລະ ອຸປະກອນ​ຕ່າງໆ ຄ່າ​ກະແສ​ໄຟຟ້າ ຄ່າແຮງ​ງານ ມີ​ການ​ປັບ​ຂຶ້ນ​ແຕ່​ລະ​ປີ
ເພື່ອ​ໃຫ້​​ການ​ດຳເນີນ​ທຸລະ​ກິດ​ຄ່ອງ​ຕົວ ແລະ ສາມາດຂະຫຍາຍ​ການ​ຜະລິດ​ໃຫ້​ໄດ້ ​ຕາມແຜນ​ພັດທະນາເສດຖະກິດ-ສັງຄົມ​
ທີ່​ນະຄອນຫຼວງ​ໄດ້​ກຳນົດໄວ້​ ຄືໃນ​ປີ 2015 ໃຫ້​ປະຊາຊົນ​ໃນ 7 ຕົວ​ເມືອງ​ມີ​ນ້ຳ​ສະອາດ​ໃຊ້ 80%-85%
ແລະ ເພີ່ມ​ຂຶ້ນ​ເປັນ 90%-95% ໃນ​ປີ 2020.