ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ສິ່ງທີ່ຂ້ອຍຄິດ ແລະ ອຸກອັ່ງໃຈນອນບໍ່ຫຼັບມາໄດ້ໄລຍະໜຶ່ງແລ້ວຄື "ຄອບຄົວ"

4 ຄົນທີ່ເປັນຄອບຄົວ ຢູ່ກັນຄົນລະທິດລະທາງ
ແມ່ ແລະ ປ້າຂ້ອຍ ອາໃສຢູ່ທີ່ບ້ານເກິດ
ຄູ່ແຝດຂອງຂ້ອຍ(ນ້ອງຊາຍ) ເຮັດສວນກາເຟທີ່ປາກຊ່ອງ
ສ່ວນຂ້ອຍເອງຢູ່ທີ່ວຽງຈັນ

ຂ້ອຍເປັນຄົນໄກບ້ານ ມາເຮັດວຽກ ແລະ ຮຽນທີ່ວຽງຈັນ ປັດຈຸບັນ ຂ້ອຍເປັນພະນັກງານ IT ຂອງບໍລິສັດເອກະຊົນແຫ່ງໜື່ງ ແລະ ອາໃສຢູ່ຫ້ອງເຊົ່າ. ຕື່ນເຊົ້າມາກະໄປວຽກ ເລີກວຽກກະໄປຮຽນ ຈົນວົນວຽນມາຮອບປີສຸດທ້າຍຂອງການຮຽນແລ້ວ. ຂ້ອຍ ແລະ ນ້ອງຊາຍຕ່າງກໍ່ຫາເວລາມາຢາມບ້ານຢູ່ເລື້ອຍໆ ແຕ່ເຖີງຈະມາຢາມເລື້ອຍໆກະຕາມ ຢາມໄກຫູໄກຕາກະອົດເປັນຫວ່ງບໍ່ໄດ້ ເພາະວ່າ ທັງແມ່ ແລະ ປ້າ ກະອາຍຸຫຼາຍແລ້ວ. ຈະໃຫ້ມັນເປັນແບບນີ້ຕະຫຼອດໄປກະຄືຊຶບໍ່ໄດ້ແລ້ວ. ກໍ່ເລີຍໄດ້ປຶກສາກັນໃນເລື່ອງນີ້ວ່າຂະເຮັດແນວໃດຕໍ່ໄປດີ.
ແຕ່ສຸດທາ້ຍແລ້ວກໍ່ລົມກັນບໍ່ຕົກແຕກຄື: ນ້ອງຊາຍຂ້ອຍເອງຢາກໄດ້ແມ່ໄປຢູ່ນຳທີ່ປາກຊ່ອງ ເພາະປາກຊ່ອງພີ້ນ້ອງເຮົາກະມີ ແລະອິກຢ່າງນ້ອງຊາຍມີແຜນທີ່ຈະສ້າງຄອບຄົວໃຫມ່ທີ່ປາກຊ່ອງໄວໆນີ້. ແຕ່ວ່າ ແມ່ພັດບໍ່ຢາກໄປ ຕິວ່າມັນໄກ ອິກຢ່າງກະວ່າ ແມ່ເກິດຢູ່ບ້ານນີ້ ໂຄດເຫງົ້າຕະກຸນເຮົາກະຢູ່ບ້ານນີ້ ສັບສິ ດິນດອນຕ່ອນຫຍ້າ ໄຮ່ນາຕາກ້າຂອງເຮົາກະຢູ່ບ້ານນີ້ ແລ້ວຈະໃຫ້ແມ່ໄປຢູ່ນຳເຮັດຫຍັງ. ແມ່ນພັດຢາກໃຫ້ຂ້ອຍຮຽນຈົບໄວໆ ແລ້ວເອົາເມຍມາລ້ຽງແມ່(ປານວ່າທັນມີແຟນ ອີ່ແມ່ເອີ່ຍ!) ມາຢູ່ກັບແມ່. ແຕ່ຂ້ອຍເອງພັດເຮັດຕາມຄຳແມ່ເວົ້ານັ້ນບໍ່ໄດ້ ຂ້ອຍເຫັນດີນຳນ້ອງຊາຍຂ້ອຍ ເພາະປາກຊ່ອງກະອຸດົມສົບບູນອາກາດເຢັນສະບາຍ ແລະ ຢ່າງນ້ອຍກະມີນ້ອງຊາຍຂ້ອຍທີ່ເປັນເບິ່ງແຍງແມ່ ລ້ຽງແມ່ໄດ້ ແລະ ມັນແຕກຕ່າງຈາກບ້ານເກິດເຮົາຫຼາຍ ເພາະຂ້ອນຂ້າງຈະແຫ້ງແລ້ງທັງຄົນທັງສະພາບອາກາດ ຜູ້ຄົນກົດຂີ່ຂົ່ມເຫັງ ເອົາລັດເອົາປຽບກັນ. ຫາຢູ່ຫາກິນກະຢາກ ຫ່າງໄກຈາກຕົວເມືອງຫຼາຍ ຈົບແລ້ວກະຫາແລ່ນເຂົ້າວຽກນຳລັດກະຍາກ(ບໍ່ສູ້ຄົນມີເງີນ) ຊິໃຫ້ໄປເຮັດໄຮ່ເຮັດນາກິນ ແລ້ວມື້ໄດຈື່ງຊິເຫັນຄວາມຈະເລີນນຳກະເຈົ້າ. ບໍ່ແມ່ນວ່າຂ້ອຍເປັນຄົນລືມບ້ານເກິດ ບໍ່ຢາກລ້ຽງແມ່ດອກ! ແຕ່ເມື່ອເຫັນທາງທີ່ດີກົ່ວ ເຮົາກະຕ້ອງໄດ້ເລືອກ ເພື່ອອານາຄົດທີ່ສົດໃສ. ສ່ວນຕົວຂ້ອຍເອງກະຂໍສູ້ ສ້າງເນື້ອສ້າງຕົວທີ່ວຽງຈັນ ຫຼື ອາດຈະກັບໄປຢູ່ກັບຄອບຄົວທີ່ປາກຊ່ອງກະເປັນໄດ້.

ຝັງເບິ່ງຄືຊິດີ ແຕ່ກະຍັງຕົກລົງກັນຍັງບໍ່ໄດ້ ແມ່ກະມີເຫດຜົນຂອງເພີ່ນ ລູກກະມີເຫດຜົນຂອງລູກ ບໍ່ຮູ້ວ່າຊິລົງເອີຍໄປໃນທາງໃດ໋
ຢາກໃຫ້ພີ້ນ້ອງຊາວພັນລາວ.ຄອມຊ່ວຍອອກຄຳຄິດເຫັນ ຫຼື ຄຳແນະນຳດີໆ ຊ່ອຍບອກແດ່ເດີ່...... ຂອບໃຈ

ສຸດທ້າຍນີ້: ຂໍຂອບໃຈຫຼາຍໆທີ່ທ່ານສະລະເວລາມາອ່ານກະທູ້ທີ່ໄຮ້ສາລະແບບນີ້

ຂອບໃຈ!

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຸກຢ່າງແມ່ນຕ້ອງໃຊ້ເວລາ ແລ້ວຈະຄ່ອຍໆດີຂຶ້ນ.

ເວົ້າມາແລ້ວກໍເວົ້າເລື່ອງຄອບຄົວຂອງຂ້ອຍໃຫ້ຟັງເລີຍສາ ຮາຮາ:
ຢູ່ຫົວພັນພຸ້ນແລ້ວ ເອື້ອຍນ້ອງຈົບມໍປາຍແລ້ວກໍມາຮຽນຕໍ່ທີ່ນະຄອນຫຼວງ (ແນວວ່າລະບ້ານນອກເຂົ້າເມືອງກະທຸກຫັ້ນລະ) ພໍ່ກໍມາເຮັດວຽກຢູ່ນະຄອນຫຼວງ, ນ້ອງຊາຍຮຽນມໍປາຍຢູ່ຫຼວງພະບາງນຳອາ, ສ່ວນແມ່ຍັງຢູ່ຫົວພັນເຫງົາຫງອຍຄົນດຽວ. ຂ້ອຍບອກພໍ່ວ່າ ຍ້າຍມາຢູ່ວຽງສາແມ້ພໍ່ ທຳອິດເຮືອນຫຼັງນ້ອຍປານຕູບກໍຢ່າ ແຕ່ຄ່ອຍໆສ້າງສາເອົາ. ພໍ່ກໍຊວນແມ່ມາຢູ່ວຽງ ນ້ອງຊາຍກໍຍ້າຍມາຮຽນຢູ່ວຽງ ຄອບຄົວຢູ່ພ້ອມພຽງ. ທຳອິດກໍບໍ່ມີເຮືອນເທື່ອດອກ ອາໄສຢູ່ນຳພີ່ນ້ອງປີປາຍ ແລ້ວແຍກອອກມາຕັ້ງເຮືອນນ້ອຍ ຄ່ອຍສ້າງສາມາໄດ້ 10 ປີ ຈິ່ງໄດ້ເຮືອນທີ່ພໍໃຈຫລັງ1 ພໍມີຢູ່ມີກິນຕອນນີ້

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ຖ້າເປັນແບບນີ້ໄດ້ກະຄືຊິດີ ແຕ່ວ່າແມ່ເພີ່ນພັດບໍ່ຍອມອອກຈາກບ້ານເກິດເພີ່ນເລີຍ ເຮັດໃຫ້ລູກເປັນທຸກໄປນຳ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນຊັ້ນກະເອົາວຽກໄປເຮັດຢູ່ບ້ານນຳແມ່. ມີຄວາມຮູ້ດ້ານໄອທີ ຂໍແຕ່ມີເນັດຮອດ ຢູ່ໃສກະຫາເງິນໄດ້ໜະເຮົາວ່າ. ເຮັດສວນກະໄດ້ ດຽວນີ້ສວນຊີວະພາບກະກຳລັງບຸມ. ແຕ່ທີ່ລຳບາກຫັ້ນກະແມ່ນເຮົາຕ້ອງໄດ້ຫາເງິນລ້ຽງຄອບຄົວຫັ້ນລະເນາະ. ໄປປຶກສາກັບຜູ້ອາວຸໂສ ຫຼືຜູ້ທີ່ເຄີຍຜ່ານບັນຫາແບບນີ້ມາກ່ອນລອງເບິ່ງ ເພື່ືອຈະໄດ້ແນວທາງຫຼືຄວາມຄິດໃໝ່ໆ ອ້າຍຮູ້ສອງນ້ອງຮູ້ໜຶ່ງ ປຶກສາກັບຄົນທີ່ເຮົາສະໜິດໄວ້ໃຈແລະມີພາວະຄວາມເປັນຜູ້ໃຫຍ່ສູງ. ສູ້ໆເດີ້.

ຄິດດີ ເວົ້າດີ ເຮັດດີ

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ຄັນຊັ້ນກະເອົາວຽກໄປເຮັດຢູ່ບ້ານນຳແມ່. ມີຄວາມຮູ້ດ້ານໄອທີ ຂໍແຕ່ມີເນັດຮອດ ຢູ່ໃສກະຫາເງິນໄດ້ໜະເຮົາວ່າ. ເຮັດສວນກະໄດ້ ດຽວນີ້ສວນຊີວະພາບກະກຳລັງບຸມ. ແຕ່ທີ່ລຳບາກຫັ້ນກະແມ່ນເຮົາຕ້ອງໄດ້ຫາເງິນລ້ຽງຄອບຄົວຫັ້ນລະເນາະ. ໄປປຶກສາກັບຜູ້ອາວຸໂສ ຫຼືຜູ້ທີ່ເຄີຍຜ່ານບັນຫາແບບນີ້ມາກ່ອນລອງເບິ່ງ ເພື່ືອຈະໄດ້ແນວທາງຫຼືຄວາມຄິດໃໝ່ໆ ອ້າຍຮູ້ສອງນ້ອງຮູ້ໜຶ່ງ ປຶກສາກັບຄົນທີ່ເຮົາສະໜິດໄວ້ໃຈແລະມີພາວະຄວາມເປັນຜູ້ໃຫຍ່ສູງ. ສູ້ໆເດີ້.

ຂອບໃຈຫຼາຍໆ

໑ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ຢູ່ໃສກະມີຄົນພວກນັ້ນຄືກັນໝົດຫັນລະ ມີແຕ່ເຮົາພະຍາຍາມຢ່າໄປໃສ່ໃຈພວກນັ້ນຫຼາຍ ເສຍຫົວລ້າໆ.

ທີ່ເຈົ້າເວົ້າມາມັນກໍມີຫຼາຍທາງເລືອກ.

ບ້ານເກີດເຈົ້າມັນທຸກຍາກຫຼາຍແທ້ຫວ໋າ---ໝາຍເຖິງບໍ່ມີເສດຖະກິດອີ່ຫຍັງເລຍເບາະ?

ເພາະເຈົ້າເອງຮຽນ IT ຖ້າເປັນເຂດເຖດສະກິດຕ່ຳຫຼາຍ ເຈົ້າກໍຈະຫາເງິນລຳບາກ.
----

ຖ້າເປັນໄປໄດ້ ມັນຈະເປັນການດີທີ່ສຸດ ຖ້າຫາກເຈົ້າມາຮຽນເອົາຄວາມຮູ້ຢູ່ຕົວເມືອງ ແລ້ວກັບໄປພັດທະນາບ້ານເກີດ.

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນເຮົາວາດສະຫນາບໍ່ເທົ່າກັນ....ຂ້ອຍແນະນຳ
1.ບໍ່ຕ້ອງເອົາ ໂຕເອງໄປທຽບກັບຄົນອື່ນ
2.ຍາກຫລາຍທີ່ພໍ່ແມ່ຢູ່ບ້ານນອກ ຈະຍອມຍ້າຍມາຢູ່ເມືອງ

ຂ້ອຍກະກຳລັງ ມອງຫາ ພະນັກງານໃໝ່ຢູ່ ຖ້າສົນໃຈ ເຈົ້າ inbox(meeasge) ຫາຂ້ອຍໄດ້

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
→ ເຈົ້າບໍ່ຕ້ອງຄິດຫຍັງຫລາຍດອກ ເພາະວ່າເຈົ້າກະເຮັດຫນ້າທີ່ຂອງເຈົ້າດີທີ່ສຸດແລ້ວ ເຮົາບໍ່ໄດ້ເປັນຜູ້ສ້າງໂລກ ດັ່ງນັ້ນຖ້າໂລກຈະເປັນແນວໃດເຮົາກໍ່ຕ້ອງຍອມຮັບ ການທີ່ແມ່ເຈົ້າ ບໍ່ຢາກເຮັດຕາມ ການຂໍຂອງລູກ ກະແລ້ວແຕ່ລາວ ເພາະເຮົາກະເຮັດໄດ້ດີເທົ່ານີ້….ຕ້ອງຮູ້ຈັກຍອມຮັບ ບໍ່ວ່າຫຍັງຈະເກີດຂຶ້ນ

໑ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...

ຂ້ອຍກະວ່າ ຕັ້ງໃຈເຮັດວຽກຫາເງິນ ທ້ອນເງິນຢູ່ໃນເມືອງນິຫຼະ

ບາດເຖົ້າ ບາດແກ່ ມາລະຄ່ອຍກັບໄປພັກຜ່ອນຢູ່ບ້ານເກີດເມືອງນອນ ກະບໍ່ມີບັນຫາ.

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ຈັ່ງໃດ໋ກະສູ້ຕໍ່ໄປນີ້ລະເນາະ

ຂອບໃຈທຸກໆຄວາມຄິດເຫັນ... .ຂອບໃຈຫຼາຍໆ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະ​ໃໝ​ຂ້ອຍ​ຮຽນ​ມະຫາ​ໄລ ຂ້ອຍ​ກະ​ມີ​ໝູ່​ຕ່າງ​ແຂວງ​ຫລາຍ ຈົບ​ມາຫລາຍ​ຄົນ​ກະ​ກັບບ້ານ ຫລາຍ​ຄົນ​ກະ​ບໍ່
ຂ້ອຍ​ມາ​ສັງ​ເກດ​ວ່າ​ຄົນ​ທີ່​ກັບ​ບ້ານ ​ແມ່ນ​ສ່ວນ​ຫລາຍ​ເຂົາ​ບໍ່​ມີ ບ່ອນ​ທຳ​ມາ​ຫາ​ກິນ(ຮຽນ​ບໍ່​ເກັ່ງ​ແນ່​ວ່າ​ຊັ້ນ​ສາ)
ສ່ວນ​ຄົນ​ທີ່ຢູ່​ໄດ້​ເຂົາ​ກະ​ມີ​ອຊີບ​ເຮັດ​ທີ່​ຂ້ອນ​ຂ້າງ​ດີ
ຍອມຮັບ​ວ່າການ​ທີ່​ມາ​ຈາກ​​ເຂດ​ນອກ ມາ​ຢູ່​ໃນ​ເມືອ​ງຫລວງ 4-5 ປີ ກະ​ເຮັດ​ໃຫ້​ເຂົາ ຊິນ​ເຄີຍ​ກັບ ຊີວິດ​ແບບ​ໃນ​ເມືອງ ​ແບບ​ວ່າ​ເຮັດ​ຫຍັງ​ບໍ່​ຕ້ອງ​ເຮັດ​ເອງ​ຂໍ​ແຕ່​ມີ​ເງິນ​ໃຊ້ ຢາກ​ກີ​ນຫຍັງ​ໃຫ້​ຊື້​ກະ​ມີ​ໝົດ ຢາກ​ທ່ຽວ​ແບບ​ໃດ​ກະ​ມີ​ໝົດ ຂໍ​ແຕ່​ມີ​ເງິນ……​ແຕ່​ຖ້າ​ກັບ​ໄປ​ຢູ່​ບ້ານນອກຢາກກິນ​ຫຍັງ​ກະ​ຊື້​ຍາກ ຕ້ອງ​ເຮັດ​ເອງ ​ໄປ​ນຳ​ທາງ​ກະ​ພໍ້​ແຕ່​ຄົນຮູ້​ຈັກ​ຊ້ຳ​ຊາກ ຈຳ​ເຈ ອາຊີ​ບຫຍັງ​ຮັບຮອງ​ກະ​ບໍ່​ມີ​ໃຫ້​ເລືອກ​ຫລາຍ ມີ​ແຕ່​ເຂົ້າ​ລັດ​ກະຊິ​ພໍ​ໄດ້​ຢູ່ ຖ​້າມີ​ເສັ້ນ……..ເອົາງ່າຍໆຊະໃຜກະຄືຊິມັກ...ນັ່ງຢູ່ຫ້ອງແອກິນເງິນທ້າຍເດືອນ ຂີ່ລົດໃຫຍ່ ກະຕິດແອ…​ເຫັນ​ບໍ່​ເປັນ​ຫຍັງ 3-4 ປີມາ​ນີ້ ລົດ​ຕິດ​ຫລາຍ ຍ້ອນ​ຫວຽດ​ແນ່ ຈີນ​ແນ່ ​ໄທ​ແນ່ ຕ່າງ​ແຂວງ​ແນ່ ………ກະ​ແລ້ວ​ແຕ່​ໃຜ​ຈະ​ຄິດ ​ແຕ່​ຖ້າ​ຖາມ​ໃຈ​ຂ້ອຍ​ແທ້ໆ ກະ​ຢາກ​ໃຫ້​ກະຈາຍ​ການ​ພັດທະນາ ​ໄປ​ສ່ວນ​ອື່ນ​ຂອງ​ປະ​ເທດ​ແນ່​ກະດີ…….ສ່ວນໃຜທີ່ວ່າບາດເຖົ້າມາລະຈັ່ງໄປຍູ່ເຂດນອກ ຂ້ອຍກະວ່າມັນບໍ່ງ່າຍໃດ ເຈົ້າຢູ່ໃນເມືອງມາ 30-40 ປີ…..ແລ້ວກະຊິໄປບ່ອນແປກໆ....ເອົາງ່າຍສົມມຸດນ້ຳປະປາກະບໍ່ມີ ໄຟຟ້າກະບໍ່ມີ ສັນຍານເນັດກະອ່ອນ ......ຊື້ເບຍກະມີແຕ່ເບຍອຸ່ນ ....

ຄັນຕ່າງແຂວງບ່ອນທີ່ລາວຢູ່ມັນລຳບາກປານນັ້ນ ກະຢູ່ພິແຫຼະ

ຂ້ອຍກະບໍ່ຮູ້ແນ່ວ່າບ້ານລາວມັນລຳບາກພຽງໃດ ແຕ່ເທົ່າທີ່ຄິດໄດ້ ມັນກະບໍ່ນ່າຈະລຳບາກປານນັ້ນຕີ້