ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » >>> ປະເທດລາວເປັນອັນດັບ 1 ໃນອາຊີ <<<

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອັນດັບທີ່ວ່ານີ້ ບໍ່ແມ່ນອັນໃດນອກຈາກ ເປັນປະເທດທີ່ດື່ມແອວກໍຮໍສຸງທີ່ສຸດໃນອາຊີ

[img][/img]

ຈາກໜັງສືພິມ ວຽງຈັນໄທມສ (Vientiane Times) ລາຍງານວ່າ: ປະເທດລາວມີອັດຕາການດື່ມສິ່ງມືນເມົາສູງສຸດໃນບັນດາ 10 ປະເທດໃນອາຊີ ໂດຍສະເລ່ຍຢູ່ທີ່ປະມານ 7 ລິດ ຕໍ່ຄົນຕໍ່ປີ
ຕາມການສຳຫຼວດຂອງອົງກອນອານາໄມໂລກ ຫຼື WHO ການສຳຫຼວດຍັງພົບອິກວ່າ ຜູ້ຍິງລາວດື່ມສິ່ງມືນເມົາຫຼາຍທີ່ສຸດໃນແຖບອິນດູຈີນນຳອິກ ການສຳຫຼວດໄດ້ລະບຸວ່າ: ປະເທດລາວປະກອບໄປດ້ວຍຫຼາຍຊົນເຜົ່າ ທີ່ມີທຳນຽມປະເພນີ ເຊິ່ງແອວກໍຮໍນີ້ ມີບົດບາດຫຼາຍຕໍ່ສັງຄົມຂອງຄົນລາວ ຄົນລາວໄຊ້ເວລາປະມານ 6 ເດືອນຕໍ່ປີ (ມິຖຸນາ-ພະຈິກ) ໃນການເກັບກ່ຽວຜົນຜະລິດ ເຊິ່ງຜົນຜະລິດດັ່ງກ່າວສາມາດນຳມາຜະລິດເປັນເຫຼົ້າໄດ້ ສ່ວນເວລາທີ່ເຫຼືອຂອງປີ (ທັນວ່-ພຶດສະພາ) ແມ່ນຈະມີງານບຸນປະເພນີຕ່າງໆ ທີ່ເຮັດໃຫ້ຄົນລາວດື່ມສິ່ງມືນເມົາໃຫ້ຫຼາຍຂື້ນ ໂດຍຄົນລາວຈະສັງສັນທັງປີໃໝ່ສາກົນ, ປີໃໝ່ຈີນ, ວຽດນາມ, ປີໃໝ່ລາວ, ຄຣີສມາດ ຍັງມີບຸນປະເພນີຊ່ວງເຮືອ, ບຸນບັ້ງໄຟ ແລະບຸນປະເພນີອື່ນໆ ນອກຈາກແອວກໍຮໍ ແລະ ເບຍ ຄົນລາວຍັງນິຍົມດື່ມເຫຼົ້າຈາກເຂົ້າ(ເຫຼົາຂາວບ້ານເຮົາ) ແຕ່ເຖິງຢ່າງໄດກໍ່ຕາມ (ອີເລີກະຕາມແຕ່) ການສຳຫຼວດພົບວ່າ ການດື່ມສິ່ງມືນເມົາຫຼາຍສົ່ງຜົນໃຫ້ເກິດອຸປະຕິເຫດຕາມທ້ອງຖະໜົນເພີ້ມຂື້ນທຸກປີ ໃນປີຜ່ານມາ ເກິດອຸປະຕິເຫດ 6,541 ຄັ້ງ ມີຄົນບາດເຈັບ 10,191 ຄົນ ແລະ ຕາຍ 888 ຄົນ(ເລກງາມແທ້).
ທັ້ງນີ້ WHO ລະບຸວ່າ ໃນລາວມີການໂຄສະນາເຄື່ອງດື່ມແອວກໍຮໍໃນໜັງສືພິມ, ວາລະສານ, ວຶທະຍຸ, ໂທລະພາບ ແລະ ສື່ສັງຄົມອອນໄລນຕ່າງໆ ແລະ ມີຈຳນວນສະຖານບັນເທີງ ແລະ ໂຮງແຮມ ຫຼາຍໆແຫ່ງ ເຊີ່ງເປັນສະຖານທີາດື່ມສິ່ງມືນເມົາຫຼາຍຂື້ນອິກດ້ວຍ.

ທີ່ມາ uAsean.com
ອ້າງອິງຈາກ sanook.com


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າເບຍກະມີທັງຂໍ້ດີແລະເສຍ
ຂໍ້ເສຍ:
- ເສຍເງິນ
- ເສຍເວລາ
- ເສຍສຸຂະພາບ
- ເມົາລະເສຍໂຕງ່າຍ
- ເປີດຊ່ອງທາງໃຫ້ ຜົວ-ເມຍ ມີກິກ ເມຍນ້ອຍ ຜົວນ້ອຍ
- ສາເຫດຂອງອຸບັດເຫດຕາມຖະຫນົນ
- ສາເຫດຂອງອາລະວາດຜິດຕີກັນ

ຂໍ້ດີ:
- ເຮັດໃຫ້ເກີດມີອາຊີບ ທຸລະກິດ ຂາຍເບຍ ເດັກເສີບ ໂຮງງານຜະລິດເບຍ....
- ເຮັດໃຫ້ຄົນມີໂອກາດໄດ້ຮູ້ຈັກກັນ ຫລາຍຂຶ້ນ ພໍ້ຄົນໃໝ່2 ເລື່ອງ ໃຫມ່2
- ເຮັດໃຫ້ມີປະສົບການຊີວິດ


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຂ້ອຍວ່າເບຍກະມີທັງຂໍ້ດີແລະເສຍ
ຂໍ້ເສຍ:
- ເສຍເງິນ
- ເສຍເວລາ
- ເສຍສຸຂະພາບ
- ເມົາລະເສຍໂຕງ່າຍ
- ເປີດຊ່ອງທາງໃຫ້ ຜົວ-ເມຍ ມີກິກ ເມຍນ້ອຍ ຜົວນ້ອຍ
- ສາເຫດຂອງອຸບັດເຫດຕາມຖະຫນົນ
- ສາເຫດຂອງອາລະວາດຜິດຕີກັນ

ຂໍ້ດີ:
- ເຮັດໃຫ້ເກີດມີອາຊີບ ທຸລະກິດ ຂາຍເບຍ ເດັກເສີບ ໂຮງງານຜະລິດເບຍ....
- ເຮັດໃຫ້ຄົນມີໂອກາດໄດ້ຮູ້ຈັກກັນ ຫລາຍຂຶ້ນ ພໍ້ຄົນໃໝ່2 ເລື່ອງ ໃຫມ່2
- ເຮັດໃຫ້ມີປະສົບການຊີວິດ

ເປັນດັ່ງມີດສອງຄົມ


໔ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ໂອນໍ

ຢາກໄດ້ program mysql server 2008