ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ທ່ານມີຄວາມຄິດເຫັນແນວໃດ໋ກັບປະທານາທິບໍດີຄົນໃໝ່ຂອງສະຫະລັດ Donald Trump

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ມັນອາດເປັນເລື່ອງບໍ່ສຳຄັນກັບເຮົາປານໃດ ແຕ່ທົ່ວໂລກໃຫ້ຄວາມສົນໃຈ ແລະ ຈັບຕາມອງເປັນພິເສດ ເພາະດຽວນີ້ Trump ເລີ່ມແຜງອິດທິລິດຈົນສັ່ນສະເທືອນວົງການເສດຖະກິດ,ການລົງທື,ການເງິນຂອງໂລກແລ້ວ ແລະ ເລິ່ມສົ່ງຜົນກະທົບມາຮອດອາຊີອາຄະເນແລ້ວ.

ລອງຄິດກັນຫຼີ້ນເບິ່ງເນາະ(ຄົງບໍ່ເປັນຫຍັງຕິ) ວ່າຕາມທັດສະນະຄະຕິຂອງທ່ານມີຄວາມຄິດເຫັນແນວໃດກັບຜູ້ນຳໂລກຄົນນີ້ Donald Trump

ຈາກຂ່າວ: http://a.msn.com/r/2/AAks9DV?ocid=ข่าว


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບ່ອນມັກ
- ລາວເປັນເອກະລາດຈາກຊົນຊັ້ນລວຍ-ອິດທິພົນຂອງອາເມລິກາ ທີ່ຢູ່ເບື້ອງຫລັງ
- ລາວຖອຍຫ່າງນາໂຕ້ ເຊິ່ງຂ້ອຍເບິ່ງວ່າເປັນອົງກອນທີ່ແບ່ງພັກແບ່ງພວກ ຫມາໝູ່
- ລາວຈະໃຫ້ອິດສະຫລະແກ່ ເກົາຫລີໃຕ້ແລະຍີ່ປຸ່ນ ໃນການຫ້ອງກັນໂຕເອງໂດຍ ມີນິວເຄລຍ
- ລາວເປັນນາຍຍົກອາເມກາທີ່ ພະຍາຍາມດີກັບລັດເຊຍ
- ລາວຢາກປ່ອຍ ຊີເລຍໃຫ້ລັດເຊຍຈັດການເອງ
- ລາວເວົ້າໄດ້ຕົງ ບໍ່ມີກັກ ບໍ່ມີລີລາຄືນາຍຍົກອາເມກາທີ່ຜ່ານມາ

ບໍ່ມັກ
- ລາວບໍ່ສະຫນັບສະຫນູນງົບ ສິ່ງແວດລ້ອມ ທັງທີ່ອາເມກາ ທຳລາຍທຳມະຊາດຫລາຍ
- ລາວສະຫນັບສະຫນູນໃຫ້ປະຊາຊົນ ມີປືນເພື່ອປ້ອງກັນໂຕເອງ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືຊິເຄັ່ງຄັດເປັນຕາຢ້ານ


໐ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຮູ້ສຶກວ່າ ຮິນເລີ້ ຟື້ນຄືນຊີບ