ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຮູ້ຫຼືຍັງ ເຫດການທີ່ເກີດຂຶ້ນໃນເຮືອບິນລາວແອຣ໌ໄລນ໌ ຖ້ຽວບິນ 301 ກ່ອນຕົກ

໒ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ

Cr: Wikipedia ຮູບເຮືອບິນ ATR 72-600 (RDPL-34233) ຂອງສາຍການບິນລາວແອຣ໌ໄລນ໌ກຳລັງລົງຈອດຢູ່ສະໜາມບິນສາກົນ Tan Son Nhat ນະຄອນໂຮ່ຈີມິນ ຈາກນັ້ນ 1 ເດືອນຕໍ່ມາ ເຮືອບິນລຳນີ້ ກໍກາຍມາເປັນຖ້ຽວບິນ 301 ທີ່ຕົກລົງສູ່ແມ່ນ້ຳຂອງໃນວັນທີ 16 ຕຸລາ 2013

ໃນວັນທີ 16 ຕຸລາ 2013 ເຮືອບິນລາວແອຣ໌ໄລນ໌ ຖ້ຽວບິນ 301 ອອກເດີນທາງຈາກສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ ໃນເວລາ 14:45 ນາທີ ມີຈຸດໝາຍປາຍທາງໄປສູ່ສະໜາມບິນປາກເຊ ກັບຕັນທີ່ເຮັດໜ້າທີ່ເປັນຜູ້ບັງຄັບບັນຊາເຮືອບິນລຳນັ້ນ ແມ່ນ Yong Som ອາຍຸ 57 ປີ ເປັນຄົນກຳປູເຈຍ ເປັນອາດີດນັກບິນອາກາດຂອງກຳປູເຈຍ ມີຊົ່ວໂມງບິນ 5,600 ຊົ່ວໂມງ ໃນນັ້ນລວມມີຊົ່ວໂມງບິນກັບເຮືອບິນປະເພດ ATR 72 ຢູ່ 3,200 ຊົ່ວໂມງ ແລະນີ້ກໍພໍບົ່ງບອກວ່າກັບຕັນມີທັກສະແລະປະສົບການໃນການຂັບເຮືອບິນລຳນັ້ນຢູ່ ແລະນັກບິນຜູ້ຊ່ວຍ Soulisack Hongvanthong ອາຍຸ 22 ປີ ມີຊົ່ວໂມງບິນ 400 ກວ່າຊົ່ວໂມງ ປະສົບການຍັງບໍ່ຫຼາຍເພາະຫາກໍຜ່ານຫຼັກສູດຝຶກອົບຮົມຢູ່ປະເທດຝຣັ່ງມາໃໝ່ໆ ມີຜູ້ໂດຍສານ 44 ຄົນ ລວມທັງລູກເຮືອອີກ 5 ຄົນ ລວມທັງໝົດເປັນ 49 ຄົນໃນຖ້ຽວບິນລຳນັ້ນ ເຮືອບິນລຳດັ່ງກ່າວບໍ່ສາມາດລົງຈອດຢູ່ສະໜາມບິນປາກເຊໄດ້ຢ່າງສະຫວັດດີພາບ ເພາະຕົກລົງສູ່ແມ່ນ້ຳຂອງກ່ອນ ເຊິ່ງຫ່າງຈາກສະໜາມບິນປາກເຊບໍ່ຮອດ 6 ກິໂລແມັດ

ເວລາ 15:50 ນາທີ Yong ນຳເຮືອບິນຫຼຸດລະດັບລົງເພື່ອລົງສູ່ສະໜາມບິນປາກເຊ ໃນຂະນະທີ່ສະພາບອາກາດຕອນນັ້ນບໍ່ດີ ມີພາຍຸແລະຝົນຕົກ ອີງຈາກຂໍ້ມູນໃນກ່ອງດຳ ນັກບິນທັງສອງບໍ່ຄ່ອຍໄດ້ສົນທະນາກັນຫຼາຍໃນຂະນະເຮືອບິນກຳລັງຫຼຸດລະດັບລົງ ແລະໃນເວລາໃດເວລາໜຶ່ງກ່ອນທີ່ຈະຫຼຸດລະດັບເຮືອບິນລົງສູ່ສະໜາມບິນປາກເຊນັ້ນ ກັບຕັນເຮັດຜິດພາດຢ່າງໃຫຍ່ຫຼວງ ນັກບິນທີ່ຈະນຳເຄື່ອງລົງຈອດສູ່ສະໜາມບິນປາກເຊ ຈະຕ້ອງຕັ້ງໂປຣແກຣມບິນລົງໄປທີ່ 990 ຟຸດ ເຊິ່ງເປັນລະດັບຂັ້ນຕ່ຳສຸດທີ່ກຳນົດ ຖ້າເຫັນ Runway ນັກບິນສາມາດນຳເຮືອບິນລົງຈອດສູ່ສະໜາມບິນໄດ້ເລີຍ ແຕ່ຖ້າບໍ່ເຫັນ ນັກບິນຈະຕ້ອງ ຍົກເລີກການລົງຈອດແລ້ວບິນວົນອີກລອບເພື່ອລົງຈອດໃໝ່ ແລະນັກບິນຈະຕ້ອງຍົກເຮືອບິນຂຶ້ນໃນຂະນະທີ່ເຮືອບິນຢູ່ໃນລະດັບ 990 ຟຸດ ເຊິ່ງເປັນ “missed approach point” ເປັນຈຸດສຸດທ້າຍທີ່ນັກບິນສາມາດຍົກເລີກນຳເຮືອບິນລົງຈອດໄດ້ຢ່າງປອດໄພນັ້ນເອງ ຫຼຸດນັ້ນແມ່ນບໍ່ໄດ້ ແລະຈາກນັ້ນ ນັກບິນຕ້ອງປະຕິບັດຕາມຂັ້ນຕອນຂອງ "missed approach procedure" ຢ່າງຖືກຕ້ອງ ແຕ່ Yong ພັດຕັ້ງຄ່າບິນລົງໄປທີ 600 ຟຸດ ແລະຍົກເລີກການລົງຈອດ/ເຊີດຫົວຂື້ນຕອນເຮືອບິນຢູ່ທີ່ລະດັບ 595 ຟຸດ ເຊິ່ງເລີຍຈຸດ “missed approach point” ມາແລ້ວ

ຫຼັງຈາກທີ່ບໍ່ສາມາດນຳເຮືອບິນລົງຈອດໄດ້ ແລະຍົກຫົວຂຶ້ນຕອນເຮືອບິນຢູ່ໃນລະດັບ 595 ຟຸດ ສິ່ງທີ່ຕາມມາໜ້າຕົກໃຈ Yong ຍົກຫົວເຮືອບິນຂຶ້ນແຕ່ບໍ່ແມ່ນຍົກຫົວຂຶ້ນໄປທາງຊື່ຕາມທີ່ຄວນຈະເປັນ ແຕ່ພັດລ້ຽວຂວາ ເຊິ່ງເມື່ອນັກບິນເຊີດຫົວເຮືອບິນຂຶ້ນ ຈະຕ້ອງເຊີດຫົວຂຶ້ນໄປທາງຊື່ ບໍ່ແມ່ນລ້ຽວໄປທາງໃດທາງໜຶ່ງ ອີງຕາມຂັ້ນຕອນ "missed approach procedure" ແຕ່ Yong ພັດເຊີດຫົວຂຶ້ນແລ້ວລ້ຽວຂວາກະທັນຫັນ (ແລະນີ້ກໍເປັນການເຮັດໃຫ້ເຮືອບິນຫຼຸດລະດັບຕ່ຳລົງໄປອີກ ເພາະນັກບິນຈະສູນເສຍ altitude ເມື່ອເວລານັກບິນທຳການລ້ຽວ) ຈາກນັ້ນ ກໍມີສຽງເຕືອນ EGPWS ດັງຂຶ້ນ ເຊິ່ງເປັນສຽງເວົ້າຂອງລະບົບໃນທຳນອງວ່າ "pull up… pull up… terrain… terrain… too low… terrian…" (ເຊິ່ງເປັນສຽງເຕືອນທີ່ບົ່ງບອກວ່າໃຫ້ກັບຕັນຍົກເຮືອບິນຂຶ້ນນັ້ນເອງ ເນື່ອຈາກເຮືອບິນລົງຕ່ຳໃກ້ໜ້າດິນເກີນໄປ ແລະປົກກະຕິຈະໄດ້ຍິນສຽງນີ້ເມື່ອເຮືອບິນໃກ້ຊິຕົກ) ເຮືອບິນຫຼຸດລົງສູ່ລະດັບເໜືອຈາກພື້ນດິນພຽງແຕ່ 60 ຟຸດ (18 ແມັດ) ໃນຂະນະນີ້ເອງເຮືອບິນອ່ຽງໄປທາງເບື້ອງຂວາປະມານ 37 ອົງສາ ແລະເມື່ອກັບຕັນຮູ້ວ່າ ເຮືອບິນກຳລັງຢູ່ໃນ altitude ທີ່ຕ່ຳເກີນໄປແລ້ວ ກັບຕັນກໍ overreact ຫຼືເອີ້ນວ່າ ທຳເກີນໄປ ຄືດຶງຄັນບັງຄັບ ຍົກເຮືອບິນຂຶ້ນກະທັນຫັນຫຼາຍເກີນໄປ ອັນເກີດຈາກຄວາມຕົກໃຈຫຼືອັນໃດກໍແລ້ວແຕ່ ຈົນເຮືອບິນຂຶ້ນໄປສູ່ຄວາມສູງທີ່ altitude 33 ອົງສາ ຢູ່ທີ່ລະດັບຄວາມສູງ 1,750 ຟຸດ ໃນລະດັບນີ້ ເຮືອບິນເກືອບບິນຢູ່ໃນລະດັບທີ່ມີເມກ ແລະທັນໃດນັ້ນເອງເຮືອບິນກໍສັກຫົວລົງ ແລະນີ້ລະຄືວິນາທີນັບຖອຍຫຼັງຢູ່ເທິງອາກາດທີ່ທຸກຄົນກຳລັງຈະຕາຍ ເມື່ອເຮືອບິນສັກຫົວລົງ ຫຼຸດລະດັບລົງ ແລ້ວສຸດທ້າຍ ກໍກະທົບໃສ່ດອນຂໍ ຈາກນັ້ນ ກໍຕົກລົງສູ່ແມ່ນ້ຳຂອງ ເຮັດໃຫ້ມີຜູ້ໂດຍສານແລະລູກເຮືອທັງໝົດເສຍຊີວິດ ທັງໝົດຄາດວ່າເສຍຊີວິດຕອນເຮືອບິນກະແທກໃສ່ດອນຂໍ ເພາະອີງຈາກຮ່ອງຮອຍບໍລິເວນນັ້ນ ບົ່ງບອກວ່າເຮືອບິນລົງກະແທກຢ່າງແຮງ ກ່ອນຈະຕົກລົງສູ່ແມ່ນ້ຳຂອງ ຜົນການລາຍງານລະບຸວ່າ ເຄື່ອງຈັກຂອງເຮືອບິນທຳງານຢູ່ໃນກຳລັງທີ່ປົກກະຕິຈົນເວລາສຸດທ້າຍ

ອີງຕາມການຖະແຫຼງການ ຜົນການສຶບສວນ-ສອບສວນອຸປະຕິເຫດເຮືອບິນ ATR72 ຖ້ຽວບິນ 301 ຕົກທີ່ສະໜາມບິນປາກເຊ ໄດ້ສະຫຼຸບວ່າ ສາເຫດຂອງເຮືອບິນຕົກໃນຄັ້ງນີ້ພຸ້ງປະເດັນໄປທີ່ ຄວາມຜິດພາດຂອງນັກບິນ ແລະສະພາບອາກາດໃນມື້ນັ້ນ ແຕ່ຂ້າພະເຈົ້າຄິດວ່າ Pillot skill ເປັນສິ່ງທີ່ສຳຄັນ ສະເພາະແຕ່ສະພາບອາກາດບໍ່ດີໃນມື້ນັ້ນ ບໍ່ໜ້າເປັນປັດໄຈຫຼັກເຮັດໃຫ້ເຮືອບິນຕົກ ເພາະເຮືອບິນຖືກອອກແບບມາໃຫ້ຮັບມືກັບສະພາບອາກາດບໍ່ດີຢູ່ແລ້ວ ແລະຖ້ານັກບິນມີທັກສະດີ ແລະປະຕິບັດຕາມຂັ້ນຕອນໄດ້ຢ່າງຖືກຕ້ອງ ປະກອບກັບການປະສານງານກັນລະຫວ່າງກັບຕັນແລະນັກບິນຜູ້ຊ່ວຍໃນຫ້ອງນັກບິນນັ້ນຢ່າງເໝາະສົມ ຄົງຈະບໍ່ເກີດເຫດການນີ້ຂຶ້ນ ເພາະອີງຕາມຂໍ້ມູນໃນກ່ອງດຳ ນັກບິນຂາດການປະສານງານກັນ ແລະກັບຕັນເອງກໍບໍ່ປະຕິບັດຕາມຂັ້ນຕອນທີ່ຖືກຕ້ອງ ເຊິ່ງເປັນເຫດເຮັດໃຫ້ເຮືອບິນຕົກນັ້ນເອງ ຂໍສະແດງຄວາມເສຍໃຈກັບການສູນເສຍໃນຄັ້ງນີ້ຕໍ່ຄອບຄົວຂອງໝົດທຸກຄົນ

ທີ່ມາ: https://khianlao.com/3653/