ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ໄດ້ຕາມທີ່ຝັນໄວ້ບໍ່?

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນຍັງນ້ອຍພາກັນຝັນຢາກເປັນຫຍັງຫຼືເຮັດອາຊີບຫຍັງ???

ໃຫຍ່ມາແລ້ວໄດ້ຮຽນຫຼືເຮັດວຽກຕາມທີ່ຕົນເອງຝັນໄວ້ແຕ່ນ້ອຍບໍ່???

ທ້າວທອງໃສ

໖ ກະທູ້
໒໘໐ ໂພສ
ນັກການກະທູ້
ໃດ້ຮຽນຕາມຫວັງແຕ່ບໍ່ຮູ້ອານາຄົດເຮັດວຽກສິເປັນແນວໃດ

໕ ກະທູ້
໒໕໑ ໂພສ
ນັກການກະທູ້
ອັນນີ້ ຕອນຍັງນ້ອຍ ຝັນຢາກເປັນ ນັກສືບ (detective )
ແຕ່ກະບໍ່ຮູ້ ຄືກັນຢູ່ ລາວນີ້ ເຂົາເປັນກັນຈັ່ງໃດ ແຕ່ກະຮຽນ ວິຊາທີ່ຄິດວ່າໜ້າຈະເປັນໄດ້ ເບີ່ງຢູ່ Discovery ພວກເຂົາຮຽນ ນິຕິເວດ ຫຼື ນິຕິວິທະຍາ ອັນນີ້ ຮຽນ ນິຕິສາດ ກະຈະເປັນໄດ້ຢູ່ ຕິ ແຫ່ແຫ່ ແຕ່ກະພະຍາຍາມ ຢູ່ ຄິດວ່າ ໜ້າຈະບໍ່ເປັນຕາມທີ່ຝັນໄວ້ລະ ແຕ່ກະຍັງມີຄວາມຫວັງນິດໜືງ

ຊີວິດຄືການທົດລອງອັນໝົດສ້ຽນບໍ່ເປັນ

໒ ກະທູ້
໑໘໘ ໂພສ
ນັກການກະທູ້
ຕອນຍັງນ້ອຍເລ່ນຕູກກະຕາຫລາຍ
ລະຢາກເປີດຮ້ານເສີບສວຍ
ໃຫຍ່ມາອີກ
ຍັງເປັນair hostess
ລະຕອນນີ້ຢາກເປັນ...ຫມໍ ^^
ແຕ່ບໍ່ຮູ້ສິເປັນຈິງບໍ່

ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນຍັງນ້ອຍທອງໃສຢາກເປັນຕຳຫຼວດ 555+

ໃຫຍ່ມາຊ່ວງຢູາ ມ ປາຍກໍ່ຢາກເປັນນັກການທູດ (ຝັນສູງ)

ປະຈຸບັນ ກໍ່ໄດ້ຮຽນຕາມສາຂາທີ່ຕົນເອງມັກ

ອະນາຄົດຈະເປັນແນວໃດກໍ່ບໍ່ຮູ້

ທ້າວທອງໃສ

໓ ກະທູ້
໒໘໔ ໂພສ
ນັກການກະທູ້
ຢາກເປັນ Super Hero 555
ຢາກເປັນພະເອກ ໄປຊ່ວຍນາງເອກ
ພໍລະ ອາຍ... ^^

໑ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ຢາກເປັນຫລາຍອັນແຕ່ຖ້າໄດ້ອັນໃດອັນຫນຶ່ງກະດີແລ້ວ

ປະຈຸບັນກະຖືວ່າໄດ້ຕາມທີ່ຝັນລະ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ຕາມຝັນຊ້ຳ...
ແຕ່ຍັງນ້ອຍຢາກເປັນນັກວິທະຍາສາດ ສາຂາດາຣາສາດ
ແຕ່ຕອນນີ້ມາຮຽນ ຄຸ້ມຄອງແຜນການກໍ່ສ້າງ (Project Management) ບໍ່ເຫັນຊິກ່ຽວກັບຄວາມຝັນພໍດີ້....
ແຕ່ຕໍ່ໄປ ຊິໄດ້ເຮັດວຽກຫຍັງ... ຫລືຊິໄດ້ເຮັດວຽກຫລືບໍ່.... ຍັງບໍ່ຮູ້...

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະພາບຕົວຈິງຂ້ອງຂ້າງບິດເບືອນກັບທີ່ຕ້ອງການ................
ເຮົາເອງຝັນໄວ້ແບບຫນຶ່ງກັບມາໄດ້ຮຽນແບບສອງ................

ອີກເລື່ອງຫນຶ່ງ ບ້ານເຮົາມີຂະແຫນງຮຽນທີ່ຍັງຫນ້ອຍຢູ່..........
ສົມມຸດຢາກເປັນນັກບິນອາວະກາດ (ເດັກພີ່ນ້ອງເດັກ ຈິນຕະນາການເດັກ :)
ກໍ່ຕ້ອງໄດ້ໄປຮຽນ ອາວະກາດ ຢູ່ຕ່າງປະເທດ.. ອ່ອຍຍຍຍຍຍ....
ມ.ຊ 4 ວິຊາຍັງນັ່ງເຫື່ອຍ້ອຍທຸກວິຊາລະ..........................

ຂ້າມມາເລື່ອງຂອງເຮົາ ຝັນໄວ້ຫລາຍຢ່າງຫນຶ່ງໃນນັ້ນ ຄືການເປັນສະຖາປະນິກ....
ແຕ່ຄວາມຄິດນີ້ແມ່ນຄວາມຄິດສຸດທ້າຍກໍ່ເລີຍຄິດວ່າຕົວເອງບໍ່ໄດ້ຕາມທີ່ຝັນໄວ້.......
ສ່ວນວ່າຄວາມຝັນກ່ອນຫນ້ານີ້ ມີທັງ ນັກບິນ, ແພດ(ອາສາ), ນັກວິທະນາສາດ, ຄູ..
ທຳມາຊາດຂອງເດັກຮຽນຫັ່ນລະພີ່ນ້ອງກັບອາຊີບຄູນິ.. ຄິດວ່າເດັກຮຽນຄົນອື່ນໆກໍ່

ຄົງມີຄວາມຄິດນີ້ ຄວາມຄິດທີ່ຢາກຈະຖ່າຍທອດສິ່ງທີ່ຕົນມີຢູ່ໃຫ້ຄົນອື່ນໄດ້ຮຽນຮູ້ ໄດ້
ຮັບຮູ້ ໄດ້ແບ່ງປັນເອົາໄວ້ໃຊ້.. ແລະປັດຈຸບັນເຮົາເອງກໍ່ຍັງມີຄວາມຄິດນັ້ນຢູ່.. ແຕ່ວ່າ
ບໍ່ແມ່ນຄູປະຈຳໂຮງຮຽນດອກ.. ຫມາຍເຖິງຄູສອນພິເສດ (tutor)...
ສ່ວນນັກບິນກໍ່ເຊັ່ນດຽວກັນ ຍັງມີຄວາມຄິດນັ້ນຢູ່.. ເຄີຍໄປສະຫມັກເທື່ອຫນຶ່ງ.. ແຕ່ລືມໄປ

ວ່າຕົວເອງລອຍນ້ຳບໍ່ເປັນ ເລີຍເຮັດໃຫ້ຄຸນນະສົມບັດບໍ່ຄົບ ອີກຢ່າງການເສັງແມ່ນມີຫລາຍ
ຮອບແລະມັນກໍ່ຕຳກັນກັບມື້ເສັງຢູ່ຄະນະອີກ.. ແລະໄດ້ຂໍ້ມູນມາວ່າໃຊ້ເວລາຮຽນພຽງປີເຄິ່ງ
ອະ.. ບໍ່ເປັນຫຍັງຈົບສະຖາປັດແລ້ວຈຶ່ງໄປຮຽນກະໄດ້ ພຽງປີເຄິ່ງ..
ສ່ວນແພດນັ້ນ ຄົງບໍ່ມີໂອກາດໄດ້ເປັນແລ້ວ ເພາະມັນຕ້ອງໄດ້ໃຊ້ທັງເວລາແລ້ວລະດັບວິຊາການສູງ..

“ຢ່າປ່ອຍໃຫ້ຄວາມກຽດຄ້ານມາກີດກັນຄວາມເປັນຕຳນານ” ນັກປັດຊະຍາປຸກແປັ໊ກກ່າວເອົາໄວ້.

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...

ຄົມ?

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
ຖ້າຫມາຍເຖິງສະເພາະປະໂຫຍກສຸດທ້າຍກະອ້າງອີງແຕ່ປະໂຫຍກສຸດທ້າຍກະໄດ້..

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງອີງຫມົດ...

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງບໍ່ໄດ້ເທື່ອຊ້ຳ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປັດຈຸບັນ ຊ່າງເລືອນລາງ...

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຕາມທີ່ຫວັງທຸກຢ່າງ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ຝັນຢາກເປັນ ຊຸບເປີແມນ ບາດໃຫຍ່ມາລະໄດ້ແຕ່ແມນ ຈັກຊຸບເປີມັນໄປໃສ

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ຝັນຢາກເປັນຄົນທຳມະດາສາມັນ ແຕ່ໃຫຍ່ມາພັດ ໄດ້ເປັນນາຍົກລັດຖະມົນຕຣີ

໖ ກະທູ້
໒໐໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ TomStar ຂຽນວ່າ...
ຢາກເປັນ Super Hero 555
ຢາກເປັນພະເອກ ໄປຊ່ວຍນາງເອກ
ພໍລະ ອາຍ... ^^

໖ ກະທູ້
໒໐໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ sirilattana ຂຽນວ່າ...
ຝັນຢາກເປັນຄົນທຳມະດາສາມັນ ແຕ່ໃຫຍ່ມາພັດ ໄດ້ເປັນນາຍົກລັດຖະມົນຕຣີ

ຕີເຫຼັກຕີເນາະ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນຍັງນອ້ຍບໍ່ຄອ່ຍຈະສົນໃຈກັບຄວາມໄຝ່ຝັນປານໃດ
ແຕ່ປັດຈຸບັນນີ້ຢາກເຮັດວຽກທີ່ກ່ຽວຂອ້ງກັບວິຊາທີ່ຕົນຮຽນຢູ່
ນັ້ນກະຄືການທອ່ງທ່ຽວ

໖ ກະທູ້
໑໐໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຳລັງຖ້າເບິ່ງວ່າຊິເປັນຈັ່ງໃດຕໍ່ໄປ

໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ຕອນຍັງນ້ອຍຝັນຢາກເປັນ super model ວ່າຊັ້ນ
ແຕ່ໃຫຍ່ຂື້ນມາກະຮູ້ວ່າໂຕເອງເລີຍວ່າ ຈັ່ງໄດ້ກະເປັນບໍ່ໄດ້ ຮ່ະໆໆໆ
ປັດຈຸບັນ ຢາກເປັນ ນັກການທູດ ຫຼື ປະທານປະເທດ.. ຢາກເຮັດວຽກກ່ຽວກັບການປົກຄອງ ຫຼືື ບໍລິຫານປະເທດ

໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ sirilattana ຂຽນວ່າ...
ຝັນຢາກເປັນຄົນທຳມະດາສາມັນ ແຕ່ໃຫຍ່ມາພັດ ໄດ້ເປັນນາຍົກລັດຖະມົນຕຣີ

ນາຍົກປະເທດໃດເກາະ ເປັນຕາອີ່ຕົນປະຊາຊົນແທະ

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າວ! ກະດຽວວ່າອ້າຍນ້ອງກັນ
ແລ້ວເປັນຫຍັງບໍ່ຮູ້ ວ່ານ້ອງເປັນນາຍົກປະເທດໃດ!!??

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........