ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຄວາມຫວັງ ກັບ ຄວາມຕາຍ

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ກ່ອນອື່ນຂໍບອກໄວ້ກ່ອນເດີວ່າ ເລື່ອງທີ່ຈະເວົ້າຕໍ່ໄປນີ້ເສົ້າ ແລະ ຕັດສິນໃຈຍາກຫລາຍ ຖ້າທ່ານບໍ່ຢາກຄິດຫລາຍຂ້າມໄປເລີຍກະໄດ້ .......

ກິນີ້ ໄດ້ໄປອ່ານບລັອກເລື່ອງໜຶ່ງຂອງໃນປະເທດຍີ່ປຸ່ນທີ່ມີການກຳນົດກົດໝາຍ ວ່າດ້ວຍ
" ການທີ່ສະໝອງຕາຍ = ຄົນໆນັ້ນຕາຍໄປແລ້ວ "
ແລ້ວຄົນໃນຄອບຄົວກໍ່ສາມາດຕັດສິນໃຈແທນເຈົ້າຂອງໄດ້ວ່າ ຈະບໍລິຈາກອະໄວຍະວະ ຫລື ປູກຖ່າຍອະໄວຍະວະ ໃຫ້ຄົນອື່ນບໍ່

ກໍ່ເລີຍຢາກຮູ້ວ່າ
ສົມມຸດຄົນທີ່ທ່ານຮັກ ໄດ້ເກີດສິ່ງທີ່ຕ້ອງເຮັດໃຫ້ມີອາການສະໝອງຕາຍ ອາດຈະແມ່ນອຸບັດຕິເຫດ ຫລືອື່ນໆ
ແບບວ່າ ໄດ້ແຕ່ນອນເພິ່ງເຄື່ອງມືໝໍຊ່ວຍໄປຕະຫລອດ ໂດຍທີ່ສະໝອງບໍ່ມີປະຕິກິລິຍາຫຍັງເລີຍ (ແບບເຈົ້າຊາຍນິທທາ ວ່າຊັ້ນສະ)
ແລ້ວໃນຂະນະນັ້ນ ກໍ່ມີອີກຄົນໜຶ່ງ ສົມມຸດປະສົບອຸບັດຕິເຫດຂັ້ນຮ້າຍແຮງ ແລ້ວຕ້ອງໄດ້ຮັບການບໍລິຈາກອະໄວຍະວະສຳຄັນໆເຊັ່ນ : ຫົວໃຈ,ໝາກໄຂ່ຫລັງ ຫລື ປອດ..... ໃນເວລາອັນໃກ້ນີ້ ຖ້າບໍ່ດັ່ງນັ້ນກໍ່ຈະເສຍຊີວິດໄປ
ແລ້ວຖ້າເລື່ອງແບບນີ້ເກີດກັບທ່ານ ທ່ານຈະເລືອກຫຍັງ ລະຫວ່າງ
1. ຈະເລືອກເອົາຄວາມຫວັງຂອງໂຕເອງ ທີ່ມີພຽງໜ້ອຍດຽວທີ່ຫວັງວ່າຄົນຮັກທ່ານຈະຟື້ນຂຶ້ນມາໃນຈັກມື້ໜຶ່ງ
ຫລື
2. ຕັດໃຈທີ່ຈະຖອດເຄື່ອງຊ່ວຍນັ້ນອອກ ປ່ອຍໃຫ້ຄົນຮັກຈາກໄປຢ່າງສະຫງົບ ແລ້ວຕໍ່ຄວາມຫວັງໃຫ້ອີກຄົນທີ່ລໍຮັບການບໍລິຈາກອະໄວຍະວະຢູ່ ...

ຫວານຕົ້ນຈືດປາຍ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັ່ງໃດອຸ້ຍ.. ງົງໆ
ຫມາຍຄວາມວ່າ ເຄື່ອງນັ້ນມີພຽງເຄື່ອງດຽວ.. ??

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ຈັ່ງໃດອຸ້ຍ.. ງົງໆ
ຫມາຍຄວາມວ່າ ເຄື່ອງນັ້ນມີພຽງເຄື່ອງດຽວ.. ??

ບໍ່ແມ່ນໆໆໆ ຫລືວ່າຂ້ອຍຂຽນງົງເອງເບາະ
ປະມານວ່າ ຄົນຮັກເຮົາຫັ້ນສະໝອງຕາຍແລ້ວ ຖ້າບໍ່ມີເຄື່ອງຊ່ວຍນັ້ນກະຈົບກັນແລ້ວ
ແລ້ວອີກຄົນໜຶ່ງປະມານວ່າຖ້າ ຮັບບໍລິຈາກ ຕັບໄຕໄສ້ພຸ້ງອີຫຍັງກະວ່າກັນໄປຫັ້ນແຫລະ ຖ້າບໍ່ໄດ້ກະແມ່ນຕ້ອງຕາຍ
ແລ້ວຊິເລືອກຊ່ວຍໃຜຫັ້ນນາລະຫວ່າງ
ປ່ອຍໃຫ້ຜູ່ຖ້າຮັບບໍລິຈາກຕາຍ ແລ້ວເຮົາກໍ່ລໍຄອຍປາຕິຫານຕໍ່ໄປໃຫ້ຄົນທີ່ເຮົາຮັກຟື້ນຂຶ້ນມາ ເຖິງມັນຈະຍາກສ່ຳໃດດກໍ່ຕາມ ແລະ
ເລືອກທີ່ຈະປົດເຄື່ອງຊ່ວຍອອກແລ້ວໃຫ້ຄົນຮັກເຮົາໄປແບບສະຫງົບ ຈາກນັ້ນກໍ່ບໍລິຈາກອະໄວຍະວະໃຫ້ກັບຄົນເຈັບນັ້ນ

ຫວານຕົ້ນຈືດປາຍ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວເປັນຫຍັງເຮົາບໍ່ບໍລິຈາກອະໄວຍະວະໃຫ້ບຸກຄົນນັ້ນ
ແລ້ວກໍ່ໃຊ້ເຄື່ອງຊ່ວຍຫາຍໃຈໃຫ້ຄົນຮັກຂອງເຮົາຕໍ່...
ຫລືວ່າເຮັດທັງສອງຢ່າງບໍ່ໄດ້ ?? ງົງໆ..

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ແລ້ວເປັນຫຍັງເຮົາບໍ່ບໍລິຈາກອະໄວຍະວະໃຫ້ບຸກຄົນນັ້ນ
ແລ້ວກໍ່ໃຊ້ເຄື່ອງຊ່ວຍຫາຍໃຈໃຫ້ຄົນຮັກຂອງເຮົາຕໍ່...
ຫລືວ່າເຮັດທັງສອງຢ່າງບໍ່ໄດ້ ?? ງົງໆ..

ອ້າວ ບໍລິຈາກເນາະ ບໍ່ວ່າຕັ້ງແຕ່ແຂນຂາ ຫລືວ່າ ປອດ,ຫົວໃຈເດ
ກໍລະນີຫລັງນີ້ ບໍລິຈາກໄປກະແປວ່າ ເຈົ້າຂອງອະໄວຍະວະບໍ່ສາມາດມີຊິວິດຢູ່ໄດ້ແມ່ນບໍ່ ?!!!

ຫວານຕົ້ນຈືດປາຍ

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ທີ່ວ່າບໍລິຈາກນີ້ ບໍ່ແມ່ນບໍລິຈາກເລືອດໃດ ແຕ່ແມ່ນອະໄວຍະວະສຳຄັນໆທີ່ຈະຂາດໄປບໍ່ໄດ້ສຳລັບການດຳລົງຊີວິດຂອງຄົນໆໜຶ່ງຫັ້ນນາ

ຫວານຕົ້ນຈືດປາຍ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອໍ໋..
ຫມາຍເຖິງເອົາຂອງຄົນທີ່ເຮົາຮັກມາບໍລິຈາກ...
ແບບນີ້ຫວະ...

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ອໍ໋..
ຫມາຍເຖິງເອົາຂອງຄົນທີ່ເຮົາຮັກມາບໍລິຈາກ...
ແບບນີ້ຫວະ...

ແມ່ນແວ້ວວວວວວ

ຫວານຕົ້ນຈືດປາຍ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເປັນເຮົາ ເຮົາຈະບໍ່ບໍລິຈາກ...
ເຖິງລະບົບຫາຍໃຈຈະທຳງານເອງບໍ່ໄດ້ແລ້ວ..
ແຕ່ສະຫມອງຍັງສາມາດສັ່ງການໃຫ້ຫົວໃຈເຕັ້ນຢູ່......
ຖ້າຫົວໃຈເຕັ້ນຢູ່ ເຮົາຈະເຂົ້າໃຈວ່າ ລາວຍັງຄົງຢູ່...
ແລະ ກໍ່ຈະຢູ່ກັບເຮົາຕະຫລອດໄປ.. ໃນຄວາມຝັນ
ແຕ່ຖ້າລາວເຄີຍຄິດຕ້ອງການຢາກບໍລິຈາກ...
ກໍ່ຈະຖ້າໃຫ້ລາວຈາກໄປແບບນິລັນກ່ອນແລ້ວຈຶ່ງຈະບໍລິຈາກ...

ອີກຢ່າງຫນຶ່ງ ເຮົາເອງກໍ່ຄົງຈະບໍ່ມີສິດທີ່ຈະຕັດສິນໃຈແທນ
ເພາະສະຫມອງຍັງຄົງເຮັດວຽກ ກົດຫມາຍຖືວ່າຍັງບໍ່ຕາຍ..

໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ຕ້ອງເບິ່ງວ່າຄົນທີ່ຮັບບໍ່ລິຈາກ ມັນສົມຄວນທີ່ຈະໄດ້ຮັບສິ່ງທີ່ມີຄ່າທີ່ສຸດນີ້ຫຼືບໍ່ (ພຸ້ນໄດ໋ ເວົ້າຄືຂະໜາດ)

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ຖ້າເປັນເຮົາ ເຮົາຈະບໍ່ບໍລິຈາກ...
ເຖິງລະບົບຫາຍໃຈຈະທຳງານເອງບໍ່ໄດ້ແລ້ວ..
ແຕ່ສະຫມອງຍັງສາມາດສັ່ງການໃຫ້ຫົວໃຈເຕັ້ນຢູ່......
ຖ້າຫົວໃຈເຕັ້ນຢູ່ ເຮົາຈະເຂົ້າໃຈວ່າ ລາວຍັງຄົງຢູ່...
ແລະ ກໍ່ຈະຢູ່ກັບເຮົາຕະຫລອດໄປ.. ໃນຄວາມຝັນ
ແຕ່ຖ້າລາວເຄີຍຄິດຕ້ອງການຢາກບໍລິຈາກ...
ກໍ່ຈະຖ້າໃຫ້ລາວຈາກໄປແບບນິລັນກ່ອນແລ້ວຈຶ່ງຈະບໍລິຈາກ...

ອີກຢ່າງຫນຶ່ງ ເຮົາເອງກໍ່ຄົງຈະບໍ່ມີສິດທີ່ຈະຕັດສິນໃຈແທນ
ເພາະສະຫມອງຍັງຄົງເຮັດວຽກ ກົດຫມາຍຖືວ່າຍັງບໍ່ຕາຍ..

ທີ່ຂ້ອຍວ່າມານີ້ ແມ່ນກໍລະນີທີ່ສະໝອງຕາຍແລ້ວໃດ (ທີ່ໄປອ່ານໃນບລັອກມາຫັ້ນຫນະ)
ແຕ່ກະບໍ່ຮູ້ຄືກັນວ່າເປັນຫຍັງຄືຍັງຢູ່ໄດ້ຢູ່ ແລ້ວໝໍກໍ່ບອກວ່າປະໄວ້ດົນໆໄປແລ້ວກໍລະນີກັບມາຟື້ນກໍ່ມີແຕ່ມີໜ້ອຍ

ຫລືວ່າໃຜຮູ້ແນ່ກະເຂົ້າມາບອກແນ່ ຂ້ອຍກະງົງໆຄືກັນ 5555+ ຖາມເອງງົງເອງ
ຄຳວ່າ ສະໝອງຕາຍມັນໝາຍເຖິງແນວໃດ !!???

ຫວານຕົ້ນຈືດປາຍ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອຶ໋ຍຍຍຍ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ OUY ຂຽນວ່າ...
ທີ່ຂ້ອຍວ່າມານີ້ ແມ່ນກໍລະນີທີ່ສະໝອງຕາຍແລ້ວໃດ (ທີ່ໄປອ່ານໃນບລັອກມາຫັ້ນຫນະ)
ແຕ່ກະບໍ່ຮູ້ຄືກັນວ່າເປັນຫຍັງຄືຍັງຢູ່ໄດ້ຢູ່ ແລ້ວໝໍກໍ່ບອກວ່າປະໄວ້ດົນໆໄປແລ້ວກໍລະນີກັບມາຟື້ນກໍ່ມີແຕ່ມີໜ້ອຍ

ຫລືວ່າໃຜຮູ້ແນ່ກະເຂົ້າມາບອກແນ່ ຂ້ອຍກະງົງໆຄືກັນ 5555+ ຖາມເອງງົງເອງ
ຄຳວ່າ ສະໝອງຕາຍມັນໝາຍເຖິງແນວໃດ !!???

ເອະ.. ຖ້າສະຫມອງຕາຍແລ້ວ.. ມັນຄົງບໍ່ກັບມາເຮັດວຽກອີກຕີ້..
ຫລື ວ່າຫມໍດຽວນີ້ເທບວະ... ຮະຮະ..
ວ່າກັນໄປ.. ວ່າແຕ່ໃຜເປັນແພດແດ່ລະໃນພັນລາວນິ....

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກວ່າສໜອງຕາຍແລ້ວຄວາມຫວັງທີ່ຜູ້ກ່ຽວຈະກັບມາເປັນຄົນຢ່າງໄທເຮົາເຈົ້າຂ້ອຍນີ້ກະຍາກ
ຫາກມີກໍມີນ້ອຍທີ່ສຸດຍັງພຽງແຕ່ຄວາມຫວັງ, ຜູ້ກ່ຽວປຽບເໜຶອນກັບຜັກຫັ້ນລະ,
ທຸກສິ່ງຢ່າງຂື້ນກັບເຄຶ່ອງທາງແພດທີ່ຊົດຊູຊີວີດໄວ້.
ສະໜອງຕາຍເພາະ ສະໜອງບໍ່ໄດ້ຮັບ oxigen ພາຍຫຼັງທີ່ຫົວໃຈຂອງຜູ້ກ່ຽວ
ນັ້ນຢຸດເຕັ້ນ ເກິນ ສາມສິບນາທີ ແຕ່ ທາງແພດມີຄວາມສາມາດເຮັດໃຫ້ຫົວໃຈເຕັ້ນຄຶນໄດ້ ແຕ່ ສະໜອງນັ້ນຕາຍໄປແລ້ວເພາະຂາດທາດດັ່ງກ່າວມາຫຼໍ່ລ້ຽງທັນເວລາ..

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມັຍຂອງຂ້ອຍກະຫົວໃຈຢຸດເຕັ້ນສອງຄັ້ງດີແຕ່ວ່າຢູ່ພາຍໃຕ້ການດູແລຂອງແພດກໍສາມາດ
ເຮັດໃຫ້ຫົວໃຈເລົາຟື້ນຄຶນມາແລະເມຶ່ອມາວິຈັຍ
ກໍຣະນີຂອງເລົາທາງແພດເຂົາສາມາດກະຕູ້ນຫົວໃຈໄດ້ຄຶນໄວຈຶ່ງບໍ່ມີຜົນສະທ້ອນດັ່ງ ໃນກະທູ້ນັ້ນ.
ແພດເຂົາກໍຢ້ານເປັນເຊັ່ນນັ້ນເໜຶອນກັນແຕ່ອະນິຈາວາສນາເລົາຍັງດີກະມີພຽງກະດູກຂ້າງຫັກໄປສອງສາມລີ້ວ!!

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...

ຂອບໃຈ ລຸງເທົາທີ່ມາໃຫ້ຄວາມຮູ້

ເສຍໃຈນຳເດີທີ່ເກີດເລື່ອງແບບນີ້ ແຕ່ກໍ່ດີໃຈນຳອີກຫັ້ນແຫລະ ທີ່ບໍ່ເປັນຫຍັງຫລາຍ !!!

ຫວານຕົ້ນຈືດປາຍ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ເຈິກັບໂຕເອງຈັ່ງຮູ້..​ເລືອກຕອນນີ້ບໍ່ໄດ້ດອກ
ແຕ່ຖ້າອະໄວຍະວະນັ້ນແມ່ນໝາກໄຂ່ຫລັງ ແມ່ນໃຫ້ໄດ້

<-----ຄົນໃຈດີແຟນຄລັບ