ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ໜ້າເລືອດ ຫລື ໜ້າເງິນ

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ມື້ກ່ອນໄດ້ຟັງວິທະຍຸ ຖືກລາຍການຂ່າວອີສັງຈັກຢ່າງ ກຳລັງຊິປິດໄປ ພໍດີໄດ້ຍິນເລື່ອງທີ່ເວົ້າວ່າ ມີນັກທ່ອງທ່ຽວຕ່າງປະເທດມາຫລິ້ນລາວ
ແລ້ວລາວເວົ້າກ່ຽວກັບ ການຄິດລາຄາສິນຄ້າແພງກວ່າປົກກະຕິ ສຳລັບຄົນຕ່າງປະເທດ
ຊິວ່າໄປແຫລະ ກະບໍ່ວ່າແຕ່ຕ່າງປະເທດແຫລະ ຂະໜາດສະມາຊິກພັນລາວໃນນີ້ກໍ່ຍັງຖືກຟັນ(ເງິນ)ມາຫລາຍຕໍ່ຫລາຍຄົນແລ້ວ ຕາມທີ່ໄດ້ອ່ານໄດຯ
ຂອງເຂົາເຈົ້າມາ .
ກໍ່ເລີຍຢາກມາລົມເລື່ອງນີ້ກັນວ່າ ແຕ່ລະຄົນມີຄວາມຄິດເຫັນແນວໃດ ຕໍ່ເລື່ອງນີ້ ????
ນັກທ່ອງທ່ຽວເຂົາມາທ່ຽວກະເພື່ອ ມາພັກຜ່ອນ,ຫລິ້ນແລະ ບລາໆໆໆ ..... ແຕ່ບາດມາແລ້ວກໍ່ຕ້ອງມາເຈິກັບສະພາບນີ້
ຂ້ອຍວ່າ ເຂົາຄືສິເສຍຄວາມຮູ້ສຶກກັບຄົນລາວ ປະເທດລາວ, ປານນັ້ນໃຫ້ໄປໂຄສະນາ ໃຫ້ໄປເຊີນຊວນເຂົາມາຫລິ້ນ ແລ້ວມາເຮັດແບບນີ້ !!!???
ຖ້າເປັນເຈົ້າເອງເຈົ້າຊິຮູ້ສຶກແນວໃດ ???!!! ສ່ວນໂຕຂ້ອຍເອງກໍ່ເຄີຍເຈິມາແລ້ວ ກໍ່ເລີຍເຂົ້າໃຈຄວາມຮູ້ສຶກນີ້ດີ ແລະ ກໍ່ເສຍຄວາມຮູ້ສຶກໂຄດໆໆໆ ຈົນວ່າບໍ່ຢາກໄປອີກແລ້ວ

ຫວານຕົ້ນຈືດປາຍ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະແມ່ນຄືເຈົ້າວ່າຫັ້ນລະ.
ທາງການບໍ່ມີການຄວບຄຸມທີ່ມີປະສິດທິພາບທັງບໍ່ມີກົດເກັນທີ່ແນ່ນອນມັນຈຶ່ງເປັນຈັ່ງຊີ້
.ສົມຄວນ ໂຕຢ່າງຮ້ານອາຫານ ກໍຕ້ອງມີຣາຍການອາຫານທັງຣາຄາພ້ອມຫຼືຢ່າງອຶ່ນກະຄືກັນເຊັ່ນຄ່າຣົຖເມທາງ
ໄກກະຍັງເກັບກຳໄດ້ບາດເຣຶ້ອງຢູ່ເຣຶ້ອງກິນພັດບໍ່ສົນໃຈ.
ຂາຍໝ້າຊາດ
ພວກເຫັ້ຍໝ້າເລຶອດນີ້ສົມຄວນເອົາໄປຍິງເປົ້າ!!!

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາປຽບໂດຍແທ້..
ມັນບໍ່ມີອົງກອນເບິ່ງແຍງດູແລ..
ບໍ່ສະເພາະແຕ່ຕ່າງປະເທດ ຄົນລາວເຮົາໃນປະເທດຖືກເອົາປຽບ
ຍັງບໍ່ຮູ້ວ່າຈະເອົາຄືນຈັ່ງໃດ...
ດ້ວຍຄວາມທີ່ຄົນລາວບໍ່ມັກຫລາຍເລື່ອງ ບໍ່ມັກຫຍຸ້ງຍາກ (ແປໃນວັດຈະນານຸກວນໄດ້ວ່າ ມັກງ່າຍນັ້ນເອງ)
ຖ້າຫາກວ່າມີອົງການດູແລຜູ້ບໍລິໂພກກະຄົງຈະດີ..
ຂອງໄທມີຮອດອົງກອນດູແລຜູ້ໃຊ້ອິນເຕິຣ໌ເນັທ.. ຖ້າໃຜຖືກໂກງເລື່ອງຄວາມໄວເນັທ ສາມາດປຶກສາແລະຟ້ອງກັບໄດ້..
ຂະຫນາດເລື່ອງຄວາມໄວເນັທຊື່ໆ ຍັງມີອົງກອນດູແລ

໘ ກະທູ້
໒໔໑ ໂພສ
ນັກການກະທູ້
ອືມ ແຕ່ວ່າຈັ່ງໄດ໋ ຂ້ອຍກະບໍ່ມັກທັ້ງສອງຢ່າງ

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ka man tim .....

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມກົດໝາຍໝວດທີ່(ບໍ່ຈື່) ມາດຕາທີ(ບໍ່ຈື່) ວ່າດ້ວຍຊາວຕ່າງຊາດທີ່ອາໃສຢູ່ດິນແດນລາວ
ມັນເປັນເລື່ອງທຳມະດາທີ່ ຄ່າໃຊ້ຈ່າຍໃນການບໍ່ລິການຕ່າງໆຈະແພງກວ່າປະຊາຊົນລາວ ເຊັ່ນ: ຄ່າໂດຍສານ ຄ່າທີ່ຢູ່ອາໃສ ຄ່າເຂົ້າຊົມສະຖານທີ່ທ່ອງທ່ຽວ.. ອື່ນໆ ທ້ັງນີ້ສາເຫດກໍ່ເນື່ອງຈາກວ່າ ຊາວຕ່າງດ້າວມີຄ່າຫົວແພງກວ່າພົນລະເມືອງພາຍໃນປະເທດ 2 ເທົ່າ

<-----ຄົນໃຈດີແຟນຄລັບ

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...

ແມ່ນແທ້ສະເບາະ ຄົນໃຈດີ !????

ຫວານຕົ້ນຈືດປາຍ

໕ ກະທູ້
໑໗໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ OUY ຂຽນວ່າ...

ຄົນລາວມີລາຍໄດ້ໜ້ອຍກວ່າ ໄປຫຼິ້ນຕ່າງປະເທດຍັງບໍ່ເຫັນມີລຸດລາຄາ
ແຖມບາງຢ່າງກໍ່ໄດ້ເສຍເປັນລາຄາຂອງຄົນຕ່າງປະເທດອີກ
ລັດຖະບານກະເລີຍແຄ້ນຕິ ຈຶ່ງອອກກົດນີ້ (ມັນມີເສີຍເນາະກົດນີ້ )

໕ ກະທູ້
໑໗໒ ໂພສ
ນັກການກະທູ້
@ຄຈດ
ເວົ້າລະວ່າຄ່າຫົວ
ເວົ້າປານຄົນຕ່າງປະເທດເປັນໂຈນ ອິອິ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^^

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າມັນແມ່ນກົດໝາຍ ຂອງປະເທດອັນນີ້ກາຕ້ອງໄດ້ຍອມເພີ່ນ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ວ່າ ມາໂກງຄົນພາຍໃນນໍາກັນເອງນີ້ກາ

ອັນນີ້ບໍ່ເຫັນດີນໍາລ້ຽວ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]

໑໗ ກະທູ້
໑໗໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ແຕ່ວ່າ ມາໂກງຄົນພາຍໃນນໍາກັນເອງນີ້ກາ

ອັນນີ້ບໍ່ເຫັນດີນໍາລ້ຽວ

໑໗ ກະທູ້
໑໗໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ຕາມກົດໝາຍໝວດທີ່(ບໍ່ຈື່) ມາດຕາທີ(ບໍ່ຈື່) ວ່າດ້ວຍຊາວຕ່າງຊາດທີ່ອາໃສຢູ່ດິນແດນລາວ
ມັນເປັນເລື່ອງທຳມະດາທີ່ ຄ່າໃຊ້ຈ່າຍໃນການບໍ່ລິການຕ່າງໆຈະແພງກວ່າປະຊາຊົນລາວ ເຊັ່ນ: ຄ່າໂດຍສານ ຄ່າທີ່ຢູ່ອາໃສ ຄ່າເຂົ້າຊົມສະຖານທີ່ທ່ອງທ່ຽວ.. ອື່ນໆ ທ້ັງນີ້ສາເຫດກໍ່ເນື່ອງຈາກວ່າ ຊາວຕ່າງດ້າວມີຄ່າຫົວແພງກວ່າພົນລະເມືອງພາຍໃນປະເທດ 2 ເທົ່າ

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ເວົ້າມາລະຍອມໃຈ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ຖືກລາຄາແພງຕົບໜ້າມາກະຫຼາຍເທື່ອ(ໜ້າຈົນຊາ)
ຈົນວ່າ ເລີ່ມຍ້ານແລ້ວເວລາໄປຫຼິ້ນ...
ກຳລັງຫັດວ່າພາສາທ້ອງຖິ່ນໄວ້,ໄປເທື່ອໜ້າຈິ່ງບໍ່ເຈັບໃຈອີກ...
ເຈັບໃຈແຮງຕອນໄປປີໃໝ່ລາວຢູ່ເມືອງຫລວງ..... ໝົດເງີນເກືອບລ້ານ

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ November ຂຽນວ່າ...
ຖືກລາຄາແພງຕົບໜ້າມາກະຫຼາຍເທື່ອ(ໜ້າຈົນຊາ)
ຈົນວ່າ ເລີ່ມຍ້ານແລ້ວເວລາໄປຫຼິ້ນ...
ກຳລັງຫັດວ່າພາສາທ້ອງຖິ່ນໄວ້,ໄປເທື່ອໜ້າຈິ່ງບໍ່ເຈັບໃຈອີກ...
ເຈັບໃຈແຮງຕອນໄປປີໃໝ່ລາວຢູ່ເມືອງຫລວງ..... ໝົດເງີນເກືອບລ້ານ

ເປັນຕາຢ້ານເນາະ

strawberry

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກມີຣາຍການອາຫານວາງໄວ້ ກະສາມາດສັ່ງຊື້
ຕາມນັ້ນຈ່າຍຕາມນັ້ນກະຊິບໍ່ມີແນວຂ້ອງໃຈກັນ.
ສິດທິຂອງຜູ້ອຸປໂພກແລະບໍຣິໂພກບໍ່ມີ ຊ້ຳຍັງໄປທວງຖາມຫາຢູ່ໃສບໍ່ມີ.
ເຂົາວ່າໃຊ້ ກະຕິກາ ຟຣີ ອະເມຣິກັນ!!
(ເວົ້າໄປ ໂລເລໃນເມຶອງລາວ!!)
ຈັກໝ່ອຍເຂົາຊິເອົາໄປໂຜດແຫຼະເຈົ້າ!!

໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ປັນຫາໂລກແຕກ ຢູ່ປະເທດໃດກະເປັນ...ຄືຊິບໍ່ມີໃຜແກ້ໄດ້ຕິເບາະ
ລະວັງໂຕເອງເອົາສາ, ຄິດສາວ່າກະເຈົ້າກະຫາລ້ຽງປາກລ້ຽງທ້ອງ

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ OUY ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khonjaidee ຂຽນວ່າ...
ຕາມກົດໝາຍໝວດທີ່(ບໍ່ຈື່) ມາດຕາທີ(ບໍ່ຈື່) ວ່າດ້ວຍຊາວຕ່າງຊາດທີ່ອາໃສຢູ່ດິນແດນລາວ
ມັນເປັນເລື່ອງທຳມະດາທີ່ ຄ່າໃຊ້ຈ່າຍໃນການບໍ່ລິການຕ່າງໆຈະແພງກວ່າປະຊາຊົນລາວ ເຊັ່ນ: ຄ່າໂດຍສານ ຄ່າທີ່ຢູ່ອາໃສ ຄ່າເຂົ້າຊົມສະຖານທີ່ທ່ອງທ່ຽວ.. ອື່ນໆ ທ້ັງນີ້ສາເຫດກໍ່ເນື່ອງຈາກວ່າ ຊາວຕ່າງດ້າວມີຄ່າຫົວແພງກວ່າພົນລະເມືອງພາຍໃນປະເທດ 2 ເທົ່າ

ແມ່ນແທ້ສະເບາະ ຄົນໃຈດີ !????

ແມ່ນແທ້.. ແຕ່ແມ້ຄ້າຂາຍເຄື່ອງຢູ່ຕະຫລາດ ເຂົາເວົ້າແພງໆຫັ້ນ ອັນນີ້ບໍ່ກ່ຽວ. ທີ່ ຄຈດ ເວົ້າມາຫັ້ນແມ່ນນະໂຍບາຍພັກລັດວາງອອກແນວນັ້ນ. ຄົນຈະປະຕິບັດຫລືບໍ່ ອັນນີ້ແມ່ນຂື້ນກັບບຸກຄົນ

<-----ຄົນໃຈດີແຟນຄລັບ