ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ທ່ານຮູ້ບໍ່ວ່າ ນະຄອນວຽງຈັນ ມີອາຍຸເກົ່າແກ່ເກີນພັນປີ!

໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ຂນະນີ້ ໄປໃສມາໃສກໍເຫັນແຕ່ການປະຊາສັມພັນ ນະຄອນຫລວງວຽງຈັນ ຄົບຮອບ 450 ປີ, ແມ່ນແຕ່ຖນົນກໍຕັ້ງຊື່ນີ້. ເທົ່າທີ່ສັງເກດສະມາຊິກພັນທ໌ລາວແມ່ນເປັນຄົນໜຸ່ມສາວທັງນັ້ນ ແລະ ແຕ່ລະຄົນຮູ້ປວັດສາດດີສ່ຳໃດແດ່? ທີ່ຈິງເຮົາຄວນເວົ້າໃຫ້ຖືກຕ້ອງວ່າ "ການສະຖາປານານະຄອນວຽງຈັນເປັນນະຄອນຫລວງຂອງຊາດຄົບຮອບ 450 ປີ", ເພາະນະຄອນວຽງຈັນນັ້ນມີປວັດປາກົດໃນຊື່ເມືອງໄຜ່ໜາມ ໃນຍຸກສມັຍເຈົ້າຟ້າງຸ່ມທ້ອນໂຮມແຜ່ນດິນລາວ (600 ກວ່າປີມາແລ້ວ) ແລະ ນອກຈາກນັ້ນພຣະທາດອົງເດີມຂອງພຣະທາດຫລວງກໍປາກົດຕັ້ງແຕ່ພຸທສັດຕະວັດທີ່ 7 ຫລື 8 ... ຫລືວ່າຈັ່ງໃດ? (ຈະມີຫລັກຖານມາສະແດງໃຫ້ໃນພາຍຫລັງ)


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າເລື່ອງເມືອງໄຜ່ຫນາມ..
ເລົ່າຕາມທີ່ຈື່ເນີ້.. ອາດຈະຜິດພ້ຽນໄປບາງວັກບາງຕອນ..

“ພື້ນທີ່ທີ່ເປັນນະຄອນຫລວງວຽງຈັນໃນປັດຈຸບັນນີ້ ແມ່ນມີຊື່ເດີມວ່າເມືອງວຽງຄຳແລະເມືອງວຽງທອງ
ສອງເມືອງນີ້ປົກຄອງໂດຍກະສັດສອງພໍ່ລູກ ຖ້າຈົດຈຳບໍ່ຜິດ ພໍ່ຊື່ພະຍາມຸງ ລຸກຊື່ພະຍາເພົາ ໃນເວລານັ້ນ
ກອງທັບຂອງພະເຈົ້າຟ້າງຸ່ມໄດ້ຕີເອົາເມືອງເກືອບຫມົດລ້ານຊ້າງຄືແຕ່ໃຕ້ຈົນຂື້ນໄປເຖິງເມືອງຊຽງທອງ
(ຫລວງພະບາງໃນປັດຈຸບັນ) ແລ້ວເພີ່ນຈຶ່ງຍົກທັບໄປຕີເອົາວຽງຄຳແລະວຽງທອງ ແຕ່ວ່າ ສອງເມືອງນີ້
ຖືກອ້ອມຮອບດ້ວຍປ່າໄຜ່ທີ່ເຕັມໄປດ້ວຍຫນາມອັນແຫລມຄົມ ພະອົງຈຶ່ງໄດ້ຄິດອຸບາຍຫນຶ່ງຂື້ນ ແລ້ວພະອົງ
ກໍ່ສັ່ງໃຫ້ທະຫານໄປເບີກໂລຫະເງິນໂລຫະຄຳນຳກອງພະຄັງຫລວງ(ທຽບກັບປັດຈຸບັນກໍ່ຄົງຈະເປັນກະຊວງ
ການເງິນ)ມາເພື່ອເຮັດພະຈຽງ(ລູກທະນູ) ແລ້ວກໍ່ສັ່ງໃຫ້ທະຫານຍິງພະຈຽງເຫລົ່ານັ້ນເຂົ້າໃສ່ເມືອງທັງສອງ
ເພື່ອເຮັດໃຫ້ເຈົ້າເມືອງດັ່ງກ່າວເຂົ້າໃຈວ່ານັ້ນເປັນການໂຈມຕີຈາກກອງທັບຂອງພະອົງ.. ຫລັງຈາກນັ້ນ
ພະອົງກໍ່ນຳທັບໄປຕີເອົາເມືອງທີ່ຢູ່ທາງຝັ່ງຂວາຂອງແມ່ນ້ຳຂອງ

ພໍຊາວເມືອງວຽງຄຳແລະເມືອງວຽງທອງເຫັນວ່າສະພາບການສະຫງົບສຸກດີກໍ່ພາກັນໃຊ້ຊີວິດຕາມປົກກະຕິ
ແຕ່ວ່າພັດໄປເຫັນພະຈຽງທີ່ເປັນເງິນເປັນຄຳນັ້ນກໍ່ຕື່ນຕາຕື່ນໃຈພາກັນໄປຖາກໄປຖາງປ່າໄຜ່ເພື່ອທີ່ຈະໄດ້ເອົາ
ພະຈຽງໄດ້ສະດວກ.. (ອ່າ.. ເປັນໄປຕາມແຜນການ) ພໍທັບພະເຈົ້າຟ້າງຸ່ມກັບມາຫລັງຈາກທີ່ໄປຕີເອົາເມືອງ
ທາງຝັ່ງນັ້ນໄດ້ສຳເລັດເພີ່ນກໍ່ກັບມາວຽງຄຳ-ວຽງທອງອີກຄັ້ງ ແລະພະອົງກໍ່ສັ່ງໃຫ້ທະຫານເອົາໄຟເຜົາຊາກໄຜ່
ຈົນເຫລືອແຕ່ຂີ້ເຖົ່າ.. ແລະສຸດທ້າຍພະອົງກໍ່ສາມາດເຂົ້າຕີສອງເມືອງດັ່ງກ່າວໄດ້ສຳເລັດ.. ”

ອ່ານໃນຫນັງສື ສາມວິຣະກະສັດ ໂດຍ ຫລວງໄຊ ດວງພະສີ.

ເຮົາກໍ່ເຄີຍໄດ້ຍິນເລື່ອງນີ້ຕອນຍັງນ້ອຍ ບໍ່ຄິດວ່າເພີ່ນເອົາມາຈາກພົງສາວະດານ
ເຂົ້າໃຈວ່າເປັນເລື່ອງແຕ່ງອີກຕ່າງຫາກ

ບາງຄົນອາດສົງໄສ.. ເອະ.. ເປັນຫຍັງບໍ່ເຜົາປ່າໄຜ່ເລີຍ ເປັນຫຍັງຕ້ອງຖ້າໃຫ້ລາຊະດອນຕັດກ່ອນຈຶ່ງເຜົາ
ໄຜ່ດິບພີ່ນ້ອງໄຜ່ດິບ.. ເຜົາບໍ່ໄດ້ເນີ້.. ພໍແຕ່ຕັດມັນລົງມັນກໍ່ຕາຍກາຍເປັນໄຜ່ແຫ້ງຈຶ່ງສາມາດເຜົາໄດ້..

ໃຕ້ດິນບ້ານເຈົ້າອາດຈະຍັງຫລົງເຫລືອພະຈຽງຢູ່.. ລອງຂຸດເບິ່ງ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກາຫມາຍຂອງນະຄອນຫລວງປີທີ 450
V
v



໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຟີນິກຕອບໝົດແລ້ວ

strawberry

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ຂພຈ ເຄີຍອ່ານພງສາວະດານຂອງຂະເໝນ ຊື່ເມືອງລະແວກ ຊຶ່ງເປົນເມືອງຫຼວງຂອງກຳພູຈຽຍໃນສະໄໝບູຮານ ກໍ່ມີເຮື່ອງວ່າເມືອງລະແວກຕະກີ້ກໍ່ມີປ່າໄຝ່ລ້ອມເມືອງຄືກັນ ແຕ່ກໍ່ຖືກຕີແຕກຍ່ອນຂ້າສືກ ໃຊ້ວຶທີຍຶງລູກທະນູຕຶດຄຳໃສ່ປ່າໄຝ່ ຊາວລະແວກກໍ່ພາກັນເຜາປ່າໄຝ່ຊອກຫາຄຳ ຂ້າສຶກກໍ່ເລີຍຕີເມືອງລະແວກແຕກ


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອກ່ອນຄືອານາຈັກລ້ານຊ້າງເຊິ່ງມີອາຍຸ 1252 ປິແລ້ວໄດ໋ ບາງເທື່ອອາດຂະຫລາຍກວ່ານັ້ນອີກ ເຊິ່ງເຮົາຈະເຫັນໄດ້ວ່າ ເຈົ້າໄຊເຊດຖາ ໄດ້ໄປປົກຄອງລ້ານນາ ດຽວນີ້ຄືຊຽ່ງໃຫມ່ ຊ່ຽງໃຫມ່ ໄດ້ 900 ກວ່າປີ ສຸໂຂໄທ ໄດ້ 700ກວ່າປີ ອະຍຸດທະຍາໄດ້ 600 ກວ່າປີ ເພາະສະນັ້ນ ລາວ ເຮົາຈຶ່ງມີອາຍຸການຫລາຍພັນປີແລ້ວເດີ ແຕ່ທີ່ເຮົາຮູ້ຈັກຕືຊ່ວງເຈົ້າຟ້າງູ່ມແຫລ່ງຫລ້າທໍລະນີເຕົ້າໂຮມປະມານ 600 ກວ່າປີ ແລະເຈົ້າໄຊເຊດຖາສະຸາປະນາເມືອງວຽງຈັນເປິນເມືອງຫລວງໄດ້450ປີທໍ່ນັ້ນ ແຕ່ຕວາມຈິງແລ້ວລາວເຮົາມີອາຍຸການຫລາຍພິນປີແລ້ວໄດ໋
ຂອບໃຈນຳເຈົ້າຂອງກະທູ້ນີ້ເປິນປະໂຍດຫລາຍຄວນທີ່ເຮົາຊາວ ພັນລາວ ຄວນຮຽນຮູ້ປະຫວິດສາດລາວ
ກະເຫັນດີນຳແຫລະທີ່ເອົາມາເວົ້າໃຫ້ຮູ້ຈິກ


໐ ກະທູ້
໑໒໘ ໂພສ
ນັກການກະທູ້
ຈັ່ງຊີ້ມັນຕ້ອງຖອນ ຈັ່ງຊີ້ມັນຕ້ອງຖອນ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະເປັນກະທູ້ທີ່ມີສາຣະ,
ແຕ່ເປັນຫຍັງຕ້ອງເອົາທຸງຊາດໃສ່ເທິງພະທາດຫຼວງ?
ໃນໂອກາດຄົບຮອບ ໔໕໐ ປີຂອງວຽງຈັນ.
ຢາກມາເບິ່ງເດ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃນບົດຂຽນນີ້ ທ່ານ pun ໃຊ້ສະຫຼະ ຜິດໃນຫຼາຍບ່ອນ ໄມ້ ກັນ ເປັນ ສະຫຼະ ິ ີ,
ຢ່າວ່າຊັ້ນຊີ້ເດິ ບອກມາ ຕາມນິສັຍ ທຳມະດາ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອກ່ອນຄືອານາຈັກລ້ານຊ້າງເຊິ່ງມີອາຍຸ 1252 ປິແລ້ວໄດ໋ ບາງເທື່ອອາດຂະຫລາຍກວ່ານັ້ນອີກ
ເຊິ່ງເຮົາຈະເຫັນໄດ້ວ່າ ເຈົ້າໄຊເຊດຖາ ໄດ້ໄປປົກຄອງລ້ານນາ ດຽວນີ້ຄືຊຽ່ງໃຫມ່ ຊ່ຽງໃຫມ່ ໄດ້ 900 ກວ່າປີ ສຸໂຂໄທ ໄດ້ 700ກວ່າປີ ອະຍຸດທະຍາໄດ້ 600 ກວ່າປີ ເພາະສະນັ້ນ ລາວ ເຮົາຈຶ່ງມີອາຍຸການຫລາຍພັນປີແລ້ວເດີ ແຕ່ທີ່ເຮົາຮູ້ຈັກຕືຊ່ວງເຈົ້າຟ້າງູ່ມແຫລ່ງຫລ້າທໍລະນີເຕົ້າໂຮມປະມານ 600 ກວ່າປີ ແລະເຈົ້າໄຊເຊດຖາສະຸາປະນາເມືອງວຽງຈັນເປິນເມືອງຫລວງໄດ້450ປີທໍ່ນັ້ນ ແຕ່ຕວາມຈິງແລ້ວລາວເຮົາມີອາຍຸການຫລາຍພິນປີແລ້ວໄດ໋
ຂອບໃຈນຳເຈົ້າຂອງກະທູ້ນີ້ເປິນປະໂຍດຫລາຍຄວນທີ່ເຮົາຊາວ ພັນລາວ ຄວນຮຽນຮູ້ປະຫວິດສາດລາວ
ກະເຫັນດີນຳແຫລະທີ່ເອົາມາເວົ້າໃຫ້ຮູ້ຈິກ