ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ທ່ານລຳຄານຄືກັນບໍ່ແບບນີ້????

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
ທ່ານເຄີຍຖືກບໍ່ເວລາທີ່ທ່ານນັ່ງຢູ່ໃນໂຮງໜັງ, ຫໍວັດທະນະທຳ ແລະອື່ນໆ ໃນຂະນະທີ່ທ່ານກຳລັງຮັບຊົມລາຍການຢ່າງເພີດເພີນ ພັດມີຄົນຢູ່ທາງຫຼັງເຕະຕັ່ງທີ່ທ່ານນັ່ງຢູ່ຄ່ອຍໆ ແຕ່ເຕະຊຳ້ກັນເລື້ອຍໆຈົນໜ້າລຳຄານ ຂ້າພະເຈົ້າເອງເຄີຍຖືກຫຼາຍເທື່ອແລ້ວເຊັ່ນ: ມື້ວານນີ້ຂະນະທີ່ຂ້າພະເຈົ້າກຳລັງນັ່ງຮັບຊົມການສະແດງຂອງຄົນຈີນຢູ່ຫໍວັດທະນະທຳຢູ່ນັ້ນ ຂ້າພະເຈົ້າກໍ່ເກີດຮູ້ສຶກລຳຄານເພາະໄດ້ມີຊາຍຄົນໜຶ່ງເຕະຕັ່ງທີ່ຂ້າພະເຈົ້າກຳລັງນັ່ງຢູ່ ເມື່ອຂ້າພະເຈົ້າຫຼຽວຫຼັງໄປເບິ່ງແທນທີ່ລາວຈະຢຸດແຕ່ລາວພັດແຮ່ງເຕະແຮງຂື້ນຕື່ມ ແລະຖີ່ຂຶ້ນຕື່ມອີກດ້ວຍ. ຂ້າພະເຈົ້າຄິດວ່າການກະທຳແບບນີ້ແມ່ນສິ່ງທີ່ບໍ່ຄວນທີ່ຈະເຮັດເພາະເຮົາຢູ່ໃນສັງຄົມກໍ່ຄວນຈະຄິດເອົາໃຈເພິ່ນມາໃສ່ໃຈໂຕບໍ່ແມ່ນຈະເຮັດຄືຢູ່ບ້ານໂຕເອງ ທ່ານຄິດວ່າແນວໃດ?


໕ ກະທູ້
໒໕໑ ໂພສ
ນັກການກະທູ້
ເປັນສິກະລຳຄານຄືກັນໝົດຫັ້ນແຫຼະ
ຂ້ອຍກະເຄີຍຖຶກ ເທື່ອນື່ງ ລຳຄານຫຼາຍ ກະເລີຍ ຫຼຽວຫຼັງໄປລະກະສົ່ງສາຍຕາ ອັນບໍ່ພໍ່ໃຈ ໄປ ຄົນຜູ້ນັ້ນກໍ່ຂໍໂທດ ແລະ ກະບໍ່ແຕະ ອິກ ແຫ່ແຫ່

ຊີວິດຄືການທົດລອງອັນໝົດສ້ຽນບໍ່ເປັນ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫງວາກໜ້າກັບຫລັງໄປຫາເຂົາແລ້ວວ່າ: ຫ້ວຍຢາກມີເລື່ອງເບາະ ບະ..! ( ເທົ່ານີ້ລະ ) ^_^

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
bor thuek tong t sout leryy

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
@ aLexXLFC
ໃຄແນ່ດອກລາວຍັງຂໍໂທດເຈົ້າ ແຕ່ອັນນີ້ແຮ່ງເຮັດໃສ່ຕື່ມຫັ້ນຕິ ມັນໜ້າໂມໂຫ ຄົນອີ່ຫຍັງເຖົ້າແຕ່ອາຍຸກັບຮ່າງກາຍສະໝອງນ້ອຍທໍ່ແມງມີ່ບໍ່ມີມາລະຍາດເລີຍ


໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ບໍ່ມີມາລະຍາດເລີຍ

ເປັນຫັຍງຄົນເຮົາຈິ່ງເອົາຮູບຫົວໃຈເປັນສັນຍາລັກຕົວແທນຂອງຄວາມຮັກ

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ພາສາບອກຊາດ ມາລະຍາດບອກຕະ******ນ

ຊີວິດລິຂິດເອງ noOK

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄືຍຖືກຄືກັນ

ສ່ວນຫຼາຍແມ່ນຜູ້ສາວກວນ 5555+

ທ້າວທອງໃສ

໖ ກະທູ້
໑໐໑ ໂພສ
ນັກການກະທູ້
ກະບອກຂະເຈົ້າວ່າ ກະລຸນນາ ນັ່ງລ້າໆກະໄດ້ເດີ້ ຢ່າສູ່ເຕະຕັ່ງໄດ້ບໍ່ ຂ້ອຍລຳຄານ

Catnoi ຜູ້ຫນ້າຮັກສະເຫມີ

໐ ກະທູ້
໒໒໐ ໂພສ
ນັກການກະທູ້
ບໍ່ເຄີຍຖືກບໍ່ຮູ້ເລີຍແຕ່ກະຄືຊິຫ້ນາລຳຄານ


໑ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ຢ່າໄປຊາມັນເທາະ.ມັນໄປເຮັດແບບນີ້ອີກທາງໜ້າ ດຽວມັນຫາກຖືກຂະເຈົ້າສັ່ງສອນດອກ


໐ ກະທູ້
໙໖ ໂພສ
ຂາປະຈຳເວັບບອດ
ເຮົາກະເຄີຍຖືກຄືກັນ ແຕ່ເຮົາບໍ່ກ້າເວົ້າຫຍັງໃຫ້ຂະເຈົ້າໃດລະ

IlOvECompUteR

໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
ບໍ່ຢາກເວົ້າໃຫ້ເຂົາເຈົ້າຄົນແບບນີ້ເວົ້າໃຫ້ກະຄືຊິບໍ່ຄິດວ່າໂຕເອງຜິດແລະສຸດທ້າຍກະຄືຊິເປັນເລື່ອງ ກະເລີຍປ່ອຍໆໄປເຮັດເປັນບໍ່ສົນໃຈ


໓ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ
te mun kuen tua... hahaha.... un ni man kei u... tea liew bg na gajao, gajao ga yarn koi leo.. (nar hord na)

ຊີວິດກະຄືເກມ (ບໍ່ແມ່ນ THE SIM ໄດ໋ລະ)

໒ ກະທູ້
໑໘໘ ໂພສ
ນັກການກະທູ້
ຜູ້ຊາຍເຕະຫວາ
ມັນໂຄດໜ້າຕົວເມຍເລີຍ

ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ

໒ ກະທູ້
໑໘໘ ໂພສ
ນັກການກະທູ້
ກັບສິ່ງໜຶ່ງທີ່ລຳຄານແມ່ນເວລາໄປເບິ່ງໜັງ
ຢູ່ໄອເຕັກແລ້ວມີພພວກມັກເວົ້າແຊກນ່ະ
ເວົ້າໜ້ອຍໜຶ່ງກະໂອຢູ່
ແຕ່ເວົ້າຫຼາຍລະລຳຄານ

ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
lam khan kheu kan,
tae tha pen khoi khoi ja vao nam lao tong tong leiy wa mee ban ha yung bor?

ຊີວິດລິຂິດເອງ noOK

໗ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ນັ້ນມັນສະແດງເຖີ່ງມາລະຍາດຂອງຄົນ
ເມື່ອຢູ່ສະທີ່ເຊັ່ນ: ສະຖ່ານທີ່ສາທາລະນະ ໂຮງລະຄອນ ໂຮງຫນັງ ຫ້ອງປະຊຸມ ຣດສາທາລະນະແລະແມ່ນກະທັ້ງຢູ່ເຮືອນຂອງເຮົາເອງ, ເຮົາກໍ່ບໍ່ຄວນສ້າງຄວາມລຳຄານໃຫ້ກັບຄົນເຊັ່ນ:ຖີ່ມຂີ່ເຫຍື້ອລົງພື້ນ ລົມໂທລະສັບ ເອົາຕີນເຕະ ຢັນຕັ່ງ ສູບຢາ ລົມກັນແຮງ ເປີດເພງແຮງ...ຯລຯ
ເຮົາຈະເປັນຄົນດີຂອງສັງຄົມໄດ້ກໍ່ຄື:ເຄົາລົບແລະໃຫ້ກຽດສິດຖິຂອງຄົນອືນ,
ການນຸ່ງຖືບອກຊາດ ມາລະຍາດບອກຕະກຸນ


໔ ກະທູ້
໒໐໓ ໂພສ
ນັກການກະທູ້
ຍັງບໍ່ເຈີະ ແຕ່ຖ້າເຈີະແທ້ກາຄົງຈະແນມເບິ່ງ ຖ້າຍັງບໍ່ເຊົາກາຄົງຈະບອກລາວວ່າ ຕີນເຈົ້າຖືກຕັ່ງຂ້ອຍ ມັນນັ່ງຍາກ
ແຕ່ວ່ານ້ອງຫັນໄປດ້ວຍສາຍຕາແນວໃດລະ ເຂົາຈຶ່ງແຮງເຮັດໃສ? ງົງ

有自信不一定赢 没自信一定输

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ເຄີຍຄືກັນ
ແຕ່ກະເຈົ້າກະບໍ່ໄດ້ຕັ້ງໃຈ
ແຕ່ຖ້າມີເຕະແບບ2-3 ເທືອກະຊິມີເລື່ອງໂລດແລະ
ປະມານວ່າ Meungຄືມ່ວນເທະ ລອງKooເຕະຄືນດູຈັກບາດ...
Meungລົງມານັ່ງບ່ອນKooດຽວນີ້ໆໆໆໆໄວໆໆໆໆ Kooກະຢາກມ່ວນຄືmeung ເຮັດໃສ່ຂ້ອຍ
(ອາລົມຮ້າຍແຮງເນາະຂ້ອຍ ອິອິອິອິອິ ປະມານວ່າ ເກືອຈິມເກືອນະ)

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
lam kharn thae

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໒ ກະທູ້
໑໘໘ ໂພສ
ນັກການກະທູ້
55+
ອ້າງເຖິງຂໍ້ຄວາມຈາກ November ຂຽນວ່າ...
ເຄີຍຄືກັນ
ແຕ່ກະເຈົ້າກະບໍ່ໄດ້ຕັ້ງໃຈ
ແຕ່ຖ້າມີເຕະແບບ2-3 ເທືອກະຊິມີເລື່ອງໂລດແລະ
ປະມານວ່າ Meungຄືມ່ວນເທະ ລອງKooເຕະຄືນດູຈັກບາດ...
Meungລົງມານັ່ງບ່ອນKooດຽວນີ້ໆໆໆໆໄວໆໆໆໆ Kooກະຢາກມ່ວນຄືmeung ເຮັດໃສ່ຂ້ອຍ
(ອາລົມຮ້າຍແຮງເນາະຂ້ອຍ ອິອິອິອິອິ ປະມານວ່າ ເກືອຈິມເກືອນະ)


ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນແບບນີ້ກະລຳຄານຄືກັນເດີ້

ເຮັດຕາຂຽວໃສ່ໂລດນາ... ຮາ ຮາ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ WanJaiiiiiiiiiiiii ຂຽນວ່າ...
ຍັງບໍ່ເຈີະ ແຕ່ຖ້າເຈີະແທ້ກາຄົງຈະແນມເບິ່ງ ຖ້າຍັງບໍ່ເຊົາກາຄົງຈະບອກລາວວ່າ ຕີນເຈົ້າຖືກຕັ່ງຂ້ອຍ ມັນນັ່ງຍາກ
ແຕ່ວ່ານ້ອງຫັນໄປດ້ວຍສາຍຕາແນວໃດລະ ເຂົາຈຶ່ງແຮງເຮັດໃສ? ງົງ


ກະຫັນໄປສົ່ງສາຍຕາບອກມັນຫັ້ນແຫຼະວ່າລຳຄານນະເຊົາເຕະດຸ ແຕ່ມັນຫາກຈອງຫອງມາເຮັດໃສ່


໕ ກະທູ້
໑໐໐ ໂພສ
ນັກການກະທູ້
ເຂົາເຈົ້າຕັ້ງເຮັດຫວາຫັ້ນ
ບໍ່ມີມາລະຍາດເລີຍ
ກະລຳຄານຄືກັນຫັ້ນລະແບບນີ້ນະ

ຂ້ອຍແມ່ນ in2on!!

໓ ກະທູ້
໖໔໙ ໂພສ
ຊຳນານການເວັບບອດ
ເຄີຍຖືກຕອນຢູ່ຍົນ...ຄວາມຊວຍໄດ້ໄປນັ່ງບ່ອນຫຼັງສຸດແຖມໄກ້ຫ້ອງນ້ຳອີກ...
ອັນພວກນັກໂດຍສານເພີ່ນມາຢືນຖ້າເຂົ້າຫ້ອງນ້ຳຫັ້ນເກາະ...ມາຢືນຈ່ອງຕັ່ງລະອອກກຳລັງກາຍຢູ່
ຈັ່ງແມ່ນພວກເພິ່ນມີຄວາມສຸກ...ບາດເຮົາແນມເບີ່ງພັດແຮງເຮັດແຮງກ່ວາເກົ່າໄດ໋
ແນວພວກເພີ່ນມັກຍ້ອງເດະ!!



໓ ກະທູ້
໑໙໓ ໂພສ
ນັກການກະທູ້
ເຄີຍ.....ແຕ່ກະບໍ່ສົນ


໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເຄີຍ ,,, ພໍດີມີແຟນເລງເວີ່ຍ ພໍແຕ່ຫນັງຈົບ ເລີຍອອກໄປເຄຍກັນຢູ່ນອກ,,,ບັກນັ້ນກະເລີຍເຈັບໂຕ


໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ເຄືຍຖືກຄືກັນ

ສ່ວນຫຼາຍແມ່ນຜູ້ສາວກວນ 5555+

ຫນ້າຈັ່ງຊີ້ກະມີຄົນກວນເສີຍຫວະ?


໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ HoLLyWoODUnD3aD ຂຽນວ່າ...
ເຄີຍ ,,, ພໍດີມີແຟນເລງເວີ່ຍ ພໍແຕ່ຫນັງຈົບ ເລີຍອອກໄປເຄຍກັນຢູ່ນອກ,,,ບັກນັ້ນກະເລີຍເຈັບໂຕ


ຈັ່ງແມ່ນໂຊກດີມີແຟນເຄຍໃຫ້ ອິດສາເດ້ຢາກມີແຟນແບບນັ້ນເດະ ເວລາມີເລື່ອງຫຍັງກະແຟນຈັດການໃຫ້ເຮົາແນ່ ເຮີໆໆໆ ສະບາຍລະບາດໜິ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>