ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ລາວເຮົາສິບໍ່ມີເທັກ

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໖ ກະທູ້
໒໘໐ ໂພສ
ນັກການກະທູ້
ຕາມທີ່ຂ້າພະເຈົ້າອ່ານຂ່າວມາວ່າກະຊວງຖະເເຫລງຂ່າວເເລະວັດທະນະທຳ ເພີ່ນອອກຄຳສັ່ງໃຫ້ປິດ ເທັກ ພາຍໃນປີນີ້ ໂດຍເລີ່ມຈາກດຽວນີ້ເປັນຕົ້ນໄປ ເຊີ່ງທຸກເເຂວງໃນທົ່ວປະເທດເເມ່ນຕ້ອງປະຕິບັດ ບໍ່ໄດ້ໝາຍເຖິງວ່າ ປິດກິດຈະກຳ ການບັນເທິງ ແຕ່ຈະມີການ ແນະນໍາ ໃຫ້ເຈົ້າຂອງຮ້ານ ບັນເທິງ ປ່ຽນການບໍລິການ ໃຫ້ເປັນໄປຕາມ ບັນຍັດແຫ່ງກົດໝາຍ ວ່າດ້ວຍການ ບັນເທິງ. ຖ້າຫາກວ່າ ສະຖານທີ່ບັນເທິງໃດ ບໍ່ສາມາດປ່ຽນການ ບໍຣິການໄດ້ ກໍຈໍາເປັນຕ້ອງສັ່ງ ໃຫ້ປິດກິຈການ.


ຜູ້ອ່ານທັງຫລາຍມີຄວາມຄິດເເນວໄດກ່ຽວກັບເລື່ອງນີ້


໖ ກະທູ້
໒໘໐ ໂພສ
ນັກການກະທູ້
ຍ້ອນເຫັນວ່າເປັນ ແຫລ່ງມົ້ວສຸມ ທີ່ບໍ່ດີສໍາລັບ ໄວຫນຸ່ມສາວ ເປັນຈໍານວນຫລວງຫລາຍ ທີ່ເຂົ້າ ໄປໃຊ້ບໍຣິການ ໃນສະຖານທີ່ນັ້ນ ເຊັ່ນວ່າມີການ ປະພຶດຕົວບໍ່ດີ ຂັດຕໍ່ວັດທະນະທຳ ຮີດຄອງປະເພນີ ສ້າງຄວາມສໍາພັນ ທາງເພດແບບຜິດ ກົດໝາຍ


໖ ກະທູ້
໑໐໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າແທ້


໖ ກະທູ້
໒໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ colorful ຂຽນວ່າ...
ເວົ້າແທ້


ເຮົາອ່ານຂ່າວເຫັນເຊົ້ານີ້ ບໍ່ຮູ້ສິເປັນຈິງສ່ຳໄດ ຕິດຕາມເບີ່ງ


໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ຢ້ານແຕ່ເຮັດບໍ່ໄດ້

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ມັນຄືຊິຍາກສົມຄວນ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໃຈນຳ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ້ານເບຍພ້ອມ 3ດາຍ ນົກນ້ອຍ ໆລໆ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໖ ກະທູ້
໒໐໔ ໂພສ
ນັກການກະທູ້
ຄິດວ່າດີຄືກັນ ທີ່ຈິງກະມັກໄປຫລິ້ນຢູ່ ແຕ່ເປັນຫວ່ງ ລູກລຫລານ


໐ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ໂອແມ່ນຫວານີ້ ແຕ່ຄົນອາໃສກິນວິຊານີ້ສິເຮັດແນວໃດນໍ ແຕ່ເຂົາຈົນລວຍລະແຕ່ຮ້ານນ້ອຍເດເປິດຕລອດ24ໂຊໂມງຫວາ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TekToNiC ຂຽນວ່າ...
ຍ້ອນເຫັນວ່າເປັນ ແຫລ່ງມົ້ວສຸມ ທີ່ບໍ່ດີສໍາລັບ ໄວຫນຸ່ມສາວ ເປັນຈໍານວນຫລວງຫລາຍ ທີ່ເຂົ້າ ໄປໃຊ້ບໍຣິການ ໃນສະຖານທີ່ນັ້ນ ເຊັ່ນວ່າມີການ ປະພຶດຕົວບໍ່ດີ ຂັດຕໍ່ວັດທະນະທຳ ຮີດຄອງປະເພນີ ສ້າງຄວາມສໍາພັນ ທາງເພດແບບຜິດ ກົດໝາຍ



ປິດບ່ອນໃຫ້ຊາວໝຸ່ມຫຼີ້ນເພຶ່ອວ່າຜູ້ເຖົ້າຈະບໍ່ມີຜູ້ແຂ່ງຂັນຫັ້ນບໍ?
ແລ້ວສຳພັນທາງເພດແບບໃດຖຶກກົດໜາຍຫຼຶຜິດກົດໜາຍ ແຍກກັນຈັ່ງໃດ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອຍ ຢາ!!


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຫວ໋າ
ໄຄແຕ່ບໍ່ມັກໄປ
ຄັນເປັນແທ້ກະໜ້າເຫັນໃຈຂາແດນສ ທັງຫຼາຍ

strawberry

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເພີ່ນອອກຄຳສັ່ງມາຈັ່ງຊັ້ນແລ້ວ ຕ້ອງເຮັດໄດ້ຢູ່ແລ້ວ ເຊັ່ນດຽວກັບເພີ່ນອອກຄຳສັ່ງໃນຕອນປະຊຸມເອຊຽນ ແລະ ມາຕອນນີ້ກະເຮັດເພື່ອຊີເກມກະຕ້ອງໄດ້.

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສູ້ຕໍ່ໄປ

strawberry

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ່າວ ຊ໋ອກວົງການ
ອີ່ຫຼີ ຫວານິ Oh my god


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຂ່າວຈາກ http://www.rfa.org/lao...ulture -07292009132312.html

ອ້າງເຖິງຂໍ້ຄວາມຈາກ rfa ຂຽນວ່າ...
ກົມວັທນະທັມ ມະຫາຊົນ ຂອງລາວ ປະກາດປິດ ການບໍຣິການ ບັນເທິງປະເພດດິສໂກ້ ທົ່ວປະເທດລົງ ພາຍໃນປີນີ້.

ທາງການລາວໄດ້ ອອກຄຳສັ່ງປິດ ດິສໂກ້ບັນເທີງ ໃນທົ່ວປະເທດ ຍ້ອນເຫັນວ່າເປັນ ແຫລ່ງມົ້ວສຸມ ທີ່ບໍ່ດີສໍາລັບ ວັຍຫນຸ່ມສາວ ເປັນຈໍານວນຫລວງຫລາຍ ທີ່ເຂົ້າ ໄປໃຊ້ບໍຣິການ ໃນສຖານທີ່ນັ້ນ ເຊັ່ນວ່າມີການ ປະພຶດຕົວບໍ່ດີ ຂັດຕໍ່ວັທນະທັມ ຮີດຄອງປະເພນີ ສ້າງຄວາມສໍາພັນ ທາງເພດແບບຜິດ ກົດໝາຍ ດັ່ງທ່ານ ສີແພງ ວົງປັນຍາ ຫົວໜ້າກົມ ວັທນະທັມ ມະຫາຊົນ ໄດ້ກ່າວ:

"ປະກາດແລ້ວ ຈະປິດພາຍໃນປີນີ ເລີ້ມແຕ່ປັດຈຸບັນ ເປັນຕົ້ນໄປ ທຸກແຂວງໃນຂົງເຂດ ທົ່ວປະເທດແມ່ນ ຕ້ອງປະຕິບັດ ດິສໂກ້ເທັກ ມັນກາຍເປັນ ສິ່ງມົ້ວສຸມ ສິ່ງທີ່ບໍ່ດີ ມັນເປັນໄພສັງຄົມ ທີ່ບໍ່ດີ ສ້າງໃຫ້ເກີດ ຄວາມວຸ້ນວາຍ."

ທ່ານສີແພງວ່າ ທາງກົມວັທນະທັມ ມີຄວາມຈໍາເປັນ ຕ້ອງປິດການບັນເທິງ ປະເພດດິສໂກ້ ເພື່ອຮັກສາຮີດຄອງ ປະເພນີ ຂອງລາວໄວ້ ແລະຄິດວ່າມັນ ຈະບໍ່ສະທ້ອນ ເຖິງຄວາມມ່ວນຊື່ນ ຂອງຊາວຫນຸ່ມ ແຕ່ຢ່າງໃດ ແລະ ຊາວຫນຸ່ມຈະໄດ້ ຫັນມາຟ້ອນລໍາວົງ ເພື່ອການມ່ວນຊື່ນແທນ:

"ມັນບໍ່ໄດ້ມີ ຜົນກະທົບຫຍັງ ຖ້າເຮົາປິດໄດ້ ມັນກໍຈະເປັນ ສິ່ງທີ່ດີ ມັນກະຕຸ້ນ ສ້າງໃຫ້ພວກຫນຸ່ມສາວ ຫັນມາ ຟ້ອນລໍາວົງກັນ."

ທ່ານວ່າການປະກາດ ປິດການບໍຣິການ ບັນເທິງປະເພດ ດິສໂກ້ນີ້ ບໍ່ໄດ້ໝາຍເຖິງວ່າ ປິດກິຈກັມ ການບັນເທິງ ແຕ່ຈະມີການ ແນະນໍາ ໃຫ້ເຈົ້າຂອງຮ້ານ ບັນເທິງ ປ່ຽນການບໍຣິການ ໃຫ້ເປັນໄປຕາມ ບັນຍັດແຫ່ງກົດໝາຍ ວ່າດ້ວຍການ ບັນເທິງ. ຖ້າຫາກວ່າ ສຖານທີ່ບັນເທິງໃດ ບໍ່ສາມາດປ່ຽນການ ບໍຣິການໄດ້ ກໍຈໍາເປັນຕ້ອງສັ່ງ ໃຫ້ປິດກິຈການ.



ບໍ່ແນ່ໃຈວ່າແຫຼ່ງຂ່າວຈາກໃສ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ soudhack ຂຽນວ່າ...
ຄິດວ່າດີຄືກັນ ທີ່ຈິງກະມັກໄປຫລິ້ນຢູ່ ແຕ່ເປັນຫວ່ງ ລູກລຫລານ


oh ມີລູກມີຫຼານແລະ ໜ້າຕາຄືຍັງເອາະໆແທະລະ


໖ ກະທູ້
໒໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຂ່າວຈາກ http://www.rfa.org/lao...ulture -07292009132312.html

ອ້າງເຖິງຂໍ້ຄວາມຈາກ rfa ຂຽນວ່າ...
ກົມວັທນະທັມ ມະຫາຊົນ ຂອງລາວ ປະກາດປິດ ການບໍຣິການ ບັນເທິງປະເພດດິສໂກ້ ທົ່ວປະເທດລົງ ພາຍໃນປີນີ້.

ທາງການລາວໄດ້ ອອກຄຳສັ່ງປິດ ດິສໂກ້ບັນເທີງ ໃນທົ່ວປະເທດ ຍ້ອນເຫັນວ່າເປັນ ແຫລ່ງມົ້ວສຸມ ທີ່ບໍ່ດີສໍາລັບ ວັຍຫນຸ່ມສາວ ເປັນຈໍານວນຫລວງຫລາຍ ທີ່ເຂົ້າ ໄປໃຊ້ບໍຣິການ ໃນສຖານທີ່ນັ້ນ ເຊັ່ນວ່າມີການ ປະພຶດຕົວບໍ່ດີ ຂັດຕໍ່ວັທນະທັມ ຮີດຄອງປະເພນີ ສ້າງຄວາມສໍາພັນ ທາງເພດແບບຜິດ ກົດໝາຍ ດັ່ງທ່ານ ສີແພງ ວົງປັນຍາ ຫົວໜ້າກົມ ວັທນະທັມ ມະຫາຊົນ ໄດ້ກ່າວ:

"ປະກາດແລ້ວ ຈະປິດພາຍໃນປີນີ ເລີ້ມແຕ່ປັດຈຸບັນ ເປັນຕົ້ນໄປ ທຸກແຂວງໃນຂົງເຂດ ທົ່ວປະເທດແມ່ນ ຕ້ອງປະຕິບັດ ດິສໂກ້ເທັກ ມັນກາຍເປັນ ສິ່ງມົ້ວສຸມ ສິ່ງທີ່ບໍ່ດີ ມັນເປັນໄພສັງຄົມ ທີ່ບໍ່ດີ ສ້າງໃຫ້ເກີດ ຄວາມວຸ້ນວາຍ."

ທ່ານສີແພງວ່າ ທາງກົມວັທນະທັມ ມີຄວາມຈໍາເປັນ ຕ້ອງປິດການບັນເທິງ ປະເພດດິສໂກ້ ເພື່ອຮັກສາຮີດຄອງ ປະເພນີ ຂອງລາວໄວ້ ແລະຄິດວ່າມັນ ຈະບໍ່ສະທ້ອນ ເຖິງຄວາມມ່ວນຊື່ນ ຂອງຊາວຫນຸ່ມ ແຕ່ຢ່າງໃດ ແລະ ຊາວຫນຸ່ມຈະໄດ້ ຫັນມາຟ້ອນລໍາວົງ ເພື່ອການມ່ວນຊື່ນແທນ:

"ມັນບໍ່ໄດ້ມີ ຜົນກະທົບຫຍັງ ຖ້າເຮົາປິດໄດ້ ມັນກໍຈະເປັນ ສິ່ງທີ່ດີ ມັນກະຕຸ້ນ ສ້າງໃຫ້ພວກຫນຸ່ມສາວ ຫັນມາ ຟ້ອນລໍາວົງກັນ."

ທ່ານວ່າການປະກາດ ປິດການບໍຣິການ ບັນເທິງປະເພດ ດິສໂກ້ນີ້ ບໍ່ໄດ້ໝາຍເຖິງວ່າ ປິດກິຈກັມ ການບັນເທິງ ແຕ່ຈະມີການ ແນະນໍາ ໃຫ້ເຈົ້າຂອງຮ້ານ ບັນເທິງ ປ່ຽນການບໍຣິການ ໃຫ້ເປັນໄປຕາມ ບັນຍັດແຫ່ງກົດໝາຍ ວ່າດ້ວຍການ ບັນເທິງ. ຖ້າຫາກວ່າ ສຖານທີ່ບັນເທິງໃດ ບໍ່ສາມາດປ່ຽນການ ບໍຣິການໄດ້ ກໍຈໍາເປັນຕ້ອງສັ່ງ ໃຫ້ປິດກິຈການ.



ບໍ່ແນ່ໃຈວ່າແຫຼ່ງຂ່າວຈາກໃສ



ເເມ່ນເເລ້ວເອົາມາເເຕ່ວິທະຍຸ ເອເຊຍເສລີ ບໍ່ຮູ້ສິເຊື່ອໄດ້ສ່ຳໄດ


໖ ກະທູ້
໒໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ nuiiijang ຂຽນວ່າ...
ຂ່າວ ຊ໋ອກວົງການ
ອີ່ຫຼີ ຫວານິ Oh my god


ເຖີງຂັ້ນກັບຊອັກເລີຍຫວານີ ຮຮຮ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ແລ້ວ ຈຂກທ ໄປໄດ້ຂ່າວຈາກຫົນໃດ -_-?


໒ ກະທູ້
໙໙ ໂພສ
ນັກການກະທູ້
ອັນນີ້ ແມ່ນແທ້ ຂ່າວແທ້ໆໆນິລະ

ອັນເນື້ອໃຈຂ່າວຫັ້ນແມ່ນເພິ່ນຈະຈຳກັດເທັກໃຫ້ມີເມືອງລະ 1 ແຫ່ງ ກາຍນັ້ນແມ່ນໃຫ້ຜັນປ່ຽນເປັນແບບ ບ່ອນລຳວົງວ່າຊັ້ນ

ສ່ວນຮ້ານເບຍ ຮ້ານກິນດື່ມ ແມ່ນຈະບໍ່ອະນຸຍາດໃຫ້ສ້າງຕື່ມອີກ ມີແຕ່ສິກວດຖ້າຮ້ານໃດເຮັດບໍ່ຖືກກໍສັ່ງປິດ

ປລ. ຄຶດໄດ້ແນວໃດ 1 ເມືອງ 1 ເທັກ ກ໋າກໆໆໆ ເຮັດໄດ້ເຮົາກາບເລີຍ

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະດີຄືກັນເພາະວ່າບໍ່ມັກໄປຫຼີ້ນເທັກຫຼີ້ນບາ ຫຼີ້ນແຕ່ພັນລາວ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ HITMII ຂຽນວ່າ...
ອັນນີ້ ແມ່ນແທ້ ຂ່າວແທ້ໆໆນິລະ

ອັນເນື້ອໃຈຂ່າວຫັ້ນແມ່ນເພິ່ນຈະຈຳກັດເທັກໃຫ້ມີເມືອງລະ 1 ແຫ່ງ ກາຍນັ້ນແມ່ນໃຫ້ຜັນປ່ຽນເປັນແບບ ບ່ອນລຳວົງວ່າຊັ້ນ

ສ່ວນຮ້ານເບຍ ຮ້ານກິນດື່ມ ແມ່ນຈະບໍ່ອະນຸຍາດໃຫ້ສ້າງຕື່ມອີກ ມີແຕ່ສິກວດຖ້າຮ້ານໃດເຮັດບໍ່ຖືກກໍສັ່ງປິດ

ປລ. ຄຶດໄດ້ແນວໃດ 1 ເມືອງ 1 ເທັກ ກ໋າກໆໆໆ ເຮັດໄດ້ເຮົາກາບເລີຍ


1 ເມືອງ 1 ເທັກ ເຮັດໄດ້ເທັກໃນເມືອງນັ້ນໆຄືຊິລວຍເນາະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໖ ກະທູ້
໒໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ກະດີຄືກັນເພາະວ່າບໍ່ມັກໄປຫຼີ້ນເທັກຫຼີ້ນບາ ຫຼີ້ນແຕ່ພັນລາວ


ເເມ່ນໆ ນັ່ງຫລີ້ນພັນລາວເເຫລະດີເເລ້ວ ຮຮຮ


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ຕາຍໆໆໆບາດນີ້ນະ ບໍ່ມີບ່ອນເບິ່ງຜູ້ສາວແລ້ວ
ແຮງວ່າບໍ່ມັກໄປຮ້ານເບຍ (ຮ້າຍເບຍມັກມີກິ່ນບໍ່ດີ)

M99NOY

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້າພະເຈົ້າຄິດວ່າການປິດສະຖານທີ່ບັນເທີງນີ້ແມ່ນເປັນການບັນທອນລາຍຮັບຂອງບັນດາທຸລະກິດເຫຼົ່ານີ້ ໃນຄວາມຄິດຂ້າພະເຈົ້າຄິດວ່າສະຖານທີ່ບັນເທີງເປັນສະຖານທີ່ໆສາມາດດືງເອົາລາຍຮັບຈາກນັກທ່ອງທ່ຽວຊາວຕ່າງຊາດ ການທີ່ຈະເປີດບໍລິການຕະຫຼອດມັນເປັນການດີເພາະວ່າມັນສະໜັບສະໜຸນເຮັດໃຫ້ເງີນຕາມີການເຄືອນໄຫວປ່ຽນມື ເຮັດໃຫ້ຄົນທີ່ມາທ່ອງຖ່ຽວມີການໃຊ້ຈ່າຍຫຼາຍຂື້ນ ແລະ ສ້າງປະຊາຊົນໃນຊາດມີລາຍຮັບຫຼາຍຂື້ນ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໐ ກະທູ້
໑໑໒ ໂພສ
ນັກການກະທູ້
ດີ ຄືກັນປິດໄປໄດ້ກໍ່ດີ
ເດັກນ້ອຍ ແມ່ນໜໍ່ແໜງຂອງຊາດ


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕົວຢ່າງປະເທດມາເລເຊຍເປັນປະເທດທີ່ມີການໃຫ້ບໍລິການທຸກຢ່າງບໍ່ວ່າຈະແມ່ນການບັນເທີງມັນລວມທັງອາຫານການກີນ ແລະເຄື່ງນຸ່ງຮົມທຸກສະນິດ ບໍລິການ 24 ຊົວໂມງ ເຮັດໃຫ້ສະດວກໃນການຈັບຈ່າຍເງີນຄຳ ແລະ ກາຫາເງີນໄດ້ຕະຫຼອດນັກທ່ອງທຽວກາສາມາດໃຊ້ບໍ່ລິການໄດ້ຕະຫຼອດເລີຍ ບາງທ່ານໄປທຸລະອາດຈະບໍ່ມີເວລາໃນກາງເວັນສະນັ້ນສາມາດໄປກາງຄືນກາໄດ້ ບໍ່ມີແຕ່ປະເທດນີ້ເທົ່ານັ້ນປະເທດທີ່ຈະເລີນກໍ່ເປັນເຊັ່ນດຽວກັນ ເຮົາຕ້ອງສວຍໂອກາດໃນການດືງດູດໃຫ້ນັກທ່ອງທ່ຽວມີການຈັບຈ່າຍໃຊ້ຊອຍໃຫ້ຫຼາຍເທົ່າທີ່ຈະຫຼາຍເພື່ອສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ປະຊາຊົນບັນດາເຜົາ ເວົ້າຄວາມຈີງແລ້ວສະຖານທີ່ບັນເທີງນີ້ເປັນສະຖານທີ່ໜື່ງທີ່ເປັນບ່ອນຫາເງີນຂອງນັກຮຽນນັກສຶກສາເພື່ອຫາເງີນສົ່ງເສີມຕົວເອງຮຽນຈົນຈົບ ມີບາງທ່ານທີ່ເປັນເຈົ້າເປັນນາຍກໍ່ພ່ານການຫາເງີນແບບນີ້ມາກ່ອນ.

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑ ກະທູ້
໑໗໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຂ່າວຈາກ http://www.rfa.org/lao...ulture -07292009132312.html

ອ້າງເຖິງຂໍ້ຄວາມຈາກ rfa ຂຽນວ່າ...
ກົມວັທນະທັມ ມະຫາຊົນ ຂອງລາວ ປະກາດປິດ ການບໍຣິການ ບັນເທິງປະເພດດິສໂກ້ ທົ່ວປະເທດລົງ ພາຍໃນປີນີ້.

ທາງການລາວໄດ້ ອອກຄຳສັ່ງປິດ ດິສໂກ້ບັນເທີງ ໃນທົ່ວປະເທດ ຍ້ອນເຫັນວ່າເປັນ ແຫລ່ງມົ້ວສຸມ ທີ່ບໍ່ດີສໍາລັບ ວັຍຫນຸ່ມສາວ ເປັນຈໍານວນຫລວງຫລາຍ ທີ່ເຂົ້າ ໄປໃຊ້ບໍຣິການ ໃນສຖານທີ່ນັ້ນ ເຊັ່ນວ່າມີການ ປະພຶດຕົວບໍ່ດີ ຂັດຕໍ່ວັທນະທັມ ຮີດຄອງປະເພນີ ສ້າງຄວາມສໍາພັນ ທາງເພດແບບຜິດ ກົດໝາຍ ດັ່ງທ່ານ ສີແພງ ວົງປັນຍາ ຫົວໜ້າກົມ ວັທນະທັມ ມະຫາຊົນ ໄດ້ກ່າວ:

"ປະກາດແລ້ວ ຈະປິດພາຍໃນປີນີ ເລີ້ມແຕ່ປັດຈຸບັນ ເປັນຕົ້ນໄປ ທຸກແຂວງໃນຂົງເຂດ ທົ່ວປະເທດແມ່ນ ຕ້ອງປະຕິບັດ ດິສໂກ້ເທັກ ມັນກາຍເປັນ ສິ່ງມົ້ວສຸມ ສິ່ງທີ່ບໍ່ດີ ມັນເປັນໄພສັງຄົມ ທີ່ບໍ່ດີ ສ້າງໃຫ້ເກີດ ຄວາມວຸ້ນວາຍ."

ທ່ານສີແພງວ່າ ທາງກົມວັທນະທັມ ມີຄວາມຈໍາເປັນ ຕ້ອງປິດການບັນເທິງ ປະເພດດິສໂກ້ ເພື່ອຮັກສາຮີດຄອງ ປະເພນີ ຂອງລາວໄວ້ ແລະຄິດວ່າມັນ ຈະບໍ່ສະທ້ອນ ເຖິງຄວາມມ່ວນຊື່ນ ຂອງຊາວຫນຸ່ມ ແຕ່ຢ່າງໃດ ແລະ ຊາວຫນຸ່ມຈະໄດ້ ຫັນມາຟ້ອນລໍາວົງ ເພື່ອການມ່ວນຊື່ນແທນ:

"ມັນບໍ່ໄດ້ມີ ຜົນກະທົບຫຍັງ ຖ້າເຮົາປິດໄດ້ ມັນກໍຈະເປັນ ສິ່ງທີ່ດີ ມັນກະຕຸ້ນ ສ້າງໃຫ້ພວກຫນຸ່ມສາວ ຫັນມາ ຟ້ອນລໍາວົງກັນ."

ທ່ານວ່າການປະກາດ ປິດການບໍຣິການ ບັນເທິງປະເພດ ດິສໂກ້ນີ້ ບໍ່ໄດ້ໝາຍເຖິງວ່າ ປິດກິຈກັມ ການບັນເທິງ ແຕ່ຈະມີການ ແນະນໍາ ໃຫ້ເຈົ້າຂອງຮ້ານ ບັນເທິງ ປ່ຽນການບໍຣິການ ໃຫ້ເປັນໄປຕາມ ບັນຍັດແຫ່ງກົດໝາຍ ວ່າດ້ວຍການ ບັນເທິງ. ຖ້າຫາກວ່າ ສຖານທີ່ບັນເທິງໃດ ບໍ່ສາມາດປ່ຽນການ ບໍຣິການໄດ້ ກໍຈໍາເປັນຕ້ອງສັ່ງ ໃຫ້ປິດກິຈການ.



ບໍ່ແນ່ໃຈວ່າແຫຼ່ງຂ່າວຈາກໃສ



ເຫີໆ.. ຫັນມາຟ້ອນລຳວົງກັນ.. ຊົງເປັນໄປຍາກ


ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>