ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ການພັດທະນາ

໙ ກະທູ້
໒໔໗ ໂພສ
ນັກການກະທູ້
ຢາກຖາມເພື່ອນວ່າ ຢາກໄຫ້ປະເທດລາວເຮົາພັດທະນາພວກເຮົາຈະເຮັດແນວໃດ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ບັນຫາຫຼັກຄື ການຂາດຈິດສຳນຶກຮັບຜິດຊອບຮ່ວມກັນ ຕົວຢ່າງງ່າຍ ໆ ທີ່ເຫັນໄດ້ເປັນປະຈຳແມ່ນການລະເມີດກົດໝາຍກັນຢ່າງຊະຊາຍ ມີຕັ້ງແຕ່ລະເມີດກົດຈະລາຈອນໄປຈົນຮອດການໂກງກິນໃນລະດັບຕ່າງ ໆ

ຄົນເຮົາມັກຈະຄຶດວ່າ ເຮັດໜ້ອຍດຽວບໍ່ເປັນຫຍັງດອກ ຄົນອື່ນເຂົາກໍເຮັດ ອັນນີ້ລະເຮັດໃຫ້ປະເທດຊາດມັນຈະເລີນລົງ


ຊິໄດ້ໄປກິນເຂົ້າລ້າບໍ່ເນາະຂ້ອຍ -*-


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າຖືກໃຈຫລາຍ ຫົວຫນ້າ

ຄັນຊິໄດ້ໄປກິນເຂົ້າລ້າ ເຮົາກະຊິໄປຢາມ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນທີ່ຈະເປັນຜູ້ນຳພາປະເທດຊາດໃຫ້ຈະເລີນກ້າວໜ້າກໍ່ຕ້ອງເປັນຄົນທີ່ອຸດົມການເສຍສະລະເພື່ອສ່ວນລວມ ບໍ່ເຫັນແກ່ໄດ້ໃຫ້ຕົນເອງ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ນຳຕ້ອງເປັນຄົນມຸ້ງໝັ້ນຫ້າວຫັັນໃນການບໍລິຫານປະເທດຊາດດ້ວຍຄວາມຍຸດຕິທຳສະເໝີຕົ້ນສະເໝີປາຍ ເຫັນປະຊາຊົນມີຢູ່ມີກິນທີ່ດີກໍ່ດີໃຈຕາມ ອັນທີ່ເວົ້າມານັ້ັນແມ່ນກ່ຽວກັບຜູ້ນຳປະເທດ ສ່ວນຜູ້ຕາມກໍ່ຄືເຮົານີ້ແຫຼະ ເຮົາຕ້ອງເປັນຄົນດຸໜັັ່ນຫາຄວາມຮູ້ໃສຕົນເອງ ປະເທດຊາດຈະໆເລີນຮຸ່ງເຮືອງເຫຼືອງເຫຼື້ອມກໍ່ຕ້ອງແມ່ນຄົນທີ່ມີຄວາມສາມາດຫາຢູ່ຫາກິນດ້ວຍຄວາມບໍລິດສຸດໃຈ ທຸກຄົນມີຄວາມຮູ້ມີຄວາມສະຫຼາດແນ່ນອນມັນຕ້ອງຊ່ວຍໃຫ້ປະເທດຊາດຈະເລີນກ້າວໜ້າ.

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໐ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ປົກປັກຮັກສາ


໐ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ສ້າງສາພັດທະນາ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກ່ອນອື່ນກະເລິ່ມຈາກເຮົາກ່ອນ ຕ້ອງເປັນຄົນດີຂອງສັງຄົມ


໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລີ່ມພັດທະນາໂຕເອງແລະຄົນຮອບຂ້າງໃຫ້ດີກອ່ນແລ້ວສິ່ງທີ່ດີກໍຈະຕາມມາ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກ່ອນອື່ນແກ້ຄໍຣັປຊັ່ນໄດ້..ແຜ່ນດິນສູງຂຶ້ນຫຼາຍເລີຍແຫຼະ..
ແຕ່ວ່າຄັນເປັນແບບນັ້ນ..ເພິ່ນຄືສິກັດ**ຕາຍ..
ເອົາເປັນວ່າເຮົາມາເລີ່ມພັດທະນາຕົວເອງກ່ອນງ່າຍສຸດ..
ອາດຈະເໝືອນຈຸດເລີ່ມຕົ້ນ..
ແຕ່ຈົ່ງຈຳໄວ້ວ່າ..ການເດີນທາງໝື່ນລີ້..ເລີ່ມຈາກກ້າວທຳອິດ


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ກ່ອນອື່ນແກ້ຄໍຣັປຊັ່ນໄດ້..ແຜ່ນດິນສູງຂຶ້ນຫຼາຍເລີຍແຫຼະ..
ແຕ່ວ່າຄັນເປັນແບບນັ້ນ..ເພິ່ນຄືສິກັດ**ຕາຍ..
ເອົາເປັນວ່າເຮົາມາເລີ່ມພັດທະນາຕົວເອງກ່ອນງ່າຍສຸດ..
ອາດຈະເໝືອນຈຸດເລີ່ມຕົ້ນ..
ແຕ່ຈົ່ງຈຳໄວ້ວ່າ..ການເດີນທາງໝື່ນລີ້..ເລີ່ມຈາກກ້າວທຳອິດ


ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີການສືກສາຮ່ຳຮຽນໃຫ້ທົ່ວເຖີງທຸກບອນ
ອື່ນໆໆ.......


໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ກ່ອນອື່ນຕ້ອງແມ່ນພັດທະນາຕົນເອງກ່ອນ ຖ້າພັດທະນາຕົນເອງຍັງບໍ່ໄດ້ເຮົາກໍ່ບໍ່ສະມາດຈະພັດທະນາບ້ານເມືອງໃຫ້ຈະເລີນໄດ້ເຊັ່ນກັນ

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໙ ກະທູ້
໒໔໗ ໂພສ
ນັກການກະທູ້
ແມ່ນໃດ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຸກໆຄົນຕ້ອງມີຄວາມຮັບຜິດຊອບໃນສັງຄົມຊ່ວຍກັນ


໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ເອົາແບບ basis ເລີຍເນາະ ເຮົາຕ້ອງຕັ້ງໃຈຮຽນ ແລ້ວເອົາຄວາມຮູ້ທີ່ ຮຽນມາ ໄປຮັບໃຊ້ປະເທດຊາດ ເຮັດໃຫ້ປະເທດເຮົາ ພັດທະນາຂຶ້ນແຕ່ສິ່ງທີ່ສຳຄັນຄືຢູດໂກງກິນເງິນຂອງປະເທດຊາດ ຮັກສາພັບພະຍາກອນທຳມະຊາດ ແລະເປິດໂອກາດໃຫ້ຄົນມີຄວາມຮູ້(ບໍ່ແມ່ນ ນສກ ໃຫຍ່) ໄດ້ມີໂອກາດຮັບໃຊ້ປະເທດຊາດ


໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ປະເທດຊິຈະເລີນບາດນີ້ລະ


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆ

ໂຈນຫ້າຮ້ອຍສອງເທື່ອເປັນພັນ