໙ ກະທູ້ ໒໔໗ ໂພສ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ນີ້ແມ່ນເລື່ອງຈິງຂອງຊີວິດຜູ້ຊາຍຄົນຫນຶ່ງ ເມື່ອລາວໄດ້ຮັກກັບສາວຜູ້ຫນຶ່ງເປັນເວລາຫລາຍປີ ຄວາມຮັກຂອງສອງຄົນຖືກກີດກັນໃນເວລາຮຽນແຕ່ກໍ່ມີຄວາມສຸກ ສອງຄົນຮັກກັນແຮງຈົນບໍ່ມີໃຜຈະແຍກອອກຈາກກັນໄດ້ ແຕ່ວ່າເລື່ອງທີ່ຫນ້າເສົ້າກໍ່ໄດ້ເກີດຂຶ້ນເມື່ອແມ່ຂອງຊາຍຄົນນັ້ນກີດກັນບໍ່ໃຫ້ສອງຄົນຄົບກັນແລະໃຫ້ເລືອກລະຫວ່າງແມ່ແລະແຟນຜູ້ທີ່ເປັນທີ່ຮັກ ຊາຍຄົນນັ້ນດວ້ຍຄວາມທີ່ເປັນລູກກະຕັນຍູແລະຮັກແມ່ແຮງຈິ່ງໄດ້ພະຍາຍາມລືມແຟນໂດຍການຫລິ້ນທ່ຽວ ບໍ່ສົນໃຈນຳແຟນເລີຍແລະຜິດກັນຕະຫລອດ ແລະສຸດທ້າຍແຟນລາວເລີຍບອກເລີກ ຄັ້ງທຳອິດເມື່ອໄດ້ຍິນຄຳນັ້ນຫົວໃຈຂອງລາວແທບສະຫລາຍແລະຂໍວອນຄືນດີ ແລະດວ້ຍຄວາມຮັກທີ່ຈິງໃຈຂອງທັງສອງເຂົາຈິ່ງໄດ້ດີກັນ ຕໍ່ມາ ມີມື້ຫນື່ງຊາຍຄົນນັ້ນໄດ້ດື່ມເບຍ ດວ້ຍຄວາມເມົາແລະຂາດສະຕິຈິ່ງໄດ້ຜິດກັນຄັ້ງໃຫຍ່ ແລະໄດ້ເລີກກັນ ຊາຍຄົນນັ້ນກໍ່ພະຍາຍາມທຳໃຈໃຫ້ລືມ ແຕ່ຍິ່ງຢາກລືມກໍ່ຍິ່ງຄິດຮອດ ແຕ່ຕໍ່ມາລາວຈິງຮູ້ວ່າຊີວິດລາວຈະຂາດຜູ້ຍິງຄົນນີ້ບໍ່ໄດ້ຈິ່ງມາຂໍຄືນດີ ແຕ່ມັນກໍ່ສາຍໄປແລ້ວເມື່ອແຟນຂອງລາວບໍ່ອາດຈະຮັກລາວໄດ້ອີກ ແລະຍັງໄປມີຄົນໃຫມ່ອີກ ຍິ່ງເຮັດໃຫ້ຊາຍຄົນນັ້ນທໍລະມານໃຈແລະທຳໃຈບໍ່ໄດ້ຈົນເຖິງທຸກມື້ນີ້
ຊວ່ຍຫາທາງອອກໃຫ້ເຂົາແດ່
|
໐ ກະທູ້ ໑໖໔໓ ໂພສ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເລື່ອງເສົ້າດີເນາະ
° ° °☆ Believe iN DestinY ☆° ° °
|
໒ ກະທູ້ ໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຫນ້າເສົ້າ
|
໓ ກະທູ້ ໓໑໙໔ ໂພສ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຕາອີ່ຕົນ
strawberry
|
໐ ກະທູ້ ໑໐໙໒ ໂພສ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຮັດໂຕເອງແທ້ໆ
ເປັນນຳແມ່ນຳ ຄິດວ່າ ໃດ໋
|
໙ ກະທູ້ ໑໒໖໖ ໂພສ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອີ່ຕົນແທ້ໆ
|
໑໖ ກະທູ້ ໑໖໘໗ ໂພສ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຜູ້ຍິງບໍ່ອຶດເເນະນຳໃຫ້ມາຮູ້ຈັກອ້າຍທິດຝອຍນີ້ໂລດເດີ"ເວົ້າແທ້ໃດນິ"
ໂຈນຫ້າຮ້ອຍສອງເທື່ອເປັນພັນ
|
໓໑ ກະທູ້ ໒໐໐໓ ໂພສ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເລື້ອງຂອງຂ້ອຍມັນເສົ້າກ່ວານີ້ອີກ
|
໑໐ ກະທູ້ ໔໑໐ ໂພສ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກະຕັນຍູ ກັບຄວາມຮັກ ມັນຄົນລະຍ່າງກັນ ,,,, ເມື່ອຮັກ ກໍຕ້ອງ ເລືອກຄົນທີ່ຈະຍູ່ກັບ ເຮົາ ໄປຕະຫລອດ ນະ ພໍ່ ແລະ ແມ່ ເພີ່ນ ຍູ່ ນຳໄດ້ ເຮົາ ແຄ່ ຊ່ວງຫນື່ງ ທໍ່ ນັ້ນ ເດ້ ,,,, ແຕ່ ຍັງບໍ່ສາຍ ໄປດອກ ຟ້າວ ໄປອະທິບາຍ ໃຫ້ ລາວ ເຂົ້າໃຈ ຊະ ,,,ອິກເລື່ອງ ບໍ່ມີ ຜູ້ຍີງ ຄົນໃດ໋ ດອກທີ່ ເຂົາຈະ ມັ່ນໃຈ ກັບ ຄົນທີ່ ຍັງບໍ່ທັນໃຫຍ່ ຍັງ ຕ້ອງໃຫ້ ແມ່ ບົງການ ຊີວິດ ຍູ່ ຫາກເປ້ນຜູ້ຍີງ ກໍບໍ່ ເປ້ນຫຍັງ ແຕ່ ນີ່ ເປ້ນຜູ້ຊາຍ ຕ້ອງກລ້າ ຕັດສຶນໃຈໃນແລື່ອງ ອະນາຄົນເຈົ້າຂອງ ,,555555++ ດຽ໋ງ ມາເປ້ນ ຊົນເຜົ່າ ອະສຸຮາ ກັບ ຂ້າພະເຈົ້າ ເດ້ ,,,,,,,ອະສຸຮາ ແປວ່າ ຜູ້ບໍ່ ກິນເຫລ້າ ,,,,,,,,,,,55555++
ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]
|
໔໔ ກະທູ້ ໓໖໘໘ ໂພສ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບອກລາວບໍ່ຕ້ອງເຮັດຫຍັງ..
ຢູ່ໄປໃນແຕ່ລ່ະມື້ໃຫ້ໄດ້ກ່ອນ..
ການເຈັບປວດຈາກຄວາມຮັກ..
ບໍ່ມີຢາວິເສດໃດຯສາມາດລົບເລືອນໄດ້..
ແຕ່ຕ້ອງສູ້ຕໍ່ໄປນ່ະ..
|
໕ ກະທູ້ ໔໑໗໘ ໂພສ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເປັນກຳລັງໃຈໃຫ້ເດີ້
ຢ່າຄິດຫຼາຍ ຖ້າແຟນເຈົ້າລາວຮັກເຈົ້າລາວກໍຄືຊິບໍ່ມີຜູ້ໃໝ່ດອ໋ກ
ຄິດແນວນິໄວ້
|
໑໖ ກະທູ້ ໑໖໘໗ ໂພສ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ລາວບໍ່ມີວາດສະໜາກັບເຮົາ
ໂຈນຫ້າຮ້ອຍສອງເທື່ອເປັນພັນ
|
໒໐ ກະທູ້ ໑໓໖໓ ໂພສ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໂອຍໜ້າເສົ້ານຳລາວແທ້ເນາະ
|
໑ ກະທູ້ ໗໗ ໂພສ
ຂາປະຈຳເວັບບອດ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເອົາອີກລະ
|
໐ ກະທູ້ ໖໖໑ ໂພສ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຖ້າຮັກລາວແທ້ເປັນຫຍັງບໍ່ສະແດງຄວາມຈິງໃຈໃຫ້ລາວເຫັນ ປາກກະບອກວ່າຮັກແຕ່ການກະທຳພັດບໍ່ສະແດງອອກວ່າຮັກ ຜູ້ຍິງຈະບໍ່ໝັ້ນໃຈໃນໂຕເຈົ້າ
"no one is perfect"
|
໒໐ ກະທູ້ ໑໒໘໗ ໂພສ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເປັນຫຍັງຈື່ງໃຫ້ເລືອກຝ່າຍໜື່ງແລ້ວປ່ອຍປະອີກຝ່າຍໜຶ່ງ
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ
|
໓ ກະທູ້ ໖໔໙ ໂພສ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໂອ້ຍຕາຍ...ກະຕ້ອງຍອມເຈັບຕໍ່ໄປ ຈົນກ່ວາໃຈມັນດ້ານຊາພຸ້ນແຫຼະ
|
໗໗ ກະທູ້ ໑໑໑໗ ໂພສ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ
|
໔ ກະທູ້ ໒໗ ໂພສ
ຂາປະຈຳເວັບບອດ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
555 ເລື່ອງຊ້ຳນີ້ມັນຊິວໆ, ເປັນນຳໂຕເອງຫລາຍກວ່າ (ບໍ່ແມ່ນຊ້ຳເຕີມເດີ) ຫາກເຈົ້າຮັກແທ້ ເຈົ້າກະຕ້ອງສະແດງຄວາມຈິງໃຈໃຫ້ລາວເຫັນຄືກັບ ceng ໄດ້ເວົ້າຫັ້ນລະ, ທັງນີ້ທັງນັ້ນກະຕ້ອງອະທິບາຍໃຫ້ແມ່ຟັງວ່າເປັນຫຍັງຕົນເອງຈິ່ງມັກ ແລະ ລືມລາວບໍ່ໄດ້, ອີກດ້ານຫນຶ່ງກະຕ້ອງຟັງເຫດຜົນຂອງແມ່ວ່າເປັນຫຍັງແມ່ຈິ່ງບໍ່ໃຫ້ມັກ? ລອງເອົາເຫດຜົນສອງຢ່າງມາສົມທຽບກັນ ແລ້ວ ມັນຈະເຫັນຄຳຕອບອອກມາຫນ້ອຍຫນຶ່ງ, ຂ້ອຍເຊື່ອວ່າໃຜກໍ່ຮັກແຟນຂອງຕົນເອງຫັ້ນລະ ແຕ່ກະຕ້ອງມີເຫດຜົນ ແລະ ລົມກັນໃຫ້ເຂົ້າໃຈດ້ວຍເຫດຜົນ, ຖ້າໄປກິນເຫລົ້າເພື່ອໃຫ້ລືມນັ້ນ ມັນບໍ່ໄດ້ເປັນທາງອອກທີ່ດີເລີຍ ມັນເປັນຄວາມຄິດທີ່ຜິດພາດທີ່ສຸດ. ອີກຢ່າງຫນຶ່ງ ແມ່ກໍ່ເປັນຜູ້ທີ່ມີພະຄຸນອັນໃຫຍ່ຫລວງຕໍ່ເຮົາ ເຮົາບໍ່ຄວນປະຫມາດ ຫລື ລົບລູ່ເພີ່ນແຕ່ຢ່າງໃດ, ແມ່ ເປັນຜູ້ທີ່ຮັກລູກທີ່ສຸດ, ຄົນທີ່ຮັກເຮົາທີ່ສຸດກໍຄືແມ່, ແມ່ເປັນຄົນດຽວທີ່ຫວັງດີຕໍ່ເຮົາ, ຢາກໃຫ້ເຮົາມີຄວາມສຸກ, ປະສົບຜົນສຳເລັດ, ເປັນທີ່ນັບຫນ້າຖືຕາຂອງສັງຄົມ ສະນັ້ນ, ສິ່ງທີ່ເພີ່ນຫ້າມນັ້ນມັນຕ້ອງມີເຫດຜົນ ຂໍແນະນຳໃຫ້ທ່ານລົມກັນດີໆ ແລ້ວທ່ານຈະພົບທາງອອກເອງ
ດ້ວຍຄວາມຮູ້ນ້ອຍ, ຖ້າຜິດພາດປະການໃດຕ້ອງຂໍອະໄພມາຍັງທີ່ນີ້ດ້ວຍ
ດ້ວຍຄວາມຮັກເພງ
|
໐ ກະທູ້ ໔໓ ໂພສ
ຂາປະຈຳເວັບບອດ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແມ່ນຝວະ ເຫມືອນຜູ້ລາງຄົນແທ້ເນາະ ຄຶດຮອດຜູ້ສາວເກົ່າສໄຫມມັດທະຍົມ
|
໙ ກະທູ້ ໒໔໗ ໂພສ
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເສົ້ານໍ
|
໐ ກະທູ້ ໒໕ ໂພສ
ຂາປະຈຳເວັບບອດ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
໒ ກະທູ້ ໑໖໗໗ ໂພສ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເລື້ອງຂອງຂ້ອຍມັນເສົ້າກ່ວານີ້ອີກ ຊີບອກໃຫ້
|
໑໖ ກະທູ້ ໑໑໙ ໂພສ
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຕ້ອງຢູ່ຢ່າງຄົນມີລະດັບນ້ອຍຊິ,ຖ້າດີຈີ່ງເປັນຫຍັງລາວຈີ່ງເລີກກັບເຈົ້າລະ,ອັນເລື່ອງແນວນີ້ມັນລະມີກັນທົ່ວເມືອງແລ້ວເດ,ຈະໄປເວລາກັບສີ່ງທີ່ໄຮ້ປະໂຫຍດເຮັດຫຍັງ,ຖ້າເຈົ້າແນ່ຈີ່ງເປັນຫັຍງຈີ່ງບູຊາມານໃນວິມານລະ ໜ້າຈະສ້າງວິມານໃນອາກາດດີກ່ວານາ ບໍ່ເຫັນຊີເສຍຫາຍຫຍັງເລີຍນີ້
ເປົ້າໝາຍຂອງຊີວິດຄືຄິດຢ່າງດ່ຽວວ່າເຮົາຈະຕ້ອງໄປເຖີງມັນວັນໃດໜື່ງແນ່ນອນແລະບໍ່ເຄີຍລັງແລໃຈສີວວິນາທີ.
|