ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຖົ້າ ກັບ ແກ່ ..

໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ໃນເດືອນສິງຫານີ້ເຫັນມີເພື່ອນ ໆ ສະມາຊິກພັນລາວຫລາຍ ໆ ຄົນໄດ້ສະຫລອງວັນຄ້າຍວັນເກີດບັນຈົບຄົບຮອບອີກໜຶ່ງວາຣະ ແລະ ວະຣີໜຶ່ງແສນຈະສຸດຮິດໃນການຢິກແກມຢອກຄົງບໍ່ມົ້ມຄຳວ່າ "ເຖົ້າໄປອີກປີໜຶ່ງແລ້ວເນາະ!" ຟັງແລ້ວບາງຄັ້ງມັນຊັກຈະຮູ້ສຶກເຄືອງ ໆ ແດ່ໃດເນາະ! ຂພຈ. ມັກຈະບອກວ່າບໍ່ໄດ້ເຖົ້າ ແຕ່ອາຍຸແກ່ຂຶ້ນອີກໜຶ່ງປີເທົ່ານັ້ນ. ຫລາຍຄົນທຳເປັນງົງ ກໍເລີຍຢາກມາແຖລງເນື້ອໃນ...
ຄືວ່າ ບາງຄົນອາຍຸອານາມຫາກໍ່ ຊາວປີຕົ້ນ ໆ ແຕ່ໃບໜ້າເບິ່ງຄ້າຍຄືກັບຄົນ ສີ່-ຫ້າສິບປີແລ້ວ ແບບນີ້ເຂົາວ່າວັຍຍັງໜຸ່ມແຕ່ກາຍບົ່ງບອກວ່າເຖົ້າແລ້ວ! ສ່ວນອີກປະເພດແມ່ນວ່າອາຍຸເລີຍເກຍສີ່ເກຍຫ້າໄປແລ້ວ ແຕ່ໃບໜ້າຍັງໃສ ໆ ເໝືອນກັບຄົນອາຍຸຊາວປາຍ ໆ ແບບນີ້ເຂົາຮຽກວ່າໝຸ່ມພັນປີ ຄືໜ້າຕາ ແລະ ວັຍມັນສວນທາງກັນ (ຜູ້ຂຽນກໍຈັດຢູ່ໃນປະເພດນີ້ ... ແຮແຮ..ຮ..ແຮະ ໆ ໆ ໆ .. ໂອຍແນວແຍງແວ່ນຜູ້ດຽວກາແມ່ນໜຸ່ມສະເໝີແລ້ວເນາະ!)
ແຕ່ຖ້າວ່າທັງສອງຄຳມາຕໍ່ກັນເປັນ ເຖົ້າແກ່ ແລ້ວ ເອີ້ອັນນີ້ພັດມີຄວາມໝາຍຫລາຍຢ່າງໄປອີກ ເຊັ່ນໝາຍເຖິງຜູ້ຫລັກຜູ້ໃຫຍ່, ຜູ້ອາວຸໂສ ຫລືຊົງຄຸນນະວຸທິ ... ແຕ່ທີ່ເຂົ້າໃຈກັນດີໃນວົງການທຸຣະກິດແມ່ນໝາຍເຖິງ ອາເຮັຽ ອາເສັ່ຽ ທັງຫລາຍທີ່ຫລາຍຄົນກາຢາກເປັນນັ້ນລະເນາະ!


໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ເຖົ້າ ແກ່ ໄດ້ຍິນລະໃຈຫາຍ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ບໍ່ເປັນຫຍັງ ບໍ່ຕ້ອງທອນ 55


໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເປັນຫຍັງຂອງແນວນິມັນສັນຍາກຳໄດ້


໑ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ບໍ່ເປັນຫຍັງດອກ