ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ມີເລື່ອງມາຈົ່ມສູ່ຟັງ ເຮີໆໆ

໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
ມື້ນີ້ຂ້ອຍໄດ້ໄປເລາະຊື້ໂທລະສັບມືຖືກັບລຸ້ນເອື້ອຍ ( ບໍ່ແມ່ນຂ້ອຍຊື້ດອກ ແຕ່ແມ່ນລຸ້ນເອື້ອຍຂ້ອຍຄົນໜຶ່ງເປັນຜູ້ຊື້ ). ພໍດີໂທລະສັບຂ້ອຍມັນລະພິມ ແລະອ່ານພາສາຈີນບໍ່ໄດ້, ຂ້ອຍກະເລີຍຖືໂອກາດລົງພາສາຈີນເລີຍ. ບາດວ່າຖາມລາຄານຳມັນໆພັດເອີ້ນເອົາຕັ້ງສອງຮ້ອຍຫ້າສິບຢວນ!!!, ໂອ້ແມ່ຈ້າວ...ລົງພາສາຈີນຊື່ໆກະຊິເອົາຕັ້ງແພງປານນັ້ນ, ຊື້ໂທລະສັບໄດ້ຕັ້ງເຄື່ອງໜຶ່ງ. ຂ້ອຍກະເລີຍຕັດສິນໃຈບໍ່ເຮັດ. ຈາກນັ້ນ, ຂ້ອຍກະເວົ້າກັບເຈົ້າຂອງຮ້ານມືຖືທີ່ລຸ້ນເອື້ອຍຂ້ອຍໄປຊື້ວ່າລາວຊິເອົາຕັ້ງສອງຮ້ອຍຫ້າສິບຢວນ, ເຈົ້າຂອງຮ້ານລັກຊຶ່ມໃສ່ຂ້ອຍວ່າເຮັດແທ້ໆກະມີແຕ່ຊາວຢວນໜຶ່ງ, ປ່າ....ຈັ່ງຊື້ກະມີເນາະ, ເຫັນເຮົາເປັນຄົນຕ່າງປະເທດລະຊິໂງ່ຫວາ? ມາຕວົະເອົາເງິນກັນຈັ່ງຊີ້, ໃຄແດ່ບໍ່ໄດ້ເສຍຫົວໃຫ້ມັນ ( ສົມນຳ້ໜ້າແນ່ ຢາກໄດ້ຫລາຍສຸດທ້າຍບໍ່ໄດ້ນຳເຮົາຈັກຢວນ ເຮີໆໆ ຂໍໃຫ້ຮ້ານຈະເລີນຮັ່ງມີຂຶ້ນເດີ້ ເຮັດທຸລະກິດແບບນີ້ກະຍັງມີ ).

ສຸດທ້າຍ, ຂ້ອຍກໍ່ມາເຮັດຢູ່ຮ້ານອື່ນ ເຊິ່ງເຂົາເຈົ້າຮ້ອງເອົາແຕ່ຫ້າສິບຢວນ ແລ້ວຂ້ອຍຕໍ່ໄດ້ສີ່ສິບຢວນ, ປານນັ້ນກະຍັງແພງຢູ່ສຳລັບນັກຮຽນຢ່າງຂ້ອຍ. ອັນສີ່ສິບຢວນຫັ້ນຊົ່ວຊິຕໍ່ໄດ້ກະຈົນເຮົາຊິຍ່າງອອກຮ້ານລະ ເພິ່ນຈຶ່ງເອີ້ນເຮົາກັບຄືນມາ ( ອິໆໆ ນີ້ແຫລະສູດຕໍ່ລາຄາເຄື່ອງເວລາໄປຊື້ເຄື່ອງຢູ່ຈີນ ຂ້ອຍໃຊ້ສູດນີ້ຕະຫລອດ ປານນັ້ນໝູ່ຍັງວ່າຄືມາຕໍ່ມັນໜ້ອຍແທະ ໜ້ອຍກວ່າໜີ້ກະບໍ່ຮູ້ຊິຕໍ່ລະເດີ້ ດຽວມັນຊິດ່າຊຳ້ ເຮີໆໆໆ )


໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕັ້ງເປັນຫັ້ນແຫຼະ
ຄົນລາວເຮົາກໍເປັນຖ້າເບິ່ງວ່າແມ່ນຄົນຕ່າງຖິ່ນຫຼືຕ່າງປະເທດກໍຈະໂກງລາຄາຂຶ້ນ


໑ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອື່ມ........ ເປັນສູດທີ່ຫນ້ານຳເອົາມາໄຊ້ເນາະ , ຈະລອງເບິ່ງກ່ອນ ຕໍ່ລະຍ່າງອອກຮ້ານ ເຂົາຫັກສິຮ້ອງກັບຄືນດອກເນາະ
ຈີນຢູ່ລາວກະສິຄືກັນຕີ້ເນາະ !


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
40ຫຍວນ * 5 = 200ບາດ
200ບາດ * 250 = 50000ກີບ..

ໄລ່ຖືກບໍ່ນິ..??


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແພງຂະໜາດເລີຍວິທີຕໍ່ເຄື່ອງແບບນີ້ຂ້ອຍໄຊ້ຕະຫຼອດຕອນຢູ່ລາວດຽວນີ້ກະກຳລັງນິຍົມກັນຢູ່.

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ໄລ່ເງິນຢວນງ່າຍໆ ຄູນຫ້າເປັນເງິນບາດ ຄູນພັນສອງເປັນເງິນກີບ ອາດຫລຸດລື່ນກັນອີກບໍ່ຫລາຍ, ສຳລັບ luvualwayz ທີ່ໄປລົງພາສາຈີນ ອືມ ຫາຮ້ານນ້ອຍລົງໃຫ້ກະໄດ້ຖ້າບໍ່ເປັນອິຫຍັງທີ່ກ່ຽວກັບ ເຄື່ອງທັງໃນມັນ, ລົງໂປຣແກຣມຊື່ໆ ຮ້ານນ້ອຍມັນເອົາແຕ່ ສິບຢວນກະມີ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂພຈ ຕໍ່ເຄື່ອງແຮງຕໍ່ເປັນເຄິ່ງ
ຈົນເຂົາຊິຕີອອກຮ້ານ

strawberry

໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
@ Diow

ຮ້ານນ້ອຍກວ່ານີ້ຂ້ອຍກະບໍ່ຮູ້ວ່າມັນຢູ່ໃສຫັ້ນນະ ເຂົາເຈົ້າພາໄປກະໄປນຳເຂົາເຈົ້າ


໖ ກະທູ້
໑໐໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕໍ່ມັນໂລດແຫຼະບໍ່ໄດ້ກະບໍ່ເອົາ ອິອິ


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົມພໍຈື່ງເປັນພັດລົມກັນສອງຄັນນີ້ເຂົ້າຮ້ານໃດບອກໂລດວ່າແມ່ຄ້າເຈັບເສັ້ນກັບບາດ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນຸ້ຍ ກັບ ບີ້..
ເຄີຍຖືກຂະເຈົ້າປິດຮ້ານໜີບໍ່..??