ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ໄດ້ຍິນຂ່າວລືໜາຫູວ່າ ເພິ່ນສັ່ງໃຫ້ປິດຮ້ານເນັດກັບຮ້ານເກມ ມັນແມ່ນແທ້ບໍ່?

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ປາກົດວ່າ ໄລຍະນີ້ມີຂ່າວຈາກບັນດາໝູ່ເພື່ອນທີ່ເປີດຮ້ານເກມວ່າ ຖືກຂັ້ນເທິງສັ່ງລົງມາໃຫ້ປິດຮ້ານເກມ ບາງຂ່າວກໍບອກວ່າ ຮ້ານອິນເຕີເນັດກໍຖືກສັ່ງປິດນຳ ຂ້າພະເຈົ້າກໍບໍ່ຮູ້ວ່າມັນເປັນແນວໃດກັນແທ້ ໃຜພໍມີຂ່າວຫຍັງເລົ່າສູ່ກັນຟັງແດ່ບໍ່ນໍ້


໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ໋າວ...ຖ້າສັ່ງປິດຮ້ານອິນເຕີເນັດແລ້ວຂ້ອຍຈະໃຫ້ພໍ່ເບິ່ງເຮັດຫຍັງວ່າແນວນີ້
ໃຜຮູ້ມາບອກແດ່ເດີ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ອື່ມ...ໄດ້ງິນເຂົາເວົ້າຢູ່ໄດ້!! ຄືວ່າ ເທັກ ບາ ກໍ່ຈະປິດນຳຕົວະ
ແຕ່ບໍ່ຮູ້ຄືກັນວ່າເຂົາຈະປິດແທ້ບໍ?? ຕິດຕາມຊົມຕອນຕໍ່ໄປ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ລະຕ່າງປະເທດມັນສິຕິດຕໍ່ໂລກພາຍນອກແນວໃດບາດນິ ປິດຕາຍຊັ້ນຫວາ?

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປິດຍ້ອນຫຍັງ
ໃກ້ຈະ ຊີເກມ ລະ ຕປທ ກະມາຫຼາຍບໍ່ມີເນັດໃຫ້ເຂົາໃຊ້ອີກ
ແນວໃດນໍ້ແນວນີ້

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້າພະເຈົ້າບໍ່ໄດ້ຍິນຂ່າວນີ້ເລີຍ
ຈະໄປສອບຖາມເບີ່ງກ່ອນວ່າແມ່ນແທ້ບໍ່ ຖ້າຈະປິດແທ້ໜ້າຈະອອກຂ່າວໜັ່ງສືພິມ
ຕາມຄວາມຄິດແທ້ໜ້າຈະແມ່ນການປິດຮ້ານເກມ ບໍ່ແມ່ນການປິດຮ້ານອິນເຕີເນັດ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໓ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ແມ່ນແທ້ຕົວະ ເຫັນວ່າຕຳຫຼວດອອກສຳຫຼວດແຕ່ລະຮ້ານ
ເຫັນຮ້ານອ້າຍ kira ລາວປິດໄປແລ້ວ ໄປຂໍໃບອະນຸຍາດເປິດຄືນກະບໍ່ໄດ້ ບໍ່ຮູ້ວ່າເປັນຫຍັງຄືບໍ່ໃຫ້ເປີດຄືນຄືກັນ

sTUpId....!!!!

໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ຫາກະຍິນໄດນີ້

ຄົນໄກບ້ານ........ຍາກກັບບ້ານເດ່

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ babizzzz953 ຂຽນວ່າ...
ແມ່ນແທ້ຕົວະ ເຫັນວ່າຕຳຫຼວດອອກສຳຫຼວດແຕ່ລະຮ້ານ
ເຫັນຮ້ານອ້າຍ kira ລາວປິດໄປແລ້ວ ໄປຂໍໃບອະນຸຍາດເປິດຄືນກະບໍ່ໄດ້ ບໍ່ຮູ້ວ່າເປັນຫຍັງຄືບໍ່ໃຫ້ເປີດຄືນຄືກັນ



ຮ້ານເກມຫຼືຮ້ານເນັດລະ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າຈະປິດຮ້ານເກມດີກ່ວາຖ້າຈະປິດຮ້ານເນັດ


໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນປິດຮ້ານເກມຫັ້ນແລ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊັງເລີຍ....ລະຊິເຂົ້າເບິ່ງພັນລາວຈັ່ງໃດລະບາດນີ້ ອິອິອິອິ

~Vਕਆpïrєی™~

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກໍ່ໄດ້ຍີນໃຜຮູ້ຂ່າວອອກມາຊີ້ແຈ້ງແນ່ເດີພີ່ນ້ອງ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໐ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ຮ້ານເນັດກັບຮ້ານເກມ ມັນຢູ່ນຳກັນ ຖ້າສັ່ງປິດກະສ່ຳວ່າ ປິດທັງເນັດ ປິດທັງເກມ ເລີຍຕິ
ແຕ່ກະບໍ່ໄດ້ຍິນຂ່າງຄືກັນໄດ໋


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ວ່າຕີ..!!!
ອັນທີຢາກໃຫ້ປິດພັດບໍ່ປິດ ບາດອັນບໍ່ຄວນໃຫ້ປິດພັດຊິປິດ..

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ຍິນນ່ະ
ມີແຕ່ວ່າປິດເທັກ

strawberry

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແປວ່າຮ້ານເນັດນີ້ບໍ່ປິດເນາະ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ໂອ້ຍຍ.. ເກືອບເປີດຮ້ານເນັດເນາະ... ມີແຜ່ນຢູ່ນີ້!!!


໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ຂ້ອຍກຳລັງຈະເປີດລະນິ
ຊື້ຄອມມາລະ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໖ ກະທູ້
໒໐໔ ໂພສ
ນັກການກະທູ້
ຮ້ານອິນເຕີເນັດ ຄືຈະບໍ່ຖືກປິດດອກ ແຕ່ຈະໃຫ້ປິການບໍລິການເກມ ອອນໄລ ຫລາຍກ່ວາ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າວ ແມ່ນວະບໍ່ໄດ້ຍິນຊ້ຳ
ຕົກຂ່າວແລ້ວ


໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຊ້ຳ

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງນີ້ເປັນຄວາມຈິງແທ້ ເພີນຈະສັ່ງໃຫ້ຮ້ານເກມປິດຢ່າງເດັດຂາດ ແຕ່ວ່າຮ້ານອິນເຕີເນັດຍັງບໍ່ທັນຮູ້ປານໃດ


໐ ກະທູ້
໔໗ ໂພສ
ຂາປະຈຳເວັບບອດ
ບໍ່ໄດ້ງິນ...ແຕ່ຖ້າມີແທ້ຄືຊິບໍ່ປິດດອກຮ້ານ Internet ໜ້າຈະມີແຕ່ບໍ່ໃຫ້ຫຼີ້ນເກມ ອອນລາຍ ໃນຮ້ານ Internet ສ່ວນ ອິນເຕີເນັດບໍລິການປົກກະຕິ ເພາະຮ້ານ ເນັດ ກັບເກມ ອອລາຍ ຢູ່ນໍາກັນ ແຕ່ຮ້ານເກມອາດຈະປິດ...


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫ້ວຍ.. ຢ່າວ່າຊັ້ນເທາະ.. ວ່າຊິເປີດຮ້ານເນັດຮ້ານເກມຄືກັນໃດນິ

<-----ຄົນໃຈດີແຟນຄລັບ

໑ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ເພີ່ນສັ່ງປິດແຕ່ຮ້ານທີ່ບໍ່ໄດ້ຂຶ້ນທະບຽນສ່ວນຮ້ານທີ່ຖືກກົດຫມາຍກະຍັງເປີດໄດ້ຢູ່ບໍ່ຕ້ອງເປັນຫວ່ງ

ເດັກ Chelsea

໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ຄຈດ
ຊັ້ນເຈົ້າກະປ່ຽນແນວເຮັດເອົາ.. ມາຂາຍເຕົາຮູ້ນຳຂ້ອຍນີ້ ຮ່ະໆໆໆ


໑ ກະທູ້
໒໑໓ ໂພສ
ນັກການກະທູ້
ມັນເປັນຂ່າວ ສ້າງຂື້ນມາຊື່ ໆໆໆໆ ຕິເບາະ.... ຖ້າປິດແທ້ ກາແມ່ນພວກຮ້ານເນັດ ທີ່ບໍ່ເສຍ ພາສີ ອາກອນໃຫ້ລັດມາຫຼາຍເດືອນ , ອັນນີ້ຮັບຮອງປີດແທ້.... ສ່ວນເລື່ອງ ຮ້ານເບຍ , ເທັກ ຍອມຮັບວ່າ: ລະບາດໜັກຫຼາຍ ຢູ່ລາວເຮົາ ..............

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ