ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ກະທູ້ອວຍພອນປີໃໝ່ 2010

໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ເອົາເດີ້ພີ່ນ້ອງ ເນື່ອງໃນໂອກາດປິໃໝ່ສາກົນນີ້ ໃຜມີຄຳອວຍພອນດີໆຈັ່ງໃດ ຢາກຈະອວຍພອນໃຜ ກະເອົາມາອວຍພອນກັນໄດ້ຢູ່ບອດນີ້ເລີຍເດີ້. ຕໍ່ໄປນີ້ແມ່ນພອນຂອງຂ້າພະເຈົ້າເດີ້:
ຂໍໃຫ້ທຸກຄົນມີຄວາມສຸກ ປາຖະໜາສິ່ງໃດຂໍໃຫ້ໄດ້ສິ່ງໃດ ຢາກໄດ້ຫຍັງລະທ້ອນເງິນຊື້ເອົາ ຫຼຸດຜ່ອນສານພິດ, ສິ່ງມືນເມົາ, ອະບາຍຍະມຸກ, ກິເຫຼດຕັນຫາ ແລະ ແນວຄິດບໍ່ດີ ເປັນມິດກັບທຳມະຊາດ ແລະ ໃຊ້ອີກ2ປິທີ່ເຫຼືອໃຫ້ຄຸ້ມຄ່າ (ອັນສຸດທ້າຍເວົ້າຫຼິ້ນເດີ້) ຟັງເບິ່ງບໍ່ຄືຄຳອວຍພອນປານໃດເນາະ ຖ້າບໍ່ຖືກໃຈກະຕ້ອງຂໍອະໄພ ເພາະ 4ne' ອວຍພອນຄົນບໍ່ເກັ່ງນະ. ແລ້ວພອນຂອງໝູ່ເພື່ອເດ ເປັນຈັ່ງໃດ...

Sin tu amor en mi vida, mi vida no se
como podre yo vivir

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ປີໃຫມ່ ຄສ ໒໐໑໐ ໃຫ້ສະມາຊິກພັນລາວ ມີສຸຂະພາບແຂງແຮງ ຢາກໄດ້ສິ່ງໃດ....ໃຫ້ຊອກເອົາເອງ....ຊີວິດເປັນຂອງເຮົາ ແຕ່ເວລາເປັນຂອງທຸກຄົນ ຂໍໃຫ້ໃຊ້ເວລາຢ່າງມີຄ່າ, ຄວາມທຸກ ຄວາມສຸກ ເປັນເລື່ອງທຳມະດາ ສຳລັບຄົນທີ່ຮູ້ຄິດ ສາມາດໃຊ້ໃຫ້ເກີດປະໂຫຍດໄດ້ທັງນັ້ນ....ຂໍໃຫ້ໃຊ້ເວລາທີ່ເຫລືອຢູ່ຂອງຊີວິດ ເປັນເວລາແຫ່ງຄວາມສຸກ...Have a Good day .......and Happy New year 2010


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍໃຫ້ພີ່ນ້ອງພັນລາວ ຈົ່ງມີແຕ່ຄວາມສຸກຄວາມຈະເລີນ ຖ້າເປັນຜູ້ສາວກະຂໍໃຫ້ໄດ້ແຟນຫລໍ່ໆ ຖ້າເປັນຜູ້ບ່າວກະຂໍໃຫ້ໄດ້ແຟນງາມໆ(ສາວພັນລາວນີ້ລະ) 555

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒໘ ກະທູ້
໗໘ ໂພສ
ນັກການກະທູ້
ສາທຸ ຂໍໃຫ້ສົມພອນປາກ ທັງຜູ້ຮັບ ແລະ ຜູ້ຂຽນ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍຄວາມໂຊກດີທັງໝົດຈົ່ງເປັນຂອງຂ້າພະເຈົ້າ ຮາາາາາາາາາາາາ (ເຫັນແຕ່ຕົວຂະໜາດ..)
---------------------------------------------------------------------------------------------------------------------
ປີໃໝ່ໃກ້ຈະມາຮອດນີ້ຂໍໃຫ້ເພື່ອນໆທຸກຄົນຈົ່ງມີສຸຂະພາບແຂງແຮງ ຢ່າໄດ້ມີທຸກ ຢ່າໄດ້ມີໂສກ ຢ່າໄດ້ມີໂຣກ ຢ່າໄດ້ມີໄພມາບຽດບຽນ.

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍໃຫ້ທຸກຄົນມີສຸຂະພາບແຂງແຮງ ສິ່ງທີ່ບໍ່ດີໃຫ້ຖິ້ມມັນໄວ້ຢູ່ປີເກົ່າ ແລ້ວເລີ່ມຕົ້ນສິ່ງໃຫມ່ໆ ກັບປີໃຫມ່ເດີ້(ປ່ຽນແຟນໃຫມ່ອີກ)


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍໃຫ້ສະມາຊິກພັນລາວທຸກຄົນມີຄວາມສຸກ ຄວາມເຈັບຢ່າໄດ້ຄວາມໄຂ້ຢ່າມີ ຜູ້ໄດຍັງບໍມີແຟນກະໃຫ້ມີແຟນ,ສົມຫັວງຢ່າງທີ່ຕັ້ງໄວ້ເດີ້

ຄົນຄິດຮອດບ້ານ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍໃຫ້ທຸກຄົນຈົ່ງມີຄວາມສຸກ


໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ຂໍໃຫ້ທຸກຄົນຈົ່ງມີສຸກຂະພາບແຂງ ແຮງບໍ່ມີ ພະຍາດບຽດບຽນ

Sin tu amor en mi vida, mi vida no se
como podre yo vivir

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປີໃໝ່ນີ້ ຂໍອວຍພອນໄຊ
ສິ່ງໃດທີ່ປຣະເສີດ ສິ່ງໃດທີ່ລ້ຳເລີດ
ກໍ່ຈົ່ງເກີດມີ ແດ່ສະມາຊິກພັນລາວຂອງພວກເຮົາ