ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ສະມາຊິກອາຊຽນ

໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ຢາກໃຫ້ໝູ່ເພື່ອນພັນລາວຊ່ວຍແດ່ໃຜຮູ້ຜົນດີແລະຜົນເສຍຂອງການເຂົ້າເປັນສະມາຊິກອາຊຽນແດ່ໃຜຮູ້ກະຊ່ວຍບອກແດ່ເດີ້ບອກຄົນລະອັນ2ອັນກະດີພໍດີອາຈານໃຫ້ຄຳຖາມມາ

ຂໍຂອບໃຈ

ຄົນທຳມະດາ

http://img.laoupload.com/images/82776730782615928907.gif

໘ ກະທູ້
໒໘໕ ໂພສ
ນັກການກະທູ້
ຂໍ້ດີຫວາ....ໄປປະເທດໃນກຸ່ມນີ້ແລ້ວບໍ່ເສຍຄ່າວີຊ້າ(ປະຍັດໄປ...ອິອິອິ).
ຂໍ້ເສຍ.....ເປິດປະເທດຫລາຍຂື້ນ...ກໍ່ມີແນວເສຍເຂົ້າມາ.....

[img]null[/img]

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຫຍັງທີ່ລາວໄດ້ຈາກການເຂົ້າເປັນສະມາຊິກອາຊຽນ

ເຮົາຕ້ອງກັບໄປເບິ່ງວ່າ ຈຸດປະສົງຂອງການສ້າງຕັ້ງອາຊຽນແມ່ນຫຍັງ ນັ້ນກໍ່ຄື ເພື່ອການຮ່ວມມືທາງດ້ານເສດຖະກິດ ແລະ ຄວາມໝັ້ນຄົງໃນພາກພື້ນອາຊີຕາເວັນອອກສຽງໃຕ້

ຫລັກຯທີ່ເຮົາຈະໄດ້ນັ້ນກໍ່ຄື ການຮ່ວມມືທາງເສດຖະກິດ ການຄ້າ ການທ່ອງທ່ຽວ ການລົງທຶນຈາກປະເທດສະມາຊິກ.
ນອກນັ້ນເຮົາກໍ່ຈະໄດ້ຮັບການຊ່ວຍເຫລືອຈາກປະເທດສະມາຊິກໃນຫລາຍຂົງເຂດບໍ່ວ່າຈະເປັນ ການພັດທະນາສັງຄົມ ການສືກສາ ສາທາລະນະສຸກ ແລະ ອື່ນຯ

ແນ່ນອນມີຜົນດີກະຕ້ອງຜົນເສຍມານຳ ແຕ່ກໍ່ຄົງຈະມີໜ້ອຍ ຂພຈ ບໍ່ຮູ້ ໃຜຮູ້ກະບອກແນ່

ທ້າວທອງໃສ

໖ ກະທູ້
໒໘໐ ໂພສ
ນັກການກະທູ້
ຈຸດປະສົງຂອງສະມາຄົມອາຊຽນກໍ່ຄ້າຍຄ້າຍກັນກັບນະໂຍບາຍຕ່າງຕ່າງທີ່ສະຫະພາບອີຢູປະຕິບັດກັນຢູ່ເຊີ່ງລວມມີ:
-ລວມກັນໃຫ້ເປັນຫນື່ງດຽວທີ່ເຂັ້ມເເຂງ,ຮັດເເຫນ້ນຄວາມສາມັກຄີ,ມີການເເລກປ່ຽນກັນ.....
-ເປີດກ້ວາງການເຊຶ່ອມຫາກັນບໍ່ວ່າຈະເປັນດ້ານການລົງທຶນ,ການຄ້າ,ການທ່ອງທ່ຽວ,ການຄົ້ນຄ້ວາວິທະຍາສາດເເລະຊ່ວຍເຫລືອເຊີ່ງກັນ....
-ມີການຫມຸນວຽນການເປັນປະທານເພື່ອໃຫ້ທຸກປະເທດມີບົດບາດເທົ່າກັນ
-ມີການສ້າງຕັ້ງກຸ່ມການເງີນຮ່ວມກຸ່ມເພຶ່ອໃຊ້ໃນຍາມຈຳເປັນ
-ມີການນຳໃຊ້ກົດຫມາຍຮ່ວມ

ຂໍ້ເສຍ
-ອາດມີການຖືກເອົາປຽບເເຊກເເຊງຈາກປະເທດໃຫຍ່ຖ້າບໍ່ມີມາດຕະການທີ່ເຂັ້ມງວດ(ສັງເກດໃດ້ກັບບັນດາປະເທດອີຢູໃນປັດຈຸບັນ)
-ສຽງສ່ວນຫນ້ອຍຂື້ນກັບສຽງສ່ວນຫລາຍ ເຖີງຈະເປັນເເນວບໍ່ດິສ່ຳໃດ ເເຕ່ຖ້າຫາກຫລາຍປະເທດເຫັນວ່າດີ ເຮົາກໍ່ຕ້ອງຍອມຮັບ
( ex ການເຮັດສົງຄາມຢູ່ອີລັກ ມີເເຕ່ສອງປະເທດໃຫຍ່ທີ່ສຸດຂອງອີຢູຄື ຝຣັ່ງ ເຢຍລະມັນ ທີ່ຄັດຄ້ານ ອາເມລິກາ ເເຕ່ກໍ່ບໍ່ສາມາດຢັບຢັ້ງໃດ້ຍ້ອນອີກຊາວຫ້າປະເທດອີຢູເເມ່ນຢາກຮ່ວມມືກັບ ເມກາ )
-ການອອກກົດບັດຮ່ວມກັນອາດມີບາງສ່ວນບໍ່ເຫມາະກັບເງື່ອນໄຂ ກົດຫມາຍ ສະພາບລວມຂອງປະເທດ ເເຕ່ຕ້ອງຮັບເອົາ
-ອີກຂໍ້ເສຍຫນື່ງເເມ່ນບໍ່ບອກ

ສ່ວນຫລາຍເເມ່ນຍົກເອົາຕົວຢ່າງປະເທດອີຢູມານຳສະເຫນີ ເພາະເປັນບັນຫາທີ່ພົ້ນເດັ່ນ ເຊີ່ງມັນກໍຄ້າຍກັນກັບສະມາຄົມອື່ນ


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂພຈ ພໍເຂົ້າໃຈເລັກນ້ອຍ ກ່ຽວກັບການສ້າງຕັ້ງກົດບັດອາຊຽນ ເຊິ່ງວ່າທຸກປະເທດສະມາຊິກຕ້ອງປະຕິບັດຕາມ

ແຕ່ຢາກຖາມ TekToNiC ວ່າ

ການເປັນປະເທດ ຄມນ (ຄອມມູນິດ) ມັນມີຜົນເສຍແນວໃດໃນການເຂົ້າເປັນສະມາຊິກອາຊຽນ???


ທ້າວທອງໃສ

໖ ກະທູ້
໒໘໐ ໂພສ
ນັກການກະທູ້
ເອົາຫລັງໄມເດີ້ ຮຮຮຮ ທອງໄສ


໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
khor d maen dai hup karn xoiy leua jak tang pa thed

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໖ ກະທູ້
໒໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ຂພຈ ພໍເຂົ້າໃຈເລັກນ້ອຍ ກ່ຽວກັບການສ້າງຕັ້ງກົດບັດອາຊຽນ ເຊິ່ງວ່າທຸກປະເທດສະມາຊິກຕ້ອງປະຕິບັດຕາມ

ແຕ່ຢາກຖາມ TekToNiC ວ່າ

ການເປັນປະເທດ ຄມນ (ຄອມມູນິດ) ມັນມີຜົນເສຍແນວໃດໃນການເຂົ້າເປັນສະມາຊິກອາຊຽນ???




ມັນບໍ່ເເມ່ນສິເສຍຫຍັງຫລາຍດອກ ຮຮຮຮ ດີດີດີ ຖາມກັບເເບບນີ້
ເຮົາຂຽນເອງກະຍັງງົງເອງ ຮຮຮຮ ຕັດອອກຊະ


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂະເຈົ້າຕອບໝົດແລ້ວ

strawberry

໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ບໍ່ຮູ້ຄືກັນ ໄດ້ໝູ່ຫຼາຍຂຶ້ນຕິ

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາແຕ່ເຫັນກະທູ້ນີ້ ເສຍດາຍມາບໍ່ທັນ

<-----ຄົນໃຈດີແຟນຄລັບ