ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ບໍ່ຮູ້ວ່າ ເປັນຫຍັງຈຶ່ງຄິດຫາໄຜ່ຫນາມຍາມນີ້! ໂອ ຄົງເປັນເພາະເຫດການຫຼາຍອັນຜ່ານເຂົ້າມາໃນຫ້ວງສຳນຶກ... ມື້ວານນີ້ ນັ່ງເບິ່ງຫນັງທີ່ກ່ຽວພັນກັບອາຊີບນາງບຳເລິ ເກຍຊາ ນັ້ນເປັນຕົ້ນເຫດ ເພາະໃນສາກນຶ່ງສາວນ້ອຍທີ່ຈະຖືກລ້ຽງດູໃຫ້ເປັນເກຍຊາ ແລ່ນໄປນຳທາງທີ່ແອ້ມດ້ວຍຝາທີ່ເຮັດມາຈາກ ລີ້ວໄມ້ໄຜ່, ກັບຄວາມຮູ້ທີ່ມີມາວ່າວຽງຈັນຈະມີການຈັດສັນສເຫຼິມສຫຼອງຄົບຮອບ ໔໕໐ ປີຂອງການສ້າງຕັ້ງ. ສອງແນວຄິດມາຕຳກັນປານຫມາກຄ່າງ, ແຕ່ດຽວນີ້ ພາກັນມັກຫຼີ້ນຫມາກ ບູນ ເປຕັງ..ຫຼາຍກວ່າແລ້ວ!! ປານຖືກຄ້ອນຍາມຄວາມຄຶດແບບນີ້ເກິດມີຂື້ນໃນສມອງ. ໔໕໐ ປີ ຂອງວຽງຈັນອານາຈັກ ລ້ານຊ້າງ... ກ່ອນການສຖາປະນາເມືອງນີ້ໃຫ້ເປັນວຽງຈັນເພິ່ນໄດ້ຂນານນາມວ່າ ເມືອງໄຜ່ຫນາມ.. ບໍ່ຮູ້ວ່າໃນ໔໕໐ ປີທີ່ຈະມີການສຫຼອງກັນນີ້ ມີຫຍັງໃຫ້ເປັນທີ່ລະລຶກ ແກ່ໄຜ່ຫນາມຈັກຫນ່ອຍແນ່ຫຼືບໍ່? ໃນນາມຜູ່ບ້າຄັ້ງນຳອະດີດມານານ ຄິດຕາມປະສາບ້າຂອງຕົນເອງວ່າຢາກປະກອບສ່ວນນອກເວທີນຳ ແຕ່ຄົງເປັນໄປບໍ່ໄດ້ເພາະມັນເປັນແນວຄິດທີ່ໄຮ້ປະໂຫຍດໃນສາຍຕາ ແລະຫົວນິຍົມປັດຈຸບັນ... ຂ້ອຍຢາກໃຫ້ມີຫຍັງເປັນຫນຶງໃຫ້ແກ່ ອານາຈັກໄຜ່ຫນາມ-ເມືອງໄຜ່ຫນາມຈັ່ງຊີ້: ``ຖນົນຫົນທາງສາຍສຳຄັນໃນວຽງຈັນເສັ້ນຫນຶ່ງໃຫ້ປ່ຽນຊື່ມາເປັນ" AVENUE PHAINAM"`` ເຈົ້າຄິດວ່າຈັ່ງໃດ? ເປັນແນວຄິດທີ່ບັດສີ ບໍ່ ຫຼືສົມຄວນແກ່ການໃຫ້ຄວາມສົນໃຈ? ເທົ່ານີ້ແຫຼະ!! |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
''
ຮັກນີ້ຂໍໃຫ້ຈິງຈັງໄດ້ບໍ່??
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອານແລ້ວ ງົງງົງ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ກ່ອນທີ່ວຽງຈັນ ຈະກາຍມາເປັນວຽງຈັນນັ້ນ ມີຊື່ວ່າ ໄຜ່ຫນາມ. ເພາະເມືອງນີ້ຖືກອ້ອມລ້ອມໄວ້ດ້ວຍກໍໄຜ່ຫນາມເປັນສິ່ງປ້ອງກັນຄວາມປອດໄພຈາກສັດຕູ... ທໍ່ນີ້ແຫຼະ! |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອໍ່ຮູ້ລະ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ tomvt ຂຽນວ່າ... ອໍ່ຮູ້ລະແລ້ວເຈົ້າຄິດວ່າຈະເອົາເສັ້ນທາງສາຍໃດມາເປັນກະທູ້ໃຫ້ຄິດເຫັນນຳກັນໄດ້ເພື່ອລົງມິຕິນຳກັນໃນມື້ຫນຶ່ງຕາມສະພາ ພັນລາວ! |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ແລ້ວແຕ່ກ່ອນຖະໜົນໄຜ່ໜາມ ມີຊື່ວ່າຫຍັງນະ ລຸງເທົາ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ບໍ່ເໝາະສົມຫວ໋າ..ສຳຫຼັບຊື່ນີ້..?? |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ດຽວນີ້ກໍໄຜ່ກະບໍ່ມີໃຫ້ເຫັນແລ້ວ
~Vਕਆpïrєی™~
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ nuiiijang ຂຽນວ່າ... ແລ້ວແຕ່ກ່ອນຖະໜົນໄຜ່ໜາມ ມີຊື່ວ່າຫຍັງນະ ລຸງເທົາແຕ່ໃດມາກະບໍ່ເຄີຍມີ ຈຶ່ງຄິດຢາກໃຫ້ມັນມີຂື້ນໄວ້ເປັນທີ່ລະລຶກຫັ້ນຫນາ! |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ... ດຽວນີ້ກໍໄຜ່ກະບໍ່ມີໃຫ້ເຫັນແລ້ວແຕ່ຊື່ເມືອງໄຜ່ຫນາມໃນອິດີດເຄີຍມີມາ, ກ່ອນທີ່ເຈົ້າຟ້າງຸ່ມຈະສັ່ງໃຫ້ໄພ່ພົນຕີລູກສອນເປັນເງິນເປັນຄຳຍິງເຂົ້າປ່າໄຜ່... ແມ່ນຢູ່ວ່າບໍ່ມີກໍໄຜ່ ແຕ່ຫາກເຮົາຄິດວ່າເຫມາະສົມທີ່ຈະເອົາຖນົນເສັ້ນໃດຫນຶ່ງມາໂມທະນາໃຫ້ເປັນ ໄຜ່ຫນາມ ອາເວິນູ ນີ້ ຄິດວ່າ ການສຫຼອງຄົບຮອບ ໔໕໐ ປີ ອາຈມີຫຍັງເກິດມີເປັນທີ່ລະລຶກແກ່ ປະຫວັດສາດທີ່ມີມາ ໔໕໐ ປີນັ້ນ. ເປັນຄວາມນຶກຝັນທີ່ອາຈບໍ່ເຂົ້າຮ່ອງເຂົ້າຮອຍ..ເພາະຍັງມີ ນັກປະຕິວັດເປັນແສນຈາກລາວ,ຫວຽດແລະອື່ນ..ຍັງລຽນຄິວກັນວ່າຊິເອົາຖນົນໃຫມ່ສາຍໃດຊື່ຫຍັງກັນ!!! |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ກໍ່ດີຄືກັນແຕ່ຕ້ອງສ້າງເອົາໄໝ່ ຫຼື ຕັດເອົາໄໝ່ ເພາະຖະໜົນຊູ່ມື້ນີ້ແມ່ນບໍ່ພຽງພໍສຳລັບຜູ້ນຳຕ່າງໆ ແໝນກະທັ້ງຜູ້ລັງຄົນຍັງບໍ່ທັນຕາຍກໍ່ຈອງຄິວໄວ້ກ່ອນແລ້ວ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ບໍ່ເໝາະສົມຫວ໋າ..ສຳຫຼັບຊື່ນີ້..??ບໍ່ເຂົ້າໃຈວ່ານ້ອງຢາກວ່າຫຍັງ!? ຊື່..ໄຜ່ໜາມ..ບໍ່ເໝາະສົມສຳຫຼັບເປັນ..ຊື່ຖະໜົນ..ຫວ໋ານ່ະ..?? |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ grasshopper ຂຽນວ່າ... ກໍ່ດີຄືກັນແຕ່ຕ້ອງສ້າງເອົາໄໝ່ ຫຼື ຕັດເອົາໄໝ່ ເພາະຖະໜົນຊູ່ມື້ນີ້ແມ່ນບໍ່ພຽງພໍສຳລັບຜູ້ນຳຕ່າງໆ ແໝນກະທັ້ງຜູ້ລັງຄົນຍັງບໍ່ທັນຕາຍກໍ່ຈອງຄິວໄວ້ກ່ອນແລ້ວ ກະຍັງວ່ານີ້ແຫຼະນໍ! ຢາກໃຫ້ມີໄວ້ ເປັນທີ່ລະລຶກ.... ວາດພາບເອົາ ວ່າຕາມອາເວນູ ໄຜ່ຫນາມ ທີ່ສາວໆບ່າວແວງພາກັນເດິນຫຼີ້ນໂອ້ໂລມກັນດັ່ງໃນ ແດນອື່ນ ອາຈເປັນການອອດອ້ອນວອນຮັກຕໍ່ກັນ. ອາຈເປັນການສົນທະນາກັນຣະຫວ່າງເພື່ອນຝູງ.. ອາຈເປັນການເດິນຫຼີ້ນເພື່ອຢ່ອນອາຣົມ ຍາມວັນພັກວຽກ..ແລະຂ້າງທາງນັ້ນມີກໍໄຜ່ຊອນລອນແລະໃບປີວສບັດຍາມລົມຕ້ອງ.. ອາຈເປັນສຖານທີ່ນັກຂຽນນັກປະພັນພາກັນມານັ່ງເພື່ນຄຸ້ນຄິດຫາຄວາມສຳຄັນໃນຊີວີດ, ໃນການຂີດຂຽນ.. ຫືນັກກະວີທີ່ມາຫຼໍ່ຫຼອມບົດກອນຂອງຕົນ... ແຕ່ຫາກວ່າມາມີຊື່ເປັນ ບັ້ນລົບນັ້ນນີ້..ຊື່ນັກປະຕິວັດນັ້ນນີ້ ..ຄົງຈະເປັນໄດ້ພຽງບ່ອນ ໃຫ້ພວກນັກດື່ມນອກວົງພາກັນມານັ່ງເມົາຈົນວ່າໄປບໍ່ເປັນແລ້ວກະຮາກ, ປະຊະວະກັນໃນທຸກແຈທາງ.. ແລະກໍຄົງເປັນບ່ອນທີ່ນັກເລງ, ຈິກໂກະພາກັນຍົວະເອົາສາວນ້ອຍມາແອ່ວ... ນັ້ນມັນມີຄວາມແຕກຕ່າງກັນ ໃນຊື່ຂອງ ອະເວນູ!! ສາຍຕາຂ້ອຍເຫັນຈັ່ງຊີ້ ເຈົ້າເດເຫັນໄປແບບໃດ? |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ບໍ່ເໝາະສົມຫວ໋າ..ສຳຫຼັບຊື່ນີ້..??ບໍ່ເຂົ້າໃຈວ່ານ້ອງຢາກວ່າຫຍັງ!? ຊື່..ໄຜ່ໜາມ..ບໍ່ເໝາະສົມສຳຫຼັບເປັນ..ຊື່ຖະໜົນ..ຫວ໋ານ່ະ..?? ໃນຫຼາຍບ້ານຫຼາຍເມືອງໃນແຕ່ລະປະເທດເຂົາກໍນຳເອົາຊື່ທັງເຈົ້າຊີວີດ..ທັງເມືອງຫຼວງມາໃຊ້.. ຫຼືນ້ອງຄິດໄປແບບວ່າມັນຈະບໍ່ເຫມາະສົມເພາະວ່າມັນເປັນປະຫວັດສາດເກົ່າມາ?! ຫຼືວ່າ ຫນາມມັນຊິປັກຕີນຍາແມ່ນາງເມັຍທ່ານນາຍົກ..? ເບິ່ງແນວຄິດທີ່ອ້າຍຫວັງແລະວາດພາບໄປ ພຽງໃນຈິນຕະນາການ.. ຍາມຫນຶ່ງນ້ອງພາ ໂອລິຟຍ່າງໂລມຫັນ ບົນຖນົນ-Phainam Avenue ທີ່ມີທັງແນວຄິດແບບໂຣແມນຕິກ ທັງປະຫວັດສາດ.. ໄຜ່ຫນາມ! ທີ່ອາຈພາໃຫ້ການສົນທະນານັ້ນກວ້າງໄກອອກໄປໄດ້ ທັງໂຣແມນຕິກ ທີ່ວ່າຍ່າງໄປ ລົມກັນໄປ ຢອກກັນໄປ ອາຈພາກັນນັ່ງລົງຕັ່ງຂ້າງທາງບ່ອນໃດຫນຶ່ງ(ທີ່ບໍ່ມີຂີ້ນົກ ແລະຫນາມໄຜ່ມາປັກກົ້ນ ໂອບິຟ!). ອາຈພາກັນມາຍ່າງຫຼີ້ນຫຼັງການສອບເສັງຜ່ານໄປ ຂອງຫມູ່ນັກຮຽນນັກສືກສາ! ຍາມນັ້ນນ້ອງອາຈວາດພາບເຫັນ ໂຄງເຣື້ອງບົດປະພັນແນວໃຫມ່ທີ່ກຳລັງຈໍ່ຂື້ນໃນສຫມອງ!! ເບີ່ງໄປວ່າ ຂອບທາງທີ່ເປັນເຫມືອນຝາກັ້ນທີ່ປະກອບດ້ວຍຕົນ,ລຳໄຜ່ທີ່ໂອ່ນເອັ່ນນຳລົມ.. ມັນຈັ່ງແມ່ນວ່າອອນຊອນ ແມ່ນວ່າຈະເຫັນໄດ້ພຽງໃນຈິນຕະນາການ!!! |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຈາກເຫດການນີ້ຊວນໃຫ້ຄິດ ເຄີຍໄດ້ຍິນເພິ່ນລົມກັນ(ຜູ້ເຖົ້າຜູ້ແກ່ແຖວບ້ານ) ຍ່າງກາຍໄປເລີຍຢຸດຟັງ! ວຽງຈັນໃນເມື່ອກ່ອນນັ້ນ ມີກຳແພງເມືອງສາມຊັ້ນ ຊັ້ນທີ1ແມ່ນປ່າໃຜ່ໜາມອັນຕຶບໜາ...10ໃຫ້ຫຼັງຍັງພໍມີໃຫ້ເຫັນຫຼາຍແຖວຊານເມືອງ ຕາມແຄມແມ່ນ້ຳຂອງແນ່(ເຂດເມືອງຫາດຊາຍຟອງ) ຫຍັບເຂົ້າມາໃນເມືອງ ແຖວສາລາຄຳ, ໜອງໄຮ ກະຍັງມີຊາກກຳແພງດ້ານນອກຫຼົງເຫຼືອໄວ້ໃຫ້ເຫັນ, ແລະກຳແພງເມືອງດ້ານໃນກໍ່ເມ່ນເສັ້ນທາງຄູວຽງປະຈຸບັນນນີ້ແຫຼະ (ບໍ່ຮູ້ວ່າມັນເປັນຈິງແທ້ສ່ຳໃດ໋!!! )
ມີພຽງຮັກແທ້ໃຜແນ່ຊິມາເອົາ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຫາກວ່າສາມາດເກັບກຳຂໍ້ມຸນໄດ້ກະເອົາມາເຫຼົ່າສູ່ກັນຟັງແນ່ຕິ! ເພາະຕອນນີ້ກຳລັງມີຄວາມຝັນເຫັນເສັ້ນທາງ ໄຜ່ຫນາມ ໃນຈິນຕະນາການ!! ປະຫວັດສາດ ຫຼື ພື້ນວຽງຈັນນີ້ ມັນກະ ມີຫຼາຍ ແຕ່ເຮົາພັດບໍ່ມີ ອັນໃດອ້າງອິງໄດ້(ໃນທີ່ນີ້) ແຕ່ແນ່ນອນແຖບອື່ນ ຜູ່ອື່ນຄົງມີ.ເພາະຜູ່ທີ່ສຶກສາຄົ້ນຄົ້ວແທ້ເຂົາເຈົ້າຄົງຈະມີ. ຢາກໃຫ້ໃຜຜູ່ທີ່ມີຄວາມຮູ້ກ່ຽວກັບພື້ນວຽງຈັນມາເວົ້າໃຫ້ກັນຟັງເດນໍ. ຫາກວ່າ ໄຜ່ຫນາມ ອາເວນູເກິດຂື້ນໄດ້ ກະ ຕ້ອງໄດ້ ປູກກົກໄຜ່ໄປຕາມແຄມທາງ..ມັນຈັ່ງຊິຄັກ!!ແລະມື້ຫນຶ່ງວັນຫນ້າ ແລ້ວຈຶ່ງຈະເຫັນໄດ້ ແລະກາຍເປັນປະຫວັດໄປ ວ່າເສັ້ນທາງສາຍນີ້ື ສ້າງຂື້ນເພື່ອເປັນທີ່ລະລຶກ ໃຫ້ແກ່ ອະດີດເມືອງໄຜ່ຫນາມ!!! |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຖົນນ ເສັ້ນແຄມຂອງມີຊື່ວ່າຈັ່ງໃດໃຜຮູ້? ຖນົນຫນອງບອນກະຍັງເປັນຫນອງບອນຢູ່ບໍ? ຖນົນ ສາຍໂພນໄຊເດ!? ຫາກວ່າຍັງບໍ່ທັນປ່ຽນກະຂໍໂມທະນາເອົາອັນໃດອັນຫນຶ່ງນີ້ສາ. ແຕ່ໃຫ້ເຫມາະສົມແທ້ ແມ່ນເສັ້ນແຄມຂອງ... ທີ່ມີບັນຍາກາດທີ່ປອດໂປ່ງ ສາຍລົມແຄມຂອງ ..ອາຈມາພາກັນຍ່າງຫຼີ້ນກິນລົມອ່ອນ!! ຫາກວ່າຊິບໍ່ຖືກໄມ້ຄ້ອນພວກຈິກໂກະຂີ້ຊາກ່ອນ! ແຕ່ຄິດວ່າຄົນລາວເຮົາກະມີຄວາມໄຝ່ຝັນຢາກໃຫ້ອີ່ຫຍັງເປັນຈິງຂື້ນໄດ້ໂດຍບໍ່ມີເງື່ອນໄຂໃດໆ. ປັດເຂັ່ຍຖີ້ມເຊິ່ງຄວາມແບ່ງຊັ້ນວັນນະ ແລະພັກກຸ່ມກັນໃນແວດວົງນີ້! ເພື່ອໃຫ້ເປັນທີ່ສັກກາຣະບູຊາແກ່ດວງວິນຍານຂອງບັນພະບູຣຸດເຮົາແຕ່ກ່ອນໆ... ອານາຈັກລ້ານຊ້າງເຄີຍລືນາມແລະຍິ່ງໃຫຍ່ປານໃດໃຜກໍຮູ້. ແລ້ວເມືອງໄຜ່ຫນາມກະເປັນເມືອງໆຫນຶ່ງຂອງອານາຈັກລ້ານຊ້າງ. ແລະຊື່ຈັ່ງຊີ້ ຄິດວ່າມັນບໍ່ສ້າງຄວາມບາດຫມາງໃຫ້ໃຜ ແລະຄົງບໍ່ຂິນຕາຂິນໃຈນຳອີກ. ແລະພິເສດຕາມທາງສາຍນີ້ຫ້າມການປັກທຸງ ຮູບກ່ຽວກັບໄມ້ຄ້ອນເດັດຂາດ! |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ແລະ ອີກຢ່າງຕາມແຄມຂອງນີ້ກໍສາມາດປູກກໍສ້າງໄພໃສ່ ເພື່ອໃຫ້ມັນຈັບຝັ່ງໃຫ້ແຫນ້ນ!! ມັນອາຈເປັນຄວາມຝັນທີ່ເລິດເລິຫາແກ່ນສານບໍ່ໄດ້ ແຕ່ ຢາກໃຫ້ຝັນແບບນີ້ເປັນຈິງໄດ້ ແຕ່ມັນກະມີເງື່ອນໄຂຮ້ອຍແປດພັນປະການ!!! ໄຜ່ຫນາມ ນາມເຄີຍເລົ່າສູ່ກັນຟັງ ແຕ່ຄາວຫຼັງ ປາງສົງຄາມເກົ່າກ່ອນ ຄວາມໂລພາ ພາໃຫ້ໄຜ່ຕ້ອງມ້ວຍມ້ອນ ໃຫ້ເປັນບ່ອນ ແຫ່ງອາວະສານ. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ບໍ່ເໝາະສົມຫວ໋າ..ສຳຫຼັບຊື່ນີ້..??ບໍ່ເຂົ້າໃຈວ່ານ້ອງຢາກວ່າຫຍັງ!? ຊື່..ໄຜ່ໜາມ..ບໍ່ເໝາະສົມສຳຫຼັບເປັນ..ຊື່ຖະໜົນ..ຫວ໋ານ່ະ..?? ໃນຫຼາຍບ້ານຫຼາຍເມືອງໃນແຕ່ລະປະເທດເຂົາກໍນຳເອົາຊື່ທັງເຈົ້າຊີວີດ..ທັງເມືອງຫຼວງມາໃຊ້.. ຫຼືນ້ອງຄິດໄປແບບວ່າມັນຈະບໍ່ເຫມາະສົມເພາະວ່າມັນເປັນປະຫວັດສາດເກົ່າມາ?! ຫຼືວ່າ ຫນາມມັນຊິປັກຕີນຍາແມ່ນາງເມັຍທ່ານນາຍົກ..? ເບິ່ງແນວຄິດທີ່ອ້າຍຫວັງແລະວາດພາບໄປ ພຽງໃນຈິນຕະນາການ.. ຍາມຫນຶ່ງນ້ອງພາ ໂອລິຟຍ່າງໂລມຫັນ ບົນຖນົນ-Phainam Avenue ທີ່ມີທັງແນວຄິດແບບໂຣແມນຕິກ ທັງປະຫວັດສາດ.. ໄຜ່ຫນາມ! ທີ່ອາຈພາໃຫ້ການສົນທະນານັ້ນກວ້າງໄກອອກໄປໄດ້ ທັງໂຣແມນຕິກ ທີ່ວ່າຍ່າງໄປ ລົມກັນໄປ ຢອກກັນໄປ ອາຈພາກັນນັ່ງລົງຕັ່ງຂ້າງທາງບ່ອນໃດຫນຶ່ງ(ທີ່ບໍ່ມີຂີ້ນົກ ແລະຫນາມໄຜ່ມາປັກກົ້ນ ໂອບິຟ!). ອາຈພາກັນມາຍ່າງຫຼີ້ນຫຼັງການສອບເສັງຜ່ານໄປ ຂອງຫມູ່ນັກຮຽນນັກສືກສາ! ຍາມນັ້ນນ້ອງອາຈວາດພາບເຫັນ ໂຄງເຣື້ອງບົດປະພັນແນວໃຫມ່ທີ່ກຳລັງຈໍ່ຂື້ນໃນສຫມອງ!! ເບີ່ງໄປວ່າ ຂອບທາງທີ່ເປັນເຫມືອນຝາກັ້ນທີ່ປະກອບດ້ວຍຕົນ,ລຳໄຜ່ທີ່ໂອ່ນເອັ່ນນຳລົມ.. ມັນຈັ່ງແມ່ນວ່າອອນຊອນ ແມ່ນວ່າຈະເຫັນໄດ້ພຽງໃນຈິນຕະນາການ!!! ດ໋ຽວມື້ໜ້າເຮົາຈະໄປເລາະຖະໜົນໄຜ່ໜາມລອງເບິ່ງ.. ແຕ່ຢູ່ວຽງຈັນເຮົາມັກຖະໜົນ(ຫຍັງບໍ່ຮູ້ຊື່)ທີ່ເລາະຕັ້ງແຕ່ໄຟແດສີຫອມຂາເຂົ້າ.. ເລາະຕາມວັດອົງຕືລົງໄປຈົນຮອດຫໍຄຳ.. ຖະໜົນເສັ້ນນີ້ຍັງຄົງບັນຍາກາດເກົ່າຯເດີມໄວ້ໄດ້ດີຫຼາຍ.. ທັງຕຶກເກົ່າທີ່ຢູ່ໜ້າວັດອົງຕື້ ຊຽງຍືນ.. ຫຼາຍຯຕຶກຍັງຄົງສະຖາປັດຕະຍາກຳແບບເກົ່າໄດ້ດີຫຼາຍ.. ເຮັດໃຫ້ພາຍ້ອນໄປສະໃໝດອນຊິງຊູ້..ໄດ້ເລີຍ.. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ທີ່ຈິງວາດພາບຫາບໍ່ເຫັນດອກຖນົນທີ່ນ້ອງວ່ານີ້.. ມັນເປັນເສັ້ນທາງໄປທາງເຫືນອ ໂຮງແຮມລ້ານຊ້າງຂືນໄປຕິນໍ? ຫາກວ່າມີໂອກາດໄດ້ກັບມາຈັກວັນຄົງຈະໄດ້ໄປຕາມໃຈ.. ດຽວນີ້ບໍ່ຄິດຫາຫຍັງເກິນໄປກວ່າປະຫວັດສາດທາງສິລປະແລະຮີດຄອງເກົ່າເທົ່ານັ້ນ.. ລາງເທື່ອເວົ້າເຖິງການເມືອງອອກສຽງຂ້ອນຂ້າງດັງແນ່ແຕ່ບໍ່ແມ່ນແນວຄິດຈິດໃຈທີ່ຢາກໃຫ້ເປັນໄປໃນບ້ານເຮົາ.. ເຫມືອນກັບວ່າກາຍເປັນຫຍັງໄປແບບວ່າ ໃຈເຢັນຊາ..ອີ່ຫຍັງຈະເປັນຈັ່ງໃດ ກະຄິດແຕ່ວ່າມັນເປັນໄປຕາມກົງຫມຸນຂອງກັມ.. ເຫມືອນກັນກັບຫັນຫຼັງອອກຈາກໂລກຫນ່ວຍຂີ້ດຽດນີ້ໄປ ແລະຫັນຫນ້າຫາຫຍັງທີ່ສູນເສັຍໄປຕ່າງຫາກ.. ຢາກຟື້ນຟູຄວາມຈື່ຈຳເກົ່າກ່ອນໃຫ້ກັບມາເດັ່ນດັ່ງເດີມມາ. ມີພຽງຄວາມສວຍງາມທາງຮີດຄອງປະເພນີເທົ່ານັ້ນທີ່ຈະເປັນສິ່ງທີ່ຢັ້ງຄວາມເປັນຊາດແລະເຜົ່າພັນ.. ແຕ່ ມີໃຜ ພະຍາຍາມລ້າງຜ່ານສິ່ງນີ້ໃຫ້ເສື່ອມເສັຍແລະເສົ້າຫມອງລົງ... ຫຼວງພະບາງທີ່ກາຍເປັນເມືອງມໍຣະດົກໂລກໄດ້ບໍ່ແມ່ນຍ້ອນ ການປະຕິວັດ....ໃດໆ ແຕ່ແມ່ນຍ້ອນຮີດຄອງປະເພນີທີ່ຍັງເປັນຂອງເຮົາສຶບມາ.. ທີ່ອາຈຫາຢູ່ໃສແຫ່ງອື່ນບໍ່ມີແລ້ວ.ປຽບເຫມືອນໂຕສັດບາງໂຕທີ່ຖືກຄູ້ມຄອງດ້ວຍກົດຫມາຍນາໆຊາດ ແມ້ແຕ່ໂຕຫນູທີ່ເຂົາຄິດວ່າມັນຫາຍສາບສູນໄປແລ້ວຈາກໂລກ ແຕ່ກັບມາເຫັນໃນບ້ານເຮົາ ທີ່ພົບເຫັນໃນແຖບນ້ຳເທິນສອງ ເຂດນາກາຍ.. ແມ່ນແຫຼະພຽງໂຕຫນູທີ່ມີຫົວຄ້າຍກັບຫມາກບານ ຟູດບອນ ອະເມຣິກາ.. ນົກຫົວໂລ້ນ ກະມີ ທີ່ໂລກກະຄິດວ່າມັນຫມົດຊາດໄປແລ້ວ.ແຕ່ ຢູ່ລາວຍັງພາກັນບິນເສີຍ.. ດັ່ງການຕັກບາດທີ່ຫຼວງພະບາງກະເຊັ່ນກັນວັນຫນຶ່ງອາຈສູນຫາຍໄປເພາະ ການຂຍາຍການທາງທຸຣະກິດ ທ່ອງທ່ຽວທີ່ພະຍາຍາມຖີບພວກຊາວບ້ານຜູ່ທີ່ອອກໃສ່ບາດແຕ່ລະເຊົ້າ ດ້ວຍການອວນຊື້ທີ່ດິນບ້ານເຮືອນຂອງເຂົາເຈົ້າດ້ວຍການອິ່ນອອຍດ້ວຍເງິນ ແລະບົດບາດຂອງຜູ່ຄອງເມືອງທີ່ອາຈເຫັນແກ່ແຕ່ຖົງໂຕ.. ຫາກວ່າ ຢູແນສໂກບໍ່ມາວາງມືລົງປານນີ້ຢ້ານວ່າ ຢູ່ຫຼວງພະບາງຄົງມີແຕ່ ໂຮງແຮມ, ສຖານທີ່ຢ່ອນໃຈ, ສາວນ້ອຍຂາຍ.ກນັ້ນນີ້, ບາ, ຕາແວກນ... ເວົ້າມານ້ອງເອງກໍຮູ້ແລ້ວ.. ແຕ່ຄວາມເວົ້າມັນຫາກຫຼັ່ງອອກມາເອງ ກະຕ້ອງຈົດໄວ້ນໍ... |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
lai tar
ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ... lai tarບໍ່ແມ່ນສາຍຕາສັ້ນແລ້ວບໍນີ້? ຕ້ອງໃສ່ແຫວ່ນຕາດຳມາອ່ານສາຊັ້ນນະ! ໃຊ້ແບບ 3Dເດິ!! |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ບໍ່ແມ່ນມັນຫຼາຍໂພດນ້ອງອ່ານບໍ່ທັນຊ້ຳ
ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ... ບໍ່ແມ່ນມັນຫຼາຍໂພດນ້ອງອ່ານບໍ່ທັນຊ້ຳຢ່າວ່າຫຍັງເດິເວົ້າຢອກໄປ ຊ້ນນາ! ກະພໍເອີນໍຫໍ່ຫມົກນຳກັນບໍກ່ຽວກັບບັນຫາແບບນີ້? ຫຼືວ່າບໍ່ສົນໃຈເພາະມັນເປັນເຣື້ອງເຫຼວໄຫຼ?! |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອີກດົປານໃດ.....ໄຜ່ຫນາມຕ້ອງຖືກລາມໄຫມ້ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ວ່າໄປວ່າມາແມ່ນຢາກໃຫ້ມີຖະໜົນທີ່ຊື່ວ່າໄຜ່ໜາມ ສົງໄສຕ້ອງສະເໜີໃຫ້ເພິ່ນສ້າງໃໝ່ຕິເບາະ ເພາະວ່າມັນຄົງຈະບໍ່ມີຖະໜົນໃຫ້ໃສ່ຊື່ແລ້ວເດ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ວຽງຈັນສະໃໝບູຮານ ທາດດຳ ບັນດາຜູ້ສ້າງພະທາດຫລວງ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ spngieng ຂຽນວ່າ... ວ່າໄປວ່າມາແມ່ນຢາກໃຫ້ມີຖະໜົນທີ່ຊື່ວ່າໄຜ່ໜາມສົງໄສຕ້ອງສະເໜີໃຫ້ເພິ່ນສ້າງໃໝ່ຕິເບາະ ເພາະວ່າມັນຄົງຈະບໍ່ມີຖະໜົນໃຫ້ໃສ່ຊື່ແລ້ວເດ ແຕ່ລະຍຸກແຕ່ລະສໄຫມ ກະມີການປ່ຽນແປງຊື່ຂອງຖນົນ ນັ້ນໆ ແຕ່ບາງເສັ້ນກະບໍ່ໄດ້ປ່ຽນແປງ.. ຫາກວ່າ ໃນການຈະເປິດ ການສເຫຼີມສຫຼອງ ຄົບຮອບ ໔໕໐ ຂອງການສຖາປະນາ ນະຄອງຫຼວງວຽງຈັນ..ທີ່ມີ ຄວາມເປັນມາ ຈາກ ເມືອງໄຜ່ຫນາມ.. ສົມຄວນວ່າຈະໃຫ້ມີຫຍັງເປັນທີ່ລະລຶກແກ່ ເມືອງໄຜ່ຫນາມຫັ້ນ.. ເພາະເຫດນີ້ ຂ້ອຍຈຶ່ງຍົກບັນຫາແບບນີ້ຂື້ນມາເວົ້າໂລມກັນ. ຄິດວ່າຈະມີຄວາມຄິດເຫັນກັນວ່າສຳຄັນ!!! |