ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ສງວສານ ''ກາເຟ'' ຊວຍເເນ່ ດ່ວນ

໗ ກະທູ້
໘໘ ໂພສ
ຂາປະຈຳເວັບບອດ
ສະບາຍດີອ້າຍເອື້ອຍພັນລາວທຸກຄົນ ຄືວ່ານ້ອງມີປັນຫາໃນການກີນກາເຟ(ຕິດກາເຟ) ເລີຍຢາກມາຖາມອ້າຍເອື້ອຍຜູ້ທີມີຄວາມຮູ້ ລື ປະສົບການໃນການກີນກາເຟ
*ປະເດັ່ນ* ກີນກາເຟມີຜົນດີຕໍຮາງກາຍເເນວໃດ/ຜົນເສຍເເນວໃດ?

ສັນຕີ

i did it all to my own , turned a chair to a thrown ,i'm a KING in this world

໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ຫລັງຈາກຕື່ນນອນຕອນເຊົ້າ ໄດ້ກາເຟຫອມໆ ຈັກຈອກ ກໍ່ຄົງເຮັດໃຫ້ທ່ານສົດຊື່ນຂຶ້ນ
ຖ້າດື່ມກາເຟຈອກດຽວ ກັບຂະຫນົມບາງຢ່າງເປັນອາຫານເຊົ້າ ກໍ່ສາມາດເຮັດໃຫ້ພະລັງງານໄດ້ ຕະຫລອດເຊົ້າ
ໃນເວລາເຮັດວຽກຫລືມີປະຊຸມ ກໍ່ຍັງມີ coffee break ກາເຟຫອມໆ ຍັງຊ່ວຍທ່ານແກ້ໄຂຄວາມຢາກນອນ ໃນທີ່ປະຊຸມໄດ້ເປັນຢ່າງດີ
ປະຈຸບັນກາເຟ ມີຂາຍທົ່ວໄປ ຕາມຮ້ານຄ້າ ປ້ຳນ້ຳມັນ ຢ່າງຫລວງຫລາຍ, ຈະເຫັນໄດ້ວ່າ ກາເຟກາຍເປັນສ່ວນຫນຶ່ງຂອງຫລາຍຄົນ ຫລືບາງຄົນ ອາດເປັນຈະສອງສ່ວນສາມ ຂອງຊີວິດປະຈຳວັນ

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ສຳລັບທ່ານທີ່ກັງວົນວ່າ ເຮົາດື່ມມື້ລະຫລາຍຈອກ ມັນມີຄຸນຫລືມີໂທດ ແນວໃດ ເຮົາມາອ່ານນຳກັນເລີຍ
ສ່ວນປະກອບທີ່ສຳຄັນຂອງກາເຟ ແມ່ນ caffeine
caffeine ເປັນອະນຸພັນຂອງຢາຂະຫຍາຍຫລອດລົມ theophylline, ສານ caffeine ມີຫລາຍໃນພືດຕ່າງໆ ເຊັ່ນ ກາກາວ ກາເຟ ຊາ ໂຄລາ
ເພິ່ນໃຊ້ caffeine ຢູ່ໃນ ນໍ້າອັດລົມ, ຢາແກ້ຫວັດ, ຢາແກ້ປວດ, ຢາລົດນ້ຳຫນັກ
ກາເຟຈະອອກລິດໂດຍການກະຕຸ້ນສະຫມອງ ໃຫ້ຮູ້ສຶກສົດຊື່ນແລະມີສະມາທິ
ເມື່ອເຮົາດື່ມກາເຟ ລົງໄປ ມັນຈະຖືກດູດຊຶມຢ່າງໄວ ແລະ ພາຍໃນເວລາ 4 ຊົ່ວໂມງ ຈະຖືກຂັບອອກໄປເຄິ່ງຫນຶ່ງ ແລະ ຈະຖືກທຳລາຍ ແລະ ຖືກຂັບອອກຈົນຫມົດໃນເວລາຕໍ່ມາ ເພາະກາເຟຈະບໍ່ສະສົມໃນຮ່າງກາຍ
ຜູ້ທີ່ສູບຢາ ຈະມີການຂັບຖ່າຍກາເຟຫລາຍກວ່າຜູ້ບໍ່ສູບ ດັ່ງນັ້ນ ຄົນທີ່ສູບຢາ ຫາກຕ້ອງການສານກະຕຸ້ນຈາກກາເຟ ຈະຕ້ອງດື່ມກາເຟຖີ່ກວ່າຄົນບໍ່ສູບຢາ
ສ່ວນແມ່ຍິງຖືພາ ແລະ ຜູ້ທີ່ກິນຢາຄຸມກຳເນີດ ຈະມີການຂັບກາເຟອອກຫນ້ອຍກວ່າຄົນທົ່ວໄປ

ຍັງມີຕໍ່

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ຜົນດີຂອງກາເຟ
ກາເຟ ຈະກະຕຸ້ນລະບົບປະສາດສ່ວນກາງເຮັດໃຫ້ບໍ່ງ່ວງ ສະມາທິໃນການເຮັດວຽກດີຂຶ້ນ.

ຜູ້ທີ່ດື່ມກາເຟ ຈະສາມາດເຮັດວຽກໄດ້ໂດຍບໍ່ຢາກນອນ ແລະ ເຮັດວຽກໄດ້ດີຂຶ້ນ ແລະ ຍັງລົດອາການປວດຕົນປວດໂຕ ເນື່ອງຈາກໄຂ້ຫວັດ, ສະມັດຖະພາບຂອງຮ່າງກາຍດີຂຶ້ນ ຂີ່ລົດຖີບ ລອຍນ້ຳ ຫລິ້ນກິລາ ໄດ້ດົນກວ່າເກົ່າ.

ປ້ອງກັນການຫລັບໃນເວລາຂັບລົດ ຊ່ວຍຫລຸດອຸບັດເຫດເທິງຖະຫນົນ

ເພີ້ມການເຜົາຜານໄຂມັນ, ຊ່ວຍຫລຸດນ້ຳຫນັກ

ມີລິດຂັບປັດສະວະອ່ອນໆ ດັ່ງນັ້ນ ໃນເວລາອອກກຳລັງກາຍ ຫລື ຫລັງການອອກກຳລັງກາຍ ບໍ່ຄວນດື່ມກາເຟ ຫລື ເຄື່ອງດື່ມທີ່ມີສ່ວນປະສົມຂອງກາເຟ ເພາະອາດເຮັດໃຫ້ຮ່າງກາຍ ຂາດນ້ຳ

ການດື່ມກາເຟດົນໆ ຈະຕິດກາເຟ ຫລືບໍ່?
ອົງການອະນາໄມໂລກ ກ່າວວ່າ ບໍ່ມີຫລັກຖານວ່າກາເຟ ຈະເປັນສານເສບຕິດ, ການດື່ມກາເຟດົນໆ ຈະກາຍເປັນນິໄສຫລາຍກວ່າເສບຕິດ ຫາກເຊົາດື່ມ ບາງຄົນກໍ່ເກີດອາການປວດຫົວຫລືມຶນຫົວພຽງເລັກນ້ອຍ

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ຕໍ່ຜູ້ເປັນເບົາຫວານ - ຈະເປັນຜົນເສຍ ເພາະຈະມີອາການດື້ຢາ
ຕໍ່ຜູ້ເປັນຄວາມດັນ - ດື່ມເທື່ອທຳອິດ ຈະເພີ້ມຄວາມດັນ, ດື່ມປະຈຳ ບໍ່ເປັນຫຍັງ
ຕໍ່ກັບມະເຮັງ - ດື່ມປະຈຳ ອາດປ້ອງກັນມະເຮັງລຳໄສ້ໃຫຍ່, ແລະ ປ້ອງກັນມະເຮັງຕັບອ່ອນໄດ້ເລັກນ້ອຍ
ຕໍ່ກັບກະດູກຜ່ອຍ - ຈະຂາດການຊີ (calcium) ດື່ມກາເຟປະສົມນົມ ຈະດີ
ການຖືພາ - ເພິ່ນບອກວ່າມີຜົນເສຍ ແຕ່ຍັງບໍ່ພົບຫລັກຖານ ງົດໄດ້ກໍ່ງົດ
ຫນິ້ວ - ດື່ມປະຈຳ ຫລຸດໂອກາດເປັນຫນິ້ວ ຖົງນ້ຳບີ ແລະ ຫນິ້ວທໍ່ປັດສະວະ
ເປັນຫືດ - ດື່ມປະຈຳມື້ລະ3ຈອກ ຫລຸດການເປັນຫືດ, ດື່ມມື້ລະ 6 ປອດຈະດີ

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໔ ກະທູ້
໒໐໓ ໂພສ
ນັກການກະທູ້
ຕິດນີ້ແບບແນວໃດ?? ບໍ່ກິນມື້ໜື່ງບໍ່ໄດ້ຊື່ໆຕີ້ ບໍ່ແມ່ນແບບວ່າກິນມື້ລະຫ້າຫົກຈອກກາບໍ່ໄຫວເດີ້,

ທຸກຢ່າງຫລາຍເກີນໄປກາບໍ່ດີໝົດຫັ້ນລະ ແຕ່ກິນເປັນປະຈຳທຸກມື້ກາບໍ່ເປັນຫຍັງ ຖ້າກິນໃນປະລິມານທີ່ເໝາະສົມ

ລະຖ້າຫາກບໍ່ມີຜົນສະທ້ອນຕໍ່ລະບົບການພັກຜ່ອນກາບໍ່ເປັນຫຍັງ

ແຕ່ກິນກາເຟຕອນເຊົ້າບໍ່ກິນຫຍັງນຳມັກເຮັດໃຫ້ຈ່ອຍ

ເອື້ອຍກາມັກກິນ ແຕ່ຕື່ນບໍ່ທັນ ເພາະກິນກາເຟຕອນສວຍຈະບໍ່ໄດ້ລົດຊາດທໍ່ຕອນເຊົ້າ.

ມື້ໜ້າລອງກິນກາເຟແບບບໍ່ໃສ່ຫຍັງແມະ ມັນຈະຫອມໆລະ ໄດ້ລົດຊາດມັນແທ້ ຂົມໆ ຫອມໆໆ ເວົ້າມາລະກາຢາກ....

有自信不一定赢 没自信一定输

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມັກກິນກາເຟ ຄັນກິນກໍ່ແມ່ນໃສ່ກາເຟຈັກໜ້ອຍໜຶ່ງ ເອົາພໍຫອມຯ ໄດ້ກິ່ນກາເຟອ່ອນຯ ອືມແຊບແລ້ວ

ເຫັນບາງຄົນກິນປຸກຯ ອັນນັ້ນບໍ່ໄຫວ ເຄືຍລອງກິນປຸກເທື່ອໜື່ງ ຫົວໃຈສັ່ນແຮງຫຼາຍ ເຫີຯ ບໍ່ເປັນອັນຫຼັບອັນນອນເລືຍ

ທ້າວທອງໃສ

໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
OHo Mee neo Kit kin Coffee (iN) ek kuai

<object width="300" height="110"><param name="movie" value="http://media.imeem.com/m/671nL8K1uB/aus=false/"></param><param name="wmode" value="transparent"></param><embed src="http://media.imeem.com/m/671nL8K1uB/aus=false/" type="application/x-shockwave-flash" width="300" height="110" wmode="transparent"></embed></object>

Lao%20Felonz%20-%20Everyday%20Soop%20Sah%282008%20RMX%29.mp3 - Gumby ft lao Felonz

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນເຫງົານອນຈັ່ງກິນ,

ຈຶ່ງບໍ່ຄິດຫາຜົນໄດ້ຜົນເສັຍ,ກິນປີລະບໍ່ທໍ່ໃດຈອກໝຶ່ງ.

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ຫ້າມຊື້ມາ ຮິຮິຮິ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ສຳດັບກາເຟບໍ່ເປັນຜົນດີຕໍ່ສຸຂະພາບດ່ອກ

ຄົນໄກບ້ານ........ຍາກກັບບ້ານເດ່

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ເສີຍ ເພາະເຮັດໃຫ້ໃຈສັ່ນ ແລະເຕັ້ນໄວຜີດປົກກະຕິ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບ ເພາະກະມັກກິນຕະຫລອດ ແຖມມັກກິນແບບເຂັ້ມຂຸ້ນອີກ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ມັກກີນ...ກີນແລ້ວໄດ້ເຂົ້າຫ້ອງນ້ຳກາເຮັດໃຫ້ເບົາທ້ອງດີ.........ຍາມຢາກນອນແຮງກາກີນກາເຟ

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຫມູ່ເຮົາຫລາຍຄົນແລ້ວຕິດກາເຟ...

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຄ່ອຍມັກປານໃດ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໑ ກະທູ້
໑໙໖ ໂພສ
ນັກການກະທູ້
bor hu juck kue kun br muck kin coffee

Evil ໃຈດຽວຫຼາຍຄວາມຄິດ

໐ ກະທູ້
໒໖ ໂພສ
ຂາປະຈຳເວັບບອດ
ຂ້ອຍກໍ່ບໍ່ມັກກິນ ກະເຟ ຄືກັນ ແຕ່ມັກ ດື່ມ Coke