ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ຄາລະວານລາວທ່ຽວລາວ" ພາກກາງ ແລະພາກໃຕ້"

໘ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ສະບາຍດີ ພັນລາວ ໃນເດືອນຕຸລາທີ່ຜ່ານມາຂ້າພະເຈົ້າໄດ້ມີໂອກາດເຂົ້າຮ່ວມເດີນທາງຄາຣາວານ " ລາວທ່ຽວລາວ" ສູ່ບັນດາພາກກາງ ແລະພາກໃຕ້ ຫວ່າງ ໑໕ - ໒໐ ຕຸລາ ໒໐໑໐ ຈຶ່ງໄດ້ເກັບພາບບັນຍາກາດ ສະຖານທີ່ທ່ອງທ່ຽວທີ່ສຳຄັນໆ ແລະສວຍງາມມາຝາກກັນ ຫຼື ຈະເອີ້ນອີກຢ່າງວ່າ ຄາຣາວານຕາມຮອຍອະຣິ ຍະທຳຂອງເຈົ້າໄຊຍະເຊດຖາທິລາດ ເພາະສະຖານທີ່ຈະເດີນທາງໄປນັ້ນກໍລ້ວນແລ້ວ ແຕ່ກ່ຽວພັນປະຫວັດຂອງເຈົ້າໄຊຍະເຊດຖາທິລາດ.

໑໕ ຕຸລາ ໒໐໑໐
ພາຍຫຼັງຂາບນະມັດສະການອະນຸສາວະລີ ເຈົ້າໄຊຍະເຊດຖາທິລາດ ແລະພິທີທາງການສຳ ເລັດຮຽບຮ້ອຍຂະບວນກໍເລີ່ມເຄື່ອນຕົວອອກເດີ່ນທາງຈາກເດີ່ນ ພະທາດຫຼວງມີລົດເຂົ້າຮ່ວມຂະບວນ ປະມານ ໓໙ ຄັນ ແລະ ມີກຳນົດເດີນທາງທັງໝົດ ໕ ວັນໄປຕາມຖະ ໜົນໄກສອນ ພົມວິຫານ ເຂົ້າສູ່ເສັ້ນ ທາງເລກທີ ໑໓ ໃຕ້ ລົງເຖິງກິໂລແມັດທີ ໘໒ ແວ່ ນະມັດສະການຮອຍ ພະບາດ ທີ່ວັດພະບາດໂພນສັນ ແຂວງ ບໍລິ ຄຳໄຊ ເພື່ອ ເປັນສີລິມຸງຄຸນແກ່ຊີວິດ ແລະການ ເດີນ ທາງ ພະທາດຕັ້ງຢູ່ເບື້ອງຊ້າຍມື ເປັນເຈດີສີ່ລ່ຽມ ຫຍໍ້ມູມ ສີລະປະສະຖາປັດຕະຍະກຳສິນສະໄໝອານາຈັກລ້ານຊ້າງ ລັກສະນະຄ້າຍຄື ພະທາດອີງຮັງ ທີ່ສະ ຫວັນນະເຂດ ແລະທາດເຊີງຊຸມ ຈັງຫວັດສະກົນນະຄອນ (ໄທ) ຂ້າງພະທາດມີຮອຍ ພະ ພຸດ ທະບາດຂະໜາດໃຫຍ່ ເລິກ ໔໐ ຊັງ ຕີແມັດກວ້າງ ໑໒໐ ຊັງຕີແມັດ ຢູ່ທີ່ກົງຈັກພື້ນພະບາດ ມີຮູບສັດ ໑໐໘ ຊະນິດ ເປັນຮອຍພະບາດເບື້ອງຂວາປີ່ນໜ້າໄປທາງທິດຕາເວັນອອກ ທຸກໆ ໑໕ ຄ່ຳເດືອນກຸມພາ ຈະມີພິ ທີບຸນນະມັດ ສະການວັດພະທາດໂພນສັນ.
ຈາກນັ້ນຂະບວນຄາຣາວານໄດ້ເດີນທາງເຂົ້າສູ່ຕົວເມືອງທ່າແຂກ ແລະໄປນະມັດ ສະການພະທາດສີໂຄດຕະບອງປູຊະນີຍະສະຖານມໍລະດົກວັດທະ ນະທຳແຫ່ງຊາດ, ສ້າງຂຶ້ນໃນສະຕະວັດທີ VI ພາຍໃຕ້ການ ນຳພາຂອງພະຍານັນທະເສນ ເຈົ້າຄອງອານາຈັກສີ ໂຄດຕະບອງ ເພື່ອບັນຈຸສາຣີຣິກະທາດ ຂອງພະພຸດທະເຈົ້າ ໄດ້ຮັບການບູລະນະເປັນສະຖາປັດຕະຍະກຳ ສິນແບບລາວລ້ານຊ້າງ ໃນສະໄໝເຈົ້າໄຊເຊດຖາທິລາດ ສະຕະວັດທີ XVI ເປັນທາດ ຂະໜາດກາງ ໘ ລ່ຽມຫຍໍ້ມູມ ມີຍອດ ເປັນດອກບົວຈູມ,ຕັ້ງຢູ່ເທິງແທນສູງ ໑.໕ ແມັດ ກວ້າງດ້ານລະ ໒໕.໓໐ ແມັດ ຕີນພະທາດກວ້າງດ້ານລະ ໑໔.໓໓ ແມັດ ສູງ ໒໘.໘໙ ແມັດ (ບໍ່ນັບເສດຕະສັດ) ພະທາດຕັ້ງຢູ່ແຄມຂອງຫ່າງຈາກຕົວເມືອງທ່າແຂກລົງໃຕ້ຕາມເສັ້ນທາງ ໑໓B ປະມານ ໖ ກິໂລແມັດ ຊາວເມືອງມີປະເພນີເຮັດບຸນ ປະຈຳປີໃນວັນເພັງເດືອນ ໓ ທຸກໆປີ.



໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາຢາກໄປນຳເດນໍ