ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ເລື່ອງເກົ່າມາເລົ່າໃໝ່

໘ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ສະບາຍດີປີໃໝ່ເພື່ອນໆພັນລາວໃນປີທີ່ຜ່ານມາຂ້າພະເຈົ້າໄດ້ໄປ ຮ່ວມງານບຸນພະທາດສີໂຄດຕະບອງ ແລະງານ ສົ່ງເສີມ ການທ່ອງທ່ຽວ ໕ ແຂວງພາກກາງ ຄັ້ງທີ ໓ ທີ່ແຂວງ ຄຳມ່ວນ ເປັນເຈົ້າພາບ ນີ້ກໍນັບວ່າເປັນຄັ້ງທີ່ເທົ່າໃດກໍບໍ່ຈື່ທີ່ໄດ້ໄປກາຍມາກາຍເມືອງທ່າແຂກ ແຕ່ມາເທື່ອນີ້ຊອກດີທີ່ທາງເຈົ້າພາບເພິ່ນພາ ໄປທ່ຽວອ່າງເກັບນຳ້ເທີນນາກາຍ ກໍເລີຍໄດ້ເກັບພາບມາຝາກເພື່ອນໆກັນ.

ຂະບວນແຫ່ກ້ອນກຳລັງເຂົ້າສູ່ເດີ່ນ
ແລະໃນປີນີ້ງານມະຫະກຳສົ່ງເສີມການທ່ອງທ່ຽວແມ່ນຈັດທີ່ແຂວງບໍລິຄຳໄຊ

ປວງຊົນຮ່ວມໃຈກັນມາແຫ່ຜາສາດເຜີ້ງຢ່າງຫຼວງຫຼາຍ

ເຖິງແສງແດດຈະຮ້ອນກໍບໍ່ແມ່ນອຸປະສັກແຕ່ປະການໃດ

ຄ້ອຍຄ່ຳຍາມແລງແສງແດດອ່ອນໆນັ່ງຈິບນຳ້ ເຢັນໆແຖວແຄມຂອງ
ອ່າງເກັບນຳ້ເທີນນາກາຍເປັນອ່າງເກັບນຳ້ຂະໜາດໃຫຍ່ທີ່ມີເນື້ອທີ ໔໕໐ ຕາກິໂລແມັດ ແລະສາມາດກັກເກັບນຳ້ໄດ້ ໓໕໓໐ ແມັດກ້ອນ ມີແມ່ນຳ້ຫຼາຍ ສາຍໄຫຼລົງສູ່ອ່າງນີ້ເຊັ່ນ: ນຳ້ສອດ ນຳ້ມົນ ນຳ້ເທີນ ນຳ້ນ້ອຍ ແລະນຳ້ອົ້ນ

ສະຖານີເຂື່ອນນຳເທີນ2

ປ່າແປກຢູ່ເມືອງນາກາຍ

ເຮືອກຳປັນໃຫຍ່ກຳລັງຈອດທຽບທ່າຢູ່
ແລະອ່າງເກັບນຳ້ແຫ່ງນີ້ມີ ເຮືອກຳປັ່ນຂະໜາດໃຫຍ່ພາຊົມພາຍໃນອ່າງ ເຮືອລຳນີ້ສ້າງ ຂຶ້ນໄດ້ ສາມສີ່ປີ ສາມາດຮອງ ຮັບຄົນໄດ້ປະມານ ໒໐໐ ກວ່າຄົນ ພາຍໃນມີຫ້ອງຮັບແຂກ ຫ້ອງນອນ ໑໔ ຫ້ອງພ້ອມຫ້ອງນຳ້ ແລະດາດຟ້າຂອງເຮືອທີ່ສາມາດຂຶ້ນໄປຮັບອາກາດ ຊົມທີວ ທັດທຳມະຊາດ.

ຂ້າງໃນຂອງເຮືອ

ແນມສຸດສາຍຕາ

ດາດຟ້າຂອງເຮືອ

ໄມ້ຢືນຕົ້ນຕາຍເພາະຖືກນຳ້ຖ້ວມ

ກະງາມອີກແບບໜຶ່ງ

ຂໍຂອບໃຈຄະນະນຳພາທ່ຽວ (ພະແນກທ່ອງທ່ຽວແຂວງຄຳມ່ວນ ແລະເມືອງນາກາຍ)
ຖ້າໃຜໄດ້ມີໂອກາດໄປແຂວງຄຳມ່ວນກໍຢ່າລືມໄປທ່ຽວກັນແດ່ເດີ ພີ່ນ້ອງ ^ ^


໐ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ຢາກໄປທ່ຽວເດ ບໍ່ນຶກເລີຍປະເທດເຮົາຊິມີແບບນີ້ ປານວ່າທະເລຍເລີຍເນາະ


໕ ກະທູ້
໑໒໓ ໂພສ
ນັກການກະທູ້
ຢາກໄປໂຕນນ້ຳເລ່ນເດ້

ໜຸ່ມຄົນນີ້ ມີດີທີ່ໜ້າຕາ ອິອິ

໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວິວງາມເນາະ
ຢາກໄປເດ........


໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ຂີ່ເຮືອຊົມວິວ

ຊົ່ວຢ່າງສ້າງສັນ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງາມຫຼາຍຢາກໄປຫຼິ້ນຢູ່ ໂດຍສະເພາະແມ່ນ ຖ້ຳນ້ຳຫຼອດ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສວຍ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງາມໆໆໆໆໆໆໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ທຳມະຊາດງາມຫຼາຍ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ພາບທີ່ຖ່າຍຕົ້ນໄມ້ຢູ່ນ້ຳ ສຸດຍອດ ມືອາຊີບຍັງອາຍ