ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ໃຜເຄີຍໄປຮ້ານອາຫານດີໆ ໃນຕອນແລງຊ່ວຍບອກຕໍ່ແນ່.

໕ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ໃຜເຄີຍໄປຮ້ານອາຫານດີໆ ໃນຕອນແລງຊ່ວຍບອກຕໍ່ແນ່.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ້ານອາຫານ ນວນຕາ ປີ້ງເອັນ 500 ເມນູຫຼາຍ ລາຄາຖືກ ແຊບ, ກາຍດົງໂດກ ໄປທາງໃດນໍ ທາງນາຖົ່ມແມ່ນບໍ? ຫຼື ເວົ້າຜິດ ອິອິອິ


໕ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ກະເຄີຍໄປຢູ່ ແຕ່ຢາກຮູ້ຮ້ານບັນຍາກາດດີໆ ຊ່ວຍບອກແນ່.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄີມຂອງ
ຮ້ານໝ້ຽງ ແຕ່ບໍ່ຈື່ບ້ານລະ ອິອິອິ
ບັນຍາກາດກໍ່ໂອເຄຢູ່
ແຕ່ຂ້ອຍກໍ່ບໍ່ໄດ້ມັກໄປໃສປານໃດນະ


໐ ກະທູ້
໔໔໘ ໂພສ
ຊຳນານການເວັບບອດ
harn mieng jao kao u barn vieng ja lern ka o.k u derrrrr bun ya kard ka khorn kharng dee


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນະນຳເລີຍ ໄປຕົ້ນມ່ວງເດີ້ ໂຟກຊອງ ບັນຍາກາດດີ ອາຫານ ແຊບ ບໍລິການກະໂອ ລອງໄປເບິ່ງ ຢ່າລືມຊວນ ກັນແດ່ເດີ້ອິອິອິ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າຂອງກະທູ້ໄປເລາະເອງໂລດ....ຄົນເຮົາມັກຕ່າງກັນ


໕ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ແນະນຳເລີຍ ໄປຕົ້ນມ່ວງເດີ້ ໂຟກຊອງ ບັນຍາກາດດີ ອາຫານ ແຊບ ບໍລິການກະໂອ ລອງໄປເບິ່ງ ຢ່າລືມຊວນ ກັນແດ່ເດີ້ອິອິອິ



ເຄີຍໄປຢູ່ ຕົ້ນມ່ວງກະຄັກດີໃດ ແຕ່ສຽງເພງຢູ່ຮ້ານຕິດກັນຫັນນະມັນແຊວໂພດ


໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຮ້ານ ຄອງວິວ, ສວນລາວ ຫຼືວ່າ ວຽງກ້ານພູ


໕ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ວຽງກ້ານພູ ຢູ່ໃສນະຊ່ວຍບອກທາງແນ່, ມັນເປັນຮ້ານແນວໃດ


໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ວຽງການພູຈະຢູ່ທາງຂ້າງໂຮງແຮມ ອັງສານາ ຄັນໄປທາງແຄມຄອງຮ່ອມທາງເຂົ້າຈະກາຍຮ້ານ ວອກແມນໄປໜ່ອຍໜຶ່ງ(ຮ່ອມຂ້າງໆວັດຈັນ) ຈະເປັນຮ່ອມນ້ອຍໆລະຂີ່ເຂົ້າໄປເລີຍຮ້ານຈະຢູ່ທາງຊ້າຍມື. ຢູ່ຮ້ານຈະບໍ່ມີບ່ອນຈອດລົດ( ລົດຕ້ອງເອາໄປຈອດຢູ່ໃນວັດອົງຕື້), ບັນຍາກາດຂອງຮ້ານແມ່ນຢາກອອກແນວໂຮແມນຕິກ..


໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ມີອີກຮ້ານໜຶ່ງ ຊື່ວ່າ ຟູມູນຢູ່ແຖວທາງ T2ກາຍຮ້ານຊົມດາວໄປໜ່ອຍໜຶ່ງ..


໕ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ຂອບໃຈເດີ້ ລະຊິລອງໄປຊອກເບິ່ງຖ້າມື້ໃດເຊັງໆ ລະຢາກໄປທ່ຽວ