ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ຕຳນານ: ຖ້ຳຜາທ້າວ - ຜານາງ ທີ່ເມືອງວຽງໄຊ ແຂວງຫົວພັນ.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


ຂ້ອຍຈື່ເລື່ອງບໍ່ໄດ້ໝົດ ຂໍອະໄພເດີ

ຂ້ອຍຈື່ໄດ້ວ່າ: ມີຄູ່ບ່າວສາວໜຶ່ງທີ່ຮັກກັນຫຼາຍ ແຕ່ມີຄົນກີດກັ້ນ ເຮັດໃຫ້ຄວາມຮັກເຂົາເຈົ້າບໍ່ສົມຫວັງ

ເມື່ອຕາຍເຂົາເຈົ້າຈິ່ງຫັນໜ້າໃສ່ກັນຈົນເຖິງທຸກມື້ນີ້

ຖ້ຳຜາທ້າວແມ່ນຝ່າຍຊາຍ ແລະ ຖ້ຳຜານາງແມ່ນຝ່າຍຍິງ


- ໃນເລື່ອງເລົ່າປະຫວັດສາດ ທີ່ມາຂອງຊື່ຖ້ຳແມ່ໝ້າຍ ແມ່ນຍ້ອນໃນສະໄໝແຕ່ກ່ອນກີ້ ແມ່ໝ້າຍທີ່ຜົວຕາຍປະ ໄດ້ໄປດຳລົງຊີວິດຢູ່ໃນນັ້ນ ເຂົາຈິ່ງເອີ້ນວ່າ: ຖ້ຳແມ່ໝ້າຍ ( ເຊິ່ງແມ່ນຖ້ຳດຽວກັນ ກັບຖ້ຳຜາທ້າວ).


- ຕຳນານເລື່ອງເລົ່າໜຶ່ງອີກຂອງຖ້ຳຜານາງມ້ອນ ( ຂໍອະໄພຂ້ອຍຈື່ບໍ່ໄດ້ດີ), ໃນຖ້ຳນັ້ນຈະມີຮູບຫີນທີ່ຄ້າຍຄືສາວງາມທີ່ນອນຢູ່ໃນຖ້ຳ ເຊິ່ງເຂົາເຈົ້າເອີ້ນວ່ານາງມ້ອນ ( ບໍ່ແນ່ໃຈວ່ານາງມ້ອນຜິດຫວັງຈາກຄວາມຮັກແລ້ວມາຢູ່ໃນຖ້ຳນີ້ບໍ? ໃຜຮູ້ມາເລົ່າສູ່ກັນຟັງແນ່ເດີ ອິອິ)

- ຕຳນານເລື່ອງເລົ່າທີ່ຖ້ຳແມ່ໝ້າຍອີກເລື່ອງໜຶ່ງແມ່ນ:

ແຕ່ກີ້ແຕ່ກ່ອນ ມີ 2 ອ້າຍນ້ອງໄປຕຶກເບັດທີ່ໜອງນ້ຳໃກ້ຜາຖ້ຳແມ່ໝ້າຍ, ມື້ນັ້ນໄດ້ປາຫຼາຍໆ, ແຕ່ບັງເອີນຊາມປາໄດ້ໄຫຼລົງໄປກາງໜອງເລື້ອຍໆ, ຜູ້ເປັນອ້າຍໄດ້ໂຕນລົງໜອງລອຍໄປເອົາຊາມປາ, ແຕ່ປະກົດວ່າ: ຊາມປາຍິ່ງໄຫຼໄວເລື້ອຍໆຈົນຮອດກາງໜອງ, ຜູ້ເປັນອ້າຍກໍ່ລອຍໄປຮອດຊາມປາພໍດີ ແລ້ວຈົມດິກນ້ຳໄປກັບຊາມປາເລີຍ, ຍັງແຕ່ຜູ້ເປັນນ້ອງຊາຍ ເມື່ອເຫັນວ່າເຫດການເປັນດັ່ງນັ້ນ ຈິ່ງບໍ່ກ້າກັບບ້ານ ຍ້ອນຢ້ານພໍ່ແມ່ຮ້າຍ, ຜູ້ເປັນນ້ອງຊາຍຈິ່ງນັ່ງຮ້ອງໄຫ້ຢູ່ຄີມໜອງ, ຂະນະນັ້ນ ໄດ້ມີປາໄນຄຳງາມໆລອຍມາໃສ່ຕໍ່ໜ້າລາວ, ລາວໄດ້ຖິ້ມເບັດໄປໃສ່ປາໄນຄຳໂຕນັ້ນ, ປາໄນຄຳໄດ້ຕອດເບັດລາວ, ລາວໄດ້ດຶງເບັດຂຶ້ນມາ, ປະກົດວ່າ: ປາໄນຄຳໄດ້ກາຍເປັນສາວຮູບງາມ, ສາວຄົນນີ້ໄດ້ລົມຮັກມັກກັບຊາຍຜູ້ນີ້, ເຊິ່ງຍິງຄົນນີ້ຢາກແຕ່ງງານກັບຊາຍຜູ້ນີ້, ແຕ່ຊາຍຄົນນີ້ຕອບວ່າຂ້ອຍຍັງນ້ອຍບໍ່ຢາກແຕ່ງງານເທື່ອ ຖ້າຂ້ອຍອີກ 3 ປີໄດ້ບໍ? ຍິງຄົນນັ້ນຕອບວ່າໄດ້, ຫຼັງຈາກລໍຖ້າກັນ 3 ປີ ເຂົາເຈົ້າກໍ່ແຕ່ງງານກັນ ແລ້ວໄປດຳລັງຊີວິດຢູ່ນຳກັນທີ່ຖ້ຳແມ່ໝ້າຍ, ຍິງຜູ້ນັ້ນໄດ້ເກີດແມ່ແຜ່ລູກອອກຢ່າງຫຼວງຫຼາຍ ເຊິ່ງລູກຂອງລາວເປັນເຄິ່ງຄົນ ເຄິ່ງເງືອກ. ຄອບຄົວເຂົາເຈົ້າອຸດົມສົມບຸນຮັ່ງມີ, ຫຼັງຈາກພໍ່ແມ່ຕາຍໄປແລ້ວ ຮ່າງກາຍຂອງເຂົາໄດ້ກາຍເປັນຄຳ, ເຊິ່ງລູກຫຼານເຂົາເຈົ້າໄດ້ກາຍເປັນເງືອກເຝົ້າຄຳຢູ່ທີ່ນັ້ນ ເຊິ່ງບໍ່ມີໃຜເອົາຄຳນັ້ນໄດ້. ( ຈົບ ) :)


໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Tolekonsaravan ຂຽນວ່າ...


ໄຫ້ເຮັດຫຍັງ? ຊຶ້ງບໍ?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Tolekonsaravan ຂຽນວ່າ...


ວ່າແຕ່ຮູບໂປຣຟາຍເຈົ້າ ສັງມາຄືລາບານູນແທ້


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ຈັກຢູ່ໃສ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ຈັກຢູ່ໃສ


ກະຍັງວ່າຢູ່ ເມືອງວຽງໄຊ ແຂວງຫົວພັນ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນນິທານ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ເປັນນິທານ


ຫັ້ນແລ້ວ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ້າງ ເປັນໜັງເລີຍ ແບບນີ້ ມ່ວນໆໆໆ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ສ້າງ ເປັນໜັງເລີຍ ແບບນີ້ ມ່ວນໆໆໆ

ຖ້າຂ້ອຍໄດ້ສ້າງ ຢາກໄປສ້າງຢູ່ບ່ອນນັ້ນລະ ວິວ ງາມ
ແຕ່ວ່າຝັນເອົາຊື່ໆ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັ້ງໜຶ່ງທີ່ວຽງໄຊແຫ່ງນີ້ ( ຕອນຂ້ອຍຍັງນ້ອຍ ) :D

ຟ້າຄື້ມ ຟ້າມືດ ຟ້າລົມແຮງ ຝົນຕົກໜັກ ຍາມກາງຄືນ ຈົນຫຼັງຄາເຮືອນຊາວບ້ານບາງຫຼັງ ປິວຕົກໜອງວັງນ້ຳ ສຽງດັງຄຶກຄະນອງ

ຮຸ່ງເຊົ້າມາໄດ້ຍິນສຽງຊາວບ້ານປະກາດຮ້ອງຢ່າງແຕກຕື່ນວ່າ: ມີຫຼຸມໃຫຍ່ ເລິກ ທີ່ຕໍ່ໜ້າຖ້ຳແມ່ໝ້າຍ ຈັກແມ່ນຫຼຸມຫຍັງ

ໄທບ້ານໄທເມືອງພາກັນແຫ່ແຫນໄປເບິ່ງຢ່າງຫຼວງຫຼາຍ ( ຕອນນັ້ນຂ້ອຍຍັງນ້ອຍພໍຈື່ຄວາມໄດ້ ຂ້ອຍກໍ່ໄປເບິ່ງ ແລະ ໄດ້ເຫັນຮູນັ້ນນຳເຂົາ )

ລັກສະນະຂອງຮູ ເປັນວົງມົນລົງເລິກ ຝາຮູຄືຮອຍຊວ້ານ ( ໄທບ້ານເວົ້າວ່າ ຮອຍເກັດເງືອກ )

ເຂົາເຈົ້າເອົາເຊືອກຟາງມັດໃສ່ໝາກຫີນຢ່ອນລົງ ປະກົດວ່າເລິກຫຼາຍ

- ຕາມຫຼັກເກນທາງວິທະຍາສາດຄືຊິແມ່ນດິນຫຼຸບຍຸບລົງ ແຕ່ບໍ່ເຊື່ອກໍ່ເປັນຕາຢ້ານໃດ

ໃນປັດຈຸບັນນີ້ ຫຼຸມນັ້ນກໍ່ຍັງເ້ປັນຫຼຸມຢູ່ຄືເກົ່າ ແລະ ບ່ອນເກົ່ານັ້ນ ແຕ່ວ່າຖືກນ້ຳເຊາະດິນລົງໄປເລື້ອຍໆຈິ່ງມີດິນພູນຂຶ້ນເກືອບເຕັມປາກຮູຫຼຸມ

ຈົບກ່ອນ



໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້ຳນັ້ນມີຄຳແທ້ຫວາ



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Babywork ຂຽນວ່າ...
ຖ້ຳນັ້ນມີຄຳແທ້ຫວາ


ບໍ່ຮູ້
ງົມໆຄຳໆ ຄືຊິຄຳໄດ້ຢູ່ ຄຳຝາຖ້ຳ
ເຂົ້າໃຈບໍ?


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Babywork ຂຽນວ່າ...




໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂຸດນິທານມາອ່ານອີກຄັ້ງ ອິອິ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜໄປແຂວງຫົວພັນຢ່າລືໍມໄປເບິ່ງເດີ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນິທານ ພື້ນບ້ານ ເຮົາ ຊຶ້ງຂະຫນາດ ເນາະ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ນິທານ ພື້ນບ້ານ ເຮົາ ຊຶ້ງຂະຫນາດ ເນາະ


ແທ້ບໍ? ຂອບໃຈເດີ :)