ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ສົມທຽບການບໍລິການຂອງພະນັກງານຫ້ອງການ ການບິນລາວ ແລະ ອອລທາມທຣາເວລເຊີວິດ ( Worldwide Air ticket)

໑໓ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ຂ້ອຍເປັນພະນັກງານຂອງບໍລິສັດທ່ອງທ່ຽວໜຶ່ງ ເຊິ່ງຫົວໜ້າໄດ້ສັ່ງໃຫ້ໄປຈອງປີ້ຍົນໃຫ້ນັກທ່ອງທ່ຽວ 20 ປາຍຄົນ

ທຳອິດກໍ່ຕິດຕໍ່ຫາຫ້ອງການ ການບິນລາວ ທີ່ຢູ່ຄີມຂອງ ທາງຫຼັງໂຮງແຮມລາວລ້ານຊ້າງ ຫຼື ຕໍ່ໜ້າທະນາຄານການຄ້າຕ່າງປະເທດ

ໂທໄປຫາກວ່າຈະຮັບສາຍກໍ່ຈົນວ່າເມື່ອຍໂທ, ໂທມື້ໜຶ່ງຫຼາຍໆສາຍກວ່າຈະຮັບ.

ສົ່ງອີເມວຈອງໄປ, ຖ້າອີເມວຕອບກັບຈົນເກືອບໝົດມື້, ໂທໄປກໍ່ແນວວ່າຫັ້ນລະ ຍາກວ່າຈະມີຄົນຮັບ ເບີໃດພໍເບີນັ້ນ

ຫົວໜ້າສັ່ງໃຫ້ໄປຈອງຢູ່ຫ້ອງການ, ທຳອິດເຮົາບໍ່ເຄີຍໄປ, ໄປຮອດເຮົາກໍ່ຍິ້ມໃສ່ເຂົາ, ແທນທີ່ຈະຍິ້ມຄືນ ກັບທຳທ່າຫົວຂວັນເຢາະເຢີ້ຍ

ມີການກະຊິບກະຊັບຫູແລ້ວຫົວອີກ ( ຄິດໃນໃຈ ບໍ່ຢາກຈະພັນລະນາ )

ການຈອງປີ້ນັກທ່ອງທ່ຽວທີ່ຈະບິນຈາກຊຽງໃໝ່ ( ໄທ ) ມາ ຫຼວງພະບາງ ( ລາວ ) 20 ປາຍຄົນ,

ລາຍຊື່ສົ່ງມາຫຼາຍເທື່ອຈົນຮອດ 3-4 ເທື່ອຈິ່ງວ່າຄົບ.

ເມື່ອຄົບຄົນແລ້ວ ຫົວໜ້າກໍ່ໃຫ້ຂ້ອຍພາໄປຫ້ອງການ ການບິນລາວ, ໄປເທື່ອນີ້ຢ່າຝັນວ່າຂ້ອຍຊິຍິ້ມໃສ່ໜ້າໃດອີກ 555

ໄປຮອດ ເບິ່ງພະນັກງານຄົນໃດກໍ່ຄືຊິຫຍຸ້ງວຽກຫຼາຍ, ຂ້ອຍພາຫົວໜ້າໄປນັ່ງບ່ອນໜຶ່ງ ພັດຊີ້ໃຫ້ໄປນັ່ງອີກບ່ອນໜຶ່ງ

ໄປນັ່ງຕໍ່ໜ້າພະນັກງານຜູ້ໜຶ່ງຫົວໜ້າກໍ່ໃຫ້ຂ້ອຍຖາມລາຍລະອຽດລາຄາອີກເທື່ອໜຶ່ງວ່າ:

ເປັນຫຍັງລາຄາໃນອິນເຕີເນັດຄືວ່າມີແຕ່ 162.07 ໂດລາ ຕໍ່ຄົນ, ແຕ່ມາຖາມຕົວຈິງພັດວ່າ 163 ໂດລາຕໍ່ຄົນ

ເລື່ອງລາຄາບໍ່ຕົງກັນກັບຂໍ້ມູນນີ້ເຮັດໃຫ້ຫົວໜ້າຢາກຮ້າຍຫຼາຍ, ເພິ່ນໄດ້ຍິນໝູ່ເພິ່ນບອກວ່າ: ຊື້ຢູ່ບ່ອນໜຶ່ງມີແຕ່ 160 ໂດລາ

ຫົວໜ້າກໍ່ເລີຍຫັນມາເວົ້າກັບຂ້ອຍວ່າ: ໝູ່ເພິ່ນບອກວ່າ: ຊື້ຢູ່ບ່ອນໜຶ່ງມີແຕ່ 160 ໂດລາ

ຫົວໜ້າເລີຍໂທຫາໝູ່ແລ້ວໃຫ້ຂ້ອຍລົມວ່າ: ໄປທາງໃດຊື້ປີ້ 160 ໂດລາ ນະ

ການຈອງປີ້ 20 ປາຍຄົນນີ້ຖ້າບໍ່ຈ່າຍປີ້ມື້ນີ້ ມື້ອື່ນ 12 ໂມງເຂົາເຈົ້າຊິຍົກເລີກອັດຕະໂນມັດເລີຍ


ຂ້ອຍເລີຍບອກຫົວໜ້າວ່າ: ກັບກ່ອນມື້ອື່ນເຊົ້າຈິ່ງມາໃໝ່, ຂ້ອຍກໍ່ລຸກຍ່າງອອກໄປກ່ອນຫົວໜ້າ

ໄປຊື້ປີ້ທີ່ ອອລທາມທຣາເວລເຊີວິດ ( Worldwide Air ticket) ຢູ່ຂ້າງເບື້ອງຊ້າຍຂອງສູນໂນເກຍ ບ້ານຝາຍ

ໄປທີ່ນີ້ພະນັກງານເປັນກັນເອງທີ່ສຸດ, ຖາມວ່າປີ້ທໍ່ໃດ? ເຂົາເຈົ້າກໍ່ບອກວ່າ: ລາຄາ 160 ໂດລາ ແທ້

ຫົວໜ້າບໍ່ລັງເລໃຈ ເລີຍເອີ້ນຫົວໜ້າຂອງບໍລິສັດນີ້ມາລົມວ່າ: ຈະຮ່ວມທຸລະກິດນຳ

ຫົວໜ້າກໍ່ບອກຂ້ອຍວ່າ: ຊື້ປີ້ຍົນບັດນີ້ມາຊື້ຢູ່ນີ້ເດີ

ຂ້ອຍຄິດວ່າ: ພະນັກງານເປັນກັນເອງຍັງບໍລິການລູກຄ້າດີອີກ, ໄປຊື້ປີ້ຍົນຊື່ໆກໍ່ເຍັ້ນນ້ຳເຢັນໆໃຫ້ກິນ,

ເອົາອີເມວ ແລະ ເບີໂທໃຫ້ຕິດຕໍ່ກັນເພື່ອຈອງປີ້ຍົນ

ພໍແຕ່ອອກໄປຮອດບໍລິສັດປຸບ ພະນັກງານກໍ່ໂທບອກວ່າ: ຈອງໃຫ້ແລ້ວເດີ ມື້ອື່ນມາຈ່າຍເອົາປີ້ໄດ້.

ຍ້ອນປະທັບໃຈໃນການບໍລິການຂອງ ອອລທາມທຣາວເວລເຊີວິດ ( Worldwide Air ticket) ຈິ່ງຖ່າຍຮູບຂ້າງໃນມາໃຫ້ເບິ່ງກັນ

ຂ້ອຍມັກຫຼາຍຮູບແຜນທີ່ໂລກທາງຫຼັງພະນັກງານ ເຂົາເຈົ້າຫ້ອຍຍົນຢາງໃສ່ຕໍ່ໜ້າແຜນທີ່ໂລກແກ່ວງໄປມາ ຄືຍົນກຳລັງບິນຮອບໂລກນີ້ລະ :) .







____________________________________________

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປົກກະຕິເຂົາກະຈອງປີ້ຍົນນໍາບໍລິສັດ ແບບນີ້ຢູ່ແລ້ວ
ເຂົາບໍ່ຄ່ອຍໄປຊື້ນຳການບິນລາວກົງໆດອກ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນ່ນອນຕ້ອງເລືອກ ອອລທາມທຣາເວລເຊີວິດ ( Worldwide Air ticket)


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ປົກກະຕິເຂົາກະຈອງປີ້ຍົນນໍາບໍລິສັດ ແບບນີ້ຢູ່ແລ້ວ
ເຂົາບໍ່ຄ່ອຍໄປຊື້ນຳການບິນລາວກົງໆດອກ


ຫັ້ນລະເນາະ ໄປໃຫ້ເສຍທ່ຽວ
ແຕ່ຂ້ອຍໄປຢ້ຽມໆເບິ່ງເຫັນຄົນໄປຫຼາຍໃດລະ ເຫັນແຕ່ຜູ້ຊາຍໄປ ສົງໄສໄປເບິ່ງສາວຂາຍປີ້


໑໓ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ຫັ້ນລະ ໄປເສຍທ່ຽວ, ກໍ່ດີ ໄປເອົາປະສົບການ, ໄຄແຕ່ໝູ່ຫົວໜ້າແນະນຳໄປ ອອລທາມທຣາວເວລເຊີວິດ ( Worldwide Air ticket)

ບໍ່ຄັນຊັ້ນລະຫຼຸບທຶນໄປຫຼາຍຖ້ວຍເຝີ ແຖມ ບໍລິການແບບນັ້ນ ເອົາເງິນຈ້າງໄປຍັງບໍ່ຢາກໄປລະ

____________________________________________

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1 ໂດລາ = ທໍ່ໃດລະ?
1 ໂດລາ = 7.995 ກີບ

ຖ້າຊື້ຢູ່ ອອລທາມທຣາເວລ ຫຼຸດໃຫ້ 3 ໂດລາຕໍ່ປີ້

3 x 7995 = 23.985 ກີບ

23.985 ກີບ x 21 ຄົນ = 503.685 ກີບ

ຖ້າຊື້ຢູ່ຫ້ອງການ ການບິນລາວ ຫຼຸບທຶນຕັ້ງວ່າ 5 ແສນປາຍ, ໄປຂໍລ້າໆ ບໍ່ມີໃຜໃຫ້ງ່າຍໆເດີ


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົາມາລະເຂົ້າໃຈຄວາມຮູ້ສຶກ...ເບື່ອໆໆໆ


໗ ກະທູ້
໑໖໔ ໂພສ
ນັກການກະທູ້
ຄວນເລືອກບ່ອນທີ່ເຮົາເຫັນວ່າດີທີ່ສຸດ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ອື່ມ...ເລື່ອງຊື້ປີ້ຍົນຂ້ອຍຂໍແນະນຳບໍລິສັດນີ້ຄືກັນ ເພາະວ່າໄປຊື້ທີ່ການບິນລາວບໍລິການຫ່ວຍແຕກອີຫລີ ຂ້ອຍເຄີຍໃຊ້ບໍລິການທັງທີ່ສະໜາມບິນວັດໄຕແລະບ່ອນນ້ຳພຸ ຫ່ວຍຄືກັນ ຂ້ອຍເລີຍປ່ຽນໄປໃຊ້ບໍລິສັດອອລທາມເຊີວິດ ບໍລິການດີສຸດທ ສົ່ງເຖິງທີ່ນຳອີກ(ກໍລະນີບອກໃຫ້ມາສົ່ງ ຈະມີພະນັກງານມາສົ່ງໃຫ້ເລີຍ) ລາຄາຖືກກວ່າທຸກບໍລິສັດທີ່ຂາຍປີ້ຍົນແລ້ວ ສ່ວນຫລາຍຂ້ອຍໄປຊື້ໂຕຢູ່ໃກ້ໄຟແດງສີຫອມເພາະມັນໃກ້ບ້ານຂ້ອຍ ບໍລິການດີອີຫລີ ອັນນີ້ບໍ່ໄດ້ໂປໂມດໃຫ້ໃຜ ແຕ່ເວົ້າຄວາມຈິງ



໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
dee tae man br aow yon phe ma hai khi ....phor d dai tai mod


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວ ຫຼັງຈາກຈອງປີ້ຍົນຢູ່ບໍລິສັດອອລທາມ ເຂົາເຈົ້າສົ່ງປີ້ເຖີງທີ່ເລີຍ