ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ການທ່ອງທ່ຽວ, ພັກຜ... |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຂ້ອຍກໍ່ເປັນຄົນໜຶ່ງທີ່ເກີດຢູ່ ເມືອງ ວຽງໄຊ, ແຂວງຫົວພັນ. ຂ້ອຍຮຽນຈົບມໍ 6 ປີ 2004 ແລ້ວກໍ່ມາຮຽນ ແລະ ເຮັດວຽກຢູ່ນະຄອນຫຼວງ ເຊິ່ງຄອບຄົວກໍ່ຍ້າຍມາເລີຍ. ປີ 2010 ຂ້ອຍກໍ່ກັບໄປຢ້ຽມຢາມເມືອງວຽງໄຊອີກຄັ້ງ, ເຫັນວ່າ ບ້ານເມືອງຍັງຄືເກົ່າບໍ່ເຫັນມີຫຍັງພັດທະນາຂຶ້ນປານໃດ, ບ້ານເຮືອນປະຊາຊົນສ່ວນຫຼາຍກໍ່ຫຼັງເກົ່າໆຫັ້ນລະ, ຕະຫຼາດກໍ່ແບບເກົ່າໆ, ສ່ວນຫຼາຍກໍ່ມີແຕ່ເກົ່າໆ ແລະ ກໍ່ເກົ່າໆໂຊມໆລົງໄປອີກ ຄືວ່າຮ້າຍກວ່າເກົ່າຊ້ຳ, ເຮືອນຫຼັງທີ່ຄອບຄົວພວກຂ້ອຍຂາຍໄປກໍ່ຍິ່ງເກົ່າໆໂຊມໆລົງ ເປັນຄືວ່າຫຼັງນ້ອຍລົງກວ່າເກົ່າເພາະຊຸດໂຊມລົງ, ໃຈຂ້ອຍຢາກຍ່າງເຂົ້າໄປເບິ່ງໃນເຮືອນ, ຢາກສຳພັດເບິ່ງບັນຍາກາດທີ່ຢູ່ມາແຕ່ນ້ອຍຈົນໃຫຍ່, ແຕ່ບໍ່ກ້າເຂົ້າໄປ ຍ້ອນວ່າເຮືອນນັ້ນໄດ້ຂາຍໄປແລ້ວ, ແຕ່ຖ້າຂ້ອຍມີເວລາຂ້ອຍຊິພາໝູ່ຍ່າງເຂົ້າໄປຫຼິ້ນນຳເຂົາເຈົ້າ ແຕ່ເວລາມີໜ້ອຍ ຮີບໄປ ຮີບກັບ ກໍ່ເລີຍໄດ້ແຕ່ຍ່າງກາຍໄປຢ້ຽມເບິ່ງໜ້ອຍໜຶ່ງ, ໝູ່ກໍ່ເອີ້ນໄປກິນເຂົ້ານຳ. - ເມືອງວຽງໄຊ ກໍ່ຂຶ້ນຊື່ວ່າເປັນເມືອງທ່ອງທ່ຽວທາງປະຫວັດສາດ ແລະ ທຳມະຊາດ, ຖິ່ນກຳເນີດຂອງ ສປປລາວ, ທ່ຽວຊົມຖ້ຳທ່ານຜູ້ນຳ. - ຂ່າວກໍ່ໄດ້ຮັບຮູ້ໄປຫຼາຍເທື່ອວ່າ ມີຫຼາຍພາກສ່ວນຊ່ວຍເຫຼືອເປັນມູນຄ່າທໍ່ນັ້ນທໍ່ນີ້ໃຫ້ໄປສ້າງໂຮງຮຽນ, ສ້າງທາງບ່ອນນັ້ນນີ້ ກໍ່ເຊື່ອວ່າໄດ້ຮັບການພັດທະນາ, ແຕ່ມາເບິ່ງລວມໆແລ້ວ ຄືວ່າບໍ່ມີຫຍັງກ້າວໜ້າປານໃດ. - ຂ້ອຍອາດຄິດໄປເອງບໍທີ່ວ່າເມືອງວຽງໄຊ ແຂວງຫົວພັນບໍ່ກ້າວໜ້າຈັກເທື່ອ, ແຕ່ຂ້ອຍກໍ່ໄດ້ຮັບຮູ້ ແລະ ຍິນຫາງສຽງຈາກຜູ້ໃຫຍ່ ຫຼາຍໆບ່ອນວ່າ: ຍອມ! ເມືອງອື່ນຍອມຮັບວ່າຈະເລີນກ້າວໜ້າ ແຕ່ເມືອງວຽງໄຊ ຫົວພັນນີ້ນັບແຕ່ປີໃດໆມາບໍ່ເຫັນມີຫຍັງຈະເລີນກ້າວໜ້າ ປານໃດ ແຖມຄືວ່າຮ້າຍລົງກວ່າເກົ່າຊ້ຳ ທຽບໃສ່ເມືອງອື່ນໆ. - ຂ້ອຍໄປເຫັນປົ່ງໃໝ່ປະດັບຕາກໍ່ມີແຕ່ດອກໄມ້ຕາມແຄມທາງ... - ເລື່ອງການພັດທະນາການທ່ອງທ່ຽວຢາກໃຫ້ຫັນມາເອົາໃຈໃສ່ບັນຫານີ້ແດ່ ເຊັ່ນການບໍລິການນັກທ່ອງທ່ຽວ ຄືວ່າບໍ່ມີຫຍັງປານໃດ, ທຳມະດານັກທ່ອງທ່ຽວໄປກໍ່ໜ້າຈະມີລົດບໍລິການເປັນຢ່າງດີ, ໃຫ້ພັດທະນາດ້ານການທ່ອງທ່ຽວໃຫ້ໄດ້ເຄິ່ງໜື່ງຂອງວັງວຽງກ່ອນສາ. - ແມ່ນຢູ່ວ່າເປັນຕົວເມືອງທີ່ຫ່າງໄກສອກຫຼີກ, ແຕ່ກໍ່ສັງເກດເຫັນນັກທ່ອງທ່ຽວຕ່າງຊາດໄປທ່ອງທ່ຽວຢູ່, ແຕ່ການບໍລິການເຫັນວ່າບໍ່ປານໃດແທ້, ຕ່າງຊາດບາງຄົນເຂົາກໍ່ອາດຈະເມື່ອຍຖ້າໃຫ້ທ່ຽວໂດຍຍ່າງອ້ອມບ້ານອ້ອມເມືອງ, ຂີ່ລົດຖີບກໍ່ເມື່ອຍ, ຄວນຈະມີການບໍລິການໃຫ້ດີໆເອົາໃຈນັກທ່ອງທ່ຽວໃຫ້ປະທັບໃຈ ໄປແລ້ວຢາກໄປອີກ ເພື່ອເສີມສ້າງເສດຖະກິດປະຊາຊົນໃຫ້ດີຂຶ້ນ, ພາກສ່ວນໃດເອົາໃຈໃສ່ບັນຫານີ້ບໍ? ຖ້າຢາກພັດທະນາເສດຖະກິດກໍ່ຕ້ອງຫັນມາບໍລິການໆທ່ອງທ່ຽວໃຫ້ດີຈິ່ງດຶງດູດນັກທ່ອງທ່ຽວໄດ້ຫຼາຍ, ໄປເບິ່ງມາແລ້ວເມືອງກໍ່ງຽບໆ ງຽບແທ້ງຽບວ່າ ປານວ່າບໍ່ມີຄົນໄປມາພໍປານໃດ.... ທຳມະຊາດກໍ່ງາມຢູ່ແລ້ວ ແຕ່ວ່າບ້ານເມືອງນີ້ຄືບໍ່ເຫັນຈະເລີນຈັກເທື່ອ ເບິ່ງລວມຈັກອັນໃດກໍ່ຍັງຄືວ່າຍັງຄືເກົ່າ ໜ້າສົງສານ ຢາກເຫັນບ້ານເກີດເມືອງນອນຕົວເອງກ້າວໜ້າຄືບ້ານເມືອງອື່ນເພິ່ນ
_______________________________________________
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຢູ່ໃສກະເປັນຄືກັນໝົດລະທ່ານ ຍົກເວັ້ນ ນະຄອນຫລວງ,ປາກເຊ,ສະຫວັນນະເຂດ,ຫລວງພະບາງ ດີຢ່າງ1ທີ່ບໍ່ມີວັດທະນະທຳຕາເວັນຕົກເຂົ້າມາ ຄືກັບນະຄອນຫລວງຕອນນີ້ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ... ຢູ່ໃສກະເປັນຄືກັນໝົດລະທ່ານ ຍົກເວັ້ນ ນະຄອນຫລວງ,ປາກເຊ,ສະຫວັນນະເຂດ,ຫລວງພະບາງດີຢ່າງ1ທີ່ບໍ່ມີວັດທະນະທຳຕາເວັນຕົກເຂົ້າມາ ຄືກັບນະຄອນຫລວງຕອນນີ້ ໂອ! ແທ້ບໍ? |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ชิให้จะเรีนแนวใดใผมีกานสิกสุงกะหนีไปยุ่วงงจ้นหม็ด |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຄ່ອຍເປັນຄ່ອຍໄປ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ chom ຂຽນວ່າ... ชิให้จะเรีนแนวใดใผมีกานสิกสุงกะหนีไปยุ่วงงจ้นหม็ดແລ້ວຄົນສຶກສາສູງຫຼາຍໆກໍ່ໜີໄປຢູ່ບ່ອນຈະເລີນໃນຕ່າງປະເທດອີກແມ່ນບໍ? |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ chom ຂຽນວ່າ... ชิให้จะเรีนแนวใดใผมีกานสิกสุงกะหนีไปยุ่วงงจ้นหม็ดແລ້ວຄົນສຶກສາສູງຫຼາຍໆກໍ່ໜີໄປຢູ່ບ່ອນຈະເລີນໃນຕ່າງປະເທດອີກແມ່ນບໍ? |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເລື່ອງພັດທະນາຂື້ນນັ້ນແມ່ນພັດທະນາຂື້ນແທ້ເຊັ່ນບັນດາຫ້ອງການ,ສຳນັກງານລັດ,ໂຮງຮຽນ...ແຕ່ເບື້ອງພາກທຸລະກິດແມ່ນຊ້າສາຍເຫດ ຍ້ອນບໍ່ມີແຮງດືງດູດຫລືບັນດາໃຫ້ນັກລົງທືນເຂົ້າໄປລົງທືນ...ສ່ວນຜູ້ດີມີເງິນຈຳນວນຫລາຍກໍ່ໄດ້ຍົກຍ້າຍເຂົ້າມາຢູ່ເມືອງຫລວງວຽງຈັນ ສະນັ້ນຈີ່ງເຮັດໃຫ້ມີການພັດທະນາຊ້າຍ້ອນອາໃສແຕ່ພາກລັດເປັນສ່ວນໃຫ່ຍຂ້າພະເຈົ້າເອງກໍ່ເຄີຍອາໃສຢູ່ທີ່ເມືອງວຽງໄຊເກືອບຮອດ ສອງປີແລະໄດ້ມີໂອກາດເມືອຢາມບ້ານເທື່ອໃດກໍ່ລືມບໍ່ໄດ້ທີ່ໄປຢ້ຽມຢາມວຽງໄຊເຊັ່ນກັນ...
ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?
|