ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ວິທີການດຶງດູດນັກທ່ອງທ່ຽວຂອງປະເທດກຳປູເຈຍທີ່ມາທ່າວ່າຈະມາແຮງແຊງໂຄ້ງໄວ.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວິທີການດຶງດູດນັກທ່ອງທ່ຽວຂອງປະເທດກຳປູເຈຍທີ່ມາທ່າວ່າຈະມາແຮງແຊງໂຄ້ງໄວ

ອາຈານເລົ່າໃຫ້ຟັງວ່າ:

ປະເທດເຂົາເຈົ້າມີນະໂຍບາຍຄື: ມີການມອບເບ້ຍໄມ້ທີ່ລະນຶກໃຫ້ນັກທ່ອງທ່ຽວແຕ່ລະຄົນປູກໃສ່ປະເທດເຂົາເຈົ້າ, ຂຶ້ນທະບຽນຈົດຊື່ຄັກແນ່ວ່າແມ່ນຕົ້ນໄມ້ຂອງທ່ານໃດ, ລະຫັດທະບຽນຫຍັງ, ມາແຕ່ໃສ...
- ເມື່ອນັກທ່ອງທ່ຽວຈະກັບປະເທດເຂົາເຈົ້າ, ເຂົາກໍ່ຕ້ອງໄປຈ່າຍເງິນຈ້າງໃຫ້ຄົນໄປບູລະນະຮັກສາຕົ້ນໄມ້ຂອງເຂົາເຈົ້າໃຫ້ງອກງາມ ( ເງິນກໍ່ຈະເຂົ້າປະເທດກຳປູເຈຍ)
- ຂ່າວການມອບຕົ້ນໄມ້ທີ່ລະນຶກໃຫ້ນັກທ່ອງທ່ຽວກໍ່ຈະກະຈາຍໄປທົ່ວ, ນັກທ່ອງທ່ຽວຜູ້ທີ່ປູກຕົ້ນໄມ້ໄວ້ແລ້ວກໍ່ຈະໄປຊວນຄອບຄົວ, ເພື່ອນມິດໄປຢ້ຽມຢາມປະເທດກຳປູເຈຍເພື່ອໄປເບິ່ງຕົ້ນໄມ້ຂອງເຂົາເຈົ້ານັ້ນເອງວ່າ: ຕົ້ນໃຫຍ່ສ່ຳໃດແລ້ວ, ງາມບໍ?
( ນີ້ກໍເປັນກົນລະຍຸດທາງດ້ານເສດຖະກິດທີ່ເຮັດໃຫ້ດຶງດູດນັກທ່ອງທ່ຽວເຂົ້າປະເທດກຳປູເຈຍຢ່າງຫຼວງຫຼາຍ ຈົນເຮັດໃຫ້ປະເທດເຂົາກາຍເປັນແຫຼ່ງທ່ອງທ່ຽວມາແຮງຂຶ້ນອັນດັບໜຶ່ງໃນອາຊຽນ)

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ສະຫຼາດສ່ອງໃສ

໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ຄັນຂ້ອຍໄດ້ປູກຢູ່ໃສ ຂ້ອຍກະຢາກກັບໄປເບິ່ງຄືກັນ, ກົນລະຍຸ ເກງຫລາຍ

໖ ກະທູ້
໑໕໕ ໂພສ
ນັກການກະທູ້
ที่ 1 ยู่ใส???

อาดจะเปันเลื่องที่อาจานเพี่นแต่งขื้นมาเองกะได้ /

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາຢາກໄປເດ ເນາະ
ໄດ້ປະໂຫຍດຫລາຍຢ່າງ ຊ່ວຍ ໃຫ້ ສະພາບ ແວດລ້ອມດີຂຶ້ນ
ບໍ່ຕ້ອງຈ້າງຄົນມາປູກຕົ້ນໄມ້

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Izaya ຂຽນວ່າ...
ที่ 1 ยู่ใส???

อาดจะเปันเลื่องที่อาจานเพี่นแต่งขื้นมาเองกะได้ /

ຈັ່ງວ່າ ຕອນນີ້ອາດຈະບໍ່ແມ່ນທີ່ໜຶ່ງ ແຕ່ວ່າອັດຕາການເພີ່ມຂຶ້ນຂອງນັກທ່ອງທ່ຽວແມ່ນຫຼາຍ ແລະ ໄວທີ່ສຸດໃນຕອນນີ້ແມ່ນປະເທດກຳປູເຈຍນີ້ລະເພິ່ນວ່ານະ

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ຄຶສິແມ່ນແຫຼ່ງທ່ອງທ່ຽວມາແຮງຕິເບາະ
ຖ້າວັດຈາກສະຖິຕິນັກທ່ອງທ່ຽວແຕ່ລະປີ ຕ້ອງຍົກໃຫ້ມາເລ ໄທ ສິງຄະໂປ ຕາມລຳດັບເດີ ຖ້າຈື່ບໍ່ຜິດ
ໄທຈົນຕ້ອງໄດ້ສ້າງສຸວັນນະພູມເຟດສອງ ເພື່ອຮອງຮັບນັກທ່ອງທ່ຽວໃຫ້ໄດ້35ລ້ານຄົນຕໍ່ປີ
ເພາະຕອນນີ້ສຸວັນນະພູມ ທ່ຽວບິນຂຶ້ນລົງແຕ່ລະມື້ ເລິ່ມແອອັດແລ້ວ

໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ຫັ້ນລະ ຂໍ້ມຸນມົ້ວໆ ບໍ່ມີແຫລ່ງອ້າງອີງ ກະເລິຍເປັນແນວນີ້ ເອົາມາແຕ່ໃສວ່າກຳປູເຈຍເປັນແຫລ່ງທ່ອງທ່ຽວອັນດັບຫນື່ງໃນ
ເອຊຽນ ກຳແທ້ໆ ຂ້ອຍລະເມືອ່ຍໃຈນຳ.....

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ສາວພາເອີຍ ເທື່ອຫນ້າເອົາແຫລ່ງອ້າງອີງມາພ້ອມເດີ ...... ໃຫ້ຄືກັບສະມາຊິກເວັບພັນທິບຂອງໄທ ຫ້ອງ ຫວ້າກໍ ຫັ້ນນະ ເທບເລີຍ .....

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
http://en.wikipedia.org/wiki/World_Tourism_rankings#Asia_and_the_Pacific

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີໂອເດຍດີເນາະ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພິ່ນວ່າ: ກຳລັງມາແຮງແຊງໂຄ້ງ ແລະ ໃນອານາຄົດຕໍ່ໄປນີ້ນະ ການທ່ອງທ່ຽວຊິຂະຫຍາຍໄວກວ່າໝູ່ ຍ້ອນໄອເດຍໃນການປູກຕົ້ນໄມ້ຂອງນັກທ່ອງທ່ຽວຫັ້ນເດ

໓ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ຂພຈ ວ່າ: ລາວຄວນຈະມີນະໂບບາຍໃຫ້ຂະເຈົ້າ ມີລູກປະໄວ້.. ເວລາ ຂະເຈົ້າເມືອບ້ານ ຈະໄດ້ໄປບອກໃຫ້ ໝູຄູ່ ພີ່ນ້ອງ ກັບ ມາຢາລູກຕົນເອງ.. ແລ້ວ ຜູ້ທີ່ມາຢາມ ກະມີລູກຕໍ່ໆໄປ... ເງິນຫຼັງໄຫລ່ເຂົ້າມາບໍ່ເຊົາແທ້.

Que sera sera

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນບໍ່ກ່ຽວດອກ ໃຜກະຮູ້ດີນິໄສຄົນລາວເລື່ອງການບໍລິການສ່ວນຫລາຍແມ່ນຫ່ວຍແຕກ ຢາກໄດ້ແຕ່ເງິນ ລອງໄປເບິ່ງແມ໋ວັງວຽງດຽວນີ້ມິດປານປ້າຊ້າ
ຄວາມຈິງວັງວຽງກະເປັນເມືອງຫນາວອາກາດກະຄ້າຍໆກັບຊຽງໃໝ່ຊຽງລາຍຂອງໄທ ແຕ່ຕົ້ນໄມ້, ດອກໄມ້ພໍທີ່ຈະເອົາມາປະດັບປະດາຕົວເມືອງໃຫ້ສົມກັບ
ເປັນເມືອງທ່ອງທ່ຽວແມ່ນບໍ່ມີ ເວົ້າຫລາຍກະເວົ້າບໍ່ໄດ້ຂອງຄົນເດີມໆບໍລິຫານ ມັນກະເລີຍເດີມໆອີກຕໍ່ໄປ...

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ມັນບໍ່ກ່ຽວດອກ ໃຜກະຮູ້ດີນິໄສຄົນລາວເລື່ອງການບໍລິການສ່ວນຫລາຍແມ່ນຫ່ວຍແຕກ ຢາກໄດ້ແຕ່ເງິນ ລອງໄປເບິ່ງແມ໋ວັງວຽງດຽວນີ້ມິດປານປ້າຊ້າ
ຄວາມຈິງວັງວຽງກະເປັນເມືອງຫນາວອາກາດກະຄ້າຍໆກັບຊຽງໃໝ່ຊຽງລາຍຂອງໄທ ແຕ່ຕົ້ນໄມ້, ດອກໄມ້ພໍທີ່ຈະເອົາມາປະດັບປະດາຕົວເມືອງໃຫ້ສົມກັບ
ເປັນເມືອງທ່ອງທ່ຽວແມ່ນບໍ່ມີ ເວົ້າຫລາຍກະເວົ້າບໍ່ໄດ້ຂອງຄົນເດີມໆບໍລິຫານ ມັນກະເລີຍເດີມໆອີກຕໍ່ໄປ...

ແມ່ນຄວາມ ບ້ານເຮົາຕົ້ນທຶນຊັບພະຍາກອນມີພ້ອມ ຂາດແຕ່ການບໍລິຫານຈັດການໃຫ້ມີປະສິດທິພາ

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Houaphan ຂຽນວ່າ...
ຄັນຂ້ອຍໄດ້ປູກຢູ່ໃສ ຂ້ອຍກະຢາກກັບໄປເບິ່ງຄືກັນ, ກົນລະຍຸ ເກງຫລາຍ

ບ່ອນທີ່ປູກໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແຕ່ລະປີ ບໍ່ຮູ້ວ່າເຫຼືອຈັກຕົ້ນເດເນາະ
ສະເພາະສະຖານທີ່ຂ້ານ້ອຍປູກ ເມື່ອປີ 1983 ດຽວນີ້ເຂົາດຸດແປນໝົດແລ້ວ ເຮັດກາຊີໂນໜອງເດີ່ນ ເຮິໆໆໆໆ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sengsvang ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Houaphan ຂຽນວ່າ...
ຄັນຂ້ອຍໄດ້ປູກຢູ່ໃສ ຂ້ອຍກະຢາກກັບໄປເບິ່ງຄືກັນ, ກົນລະຍຸ ເກງຫລາຍ

ບ່ອນທີ່ປູກໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແຕ່ລະປີ ບໍ່ຮູ້ວ່າເຫຼືອຈັກຕົ້ນເດເນາະ
ສະເພາະສະຖານທີ່ຂ້ານ້ອຍປູກ ເມື່ອປີ 1983 ດຽວນີ້ເຂົາດຸດແປນໝົດແລ້ວ ເຮັດກາຊີໂນໜອງເດີ່ນ ເຮິໆໆໆໆ

ເຮັດແນວໃດລະບັດນີ້