ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ຢ່າລືມ: ຖານຖິ່ນດິນວຽງໄຊ, ຫົວພັນ ແດ່ເດີ :)

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ອາດີດຖານທີ່ຮັກ ຍັງຈົດຈຳຝັງໃຈ ບໍ່ລືມໄລ ຈາກໄປໄກ ຫົວໃຈຍັງຢູ່ໃກ້ ຄະນິງຫາ ຝັນເຫັນບໍ່ຫວ່າງເວັ້ນ ອອນຊອນເດຖິ່ນນີ້ ບໍ່ເຄີຍລືມ :)

ຂອບໃຈຮູບຈາກກຸ່ມ: ຄົນຊຳເໜືອ ໃນເຟສບຸກ :)










ສ່ວນນີ້ແມ່ນຮູບຕົວເມືອງຊຳເໜືອ



_______________________________________________

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ຂ່າວຈາກ: Siphaxay Linthavong ໃນກຸ່ມຄົນຊຳເໜືອ ໃນເຟສບຸກ

ແຂວງຫົວ­ພັນ ມີສະ­ຖານ­ທີ່ທ່ອງທ່ຽວຫລາຍແຫ່ງທີ່ທາງອໍານາດການປົກ­ຄອງແຂວງກໍ່ຄືພະແນກຖະ­ແຫລງຂ່າວ, ວັດ­ທະ­ນະທໍາ ແລະ ທ່ອງທ່ຽວແຂວງໄດ້ສຸມທຸກກໍາ­ລັງໃນການປັບ­ປຸງສະ­ຖານທີ່ທ່ອງທ່ຽວທີ່ສໍາ­ຄັນ ເພື່ອຮອງຮັບນັກທ່ອງທ່ຽວທີ່ເດີນ­ທາງເຂົ້າມາໃນໄລ­ຍະສັ້ນ ແລະ ຍາວນານ, ຂະ­ນະທີ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງ­ປະ­ເທດຕ່າງກໍສົນ­ໃຈຢາກໄປທ່ຽວຫົວ­ພັນບ່ອນມີປະຫວັດມູນ­ເຊື້ອການຕໍ່­ສູ້ກູ້ຊາດ.

ພະແນກຖະ­ແຫລງຂ່າວ, ວັດທະ­ນະທໍາ ແລະ ທ່ອງທ່ຽວແຂວງຫົວ­ພັນ ລາຍງານວ່າ: ນັບແຕ່ເດືອນມັງ­ກອນຈົນຮອດເດືອນພຶດ ສະ­ພາ 2012 ມີິນັກທ່ອງທ່ຽວພາຍໃນ ແລະ ຕ່າງ­ປະ­ເທດເຂົ້າມາທ່ຽວແຂວງຫົວ­ພັນພຽງແຕ່ 7.997 ຄົນ ເຊິ່ງທຽບ­ໃສ່ກັບແຜນ ການປີບັນ­ລຸພຽງ 28,4% ສາເຫດຕົ້ນ­ຕໍທີ່ເຮັດໃຫ້ແຂວງມີນັກທ່ອງທ່ຽວຫນ້ອຍຍ້ອນລະ­ບົບພື້ນຖານໂຄງລ່າງເປັນ­ຕົ້ນແມ່ນ: ເສັ້ນ ທາງຄົມ­ມະ­ນາ­ຄົມບໍ່ສະ­ດວກ, ເປັນເຂດທຸ­ລະ­ກັນ­ດານບວກກັບການຈັດກິດ­ຈະ­ກໍາຮອງຮັບປີທ່ອງທ່ຽວລາວມີຫນ້ອຍ, ການບໍລິການ­ເຮືອນພັກ, ໂຮງ­ແຮມ ແລະ ຮ້ານອາ­ຫານບໍ່ຄຶກ­ຄື້ນ ແລະ ຂາດການໂຄ­ສະ­ນາປະ­ຊາ­ສໍາພັນ. ເຖິງຢ່າງ­ໃດກໍ່ດີພະແນກຖວທ ກໍ່ຄືຂະ­ແຫນງການ­ທ່ອງ­ທ່ຽວແຂວງຫົວ­ພັນເວົ້າຕື່ມອີກວ່າ: ເພື່ອຮອງຮັບການຂະ­ຫຍາຍ­ຕົວດ້ານອຸດ­ສາ­ຫະ­ກໍາການ­ທ່ອງ­ທ່ຽວ ເວົ້າລວມ, ເວົ້າສະ­ເພາະກໍ່ແມ່ນເພື່ອຮອງຮັບນັກທ່ອງທ່ຽວທີ່ຈະເດີນ­ທາງເຂົ້າມາທ່ຽວໃນແຂວງຫົວ­ພັນໃນປີນີ້ ແລະ ໄລ­ຍະຍາວ ພວກເຮົາຈະເລ່ງໃສ່ປັບ­ປຸງສະ­ຖານ­ທີ່ທ່ອງທ່ຽວສໍາ­ຄັນຫລາຍແຫ່ງ ແລະ ບາງຫນ້າວຽກຕົ້ນ­ຕໍເປັນ­ຕົ້ນແມ່ນການປັບ­ປຸງແຫລ່ງທ່ອງທ່ຽວແຫ່ງຕ່າງໆເຊັ່ນ: ບັນ­ດາຖ້ໍາປະຫວັດສາດທ່ານຜູ້­ນໍາຢູ່ເມືອງວຽງໄຊ, ຖ້ຳແມ່ລາວຮຸ່ງ, ຖ້ໍານົກແອ່ນ, ນ້ໍາຕົກ­ຕາດສະ­ເຫລີຍ, ບໍ່ນ້ໍາອຸ່ນເມືອງຮາມ, ບໍ່ນ້ຳຮ້ອນວຽງທອງ, ຫີນຕັ້ງຫົວເມືອງ ແລະ ແຫລ່ງທ່ອງທ່ຽວອື່ນໆອີກທີ່ເປັນທ່າ­ແຮງ ພ້ອມກັນນັ້ນຍັງໄດ້ປັບປຸງຂອດບໍ­ລິ­ການ, ເຮືອນພັກ, ໂຮງ­ແຮມ ແລະ ຮ້ານອາ­ຫານ ແລະ ການບໍ­ລິ­ການນໍາທ່ຽວ ເພື່ອອໍານວຍຄວາມສະ­ດວກໃຫ້ແກ່ນັກທ່ອງທ່ຽວຈາກນັ້ນກໍ່ໄດ້ປັບ­ປຸງຂໍ້ມູນ-ຂ່າວ­ສານໂຄ­ສະ­ນາປະ­ຊາສຳ­ພັນຜ່ານສື່ຕ່າງໆໃຫ້ມີຫລາຍ ຮູບແບບສີ­ສັນ.

ແຂວງຫົວ­ພັນມີສະ­ຖານ­ທີ່ທ່ອງທ່ຽວສໍາຄັນຫລາຍແຫ່ງບໍ່ວ່າຈະເປັນສະ­ຖານ­ທີ່ທອ່ງທ່ຽວທາງດ້ານປະ­ຫວັດ­ສາດ, ທໍາມະຊາດ ແລະ ວັດ­ທະ­ນະ­ທໍາປະ­ຈຸບັນສະ­ຖານ­ທີ່ດັ່ງ­ກ່າວພວມສືບ­ຕໍ່ປັບປຸງໃຫ້ມີສີ­ສັນ, ສະ­ອາດງາມຕາ ແລະ ເປັນຫນ້າທ່ຽວຊົມ ເພື່ອສ້າງ ຄວາມປະທັບໃຈເຮັດໃຫ້ນັກທ່ອງທ່ຽວໄດ້ຫລົງ­ໄຫລກັບຄວາມງາມທີ່ເປັນເອ­ກະ­ລັກສະ­ເພາະຂອງແຂວງ ເຊິ່ງສາ­ມາດດຶງດູດຈຸດສົນໃຈຂອງແຂກທີ່ໄດ້ມາທ່ຽວແຂວງຫົວ­ພັນແລ້ວຢາກກັບມາທ່ຽວອີກຄັ້ງໃຫມ່.

_______________________________________________

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກອນທີ່ແຕ່ງຫຼິ້ນໆ

ດີໃຈທີ່ໄດ້ມາພົບພໍ້...................ແສນສຸດຊື່ນອຸລາ
ພົບກັນໄດ້ເວົ້າຈາ....................ເຮຮາມີສຸກລົ້ນ
ໄປໃສມາໃສນັ້ນ......................ກໍ່ອາໄສເພື່ອແຜ່
ຮັກແພງກັນມາໂດຍແທ້..............ບໍ່ເຄີຍວ່າຈະຫ່າງໜີ

ແຕ່ເມື່ອມາບັດນີ້.......................ເວລາຊິພາພັດຈາກ
ຊິຫ່າງໄກກັນແທ້ນໍເຈົ້າ................ຄິດເວົ້າມານ້ຳຕາຊຶມ
ຈະບໍ່ລືມເດີເຈົ້າ.........................ສິ່ງທີ່ເຮົາຮ່ວມຊີວິດກັນຢູ່
ຮັກແພງກັນມາຫຼາກລົ້ນ................ບໍ່ລືມແທ້ແມ່ນແນ່ນອນ

ຈະຍັງຈຳຈື່ໄວ້...........................ເຂດນີ້ຖິ່ນເຄີຍຮັກ
ຂໍອະນຸລັກຝັງໃຈ........................ຫ່າງໄກບໍ່ລືມແລ້ວ
ຫາກມີເວລານັ້ນ.........................ວັນໃດທີ່ຫາກຫວ່າງ
ຊິຫວນມາທ່ຽວຢ້ຽມ......................ໄທບ້ານພີ່ນ້ອງເຮົາ ແທ້ແລ້ວ

ຮັກເດີຢາກບອກໄວ້.....................ມີຄວາມສຸກ ແລະ ຊື່ນໃຈ
ທີ່ໄດ້ມາເຫັນກັນ.........................ຈະບໍ່ລືມລົງໄດ້
ຂໍຈົດຈຳຈື່ໄວ້.............................ໄປແຫ່ງຫົນໃດຈຳຝັງໃຈຄືເກົ່າ
ບໍ່ວ່າຍາມທຸກຫຼືເສົ້າ.......................ຂໍຈົດຈຳໄວ້ ບໍ່ອາດລືມ ແທ້ແລ້ວ :)


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກສາວຫົວພູ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ ແນວໃດກະບໍ່ລືມບ້ານລືມເມືອງເຮົາດອກໄປໆໆຢາມບ້ານເຮົາ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ...
ໂອ ແນວໃດກະບໍ່ລືມບ້ານລືມເມືອງເຮົາດອກໄປໆໆຢາມບ້ານເຮົາ...

ເວລາເຫມາະສົມກ່ອນເດີ :)


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ໄປ ໄປ ໄປ.....