ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ຂໍ້ລະວັງໃນປີໃໝ່ລາວ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1.ອຸບັດເຫດຕາມຖະຫນົນ.
2.ໂທລະສັບປຽກ(ພວກຈໍສຳຜັດແພງໆລະວັງໄວ້) ໃຊ້ ດີແທ້ໃຊ້ຖົງຍາງອະນາໄມ ຈະດີກ່ວາພວກຖົງຫ້ອຍ 10,000 ກີບຫັ້ນ
3.ເມົາແລ້ວໃຈໃຫຍ່ ສັ່ງມາໂລດ .... ບາດຍາມຈ່າຍລະ ໂອ່ຍ.
4.ກິນແລ້ວມ້ຽນຊ່ວຍກັນ ຖ້າເປັນງານໝູຄູ່ ກິນແລ້ວກະມ້ຽນຊ່ວຍເຈົ້າພາບແດ່.
5.....

ມີຫຍັງອີກ ໄລ່ມາເບິ່ງ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ບຸນປະເພນີລາວທີ່ສືບຖອດກັນມາຫຼາຍຊົ່ວຄົນ ພັດມາສະຫຼອງດ້ວຍການເປີດ ແລະຮ້ອງເພງຫວຽດນາມຢ່າງສະໜັ່ນຫວັ່ນໄຫວແຈໃດກໍ່ມີ ບາງເທື່ອກະເປັນຕາອາຍພວກຫວຽດເລາະເກັບຂີ້ເຫຍື່ອ!

ຄວນຮັກສາຄວາມເປັນລາວໄວ້ແດ່ເດີພີ່ນ້ອງເອີຍ!


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ບຸນປະເພນີລາວທີ່ສືບຖອດກັນມາຫຼາຍຊົ່ວຄົນ ພັດມາສະຫຼອງດ້ວຍການເປີດ ແລະຮ້ອງເພງຫວຽດນາມຢ່າງສະໜັ່ນຫວັ່ນໄຫວແຈໃດກໍ່ມີ ບາງເທື່ອກະເປັນຕາອາຍພວກຫວຽດເລາະເກັບຂີ້ເຫຍື່ອ!

ຄວນຮັກສາຄວາມເປັນລາວໄວ້ແດ່ເດີພີ່ນ້ອງເອີຍ!



ບາດຮ້ອງເພງໄທເດ່ຊັ້ນ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ບຸນປະເພນີລາວທີ່ສືບຖອດກັນມາຫຼາຍຊົ່ວຄົນ ພັດມາສະຫຼອງດ້ວຍການເປີດ ແລະຮ້ອງເພງຫວຽດນາມຢ່າງສະໜັ່ນຫວັ່ນໄຫວແຈໃດກໍ່ມີ ບາງເທື່ອກະເປັນຕາອາຍພວກຫວຽດເລາະເກັບຂີ້ເຫຍື່ອ!

ຄວນຮັກສາຄວາມເປັນລາວໄວ້ແດ່ເດີພີ່ນ້ອງເອີຍ!



ບາດຮ້ອງເພງໄທເດ່ຊັ້ນ



ລາວ-ໄທ ມີຫຼາຍສິ່ງຄ້າຍຄືກັນເຊັ່ນ ເຊື້ອຊາດ ສາສະນາ ພາສາ ວັດທະນາທຳ ແລະອື່ນໆ ເຊິ່ງບໍ່ສາມາດຕັດແຍກອອກຈາກກັນໄດ້ ຕົວຢ່າງ "ປີໃໝ່" ລາວໄທເວົ້າຄືກັນ ແລະເຂົ້າໃຈກັນໄດ້ ຈະໃຫ້ເວົ້າແນວໃດຈຶ່ງຈະຈຳແນກລາວກັບໄທ ເຊຶ່ງຕ່າງກັບຫວຽດນາມ ປີໃໝ່ຫວຽດວ່າ "Nam moi" ຫຼື"Tet" ແລ້ວຈະເອົາມາກ່ຽວກັນເຮັດຫຍັງກັບປະເພນີລາວ.

ແມ່ນບໍ່ສະຫາຍ?
ເຮິເຮິ!


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການຮ້ອງເພັງຫວຽດນາມຖ້າທຽບໃສ່ຄົນລາວໄປສຶກສາຮໍ່າຮຽນຢູ່ຫວຽດນາມແລ້ວແມ່ນຍັງຫນ້ອຍຢູ່ສຳລັບຂ້ອຍດອກຫວາ,,,

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ໃຫ້ລະວັງຢຽບຕີນກັນ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ toungalaxy ຂຽນວ່າ...
ໃຫ້ລະວັງຢຽບຕີນກັນ



ເຄີຍລະໃດຫັ້ນເນາະ


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ບໍ່ເຄີຍ2ເທື່ອ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນຕະລາຍແຮງແມ່ນເມົາແລ້ວຂັບ ໄອ໋ຢະ


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ຖ້າເມົາບໍ່ຂັບແລ້ວຊິກັບແນວໃດ ຊິໃຫ້ຍູ້ລົດກັບຫວາ


໓ ກະທູ້
໒໑໓ ໂພສ
ນັກການກະທູ້
ບໍ່ມັກແຕ່ພວກເອົານໍ້າເປື້ອນມາຫົດກັນຕາມແຄມທາງ, ການຫົດນໍ້າແມ່ນເພື່ອໃຫ້ພອນຊໍາລະລ້າງຄວາມບໍ່ດີອອກໄປ ກໍຄວນຕ້ອງໃຊ້ນໍ້າສະອາດແລະຂໍໃຫ້ຫົດດີໆ, ແຕ່ພວກເອົານໍ້າມາແຕ່ໃສບໍ່ຮູ້ມາສາດໃສ່ແບບໄຮ້ມາລະຍາດນີ້ຕີ໋.. ຍອມ

So much I need to say been lonely since the day
the day you went away......





໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
1.ອຸບັດເຫດຕາມຖະຫນົນ.
2.ໂທລະສັບປຽກ(ພວກຈໍສຳຜັດແພງໆລະວັງໄວ້) ໃຊ້ ດີແທ້ໃຊ້ຖົງຍາງອະນາໄມ ຈະດີກ່ວາພວກຖົງຫ້ອຍ 10,000 ກີບຫັ້ນ
3.ເມົາແລ້ວໃຈໃຫຍ່ ສັ່ງມາໂລດ .... ບາດຍາມຈ່າຍລະ ໂອ່ຍ.
4.ກິນແລ້ວມ້ຽນຊ່ວຍກັນ ຖ້າເປັນງານໝູຄູ່ ກິນແລ້ວກະມ້ຽນຊ່ວຍເຈົ້າພາບແດ່.
5.....

ມີຫຍັງອີກ ໄລ່ມາເບິ່ງ


ຂອງຂ້ອຍພັດໃສ່ຖົງຢາງອານາໄມບໍ່ໄດ້ນະມັນໃຫຍ່ໂພດ ອິອິ


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ບໍ່ໄປຫລີ້ນໄສນອນຢູ່ບ້ານຈົບ