ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ທ່ານຄິດແນວໃດກ່ຽວກັບ ການຫຼິ້ນການພະນັນ (ຫຼິ້ນໄພ້) ຢູ່ສະຖານທີ່ທ່ອງທ່ຽວທາງທຳມະຊາດ ຫຼື ຮ້ານອາຫານທີ່ເປັນຕູບ?

໕ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ທ່ານຄິດແນວໃດກ່ຽວກັບ ການຫຼິ້ນການພະນັນ (ຫຼິ້ນໄພ້) ຢູ່ສະຖານທີ່ທ່ອງທ່ຽວທາງທຳມະຊາດ ຫຼື ຮ້ານອາຫານທີ່ເປັນຕູບ? ການເຮັດແນວນີ້ຖືວ່າເປັນການຜິດກົດໝາຍ ຫຼື ເປັນການພັກຜ່ອນຕາມອັດທະຍາໄສ ຫຼື ບໍ່?

໗ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ໜອງເຊືອມ....ເກືອບທຸກຕູບທີ່ຫຼິ້ນ
ກາຍເປັນເອກະລັກໄປແລ້ວຕິເບາະ ຮ່າໆໆ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈະບໍ່ເປັນການດີຫັຍງທັ້ງໝົດມັນເປັນສິ່ງທີ່ຜິດກົດໝາຍ

໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ອັນນີ້ແລະເຂົາວ່າທ້າທາຍຕໍກົດໝາຍນະ ແລະ ຜູ້ຄຸມກົດໝາຍໄປໃສ່ໝົດຄືບໍ່ເບິງແດ່ເນາະ

໕ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ chom ຂຽນວ່າ...
ອັນນີ້ແລະເຂົາວ່າທ້າທາຍຕໍກົດໝາຍນະ ແລະ ຜູ້ຄຸມກົດໝາຍໄປໃສ່ໝົດຄືບໍ່ເບິງແດ່ເນາະ

ສົມມຸດວ່າມື້ໜຶ່ງຫາກມີຕຳຫຼວດ ເຂົ້າໄປກວດຈະເກີດຫຍັງຂຶ້ນເນາະ ຫຼື ວ່າຊິເປັນແນວໃດ?

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ຫຼີ້ນມ່ວນຫຼີ້ນຫົວຊື່ໆບໍເປັນຫຍັງຕິເບາະ!!

໕ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Toontt2 ຂຽນວ່າ...
ຫຼີ້ນມ່ວນຫຼີ້ນຫົວຊື່ໆບໍເປັນຫຍັງຕິເບາະ!!

ກະຍັງວ່ານິແຫຼະ ບໍ່ວ່າຫຼິ້ນຕາລະ 1,000 ກີບ ກະຊິຖືກປັບໄໝ

໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ metalgear55 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ chom ຂຽນວ່າ...
ອັນນີ້ແລະເຂົາວ່າທ້າທາຍຕໍກົດໝາຍນະ ແລະ ຜູ້ຄຸມກົດໝາຍໄປໃສ່ໝົດຄືບໍ່ເບິງແດ່ເນາະ

ສົມມຸດວ່າມື້ໜຶ່ງຫາກມີຕຳຫຼວດ ເຂົ້າໄປກວດຈະເກີດຫຍັງຂຶ້ນເນາະ ຫຼື ວ່າຊິເປັນແນວໃດ?

ຖ້າເຈົ້າໜ້າທີເຮັດແທ້ ແລະ ປະຕິບັດຕາມກົດໝາຍຫັ້ນກະຖຶກກັກຄັ້ງ ແລະ ປັບໄໝຫັ້ນແລະ, ແຕ່ເຂົາຄືຊິຊັງຕຳຫລວດຕື່ມອີກເນາະ

ແມ່ນ!! ແຕ່ວ່າຈະໜ້ອຍຫຼືຫຼາຍກະແມ່ນການພະນັນຢູ່ດີ.. .ຄືຢູ່ປະເທດເພື່ອນບ້ານເຮົາຕຳຫຼວດກະເຈົ້າເຮັດແທ້... .ແຕ່ຢູ່ບ້ານເຮົາມັນຕ່າງກັນຫຼາຍ ຫຼີ້ນຈົນເປັນປະເພນີໄປແລ້ວຕິເບາະ!! ຕາມຂພຈສັງເກດເບິ່ງຕາມເຮືອນດີ(ເຮືອນຄົນຕາຍ),ເຮືອນກຳ(ເຮືອນທີ່ເກິດລູກໃໝ່) ຫຼີ້ນກັນຈົນແຈ້ງກະບໍ່ເຫັນຕຳຫຼວດຊິວ່າຫຍັງ ເຜີໆມີຕຳຫຼວດນຳຊ້ຳ... .ແຮ່ໆໆໆ

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຈະບໍ່ໃຫ້ຫຼີ້ນແນວໃດ ຂະນາດຕຳຫຼວດລາວຍັງບໍ່ຮູ້ຊ້ຳວ່າຫຼີ້ນໄພ້ແບບນັ້ນຜິດກົດໝາຍມາດຕາໃດ ອີກຢ່າງຖ້າຖືກລູກເຈົ້າຫຼານນາຍແຫ່ງໄປກັນໃຫຍ່ ອັນຕຳຫຼວດຫັ້ນ!

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ຈະບໍ່ໃຫ້ຫຼີ້ນແນວໃດ ຂະນາດຕຳຫຼວດລາວຍັງບໍ່ຮູ້ຊ້ຳວ່າຫຼີ້ນໄພ້ແບບນັ້ນຜິດກົດໝາຍມາດຕາໃດ ອີກຢ່າງຖ້າຖືກລູກເຈົ້າຫຼານນາຍແຫ່ງໄປກັນໃຫຍ່ ອັນຕຳຫຼວດຫັ້ນ!

ເລື່ອງນີ້ຕ້ອງໂທດຂັ້ນເທິງເນາະ(ຕຳຫຼວດ) ເປັນຜູ້ຮັກສາກົດໝາຍກັບກາຍເປັນຜູ້ທ້າທາຍກົດໝາຍຊ້ຳ

໕ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ເຄີຍເຫັນເຂົາເຈົ້າຫຼິ້ນໄພ້ ຕາມເຮືອນດີ(ເຮືອນຄົນຕາຍ),ເຮືອນກຳ(ເຮືອນທີ່ເກິດລູກໃໝ່) ແມ່ນສາມາດຫຼິ້ນໄດ້ ເພາະເພິ່ນຖືວ່າເປັນການຄົບງັນຕາມປະເພນີ, ແຕ່ສະຖານທີ່ທ່ອງທ່ຽວນິກະບໍ່ຮູ້ວ່າເພິ່ນຊິວ່າແນວໃດຄືກັນ

໐ ກະທູ້
໑໗໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Toontt2 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ metalgear55 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Toontt2 ຂຽນວ່າ...
ຫຼີ້ນມ່ວນຫຼີ້ນຫົວຊື່ໆບໍເປັນຫຍັງຕິເບາະ!!

ກະຍັງວ່ານິແຫຼະ ບໍ່ວ່າຫຼິ້ນຕາລະ 1,000 ກີບ ກະຊິຖືກປັບໄໝ

ແມ່ນ!! ແຕ່ວ່າຈະໜ້ອຍຫຼືຫຼາຍກະແມ່ນການພະນັນຢູ່ດີ.. .ຄືຢູ່ປະເທດເພື່ອນບ້ານເຮົາຕຳຫຼວດກະເຈົ້າເຮັດແທ້... .ແຕ່ຢູ່ບ້ານເຮົາມັນຕ່າງກັນຫຼາຍ ຫຼີ້ນຈົນເປັນປະເພນີໄປແລ້ວຕິເບາະ!! ຕາມຂພຈສັງເກດເບິ່ງຕາມເຮືອນດີ(ເຮືອນຄົນຕາຍ),ເຮືອນກຳ(ເຮືອນທີ່ເກິດລູກໃໝ່) ຫຼີ້ນກັນຈົນແຈ້ງກະບໍ່ເຫັນຕຳຫຼວດຊິວ່າຫຍັງ ເຜີໆມີຕຳຫຼວດນຳຊ້ຳ... .ແຮ່ໆໆໆ

ແມ່ນ ເຫັນດີນຳ ໂດຍສະເພາະເຮືອນທີ່ເກີດລູກໃໝ່

໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ບໍ່ຜິດດອກ ເຂົາເຈົ້າໄປຜັກຜ່ອນຊື່ໆ ຄັນວ່າເຂົາເຈົ້າຕັ້ງໃຈໄປຫຼິ້ນໄປ ກາວ່າໄປອີກຢ່າງ.