໔໔ ກະທູ້ ໓໗໗ ໂພສ
|
 ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ບຸນນະມັດສະການພະທາດຫຼວງ ປະຈຳປີ 2014
ຖືວ່າປີນີ້ເປັນປີທີ່ພິເສດ ເພາະວ່າເປັນປີແຫ່ງການສະເຫຼີມສະຫຼອງ ຜົນສຳເລັດໃນການກໍ່ສ້າງອົງພະທາດຫຼວງ ຄົບຮອບ 448 ປີ
ການຄົບງັນ, ວາງສະແດງ ແລະ ຂາຍສິນຄ້າທີ່ເດີ່ນທາດຫລວງລວມ 7 ວັນ
ເລີ່ມແຕ່ວັນທີ 31 ຕຸລາ - 6 ພະຈິກ 2014
ຕັ້ງແຕ່ເວລາ 10 ໂມງຫາ 23 ໂມງ.
ສ່ວນພິທີໄຂງານຢ່າງເປັນທາງການຈະຈັດຂຶ້ນໃນວັນທີ 31 ຕຸລາ 2014 ເວລາ16:00 ໂມງ ທີ່ເດີ່ນພະທາດຫລວງ
ສູນການຄ້າລາວ-ໄອເຕັກ ກໍ່ໄດ້ຈັດງານວາງສະແດງສິນຄ້າເຊັ່ນກັນ
ເລີ່ມແຕ່ວັນທີ 28 ຕຸລາ ຫາ 6 ພະຈິກ 2014
ຂອບເຂດອະນຸສາວະລີ ແມ່ນຈັດເປັນບ່ອນຝາກລົດ,
ຕັ້ງແຕ່ວັນທີ 5 ພະຈິກ 2014 ເປັນຕົ້ນໄປແມ່ນບໍ່ອະນຸຍາດໃຫ້ຈັດກິດຈະກຳໃດໆ ໃນຂອບເຂດດັ່ງກ່າວ.
ກິດຈະກຳທາງສາສະໜາເລີມແຕ່ວັນທີ 4-6 ພະຈິກ 2014
ວັນທີ 4 ພະຈິກ ເວລາ 16 ໂມງ ພິທີກາບໄຫວ້ອົງພະທາດຫຼວງ ແລະ ຟັງທຳເທດສະໜາ
ວັນທີ 5 ພະຈິກ ເວລາ 14 ໂມງ ແຫ່ຜາສາດເຜິ້ງ (448 ອັນ)
ວັນທີ 6 ພະຈິກ ເວລາ 7 ໂມງເຊົ້າ ພິທີໃສ່ບາດຖວາຍສັງຄະທານ
-ເວລາ 14 ໂມງ ແຫ່ລູກຄີ ແລະ ແຂ່ງຂັນກີລາຕີຄີ
-ເວລາ 20 ໂມງ ວຽນທຽນ ແລະ ຈູດທູບບູຊາອົງພະທາດຫຼວງເປັນມື້ປິດງານ
ຫົວຫນ່ວຍທຸລະກິດທີ່ເຂົ້າຮ່ວມໃນງານວາງສະແດງ-ຂາຍຢູ່ທີ່ເດີ່ນພະທາດຫຼວງ
ສິນຄ້າຄອບຄົວຕົວແບບ (ສິນຄ້າໂອດອບ ODOP) ມີ 18 ຫົວໜ່ວຍ
ຫົວໜ່ວຍການຜະລິດ-ທຸລະກິດ-ກະສິກຳ-ປ່າໄມ້ 10 ຫົວໜ່ວຍ
ໂຮງງານອຸດສາຫະກຳ-ຫັດຖະກຳ 70 ຫົວໜ່ວຍ
ບັນດາບໍລິສັດ-ລັດວິສາຫະກິດ 30 ຫົວໜ່ວຍ
ຕົວແທນຈາກບັນດາແຂວງ ກະຊວງ ເມືອງ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ 17 ຫົວໜ່ວຍ
ສິນຄ້າອຸດສາຫະກຳໃຊ້ສອຍທົ່ວໄປ 130 ຫົວໜ່ວຍ
ຮ້ານວາງສະແດງສະຖານທູດຕ່າງໆ ປະຈຳຢູ່ ສປປ ລາວ ແລະ ອົງການຈັດຕັ້ງສາກົນ 10 ຫົວໜ່ວຍ
ຮ້ານຄ້າຂາຍຍ່ອຍ ແລະ ການບໍລິການຕ່າງໆ 50 ຫົວໜ່ວຍ
ຮ້ານອາຫານ 30 ຫົວໜ່ວຍ ວົງດົນຕຼີ 2 ວົງ
ລວມທັງໝົດ 367 ຫົວໜ່ວຍ
ມີເວທີສົກມວຍລາຍລາວ ແລະ ເຄື່ອງຫລິ້ນຕ່າງໆຕາມແຜນຜັງຂອງຄະນະກຳມະການກຳນົດໄວ້
ແລະ ສ່ວນສິນຄ້າທີ່ເຂົ້າວາງສະແດງຢູ່ສູນການຄ້າລາວ-ໄອເຕັກ ລວມທັງໝົດມີ 450 ຫົວໜ່ວຍ
ວາງສະແດງ ແລະ ຂາຍສິນຄ້າຫັດຖະກຳ, ອຸດສາຫະກຳ ແລະ ເຄື່ອງໃຊ້ສອຍທົ່ວໄປຈາກພາຍໃນ ແລະ ຕ່າງປະເທດ.
ຄ່າບໍລິການເກັບປີ້ຕ່າງໆຕໍ່ມື້:
ຂາຍອາຫານຍ່ອຍ 30,000 ກີບ
ຂາຍເຂົ້າຫຼາມປີ້ງໄກ່ 25,000 ກີບ
ຂາຍເຄື່ອງຮັບໃຊ້ທົ່ວໄປ 35,000 ກີບ
ລໍ້ຍູ້ 20,000 ກີບຕໍ່ມື້
ຄ່າບໍລິການຫ້ອງນ້ຳ 2,000 ກີບ
ຄ່າຝາກລົດຂອບເຂດອ້ອມແອ້ມເດີ່ນພະທາດຫລວງ:
ລົດໃຫຍ່ 15,000 ພັນກີບ
ລົດຕຸກໆ 10,000 ກີບ
ລົດຈັກ 5,000 ກີບ
ກີບລົດຖີບ 3,000 ກີບ
ຫາກພົບກໍລະນີເກັບເງິນເກີນລາຄາ ຫຼື ພົບປາກົດການຫຍໍ້ທໍ້ ສາມາດແຈ້ງອານຸກຳມະການ ແລະ ເຈົ້າໜ້າທີ່ໄດ້ທັນທີ.
ກົດຂໍ້ຫ້າມຕ່າງໆໃນງານບຸນນະມັດສະການພະທາດຫຼວງ ປະຈຳປີ 2014
ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ
ຫ້າມຂາຍ ຫຼື ນຳເອົາອາວຸດທຸກປະເພດ ຢາເສບຕິດ ທາດເບື່ອ ສານເຄມີທີ່ມີລິດຕໍ່ລະບົບປະສາດທຸກຊະນິດ ບັ້ງກະໂພກ
ຫ້າມນຳຜະລິດຕະພັນລອກຮຽນແບບຜ້າສິ້ນລາວ ເຂົ້າມາວາງຂາຍຢ່າງເດັດຂາດ
ຫ້າມວາງຂາຍເຄື່ອງເກີນຂອບເຂດອອກມາໜ້າຮ້ານ ທີ່ຄະນະກຳມະການຈັດງານຕະຫຼາດນັດກຳນົດໄວ້
ຫ້າມຂາຍ ແລະ ນຳເອົາຜະລິດຕະພັນວັດທະນະທຳທີ່ລາມົກ ແລະ ເຊື່ອມຊາມຕ່າງໆ
ຫ້າມຫຼິ້ນການພະນັນທຸກປະເພດ
ຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອະນຸຍາດຈາກຄະນະກຳມະການ
ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ, ຫ້າມບໍ່ໃຫ້ມີການອາລະວາດຕີກັນໃນງານຢ່າງເດັດຂາດ
ຫ້າມບຸກຄົນ ວັດ ສຳນັກງານອົງການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງສິນຄ້າ
ຫ້າມຕອກຫຼັກ ຫຼື ສິ່ງຂອງຕ່າງໆໃສ່ພື້ນເດີ່ນສະໜາມຫຼວງຢ່າງເດັດຂາດ
ຫ້າມຖີ້ມຂີ້ເຫຍື້ອຊະຊາຍ ທີ່ເຮັດໃຫ້ບໍ່ມີຄວາມສະອາດຈົບງາມພາຍໃນງານ
ສຳລັບນັກສະແດງສິລະປະຢູ່ໃນງານຕະຫຼາດນັດ ຈະຕ້ອງແຕ່ງກາຍ ແລະ ນຸ່ງເຄື່ອງສຸພາບຮຽບຮ້ອຍ
|
໐ ກະທູ້ ໙໐ ໂພສ
ຂາປະຈຳເວັບບອດ 
|
 ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ຂໍເບີໂທ ເຈົ້າໜ້າທີແດ່
|
໔໔ ກະທູ້ ໓໗໗ ໂພສ
|
 ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ເບີໂທເຈົ້າຫນ້າທີ່ໆກ່ຽວຂ້ອງ ຂ້ອຍກໍ່ບໍ່ຮູ້ຄືກັນ!
ແຈ້ງເຈົ້າຫນ້າທີ່ຕຳຫລວດທີ່ຢັ່ງຢາຍຢູ່ຕາມຈຸດຕ່າງໆນັ້ນເລີຍເນາະ!
ເອົາຈັ່ງຊີ້ກໍແລ້ວກັນ
ເບີໂທສຸກເສີນ ນະຄອນຫຼວງວຽງຈັນ
ປກສ ເມືອງໄຊເສດຖາ: 021 412456
ຫ້ອງການພະແນກຈາລະຈອນນະຄອນຫຼວງ: 1191, 021 212702, 021 212703
ແຕ່ຫາກພົບເຫັນອຸບັດຕິເຫດ ເບີລຸ່ມນີ້ເລີຍ:
ໜ່ວຍກູ້ໄພ
02023449090, 0305383626 ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ
1623, 02056668825 ໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ
(1623 ເລີ່ມເປີດໃຊ້ງານເປັນຢ່າງທາງການເລີ່ມເວລາ 14:00 ວັນທີ 30 ຕຸລາ 2014 ເປັນຕົ້ນໄປ).
02059966111 First AIDS Team ສະພາກາແດງ
ເພີ່ມເຕີມ
ຫ້ອງການຕຳຫຼວດເມືອງ ແລະ ດ່ານ
ຈາລະຈອນຂົວມິດຕະພາບ: 021 812044, 021 812122
ປ້ອງກັນຂົວມິດຕະພາບ: 021 812040
ຫ້ອງຫົວໜ້າຂົວມິດຕະພາບ: 021812037
ດ່ານທ່າເດື່ອ: 021 832025
ດ່ານເກົ້າລ້ຽວ: 021 670846
ປກສ ເມືອງສີໂຄດຕະບອງ: 021 212712
ປກສ ເມືອງສີສັດຕະນາກ: 021 212333
ປກສ ເມືອງຈັນທະບູລີ: 021 832062
ປກສ ເມືອງຫາກຊາຍຟອງ: 021 632016
ປກສ ເມືອງປາກງຶ່ມ: 021 890412
ປກສ ເມືອງນາຊາຍທອງ: 021 632016
ປກສ ເມືອງສັງທອງ: 030 9949166
ປກສ ເມືອງໄຊທານີ: 021 732061
ນັກຂ່າວ ປກສ ລາຍການ ອາທິດສັນຈອນ: 020 2256638
ໂຮງໝໍຕ່າງໆ
ໂຮງໝໍ 150 ຕຽງ: 021 710006
ໂຮງໝໍເສດຖາ: 021 351156
ໂຮງໝໍມະໂຫສົດ: 021 214018
ໂຮງໝໍ 109: 021 212537
ເບີໂທ 4 ໝາຍເລກ
ໄຟໄໝ້: 1190
ລົດໂຮງໝໍ: 1195
ໄຟຟ້າຕິດຄັດ: 1199
ນ້ຳປະປາມີບັນຫາ: 021 412882, 1169, 020 59978830, 29886580
ເບີໄຟຟ້າ ນະຄອນຫຼວງ ສຸກເສີນ 24 ຊົ່ວໂມງ
ເມືອງໄຊເສດຖາ: 021463016
ເມືອງຈັນທະບູລີ: 021212808
ເມືອງສີສັດຕະນາກ: 021316093
ເມືອງສີໂຄດຕະບອງ: 021241588
ດັບເພີງ 021212707
|
໔໔ ກະທູ້ ໓໗໗ ໂພສ
|
 ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ເພື່ອຮັບປະກັນ ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດຈົບງາມ, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ
ຈຶ່ງອອກແຈ້ງການເພື່ອກຳນົດຈຸດຈອດລົດປະ ເພດຕ່າງໆຂອງມວນຊົນທີ່ຈະ ມາຮ່ວມທ່ຽວຊົມງານບຸນດັ່ງນີ້:
ລົດມີສະຕິກເກີ (P) ສາມາດເຂົ້າຈອດຢູ່ ດ້ານໜ້າຫໍສະ ພາແຫ່ງຊາດ
ລົດມີສະຕິກເກີ (P1) ສາມາດເຂົ້າຈອດຢູ່ເດີນດ້ານໜ້າ ແລະ ດ້ານຂ້າງຫໍສະພາແຫ່ງຊາດ
ລົດມີສະຕິກເກີ (P2) ເຂົ້າຈອດໄດ້ຢູ່ເດີນດ້ານ ຂ້າງຫໍສະພາແຫ່ງຊາດ ແລະ ເດີ່ນດາວແດງເກົ່າ
ລົດຂົນສົ່ງມວນຊົນເຊັ່ນ: ຕຸກໆ, ຈຳ ໂບ້, ລົດໂດຍສານປະຈຳທາງ ໃຫ້ຈອດໄດ້ຊົ່ວຄາວສົ່ງຜູ້ໂດຍສານລົງຕາມຈຸດທີ່ກຳນົດຄື:
ເສັ້ນທາງຊ້າງເຜືອກ ເຂດບ້ານຮ່ອງໄກ່ແກ້ວ
ຕະ ຫລາດທາດຫລວງ
ເສັ້ນທາງ ຮ່ອມບ້ານສີສັງວອນ-ໂພນໄຊ
ປະຕູໄຊ
ໂພນສະອາດ
ຮ່ອມໂຮງຮຽນມັດທະຍົມໜອງ ສ້າງທໍ່
ລົດໃຫຍ່, ລົດຈັກ, ລົດຖີບທີ່ມີຈຸດປະສົງມາທ່ຽວບຸນ ແລະ ງານຕະຫລາດນັດແມ່ນໃຫ້ຈອດຕາມສະຖານທີ່ຈອດລົດ
ທີ່ຄະນະກຳມະການຈັດງານກຳນົດໄວ້. ເຊິ່ງມີເຈົ້າໜ້າທີ່ຄອຍໃຫ້ອຳນວຍຄວາມສະດວກໃຫ້.
ລົດທີ່ມາຈາກເສັ້ນທາງ 13 ເໜືອ
ແມ່ນໃຫ້ຈອດຢູ່ເດີນຈອດລົດປະຕູໄຊ ຫລື ຫລັງຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ
ລົດທີ່ມາຈາກເສັ້ນທາງ 13 ໃຕ້, ເສັ້ນທາງເລກ 10 ບ້ານເກີນ ແລະ ເສັ້ນທາງທ່າເດື່ອ
ແມ່ນອະ ນຸຍາດໃຫ້ຈອດຕາມທາງຮ່ອມ, ທາງຊອຍບ້ານ ສີບຸນເຮືອງ, ໂພນພະເນົາ, ສະພັງໝໍ້ ແລະ ໂພນສີນວນ
ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງພາຫະນະອື່ນໆ.
ລົດທີ່ມາຈາກເສັ້ນທາງ 13 ໃຕ້, ເສັ້ນ ທາງເລກ 10 ຫລື ເສັ້ນທາງດອນໜູນຕໍ່ໃສ່ເສັ້ນທາງໄກສອນ
ຖ້າບໍ່ມີຈຸດປະສົງມາທ່ຽວງານບຸນ
ແມ່ນໃຫ້ລ້ຽວຊ້າຍເຂົ້າເສັ້ນທາງໜອງໜ່ຽງອອກໃສ່ວັງຊາຍ ຫລື ລ້ຽວຂວ້າອອກໃສ່ເສັ້ນທາງໂພນຕ້ອງ,
ລົດບັນທຸກທີ່ມາແຕ່ເສັ້ນທາງເລກ 13 ເໜືອມີຈຸດປະສົງໄປຂົວມິດຕະພາບ
ໃຫ້ໄປຕາມເສັ້ນທາງໜອງບຶກ-ດົງໂດກ.
ລົດທີ່ມາແຕ່ຂົວມິດຕະພາບມີຈຸດປະສົງໄປຕາມເສັ້ນທາງ 13 ໃຕ້
ໃຫ້ ແລ່ນໄປ ເສັ້ນທາງ 450 ປີ
ລົດບັນທຸກທີ່ມາແຕ່ເສັ້ນທາງ 13 ໃຕ້ມີຈຸດປະສົງໄປຂົວມິດຕະພາບ
ຮອດໄຟແດງຫລັກ 21 ໃຫ້ລ້ຽວຊ້າຍເຂົ້າເສັ້ນທາງຫລັກ 21 ອອກໃສ່ເສັ້ນທາງ 450 ປີແລ້ວລ້ຽວຊ້າຍໄປຂົວມິດຕະພາບ
ເສັ້ນທາງທີ່ຫ້າມຈອດ
ເສັ້ນທາງໄກສອນພົມວິຫານແຕ່ສາມແຍກໂພນພະເນົາຫາປະຕູໄຊ
ເສັ້ນທາງໜອງບອນແຕ່ໄຟແດງທາດຝຸ່ນຫາສາມແຍກນາໄຊ
ສາມແຍກສີສັງວອນ
ວົງວຽນ 450 ປີ
ສາມແຍກສະຖານທູດຫວຽດນາມຫາສີ່ແຍກໄຟແດງໂພນໄຊ
ສາມແຍກໄຟແດງຂົວຮ່ອງແຊງຫາສາມແຍກໄຟແດງໂພນທັນ
ໃນກໍລະນີເຈົ້າໜ້າທີ່ກວດກາພົບເຫັນການປະພຶດທີ່ເປັນການລະເມີດຕ້ອງ ໄດ້ສຶກສາອົບຮົມ, ກ່າວເຕືອນ, ປັບໃໝ
ຫລື ດຳເນີນມາດຕະການຕາມກົດລະບຽບຈະລາຈອນຢ່າງເຂັ້ມ ງວດ.
ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດຂໍ້ກຳນົດດັ່ງກ່າວມີຜົນສັກສິດນະຄອນຫລວງໄດ້ຈັດວາງກຳລັງເຈົ້າໜ້າທີ່ຈະລາຈອນ
ຫລາຍກວ່າ 600 ຄົນປະຈຳຢູ່ 90 ກວ່າຈຸດ ຕາມສາມແຍກ, ສີ່ແຍກໃນ 5 ຕົວເມືອງຂອງນະຄອນຫລວງວຽງຈັນຮຽບຮ້ອຍແລ້ວ.
|
໔໔ ກະທູ້ ໓໗໗ ໂພສ
|
 ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ກຳລັງຕຳຫຼວດຮັບໃຊ້ບຸນທາດຫຼວງ 2014 ຕັ້ງແຕ່ວັນທີ 30 ຕຸລາ-6 ພະຈິກ 2014
ກອງບັນຊາການ ປກສ ນະຄອນຫຼວງ ກໍ່ຄືພະແນກຕຳຫຼວດຈະລາຈອນ ນະຄອນຫຼວງໄດ້ວາງກຳລັງ
ທັງໝົດຈຳນວນ 96 ຈຸດ, ຈຸດປ້ອງກັນວົງໃນ 66 ຈຸດ ແລະ ຈຸດປ້ອງກັນວົງນອກ 30 ຈຸດ.
ໃຊ້ກຳລັງເຈົ້າໜ້າທີ່ຈຳນວນ 637 ສະຫາຍ ໃນນັ້ນ
400 ສະຫາຍມາຈາກພະແນກຕຳຫຼວດຈະລາຈອນ ນະຄອນຫຼວງ:
- ຈັນທະບູລີ 46 ສະຫາຍ
- ສີສັດຕະນາກ 49 ສະຫາຍ
- ໄຊເຊດຖາ 76 ສະຫາຍ
- ໄຊທານີ 29 ສະຫາຍ
ພາຫະນະຮັບໃຊ້ຂອງເຈົ້າຫນ້າທີ່:
- ລົດກະບະ 17 ຄັນ
- ລົດຈັກສາຍກວດ 27 ຄັນ
- ລົດມ້າຂາວ 25 ຄັນ
- ລົດສ່ວນບຸກຄົນ 218 ຄັນ.
|
໔໔ ກະທູ້ ໓໗໗ ໂພສ
|
 ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
817 ຫົວໜ່ວຍ ຮ່ວມວາງສະແດງ-ຂາຍສິນຄ້າ ໃນງານບຸນນະມັດສະການພະທາດຫຼວງ ປະຈຳປີ 2014
ທັງພາກລັດ ແລະ ເອກະຊົນ ລວມມູນຄ່າກວ່າ 36,7 ຕື້ກີບ
ງານບຸນນະມັດສະການປີນີ້ ໄດ້ກຳນົດສະຖານທີ່ວາງສະແດງ-ຂາຍສິນຄ້າຢູ່ 2 ຈຸດຄື:
1.) ເດີ່ນພະທາດຫຼວງ ຕັ້ງແຕ່ວັນທີ 31 ຕຸລາ-6 ພະຈິກ 2014
- ສິນຄ້າຈາກຄອບຄົວຕົວແບບ (ສິນຄ້າ ODOP: One District One Product) 18 ຫົວໜ່ວຍ.
- ການຜະລິດ-ທຸລະກິດ-ກະສິກຳ ແລະ ປ່າໄມ້ 10 ຫົວໜ່ວຍ
- ເຄື່ອງໂຮງງານອຸດສາຫະກຳ 70 ຫົວໜ່ວຍ
- ຮ້ານວາງສະແດງຈາກອົງການຈັດຕັ້ງສາກົນ ແລະ ສະຖານທູດ ປະຈຳລາວ 10 ຫົວໜ່ວຍ
- ບັນດາບໍລິສັດ-ລັດວິສາຫະກິດ 30 ຫົວໜ່ວຍ
- ຮ້ານຕົວແທນຈາກບັນດາກະຊວງ 17 ຫົວໜ່ວຍ
- ສິນຄ້າອຸດສາຫະກຳໃຊ້ສອຍທົ່ວໄປ 130 ຫົວໜ່ວຍ
- ຮ້ານຄ້າຂາຍຍ່ອຍ-ບໍລິການ ຈຳນວນ 80 ຫົວໜ່ວຍ
2.) ສູນການຄ້າລາວ-ໄອເຕັກ ຕັ້ງແຕ່ວັນທີ 28 ຕຸລາ ຫາ 6 ພະຈິກ 2014
- ຫົວໜ່ວຍທຸລະກິດການຜະລິດ ແລະ ທຸລະກິດພາຍໃນວາງສະແດງ-ຂາຍ ຈຳນວນ 200 ຫົວໜ່ວຍ
- ບັນດາບໍລິສັດ-ລັດວິສາຫະກິດ 100 ຫົວໜ່ວຍ
- ສິນຄ້າອຸດສາຫະກຳໃຊ້ສອຍທົ່ວໄປ 50 ຫົວໜ່ວຍ
- ຮ້ານວາງສະແດງຈາກສະຖານທູດຕ່າງໆ ປະຈຳລາວ 10 ຫົວໜ່ວຍ
- ຮ້ານຄ້າຂາຍຍ່ອຍ-ບໍລິການຕ່າງໆ 60 ຫົວໜ່ວຍ
- ຮ້ານອາຫານ 30 ຫົວໜ່ວຍ.
|
໑໓ ກະທູ້ ໒໘໑ ໂພສ
|
 ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ຮ່າກວ່າທຸກເທື່ອ
|
໔໔ ກະທູ້ ໓໗໗ ໂພສ
|
 ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ຍ່າງບຸນທາດຫລວງ ຕັ້ງແຕ່ເຂົ້າໄປໃນງານ ຈົນເຖິງ ອອກຈາກງານ
ຂ້ອຍຈະພາເລາະແບບບໍ່ມີຈຸດຫມາຍ
ເຂົ້າຝາກລົດໃນວັດຫນອງບອນ. ລວມເຫດການໃນວັດ (ເວລາ 16:44 ນາທີ)
ພາກັນຍ່າງເຂົ້າບຸນທາດຫລວງ ແລະ ໄປນັ່ງກິນເຂົ້າພາຢູ່ສວນເຈົ້າໄຊເສດຖາ (ເວລາ 17:00 ນາທີ)
ຝົນຕົກຮຳພາເຂົ້າ (ເວລາ 17:42 ນາທີ)
ອອກຈາກສວນເຈົ້າໄຊເສດຖາ ວ່າຈະຫາເລາະ ແຕ່ຝົນເລີ່ມຕົກແຮງຂຶ້ນ ເລີຍພາກັນຫລົບຝົນ
ຢູ່ຈຸດປະຈຳຂອງເຈົ້າຫນ້າທີ່ຕຳຫລວດ ກ່ອນຈາກອອກຍ່າງ ແລະ ໄດ້ແຍກກັນກັນແມ່ໃນເວລາຕໍ່ມາ
ຍ່າງເລາະໄເລື້ອຍຈຶ່ງນຶກອອກວ່າ ຍ່າງໄປຫາຖ່າຍເອົາຜູ້ສາວເຊຍແຂກງາມໆດີກວ່າ. (ເວລາ 17:46 ນາທີ)
ຍ່າງຢ່າງເພີດເພີນໃຈ ແຕ່ຍັງຈື່ໄດ້ວ່າປານນີ້ອີ່ແມ່ຄົງຈະຄອງຖ້າ ແລະ ອອກຕາມຫາຂ້ອຍ(ຕັ້ງສອງເທື່ອ)
ຈຶ່ງໄປຫາຊື້ບັດຕື່ມມູນຄ່າເງິນ ແຕ່ກໍ່ບໍ່ໄດ້ຕື່ມຊື້ໄວ້ຊື່ໆ. (ເວລາ 18:50 ນາທີ)
ກັບດີກວ່າ ປານນີ້ເພິ່ນຄອງແລ້ວ! (ເວລາ 19:19 ນາທີ)
ລະຫວ່າງທາງກັບໄປທີ່ວັດຫນອງບອນ ຮ້ານຊັດຫມາປູມເປົ້າຈັ່ງແມ່ນຫລາຍເນາະ! (ເວລາ 19:23 ນາທີ)
|
໑ ກະທູ້ ໔໔ ໂພສ
ຂາປະຈຳເວັບບອດ 
|
 ຂຽນເມື່ອ ຫລາຍກວ່າ 7 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 7 ປີ ກ່ອນໜ້ານີ້
ຖ້າຟັງຜົນປີ2018. *.*
|