ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ການສ້າງເວັບໄຊ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ການສ້າງເວັບໄຊ » ຊວ່ຍແດ່ສຳລັບທ່ານທີ່ເຄີຍຮຽນc++

ໜ້າທີ່ 3 ຈາກທັງໝົດ 4 ໜ້າ <<<1234>>>

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ອ້າງເຖິງຂໍ້ຄວາມຈາກ oishikhyo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ໂປຣແກຣມ ກັບ ການສ້າງເວບ ຄົນລະອັນກັນນະ oishikhyo

ໂຄດຄຳສັ່ງຂອງພາສາC++ກໍ່ສາມາດເອົາຂຽນໃນການສ້າງເວັບໄຊໄດ້ຄືກັນລະເປັນຫຍັງທ່ານນິນຄືວ່າບໍ່ກ່ຽວກັບການສ້າງເວັບເລີຍເຈົ້າຈົ່ງບອກຂ້ອຍດຸ

ຍັງບໍ່ເຂົ້າໃຈອີກ...

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓ ກະທູ້
໑໙໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ oishikhyo ຂຽນວ່າ...

ໂຄດຄຳສັ່ງຂອງພາສາC++ກໍ່ສາມາດເອົາຂຽນໃນການສ້າງເວັບໄຊໄດ້ຄືກັນລະເປັນຫຍັງທ່ານນິນຄືວ່າບໍ່ກ່ຽວກັບການສ້າງເວັບເລີຍເຈົ້າຈົ່ງບອກຂ້ອຍດຸ

ຄຳເວົ້າທາງເທິງນັ້ນມັນຈະກາຍເປັນຕຳນານ 5555555555

ອາາາ ແນະນຳຫຍັງຈັກເລັກຈັກນ້ອຍເນາະ ທ່ານ oishikhyo ກໍເວົ້າເອງວ່າກຳລັງສຶກສາຢູ່ ຍັງບໍ່ທັນຮູ້ເລິກ
ຈັ່ງໃດກໍຟັງຄົນອື່ນເວົ້າຈັກເລັກຈັກນ້ອຍເນາະ

ກັບອີກຢ່າງ ຢ່າ ຄຶດວ່າໂຕເອງຮູ້ຫຍັງຄົນດຽວ ສັງເກດຈາກຄຳເວົ້າທີ່ວ່າ
"ທ່ານອາດຈະຍັງບໍ່ໄດ້ຮຽນພາສາC++ເທື່ອທ່ານຈິ່ງເວົ້າວ່າພາສາC++ບໍ່ກ່ຽວກັບການສ້າງເວັບໄຊ" ຫຼື ຈະເປັນຄຳເວົ້າທີ່ວ່າ "ທ່ານກາຮູ້ຢູ່ຫວາພາສາ C++ມັນແມ່ນຫຍັງ" ຫຼື "ເຈົ້າກາຮູ້ ຄຳສັ່ງພາສາ C++ ຢູ່ບໍຈຶ່ງວ່າບໍ່ກ່ຽວ"
ຄຳເວົ້ານີ້ເໝືອນກັບວ່າທ່ານຮູ້ຈັກພາສາ C++ ຄົນດຽວເລີຍ.

ປິດທ້າຍ ຖ້າຮຽນກ່ຽວກັບເລື້ອງ IT ຫຼືວ່າເລື້ອງຄອມໆແລ້ວ ຄວນໃຊ້ google.com ໃຫ້ເປັນ
ເພາະຫຍັງຮູ້ບໍ່ ຂໍ້ມູນທັງໝົດຈະຢູ່ໃນສິ່ງທີ່ເຮົາຄົ້ນຫາຫັ້ນ
ມີບາງເທື່ອຂ້າພະເຈົ້າຈະພິມຫຍັງອອກໄປ ແຕ່ບໍ່ແນ່ໃຈວ່າຂໍ້ມູນຈະຖືກບໍ່ ກະໄດ້ໃຊ້ google.com ນິລະໃນການຫາຂໍ້ມູນຊ່ອຍ

ຖ້າທ່ານ google ວ່າ what is c++ ຜົນທີ່ໄດ້ຮັບອັນທຳອິດຈະເຫັນມັນຂຽນວ່າ C++ ("C Plus Plus", ) is a general-purpose programming language
ມັນບອກເປີ້ເຈີ້ແລ້ວວ່າ ເປັນ programming language ຖ້າທ່ານອ່ານເຫັນອັນນີ້ ທ່ານຈະບໍ່ເວົ້າຂາຍໜ້າໂຕເອງແນ່ນອນວ່າ "ໂຄດຄຳສັ່ງຂອງພາສາC++ກໍ່ສາມາດເອົາຂຽນໃນການສ້າງເວັບໄຊໄດ້ຄືກັນ"
ເຫັນຫຼືຍັງ ພະລັງຂອງ google.

ນອນ ZZZzzz................

When I saw you, I was afraid of meeting you. When I met you, I was afraid of kissing you.
When I kissed you, I was afraid to love you. Now that I love you, I'm afraid of losing you.

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຖ້າຜູ່ກ່ຽວຢືນຢັນປານນັ້ນແລ້ວ ຂພຈ ກໍຈົນດ້ວຍຄຳຄັດຄ້ານໃດໆ ອີກ ເພາະບໍ່ຮູ້ຊິຄັດຄ້ານໄປເຮັດຫຍັງ

໑໔ ກະທູ້
໔໓໒ ໂພສ
ຊຳນານການເວັບບອດ
5555ຍາວເນາະກະທູ້ນີ້ ໂອ້ຄັນC++ ເຮັດໄດ້ທຸກຢ່າງ ລະເຮົາສິຮຽນມາເຮັດຫຍັງໃຫ້ເຈັບຫົວໃຫ້ເປືອງສະຫມອງໃຫ້ເສຍເງີນ VB JAVA JSP ASP Ajax HTML XML PHP ....
ລະເຂົາສິສ້າງມາເຮັດຫຍັງຫນິ ຫລາຍພາສາ http://en.wikipedia.org/wiki/List_of_programming_languages

DarkEnCieL

໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຖ້າຜູ່ກ່ຽວຢືນຢັນປານນັ້ນແລ້ວ ຂພຈ ກໍຈົນດ້ວຍຄຳຄັດຄ້ານໃດໆ ອີກ ເພາະບໍ່ຮູ້ຊິຄັດຄ້ານໄປເຮັດຫຍັງ

ໂອ້ກະຄັດຄ້ານແຫລະເນາະບາງທີເຮົາຜິດເຮົາກາຊິໄດ້ຮູ້ວ່າພາສາc++ມັນບໍ່ກ່ຽວໃນສ້າງເວັບເລີຍຈັກນິດດຽວແລະກາເພື່ອຄົນອ່ານທີ່ບໍ່ຮູ້ຄືກັນແລະກາເປັນປະສົບການຂອງເຮົາອີກ ອິອິອິອິ

໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ຄຳເວົ້າທາງເທິງນັ້ນມັນຈະກາຍເປັນຕຳນານ 5555555555

ອາາາ ແນະນຳຫຍັງຈັກເລັກຈັກນ້ອຍເນາະ ທ່ານ oishikhyo ກໍເວົ້າເອງວ່າກຳລັງສຶກສາຢູ່ ຍັງບໍ່ທັນຮູ້ເລິກ

ກັບອີກຢ່າງ ຢ່າ ຄຶດວ່າໂຕເອງຮູ້ຫຍັງຄົນດຽວ ສັງເກດຈາກຄຳເວົ້າທີ່ວ່າ
"ທ່ານອາດຈະຍັງບໍ່ໄດ້ຮຽນພາສາC++ເທື່ອທ່ານຈິ່ງເວົ້າວ່າພາສາC++ບໍ່ກ່ຽວກັບການສ້າງເວັບໄຊ" ຫຼື ຈະເປັນຄຳເວົ້າທີ່ວ່າ "ທ່ານກາຮູ້ຢູ່ຫວາພາສາ C++ມັນແມ່ນຫຍັງ" ຫຼື "ເຈົ້າກາຮູ້ ຄຳສັ່ງພາສາ C++ ຢູ່ບໍຈຶ່ງວ່າບໍ່ກ່ຽວ"
ຄຳເວົ້ານີ້ເໝືອນກັບວ່າທ່ານຮູ້ຈັກພາສາ C++ ຄົນດຽວເລີຍ.

ເຮົາກໍ່ບໍ່ໄດ້ວ່າເຮົາຮູ້ຈັກພາສາ C++ ຄົນດຽວເລີຍ.ຍັງມີອີກຫຼາຍຄົນທີ່ຮູ້ພາສາ C++ຖ້າເຮົາຮູ້ພາສາC++ຄົນເດີຍວນິຊັ່ນເຮົາຊິບໍ່ໄດ້ເປັນຜູ້ສ້າງພາສາ C++ຄົນທຳອິດຫວາຊັ່ນ ອອິອິອິອິ

໐ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ຮະຮະ ເຮົາເຂົ້າໃຈທ່ານ oishikhyo ຜູ່ນີ້ແລ້ວ.
ເຂົາເວົ້າປະໂຫຍກງ່າຍໆເຊັ່ນ: "ກັບອີກຢ່າງ ຢ່າ ຄຶດວ່າໂຕເອງຮູ້ຫຍັງຄົນດຽວ"
ເພິ່ນຍັງຕີຄວາມໝາຍເປັນ "ເຮົາກໍ່ບໍ່ໄດ້ວ່າເຮົາຮູ້ຈັກພາສາ C++ ຄົນດຽວເລີຍ" ຊ້ຳຫວ໋ະ
ຄວາມໝາຍຂອງປະໂຫຍກຍັງຕີອອກມາບໍ່ຖືກຕ້ອງແລ້ວ​, ບໍ່ຟ້າວໄປເວົ້າເລື່ອງອື່ນພີ່ນ້ອງເອີ້ຍ 555

ສັງເກດຈາກການຕອບແຕ່ລະຄັ້ງແລ້ວ ຂ້າພະເຈົ້າສະຫລຸບໆສັ້ນໆໄດ້ງ່າຍໆວ່າ ບຸຄົນຜູ່ນີ້ມີຄ່າເປັນຫ້ຽນສູງ ແລະ ມີ Logic ຄ່ອນຂ້າງຕ່ຳ
ເກີດປະຕິກິລິຍາກັບສິ່ງມີຊິວິດອື່ນໆໄດ້ຍາກ ແລະ ມີໂມເລກຸນຫນາແຫນ້ນຫລາຍ ຈົນທ່ານອື່ນແຊກຊ້ອນເຂົ້າໄປບໍ່ໄດ້

ສະນັ້ນກະທູ້ນີ້ຢ່າໄປຕອບໃນສິ່ງທີ່ເປັນຄວາມເປັນຈິງເລີຍພີ່ນ້ອງ ເພາະມັນບໍ່ມີຜົນຫຍັງດອກກັບບຸຄົນປະເພດນີ້.

ຄັດມາຈາກປຶ້ມ ວິທະຍາສາດການຫ້ຽນ ປີ 2007

໙ ກະທູ້
໒໒໕ ໂພສ
ນັກການກະທູ້
ງົງ

ຢາກຊ່ວຍຢູ່ ແຕ່ບໍ່ຈັກສິຊ່ວຍ

•*.:。-•(¯`°°•.★*wHaTEVeR WiLl Be, wilL bE*★.•°°´¯)•-。:.*•

໕ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ບໍ່ຮູ້ເລື່ອງຄືກັນເດີ ຂ້ອຍຊ່ວຍຕົວເອງເກືອບຈະບໍ່ຫຼອດຄືກັນເດີເລື່ອງນີ້ນາ

໒ ກະທູ້
໑໐໑ ໂພສ
ນັກການກະທູ້
ເທົ່າທີ່ຂ້ອຍຮຽນຢູ່ຄະນະວິທະຍາສາດທຳມະຊາດ ພາກວິຊາວິທະຍາສາດຄອມພິວເຕີ້ ມາເປັນເວລາ 4 ປີ ຈົນຈົບແລ້ວ ຂ້ອຍຍັງບໍ່ເຫັນການຂຽນເວັບອີ່ຫຍັງກ່ຽວກັບພາສາ C++ ເລີຍ ຂ້ອຍຮູ້ແຕ່ວ່າ ພາສາ C ຫລື C++ ແມ່ນແຕກອອກມາເປັນ PHP ແລະ ພາສາທີ່ໃຊ້ໃນການສ້າງເວັບທີ່ນິຍົມທີ່ສຸດໃນຂະນະນີ້ ກໍແມ່ນ php ເຊິ່ງສັງເກດຈາກລະບົບ CMS ໃນປະຈຸບັນນັ້ນ ເຊັ່ນ Joomla, Drupal,Wordpress ແມ່ນມີຮາກຖານມາຈາກ PHP ແລະ Javascript ທັງນັ້ນ ແລະ ປະຈຸບັນເທັກນິກທາງດ້ານ Ajax ແມ່ນກຳລັງໄດ້ຮັບຄວາມນິຍົມສູງ ເຊິ່ງໃຜບໍ່ຮູ້ກໍໄປເບິ່ງສັງເກດເອົາທີ່ facebook,google,hi5.....ພວກນີ້ລ້ວນແຕ່ເປັນ Ajax ທັງນັ້ນ ແລະ ຂ້ອຍກໍ່ບໍ່ເຫັນວ່າ C++ ຈະມາກ່ຽວຂ້ອງຫຍັງກັບການຂຽນເວັບ ສົງໃສທ່ານ oishikhyo ອາດຈະເຂົ້າໃຈຜິດວ່າ ພາສາ PHP ທີ່ໂຕເອງເຫັນແມ່ນພາສາ C++ ເພາະ PHP ມັນກໍແຍກອອກມາຈາກພາສາດັ່ງກ່າວ ຈັ່ງໃດທ່ານກໍບອກເອງວ່າ ຫາກໍຈະສຶກສາຢູ່ປີ 1 ຂອງຂະແໜງວິຊານີ້ ກໍໃຫ້ສຶກສາກັນໄປກ່ອນ ຢ່າຟ້າວຕັດສິນແຕ່ຕົ້ນລົມ ຮຽນໄປດົນໆ ເລິກໆ ແລ້ວທ່ານຈະຮູ້ເອງ

ປ.ລ ຄົນທີ່ເຮີ່ເລື້ອງໄອທີໃໝ່ໆ ກໍມັກຈະແດງໂຕອອກມາແບບນີ້ແຫລະ ເຫັນອີ່ຫຍັງກະວ່າໂຕເອງຮູ້ໄປໝົດ,

໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
hahaha ແມ່ນໃດເນາະດຽວຊິຮຽນໃຫ້ມັນເລິກກ່າວນີ້ ອິອິອິ

໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ຈັ່ງໃດເຮົາກະໄດ້ຮຽນຮູ້ກັບພວກທ່ານຫຼາຍ ອິອິອິອິ

໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ສັງເກດຈາກການຕອບແຕ່ລະຄັ້ງແລ້ວ ຂ້າພະເຈົ້າສະຫລຸບໆສັ້ນໆໄດ້ງ່າຍໆວ່າ ບຸຄົນຜູ່ນີ້ມີຄ່າເປັນຫ້ຽນສູງ ແລະ ມີ Logic ຄ່ອນຂ້າງຕ່ຳ
ເກີດປະຕິກິລິຍາກັບສິ່ງມີຊິວິດອື່ນໆໄດ້ຍາກ ແລະ ມີໂມເລກຸນຫນາແຫນ້ນຫລາຍ ຈົນທ່ານອື່ນແຊກຊ້ອນເຂົ້າໄປບໍ່ໄດ້

ເຈົ້າບຸກຄົນຜູ້ສູງມີ Logic ສູງເອີ້ຍ

ເຂົາເຈົ້າແລກປ່ຽນຄວາມຮູ້ບໍ່ແມ່ນໃຫ້ທ່ານອື່ນແຊກຊ້ອນ

໐ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ oishikhyo ຂຽນວ່າ...
ສັງເກດຈາກການຕອບແຕ່ລະຄັ້ງແລ້ວ ຂ້າພະເຈົ້າສະຫລຸບໆສັ້ນໆໄດ້ງ່າຍໆວ່າ ບຸຄົນຜູ່ນີ້ມີຄ່າເປັນຫ້ຽນສູງ ແລະ ມີ Logic ຄ່ອນຂ້າງຕ່ຳ
ເກີດປະຕິກິລິຍາກັບສິ່ງມີຊິວິດອື່ນໆໄດ້ຍາກ ແລະ ມີໂມເລກຸນຫນາແຫນ້ນຫລາຍ ຈົນທ່ານອື່ນແຊກຊ້ອນເຂົ້າໄປບໍ່ໄດ້

ເຈົ້າບຸກຄົນຜູ້ສູງມີ Logic ສູງເອີ້ຍ

ເຂົາເຈົ້າແລກປ່ຽນຄວາມຮູ້ບໍ່ແມ່ນໃຫ້ທ່ານອື່ນແຊກຊ້ອນ

ຕີຄວາມໝາຍຜິດພ້ຽນອີກແລ້ວພີ່ນ້ອງ ຮະຮະ

ຄັນຕີຄວາມໝາຍຜິດ ກາຂໍໂທດຂໍອະໄພນຳຫຼາຍຯ

໑໔ ກະທູ້
໔໓໒ ໂພສ
ຊຳນານການເວັບບອດ
ກຳລັງຂື້ນໃຫມ່ກະຈັງຊີ້ແຫລະກຳລັງເຫີບ້າວິຊາ ພໍບາດດົນໄປລະຮູ້ສືກເບື່ອຫນ່າຍຄ້ານຈັບຮອດຄອມແຕ່ຈຳໃຈຕ້ອງມາຈັບມັນຊື່ໆ ໃຈກະຢາກຢູ່ກັບແຟນກອດແຟນພຸ້ນແຫລະກອດຫຍັງຄອມ 5555

DarkEnCieL

໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
haha ກະວ່າແຫຼະຫຼີ້ນຄອມຫຼາຍກະເບື່ອຢູ່ນຳຜູ້ສາວຄືສິດີກ່າວຄອມ

໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
C++ ໃຊ້ໃນການຂຽນເວັບ 555+

ຄັນວ່າຫລັກການພື້ນຖານ HTML, JavaScript , PHP .... ບລາໆໆ ຄ້າຍຄືກັບ C++ ຍັງວ່າໃຄແນ່

ແຕ່ອັນທີ່ວ່າ C++ ໃຊ້ໃນການຂຽນເວັບນິ ຢາກເຫັນອິຫລີ ວ່າໃຜເຮັດໄດ້

May C++ be with you

໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Co2 ຂຽນວ່າ...
C++ ໃຊ້ໃນການຂຽນເວັບ 555+

ຄັນວ່າຫລັກການພື້ນຖານ HTML, JavaScript , PHP .... ບລາໆໆ ຄ້າຍຄືກັບ C++ ຍັງວ່າໃຄແນ່

ແຕ່ອັນທີ່ວ່າ C++ ໃຊ້ໃນການຂຽນເວັບນິ ຢາກເຫັນອິຫລີ ວ່າໃຜເຮັດໄດ້

May C++ be with you

55555
ບໍ່ມີໃຜເຮັດໄດ້ດອກແຕ່ຜູ້ສ້າງພາສາ C++ ຍັງບໍ່ສາມາດເອົາພາສາ C++ມາສ້າງເວັບໄດ້ເລີຍ 5555555

໒ ກະທູ້
໑໐໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ oishikhyo ຂຽນວ່າ...

55555
ບໍ່ມີໃຜເຮັດໄດ້ດອກແຕ່ຜູ້ສ້າງພາສາ C++ ຍັງບໍ່ສາມາດເອົາພາສາ C++ມາສ້າງເວັບໄດ້ເລີຍ 5555555

ອ້າວ ຕອນທຳອິດຄືຖຽງວ່າ C++ ສາມາດສ້າງເວັບໄດ້ ມາບາດນີ້ຜັດມາປີ້ນຄວາມວ່າ C++ ສ້າງເວັບບໍ່ໄດ້ ເຫີໆໆ ງົງ

໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ birdflu2007dotexe ຂຽນວ່າ...

ເອົາຢາກຖຽງເນາະຄັນບໍ່ຖຽງກະບໍ່ຮູ້ແຫຼະເນາະ

໒ ກະທູ້
໔໖໕ ໂພສ
ຊຳນານການເວັບບອດ
oho!!!

໒ ກະທູ້
໑໐໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ oishikhyo ຂຽນວ່າ...
[
ເອົາຢາກຖຽງເນາະຄັນບໍ່ຖຽງກະບໍ່ຮູ້ແຫຼະເນາະ

ອ້າວ ຖ້າບໍ່ຮູ້ລະເປັນຫຍັງບໍ່ບອກແຕ່ທຳອິດ ຫະຫະຫະ ໂອ້ຍໆໆເນາະ ຢາກຫົວ ແລ້ວຊິມາຖຽງໃຫ້ມັນເສຍເວລາຫຍັງ ຄັນວ່າບໍ່ຮູ້ກະມີຄົນຕອບໃຫ້ດີໆໄປແລ້ວປານນີ້ ຢ້ານເສຍປຽບຫວາທີ່ໂຕເອງບໍ່ຮູ້ ໂອ ອານິດຈາຄົນເຮົາ ບໍ່ຮູ້ແຕ່ອວດວ່າຮູ້ນິ ກະບໍ່ຈັກຊິວ່ານຳ ຖ້າໄດ້ໄປເຮັດວຽກເຮັດການ ກະຄືຊິເຂົ້າກັບຄົນອື່ນຍາກ.

ເສຍເວລາຕອບມາເຮັດຫຍັງຊັ້ນເຮົາບໍ່ເຫັນສິເສຍເວລາຫຍັງເຮົາກາເວົ້າໄປຂ້າງເທິງລະເດ້ແລກປ່ຽນຄວາມຮູ້ຕາບໍ່ມີເບິ່ງຫວາອ່ານແນ່ແມ້
ຢ້ານເຮັດຫຍັງເສຍປຽບບໍ່ເຫັນຊິເສຍປຽບບ່ອນໃດກະທູ້ສ້າງມາກາເພື່ອການແລກປ່ຽນຄວາມຮູ້ຄັນບໍມີກະທູ້ກະຊິບໍ່ຮູ້ຫຍັງຊັ່ນພັນລາວສ້າງມາເພື່ອຫຍັງຊັ່ນ
ພັນລາວກະສ້າງກະທູ້ມາເພື່ອແລກປ່ຽນຄວາມຮູ້ແມ່ນບໍ່ລະ
ເລື້ອງເຮັດວຽກນິຊຳສິເຮັດບໍ່ອຶດບ່ອນຊິເຮັດເຮົາຫາວຽກເຮັດໄດ້ງ່າຍຢູ່ດອກ
ວ່າແຕ່ທ່ານຫາວຽກໄດ້ຢູ່ເບາະເວົ້າໃຫ້ຄົນອື່ນນິຄັນຫາວຽກບໍ່ໄດ້ຊິແນະນຳໃຫ້ໄປເຮັດວຽກຢູ່ລາວໂທລະຄົມຫນ້າບ່າວເຮົາເປັນຫົວຫນ້າຫຍູ່ຫັ້ນ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
.....

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
55555555555555555555555
ຄັກເນາະ
ເບີ່ງໃນແງ້ດີລະມີປະໂຫຍດ
ເບິ່ງໃນແງ້ຮ້າຍລະບໍ່ມີເກີດຂື້ນ

໓ ກະທູ້
໒໘໔ ໂພສ
ນັກການກະທູ້
ເປັນກະທູ້ທີ່ໜ້າສົນໃຈ
ຮູ້ເລື່ອງ C++ ຢູ່ແຕ່ບໍ່ຢາກເວົ້າ (ເວົ້າໄປກະບໍ່ໄດ້ຫຍັງ)
ຊິເວົ້າເລື່ອງ ການຖຽງ ກັບການ ແລກປ່ຽນຄວາມຮູ້
ການຖຽງ : ຖ້າຈະຖຽງກະຕ້ອງຮູ້ວ່າໂຕເອງຖືກ100% ຫຼື ມີຫຼັກຖານມາຍັ້ງຍື່ນທີພິສູດໄດ້, ຄົນອື່ນຈັງຍອມຮັບ
ແຕ່ຖ້າຖຽງແລ້ວບໍ່ສູ້ ຫຼື ຮູ້ໂຕແລ້ວວ່າຕົວເອງຜິດ ກະຕ້ອງຍອມຮັບ ແລະ ຂໍໂທດ!
ການແລກປ່ຽນຄວາມຮູ້ : ຄືການໃຫ້ຄວາມຄິດເຫັນ ຄືຄົນທີ່ບໍ່ຮູ້ລະມາຖາມຄົນຮູ້ ບໍ່ແມ່ນຖຽງຄົນຮູ້, ຫຼື ຕ່າງຄົນຕ່າງຮູ້ ລະມາເວົ້າສູກັນຝັງ
ບໍ່ແມ່ນທັງໆທີຮູ້ ແຕ່ ຢາກຖຽງເພື່ອເອົາຊະນະ ຫຼື ໃຫ້ຕົວເອງເປັນທີ່ສົນໃຈ (ຢາກດັງ, ຢາກໂຊຄວາມສາມາດ ໃນທາງທີ່ຜິດ)
ສຸດທ້າຍ
''ພັນລາວກະສ້າງກະທູ້ມາເພື່ອແລກປ່ຽນຄວາມຮູ້ແມ່ນບໍ່ລະ''
ແມ່ນແລ້ວ ແລກປ່ຽນຄວາມຮູ້ ລະກະພໍໄດ້ຄວາມຮູ້ ທີ່ລຸ້ນອ້າຍ ຫຼື ອາຈານເພິນ ເສຍສະລະເວລາມາຕອບ ກະຮຽນເອົາ ລະກະຍອມຮັບແດ່!
ສິງທີ່ເຈົ້າເຮັດຢູ່ເອີ້ນວ່າ ຖຽງຜູ້ຮູ້ !

໑ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
#inlclude
main ( )
{
printf ('' ເຊົາຖຽງກັນໄດ້ເເລ້ວ |n'');
return 0;
}

໒ ກະທູ້
໑໐໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ oishikhyo ຂຽນວ່າ...

ເສຍເວລາຕອບມາເຮັດຫຍັງຊັ້ນເຮົາບໍ່ເຫັນສິເສຍເວລາຫຍັງເຮົາກາເວົ້າໄປຂ້າງເທິງລະເດ້ແລກປ່ຽນຄວາມຮູ້ຕາບໍ່ມີເບິ່ງຫວາອ່ານແນ່ແມ້
ຢ້ານເຮັດຫຍັງເສຍປຽບບໍ່ເຫັນຊິເສຍປຽບບ່ອນໃດກະທູ້ສ້າງມາກາເພື່ອການແລກປ່ຽນຄວາມຮູ້ຄັນບໍມີກະທູ້ກະຊິບໍ່ຮູ້ຫຍັງຊັ່ນພັນລາວສ້າງມາເພື່ອຫຍັງຊັ່ນ
ພັນລາວກະສ້າງກະທູ້ມາເພື່ອແລກປ່ຽນຄວາມຮູ້ແມ່ນບໍ່ລະ
ເລື້ອງເຮັດວຽກນິຊຳສິເຮັດບໍ່ອຶດບ່ອນຊິເຮັດເຮົາຫາວຽກເຮັດໄດ້ງ່າຍຢູ່ດອກ
ວ່າແຕ່ທ່ານຫາວຽກໄດ້ຢູ່ເບາະເວົ້າໃຫ້ຄົນອື່ນນິຄັນຫາວຽກບໍ່ໄດ້ຊິແນະນຳໃຫ້ໄປເຮັດວຽກຢູ່ລາວໂທລະຄົມຫນ້າບ່າວເຮົາເປັນຫົວຫນ້າຫຍູ່ຫັ້ນ

ອັນນີ້ຫວາ ທີ່ເຈົ້າວ່າແລກປ່ຽນຄວາມຮູ້ ເຈົ້າໄປນຳອ່ານຄຳຕອບຂອງເຈົ້າຕັ້ງແຕ່ທຳອິດ ຈົນຮອດຄຳຕອບສຸດທ້າຍໂລດວ່າມັນຂັດແຍ່ງກັນປານໃດ ແລະ ເຈົ້າກໍບໍ່ຕ້ອງມາໂຊພາວເວີ້ ໂຊພະລັງຢູ່ນິອີກວ່າເຈົ້າມີພີ່ນ້ອງຢູ່ສຳນັກງານ ຫລື ອົງການໃດໆ ຂ້ອຍບໍ່ຕ້ອງການຢາກຈະຮູ້ ອັນທີ່ວ່າເຈົ້າຖາມຂ້ອຍວ່າມີວຽກເຮັດຫລືຍັງຫັ້ນ ຂ້ອຍຂໍຕອບວ່າ ຂ້ອຍມີວຽກເຮັດຕັ້ງແຕ່ຍັງຮຽນບໍ່ຈົບແລ້ວ ແລະ ເຖິງວ່າເຈົ້າຈະມີພີ່ນ້ອງຢູ່ໃສທີ່ຊ່ວຍເຈົ້າເຂົ້າເຮັດວຽກໄດ້ ຂ້ອຍເຊື່ອໄດ້ເລີຍວ່າເຈົ້າບໍ່ມີທາງເຂົ້າກັບຄົນໃນອົງກອນນັ້ນໆໄດ້ດອກ ແລະ ກໍຈະບໍ່ມີໃຜມາຍອມຮັບໃນໂຕເຈົ້າ

ປ.ລ ບໍ່ຮູ້ແລ້ວຍັງມາຖຽງ

ປ.ລ2 ຂໍຈົບການໂຕ້ວາທີແຕ່ພຽງເທົ່ານີ້ ຈະບໍ່ດຶງຄວາມຍາວສາວຄວາມຍືດໃຫ້ມັນຍາວໄປອີກລະ

໐ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ oishikhyo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ birdflu2007dotexe ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ oishikhyo ຂຽນວ່າ...
[
ເອົາຢາກຖຽງເນາະຄັນບໍ່ຖຽງກະບໍ່ຮູ້ແຫຼະເນາະ

ອ້າວ ຖ້າບໍ່ຮູ້ລະເປັນຫຍັງບໍ່ບອກແຕ່ທຳອິດ ຫະຫະຫະ ໂອ້ຍໆໆເນາະ ຢາກຫົວ ແລ້ວຊິມາຖຽງໃຫ້ມັນເສຍເວລາຫຍັງ ຄັນວ່າບໍ່ຮູ້ກະມີຄົນຕອບໃຫ້ດີໆໄປແລ້ວປານນີ້ ຢ້ານເສຍປຽບຫວາທີ່ໂຕເອງບໍ່ຮູ້ ໂອ ອານິດຈາຄົນເຮົາ ບໍ່ຮູ້ແຕ່ອວດວ່າຮູ້ນິ ກະບໍ່ຈັກຊິວ່ານຳ ຖ້າໄດ້ໄປເຮັດວຽກເຮັດການ ກະຄືຊິເຂົ້າກັບຄົນອື່ນຍາກ.

ເລື້ອງເຮັດວຽກນິຊຳສິເຮັດບໍ່ອຶດບ່ອນຊິເຮັດເຮົາຫາວຽກເຮັດໄດ້ງ່າຍຢູ່ດອກ
ວ່າແຕ່ທ່ານຫາວຽກໄດ້ຢູ່ເບາະເວົ້າໃຫ້ຄົນອື່ນນິຄັນຫາວຽກບໍ່ໄດ້ຊິແນະນຳໃຫ້ໄປເຮັດວຽກຢູ່ລາວໂທລະຄົມຫນ້າບ່າວເຮົາເປັນຫົວຫນ້າຫຍູ່ຫັ້ນ

ອໍ່ ລູກຄົນຜູ່ມີຖານະເຂົານິໄສຈັງຊີ້ກັນເນາະ 555

ປ.ລ ວ່າແຕ່ເຮົາຢາກໄດ້ຢູ່ໄດ໋ວຽກຫັ່ນນະ, ແນະນຳເຮົາໃຫ້ແນ່ແມ້

ໜ້າທີ່ 3 ຈາກທັງໝົດ 4 ໜ້າ <<<1234>>>