ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ການສ້າງເວັບໄຊ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ການສ້າງເວັບໄຊ » ເທັກນີກການຈັດການກັບຖານຂໍ້ມູນ MySQL

໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
[size=15pt][color=blue][/size][/color]ເພື່ອນໆພໍດີມີເວລາວ່າງຫນ່ອຍຫນື່ງເລີຍເອົາຄວາມຮູ້ເລັກໆນ້ອຍມາຕ້ອນກັນເວົ້າຫຼາຍຄ້ານອ່ານລົງມືເລີຍ
CREATE DATABASE school;

ຫຼັງຈາກທຳການສ້າງຖານຂໍ້ມູນແລ້ວໃຫ້ເຮົາທຳການເຂົ້າໃຊ້ງານຖານຂໍ້ມູນກ່ອນໂດຍການໃຊ້ຄຳສັ່ງ use
USE school;

ແລ້ວຫຼັງຈາກນ້ັນເຮົາກໍ່ສາມາດສ້າງຕາລາງໄວ້ເກັບຂໍ້ມູນໄດ້ແລ້ວໄດ້ໂດຍການໃຊ້ຄຳສັ່ງ create
CREATE TABLE student(
st_id INT NOT NULL AUTO_INCREMENT,
fname VARCHAR(30),
lname VARCHAR(30),
village VARCHAR(30),
district VARCHAR(30),
province VARCHAR(30),
email VARCHAR(30),
tel INT(15)
);
ຫຼັງຈາກທ່ານໄດ້ທຳການສ້າງຕາງລາງໄວ້ເກັບຂໍ້ມູນໄດ້ແລ້ວທ່ານກໍ່ທົດລອງປ້ອນຂໍ້ມູນເຂົ້າເບີ່ງໄດ້
ລາຍລະອຽດທ່ານສາມາດເຂົ້າໄປຕິດຕາມສືກສາໄດ້ຈາກເວບຂອງຂ້າພະເຈົ້າ
http://vientiane.netne.net


໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດກະທູ້


໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ມາອີກແລ້ວຈະມາແນະນຳທ່ານທີກຳລັງສືກສາພາສາພວກ mysql ທັງຫຼາຍ
ມາເທືອນີ້ຈະມາແນະນຳເທັກນີກການ select ອອກມາແລ້ວທຳການປ້ອນເຂົ້າຕາລາງອື່ນອີກໂດຍການໃຊ້ຄຳສັ່ງພວກ insert ... select
ມາເບີ່ງວີທີກັນເລີຍ
ສົມມູດວ່າຂ້ອຍມີຕາລາງທີຊື່ວ່າ st ແລ້ວຂ້ອຍຕ້ອງການເອົາຂໍ້ມູນທັງໝົດໃນຕາລາງນີ້ມາປ້ອນລົງຕາລາງຊື່ confirm


insert into confirm select * from st;


ໂດຍການໃຊ້ຄຳສັງນີ້ນັ້ນມັນຈະທຳການກອບປີຂໍ້ມູນທັງໝົດລົງໃນຕາລາງ confirm


໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ມາວັນນີ້ຈະມາແນະນຳວິທີການສ້າງຕາລາງຊົວຄາວຂື້ນມາໃຊ້ງານເຊີ່ງຕາລາງຊົວຄາວນີ້ແມ່ນບໍ່ມີຜົນກະທົບກັບຕາລາງຈີ່ງຂອງເຮົາເວລາເຮົາອອກຈາກ mysql ແລ້ວຂໍ້ມູນທັງໝົດມັນກໍ່ຈະຫາຍໄປທັນທີແລະໃນເວລາທີເຮົາທຳການແກ້ໄຂເພີ່ມຂໍ້ມູນລົງໄປນັ້ນແມ່ນເຮົາກະທຳກັບຕາລາງຊົ່ວຄາວນີ້ເທົານັ້ນມາເບີ່ງວິທີການສ້າງເລີຍເຊີ່ງຂ້າພະເຈົ້າຈະສ້າງຈາກຕາລາງທີມີຢູ່ໃນຖານຂໍ້ມູນຂອງຂ້າພະເຈົ້າແລ້ວ

CREATE T TEMPORARY TABLE book SELECT * FROM book;

ນີ້ໝາຍຄວາມວ່າເຮົາສ້າງຕາລາງ book ຊົ່ວຄາວຂື້ນມາເພື່ອທຳການແກ້ໄຂໂດຍທີເຮົາສາມາດໃຊ້ຄຳສັ່ງຕ່າງໆໄດ້ກັບມັນຄືກັບຕາລາງທົ່ວໄປ